YouVersion Logo
Search Icon

ເອເຊກຽນ 44

44
ຖານະ​ປະໂລຫິດ​ໄດ້​ຮັບ​ການ​ຟື້ນຟູ
1ແລ້ວ​ຊາຍ​ຄົນ​ນັ້ນ​ໄດ້​ພາ​ຂ້າພະເຈົ້າ​ມາ​ທີ່​ປະຕູ​ຊັ້ນ​ນອກ ທາງ​ດ້ານ​ຕາເວັນ​ອອກ​ຂອງ​ສະຖານ​ນະມັດສະການ ປະຕູ​ນັ້ນ​ປິດ​ຢູ່. 2ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ໃຫ້​ປະຕູ​ປິດ​ຢູ່​ຢ່າງ​ນີ້ ຢ່າ​ເປີດ; ຢ່າ​ໃຫ້​ຜູ້ໃດ​ເຂົ້າໄປ​ທາງ​ນີ້. ໃຫ້​ປະຕູ​ປິດ​ຢູ່​ຕະຫລອດ​ເວລາ ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ໄດ້​ເຂົ້າ​ໄປ​ທາງ​ນີ້. 3ເຈົ້ານາຍ​ຜູ້​ນັ້ນ​ຜູ້​ດຽວ​ທີ່​ສາມາດ​ນັ່ງ​ຢູ່​ທາງເຂົ້າ ເພື່ອ​ກິນ​ອາຫານ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ເຈົ້ານາຍ​ຜູ້​ນັ້ນ​ຈະ​ເຂົ້າ​ທາງ​ໜ້າ ແລະ ອອກ​ໄປ​ທາງ​ດຽວ​ກັນ”.
4ແລ້ວ​ຊາຍ​ຄົນ​ນັ້ນ​ໄດ້​ພາ​ຂ້າພະເຈົ້າ​ຜ່ານ​ປະຕູ​ດ້ານ​ເໜືອ​ໄປ​ທີ່​ດ້ານ​ໜ້າ​ຂອງ​ວິຫານ. ຂ້າພະເຈົ້າ​ເບິ່ງ​ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ປົກຄຸມ​ທົ່ວ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ຂ້າພະເຈົ້າ​ກໍ​ໝູບ​ໜ້າ​ລົງ​ກັບ​ພື້ນ.
5ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ບຸດ​ມະນຸດ, ຈົ່ງ​ເບິ່ງ​ໃຫ້​ດີ, ຈົ່ງ​ຟັງ​ໃຫ້​ດີ ແລະ ຈົ່ງ​ເອົາໃຈໃສ່​ຕໍ່​ທຸກສິ່ງ​ທີ່​ເຮົາ​ບອກ​ເຈົ້າ ເລື່ອງ​ກົດເກນ​ກ່ຽວກັບ​ທັງໝົດ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ຈົ່ງ​ເອົາໃຈໃສ່​ເລື່ອງ​ທາງເຂົ້າ​ວິຫານ ແລະ ທາງເຂົ້າ​ອອກ​ທຸກ​ທາງ​ຂອງ​ສະຖານ​ນະມັດສະການ. 6ຈົ່ງ​ກ່າວ​ກັບ​ຊົນຊາດ​ອິດສະຣາເອນ​ທີ່​ມັກ​ກະບົດ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ຊົນຊາດ​ອິດສະຣາເອນ! ພໍ​ແລ້ວ​ກັບ​ການ​ກະທຳ​ອັນ​ໜ້າ​ກຽດຊັງ​ທັງຫລາຍ​ຂອງ​ເຈົ້າ. 7ນອກ​ເໜືອ​ຈາກ​ຄວາມ​ປະພຶດ​ອັນ​ໜ້າ​ກຽດຊັງ​ອື່ນໆ​ແລ້ວ ເຈົ້າ​ຍັງ​ພາ​ຊາວ​ຕ່າງຊາດ​ຜູ້​ບໍ່ໄດ້ຮັບພິທີຕັດ#44:7 ຫລື ບໍ່​ເຊື່ອ​ພຣະເຈົ້າ​ທັງ​ກາຍ ແລະ ໃຈ​ເຂົ້າ​ມາ​ຍັງ​ສະຖານ​ນະມັດສະການ​ຂອງ​ເຮົາ, ເປັນ​ການ​ເຮັດ​ໃຫ້​ວິຫານ​ຂອງ​ເຮົາ​ໝົ່ນໝອງ ໃນຂະນະ​ທີ່​ເຈົ້າ​ຖວາຍ​ອາຫານ, ໄຂມັນ ແລະ ເລືອດ​ໃຫ້​ແກ່​ເຮົາ ແລະ ເຈົ້າ​ກໍ​ລະເມີດ​ຄຳໝັ້ນສັນຍາ​ຂອງ​ເຮົາ. 8ແທນ​ທີ່​ຈະ​ປະຕິບັດ​ໜ້າທີ່​ຂອງ​ເຈົ້າ​ກ່ຽວກັບ​ສິ່ງ​ບໍລິສຸດ​ຂອງ​ເຮົາ ເຈົ້າ​ກໍ​ໃຫ້​ຄົນ​ອື່ນ​ມາ​ຮັບຜິດຊອບ​ເບິ່ງແຍງ​ສະຖານ​ນະມັດສະການ​ຂອງ​ເຮົາ. 9ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ຢ່າ​ໃຫ້​ຊາວ​ຕ່າງຊາດ​ຄົນ​ໃດ​ທີ່​ບໍ່​ໄດ້​ເຊື່ອ​ພຣະເຈົ້າ​ທັງ​ກາຍ ແລະ ໃຈ​ເຂົ້າ​ມາ​ໃນ​ສະຖານ​ນະມັດສະການ​ຂອງ​ເຮົາ, ຫ້າມ​ແມ່ນ​ແຕ່​ຊາວ​ຕ່າງຊາດ​ທີ່​ອາໄສ​ຢູ່​ໃນ​ທ່າມກາງ​ຊາວ​ອິດສະຣາເອນ.
10“ ‘ຊາວ​ເລວີ​ທີ່​ຫ່າງ​ໄກ​ຈາກ​ເຮົາ​ເມື່ອ​ເວລາ​ທີ່​ອິດສະຣາເອນ​ຫລົງ​ຜິດ​ໄປ ແລະ ໄດ້​ຫລົງ​ຈາກ​ເຮົາ​ໄປ​ຕິດ​ຕາມ​ຮູບເຄົາລົບ​ຕ່າງໆ ຈະ​ຕ້ອງ​ຮັບ​ຜົນ​ທີ່​ເກີດ​ຈາກ​ບາບ​ຂອງ​ພວກເຂົາ. 11ພວກເຂົາ​ອາດ​ຈະ​ເຮັດ​ວຽກ​ຮັບໃຊ້​ໃນ​ສະຖານ​ນະມັດສະການ​ຂອງ​ເຮົາ, ເບິ່ງແຍງ​ປະຕູ​ວິຫານ ແລະ ຮັບ​ໃຊ້​ຢູ່​ທີ່​ນັ້ນ; ພວກເຂົາ​ອາດ​ຂ້າ​ສັດ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງບູຊາ​ຕ່າງໆ​ໃຫ້​ປະຊາຊົນ ແລະ ຢືນ​ຢູ່​ຕໍ່ໜ້າ​ປະຊາຊົນ ແລະ ຮັບໃຊ້​ພວກເຂົາ. 12ແຕ່​ເນື່ອງ​ຈາກ​ພວກເຂົາ​ເຄີຍ​ຮັບໃຊ້​ປະຊາຊົນ​ຕໍ່ໜ້າ​ຮູບເຄົາລົບ​ຕ່າງໆ ແລະ ເຮັດ​ໃຫ້​ປະຊາຊົນ​ອິດສະຣາເອນ​ເຮັດ​ບາບ, ເຫດສະນັ້ນ ເຮົາ​ໄດ້​ຍົກ​ມື​ປະຕິຍານ​ວ່າ​ພວກເຂົາ​ຕ້ອງ​ຮັບ​ຜົນ​ທີ່​ເກີດ​ຈາກ​ບາບ​ຂອງ​ຕົນ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ. 13ຢ່າ​ໃຫ້​ພວກເຂົາ​ເຂົ້າ​ມາ​ຮັບໃຊ້​ເຮົາ​ຢ່າງ​ໃກ້​ຊິດ​ໃນ​ຖານະ​ປະໂລຫິດ ຫລື ເຂົ້າ​ມາ​ໃກ້​ເຄື່ອງບູຊາ​ບໍລິສຸດ​ທີ່ສຸດ ຫລື ສິ່ງ​ບໍລິສຸດ​ໃດໆ​ຂອງ​ເຮົາ; ພວກເຂົາ​ຈະ​ຕ້ອງ​ຮັບ​ຄວາມ​ອັບອາຍ​ຈາກ​ການ​ກະທຳ​ທີ່​ໜ້າ​ກຽດຊັງ​ຂອງ​ຕົນ. 14ແລ້ວ​ເຮົາ​ຈະ​ຕັ້ງ​ພວກເຂົາ​ໃຫ້​ຮັບຜິດຊອບ​ໜ້າທີ່​ຕ່າງໆ ແລະ ງານ​ທັງໝົດ​ໃນ​ວິຫານ.
15“ ‘ສ່ວນ​ປະໂລຫິດ​ຊາວ​ເລວີ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ຊາດົກ ແລະ ເປັນ​ຜູ້​ທີ່​ຍັງ​ປະຕິບັດ​ໜ້າທີ່​ຢ່າງ​ສັດຊື່​ໃນ​ສະຖານ​ນະມັດສະການ​ຂອງ​ເຮົາ ເມື່ອ​ຊາວ​ອິດສະຣາເອນ​ຫລົງ​ໄປ​ຈາກ​ເຮົາ​ນັ້ນ ໃຫ້​ພວກເຂົາ​ມາ​ຮັບໃຊ້​ໃກ້​ຊິດ​ຢູ່​ຕໍ່ໜ້າ​ເຮົາ; ໃຫ້​ພວກເຂົາ​ຢືນ​ຢູ່​ຕໍ່ໜ້າ​ເຮົາ​ເພື່ອ​ຖວາຍ​ເຄື່ອງບູຊາ​ຄື​ໄຂມັນ ແລະ ເລືອດ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ. 16ພວກເຂົາ​ເທົ່ານັ້ນ​ທີ່​ເຂົ້າ​ມາ​ໃນ​ບ່ອນ​ນະມັດສະການ​ຂອງ​ເຮົາ​ໄດ້; ເຮົາ​ອະນຸຍາດ​ໃຫ້​ພວກເຂົາ​ເທົ່ານັ້ນ​ທີ່​ເຂົ້າ​ມາ​ໃກ້​ໂຕະ​ຂອງ​ເຮົາ ເພື່ອ​ຮັບໃຊ້​ຕໍ່ໜ້າ​ເຮົາ ແລະ ປະຕິບັດ​ໜ້າທີ່​ເພື່ອ​ເຮົາ.
17“ ‘ເມື່ອ​ພວກເຂົາ​ຈະ​ເຂົ້າ​ປະຕູ​ເດີ່ນ​ຊັ້ນ​ໃນ, ພວກເຂົາ​ຕ້ອງ​ສວມ​ເຄື່ອງ​ແຕ່ງ​ກາຍ​ຜ້າ​ຝ້າຍ​ລິນິນ; ພວກເຂົາ​ຈະ​ຕ້ອງ​ບໍ່​ສວມ​ເຄື່ອງ​ແຕ່ງ​ກາຍ​ທີ່​ເຮັດ​ດ້ວຍ​ຂົນ​ສັດ​ຂະນະ​ປະຕິບັດ​ໜ້າທີ່​ຢູ່​ປະຕູ​ຕ່າງໆ​ຂອງ​ເດີ່ນ​ຊັ້ນ​ໃນ ຫລື ພາຍໃນ​ວິຫານ. 18ໃຫ້​ພວກເຂົາ​ຄຽນ​ຜ້າ​ຄຽນ​ຫົວ​ທີ່​ເຮັດ​ດ້ວຍ​ຜ້າ​ລິນິນ​ໄວ້​ເທິງ​ຫົວ​ຂອງ​ຕົນ ແລະ ສວມ​ເຄື່ອງ​ແຕ່ງ​ກາຍ​ຊັ້ນ​ໃນ​ທີ່​ເຮັດ​ຈາກ​ຜ້າ​ລິນິນ​ອ້ອມ​ແອວ​ຂອງ​ຕົນ. ບໍ່​ໃຫ້​ພວກເຂົາ​ສວມ​ສິ່ງໃດ​ທີ່​ຈະ​ເຮັດ​ໃຫ້​ພວກເຂົາ​ເຫື່ອ​ອອກ. 19ເມື່ອ​ພວກເຂົາ​ຈະ​ອອກ​ມາ​ສູ່​ເດີ່ນ​ຊັ້ນ​ນອກ​ທີ່​ປະຊາຊົນ​ຢູ່ ໃຫ້​ພວກເຂົາ​ຖອດ​ເຄື່ອງ​ແຕ່ງ​ກາຍ​ທີ່​ໃຊ້​ປະຕິບັດ​ໜ້າທີ່​ອອກ ແລະ ວາງ​ໄວ້​ໃນ​ຫ້ອງ​ສັກສິດ ແລະ ສວມ​ເຄື່ອງ​ແຕ່ງ​ກາຍ​ອື່ນໆ ເພື່ອ​ຈະ​ໄດ້​ບໍ່​ເປັນ​ການ​ເຮັດ​ໃຫ້​ປະຊາຊົນ​ນັ້ນ​ສັກສິດ ໂດຍ​ອາໄສ​ເຄື່ອງ​ແຕ່ງ​ກາຍ​ຂອງ​ພວກເຂົາ.
20“ ‘ຢ່າ​ໃຫ້​ປະໂລຫິດ​ແຖ​ຜົມ ຫລື ປ່ອຍ​ຜົມ​ຍາວ ແຕ່​ໃຫ້​ພວກເຂົາ​ຕັດ​ຜົມ​ຂອງ​ຕົນ​ໃຫ້​ຮຽບຮ້ອຍ. 21ຢ່າ​ໃຫ້​ປະໂລຫິດ​ຄົນ​ໃດ​ດື່ມ​ເຫລົ້າ​ອະງຸ່ນ​ເມື່ອ​ເຂົ້າ​ໄປ​ທີ່​ເດີ່ນ​ຊັ້ນ​ໃນ. 22ຫ້າມ​ບໍ່​ໃຫ້​ພວກເຂົາ​ແຕ່ງງານ​ກັບ​ແມ່ໝ້າຍ ຫລື ຍິງ​ທີ່​ຢ່າຮ້າງ; ແຕ່​ໃຫ້​ພວກເຂົາ​ແຕ່ງງານ​ກັບ​ສາວບໍລິສຸດ​ເຊື້ອສາຍ​ອິດສະຣາເອນ ຫລື ເມຍ​ໝ້າຍ​ຂອງ​ປະໂລຫິດ​ເທົ່ານັ້ນ. 23ພວກເຂົາ​ຕ້ອງ​ສັ່ງສອນ​ປະຊາຊົນ​ຂອງ​ເຮົາ​ເຖິງ​ຂໍ້​ແຕກ​ຕ່າງ​ລະຫວ່າງ​ສິ່ງ​ທີ່​ບໍລິສຸດ ແລະ ສິ່ງ​ທີ່​ທຳມະດາ ແລະ ສອນ​ປະຊາຊົນ​ໃຫ້​ຮູ້​ຈັກ​ໃຈແຍກ​ລະຫວ່າງ​ສິ່ງ​ທີ່​ເປັນ​ມົນທິນ ແລະ ສິ່ງ​ທີ່​ສະອາດ.
24“ ‘ເມື່ອ​ມີ​ຂໍ້​ຂັດແຍ້ງ​ອັນ​ໃດ ໃຫ້​ປະໂລຫິດ​ເຮັດ​ໜ້າທີ່​ພິພາກສາ ແລະ ຕັດສິນ​ຕາມ​ຂໍ້​ກຳນົດ​ຂອງ​ເຮົາ. ໃຫ້​ພວກເຂົາ​ຮັກສາ​ກົດບັນຍັດ ແລະ ດຳລັດ​ທັງຫລາຍ​ຂອງ​ເຮົາ​ເລື່ອງ​ເທດສະການ​ທັງໝົດ​ຕາມ​ກຳນົດ ແລະ ພວກເຂົາ​ຈະ​ຕ້ອງ​ຮັກສາ​ວັນຊະບາໂຕ​ຂອງ​ເຮົາ​ໃຫ້​ບໍລິສຸດ.
25“ ‘ປະໂລຫິດ​ຈະ​ຕ້ອ​ບໍ່​ເຮັດ​ໃຫ້​ຕົນ​ເອງ​ເປັນ​ມົນທິນ​ໂດຍ​ເຂົ້າ​ໄປ​ໃກ້​ຄົນ​ຕາຍ; ເວັ້ນ​ແຕ່​ເປັນ​ບິດາ​ມານດາ, ລູກຊາຍ​ລູກສາວ, ອ້າຍ​ນ້ອງຊາຍ ຫລື ເອື້ອຍ​ນ້ອງສາວ​ທີ່​ຍັງ​ບໍ່​ມີ​ຜົວ ຈຶ່ງ​ຍອມ​ໃຫ້​ຕົນ​ເປັນ​ມົນທິນ​ໄດ້. 26ຫລັງ​ຈາກ​ທີ່​ລາວ​ຊຳລະ​ໂຕ​ແລ້ວ, ລາວ​ຈະ​ຕ້ອ​ລໍຖ້າ​ໄປ​ອີກ​ເຈັດ​ວັນ. 27ໃນ​ວັນ​ທີ່​ລາວ​ຈະ​ເຂົ້າໄປ​ສູ່​ເດີ່ນ​ຊັ້ນ​ໃນ​ຂອງ​ສະຖານ​ນະມັດສະການ​ເພື່ອ​ປະຕິບັດ​ໜ້າທີ່​ໃນ​ສະຖານ​ນະມັດສະການ ລາວ​ຈະ​ຕ້ອງ​ຖວາຍ​ເຄື່ອງບູຊາ​ໄຖ່​ບາບ​ເພື່ອ​ຕົນ​ເອງ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
28“ ‘ເຮົາ​ຈະ​ເປັນ​ຊັບສົມບັດ​ອັນ​ດຽວ​ທີ່​ປະໂລຫິດ​ມີ. ເຈົ້າ​ຢ່າ​ໃຫ້​ພວກເຂົາ​ຖື​ກຳມະສິດ​ໃດໆ​ໃນ​ອິດສະຣາເອນ ເພາະ​ເຮົາ​ຈະ​ເປັນ​ກຳມະສິດ​ຂອງ​ພວກເຂົາ. 29ໃຫ້​ພວກເຂົາ​ກິນ​ເມັດພື​ບູຊາ, ເຄື່ອງບູຊາ​ໄຖ່​ບາບ ແລະ ເຄື່ອງບູຊາ​ລົບ​ຄວາມ​ຜິດ ແລະ ທຸກສິ່ງ​ໃນ​ອິດສະຣາເອນ​ທີ່​ໄດ້​ຖວາຍ#44:29 ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ໝາຍ​ເຖິງ​ສິ່ງ​ຂອງ ຫລື ບຸກ​ຄົນ​ທີ່​ຖວາຍ​ແກ​ອົງພຣະຜູ້ເປັນເຈົ້າ ແລ້ວ​ບໍ່​ອາດ​ເອີ້ນ​ຄືນ​ໄດ້​ແກ່​ພຣະເຈົ້າ​ຢາເວ​ຈະ​ເປັນ​ຂອງ​ປະໂລຫິດ. 30ຜົນ​ທຳອິດ​ທີ່​ດີ​ທີ່ສຸດ ແລະ ເຄື່ອງ​ຖວາຍ​ພິເສດ​ທັງໝົດ​ຂອງ​ເຈົ້າ​ຈະ​ເປັນ​ຂອງ​ບັນດາ​ປະໂລຫິດ. ເຈົ້າ​ຈົ່ງ​ມອບ​ພືດຜົນ​ທຳອິດ​ຂອງ​ເຈົ້າ​ໃຫ້​ແກ່​ພວກເຂົາ ເພື່ອ​ຄອບຄົວ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ພອນ. 31ປະໂລຫິດ​ຈະ​ຕ້ອງ​ບໍ່​ກິນ​ສັດ​ທີ່​ຕາຍ​ເອງ ຫລື ຖືກ​ສັດ​ຮ້າຍ​ກັດ​ຈີກ ບໍ່​ວ່າ​ຈະ​ເປັນ​ນົກ ຫລື ສັດ​ອື່ນໆ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in