YouVersion Logo
Search Icon

ເອເຊກຽນ 37

37
ຮ່ອມພູ​ແຫ່ງ​ກະດູກ​ແຫ້ງ
1ມື​ຂອງ​ພຣະເຈົ້າ​ຢາເວ​ຢູ່​ເໜືອ​ຂ້າພະເຈົ້າ ແລະ ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ອອກ​ມາ​ໂດຍ​ພຣະວິນຍານບໍລິສຸດ​ຂອງ​ພຣະເຈົ້າ​ຢາເວ ແລະ ໄດ້​ວາງ​ຂ້າພະເຈົ້າ​ໄວ້​ທີ່​ກາງ​ຮ່ອມພູ​ແຫ່ງ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ກະດູກ. 2ພຣະອົງ​ໄດ້​ພາ​ຂ້າພະເຈົ້າ​ເດີນທາງ​ໄປ​ມາ​ໃນ​ທ່າມກາງ​ກະດູກ​ນັ້ນ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ກະດູກ​ຈຳນວນ​ຫລວງຫລາຍ​ຢູ່​ເທິງ​ພື້ນ​ທົ່ວ​ຮ່ອມພູ, ເປັນ​ກະດູກ​ທີ່​ແຫ້ງ​ຫລາຍ. 3ພຣະອົງ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ບຸດ​ມະນຸດ, ກະດູກ​ເຫລົ່ານີ້​ຈະ​ກັບ​ມາ​ມີ​ຊີວິດ​ໄດ້​ບໍ?”
ຂ້າພະເຈົ້າ​ໄດ້​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ ພຣະອົງ​ຜູ້​ດຽວ​ທີ່​ຮູ້”.
4ແລ້ວ​ພຣະອົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ກ່າວ​ທຳນວາຍ​ແກ່​ກະດູກ​ເຫລົ່ານີ້ ແລະ ກ່າວ​ຕໍ່​ກະດູກ​ເຫລົ່ານັ້ນ​ວ່າ, ‘ກະດູກ​ແຫ້ງ, ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ! 5ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ແກ່​ກະດູກ​ເຫລົ່ານີ້​ວ່າ: ເຮົາ​ຈະ​ໃຫ້​ລົມຫາຍ#37:5 ໃນ​ພາສາ​ເຮັບເຣີ ຄຳ​ນີ້​ອາດ​ໝາຍ​ເຖິງ ລົມ ຫລື ວິນຍານ ໄດ້​ດ້ວຍ (ເບິ່ງ​ຂໍ້ 6-14)​ເຂົ້າ​ສູ່​ເຈົ້າ ແລ້ວ​ເຈົ້າ​ກໍ​ຈະ​ກັບ​ມາ​ມີ​ຊີວິດ. 6ເຮົາ​ຈະ​ຮ້ອຍ​ເອັນ​ຂອງ​ເຈົ້າ ແລະ ໃຫ້​ເຈົ້າ​ມີ​ຊີ້ນ ແລ້ວ​ຫຸ້ມ​ເຈົ້າ​ໄວ້​ດ້ວຍ​ຜິວ​ໜັງ; ເຮົາ​ຈະ​ໃສ່​ລົມຫາຍໃຈ​ໃຫ້​ເຈົ້າ ແລະ ເຈົ້າ​ກໍ​ຈະ​ກັບ​ມາ​ມີ​ຊີວິດ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ’ ”.
7ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ກ່າວ​ທຳນວາຍ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ ແລະ ຂະນະ​ທີ່​ຂ້າພະເຈົ້າ​ກຳລັງ​ກ່າວ​ທຳນວາຍ​ຢູ່​ນັ້ນ ກໍ​ມີ​ສຽງ​ດັງ​ກຸກ​ກິກ ແລະ ກະດູກ​ຕ່າງໆ​ກໍ​ມາ​ປະສານ​ຕໍ່​ເຂົ້າ​ກັນ. 8ຂ້າພະເຈົ້າ​ເບິ່ງ​ກໍ​ເຫັນ​ເອັນ ແລະ ຊີ້ນ​ກໍ່​ກັນ​ຂຶ້ນ​ເທິງ​ກະດູກ ແລະ ຜິວ​ໜັງ​ກໍ​ຫຸ້ມ​ກະດູກ​ເຫລົ່ານັ້ນ​ໄວ້, ແຕ່​ຮ່າງ​ເຫລົ່ານັ້ນ​ຍັງ​ບໍ່​ມີ​ລົມ​ຫາຍໃຈ.
9ແລ້ວ​ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ບຸດ​ມະນຸດ ຈົ່ງ​ກ່າວ​ທຳນວາຍ​ແກ່​ລົມ​ຫາຍໃຈ; ຈົ່ງ​ກ່າວ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ລົມ​ຫາຍໃຈ ຈົ່ງ​ມາ​ຈາກ​ລົມ​ທັງ​ສີ່​ທິດ ແລະ ເຂົ້າ​ສູ່​ຮ່າງ​ທີ່​ຖືກ​ຂ້າ​ເຫລົ່ານີ້​ເພື່ອ​ພວກເຂົາ​ຈະ​ມີ​ຊີວິດ’ ”. 10ຂ້າພະເຈົ້າ​ຈຶ່ງ​ໄດ້​ກ່າວ​ທຳນວາຍ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ຂ້າພະເຈົ້າ ແລ້ວ​ລົມ​ຫາຍໃຈ​ກໍ​ເຂົ້າ​ສູ່​ຮ່າງ​ເຫລົ່ານັ້ນ; ຮ່າງ​ເຫລົ່ານັ້ນ​ຈຶ່ງ​ກັບ​ມາ​ມີ​ຊີວິດ ແລ້ວ​ລຸກ​ຂຶ້ນ​ຢືນ ແລ້ວ​ກາຍເປັນ​ກອງທັບ​ໃຫຍ່.
11ແລ້ວ​ພຣະອົງ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ບຸດ​ມະນຸດ, ກະດູກ​ເຫລົ່ານີ້​ຄື​ຊົນຊາດ​ອິດສະຣາເອນ​ທັງໝົດ. ພວກເຂົາ​ເວົ້າ​ວ່າ, ‘ກະດູກ​ຂອງ​ພວກເຮົາ​ແຫ້ງ ແລະ ຄວາມ​ຫວັງ​ຂອງ​ເຮົາ​ກໍ​ສູນ​ໄປ; ພວກເຮົາ​ຖືກ​ທຳລາຍ​ແລ້ວ’. 12ເຫດສະນັ້ນ ຈົ່ງ​ກ່າວ​ທຳນວາຍ​ແກ່​ພວກເຂົາ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ປະຊາຊົນ​ຂອງ​ເຮົາ, ເຮົາ​ຈະ​ເປີດ​ຂຸມ​ຝັງ​ສົບ​ຂອງ​ເຈົ້າ ແລະ ນຳ​ເຈົ້າ​ອອກ​ມາ ເຮົາ​ຈະ​ພາ​ເຈົ້າ​ກັບ​ຄືນ​ສູ່​ດິນແດນ​ອິດສະຣາເອນ. 13ເມື່ອ​ນັ້ນ​ແຫລະ​ປະຊາຊົນ​ຂອງ​ເຮົາ, ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ ເມື່ອ​ເຮົາ​ເປີດ​ຂຸມ​ຝັງ​ສົບ​ຂອງ​ເຈົ້າ ແລະ ນຳ​ເຈົ້າ​ອອກ​ມາ. 14ເຮົາ​ຈະ​ໃສ່​ວິນຍານ​ຂອງ​ເຮົາ​ໄວ້​ໃນ​ເຈົ້າ ແລ້ວ​ເຈົ້າ​ກໍ​ຈະ​ກັບ​ມາ​ມີ​ຊີວິດ ແລະ ເຮົາ​ຈະ​ໃຫ້​ເຈົ້າ​ຕັ້ງ​ຖິ່ນຖານ​ໃນ​ດິນແດນ​ຂອງ​ເຈົ້າ​ເອງ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້ ແລະ ເຮົາ​ກໍ​ຈະ​ເຮັດ​ຕາມ​ນັ້ນ, ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ’ ”.
ຊາດ​ດຽວ​ກະສັດ​ດຽວ
15ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 16“ບຸດ​ມະນຸດ, ຈົ່ງ​ເອົາ​ໄມ້​ທ່ອນ​ໜຶ່ງ​ມາ ແລະ ຂຽນ​ລົງ​ເທິງ​ໄມ້​ນັ້ນ​ວ່າ ‘ຂອງ​ຢູດາ​ກັບ​ອິດສະຣາເອນ ເຊິ່ງ​ເປັນ​ພວກ​ດຽວ​ກັນ’ ແລະ ເອົາ​ໄມ້​ອີກ​ທ່ອນ​ໜຶ່ງ​ມາ ແລ້ວ​ຂຽນ​ລົງ​ເທິງ​ໄມ້​ນັ້ນ​ວ່າ, ‘ຂອງ​ເອຟຣາອິມ, ຂອງ​ໂຢເຊັບ ແລະ ເຊື້ອສາຍ​ອິດສະຣາເອນ​ທັງໝົດ ເຊິ່ງ​ເປັນ​ພວກ​ດຽວ​ກັນ’. 17ຈົ່ງ​ປະກອບ​ໄມ້​ທັງ​ສອງ​ເຂົ້າ​ກັນ​ໃຫ້​ເປັນ​ໄມ້​ອັນ​ດຽວ ເພື່ອ​ໄມ້​ທັງ​ສອງ​ຈະ​ເປັນ​ອັນ​ດຽວ​ຢູ່​ໃນ​ມື​ຂອງ​ເຈົ້າ.
18“ເມື່ອ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຈົ້າ​ຖາມ​ເຈົ້າ​ວ່າ, ‘ເຈົ້າ​ຈະ​ບໍ່​ບອກ​ພວກເຮົາ​ວ່າ​ທີ່​ເຈົ້າ​ເຮັດ​ຢ່າງ​ນັ້ນ​ໝາຍ​ຄວາມ​ວ່າ​ແນວໃດ​ບໍ?’ 19ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ເອົາ​ໄມ້​ຂອງ​ໂຢເຊັບ ເຊິ່ງ​ຢູ່​ໃນ​ມື​ຂອງ​ເອຟຣາອິມ ແລະ ໄມ້​ຂອງ​ເຜົ່າ​ຕ່າງໆ​ຂອງ​ຊາວ​ອິດສະຣາເອນ​ທີ່​ເປັນ​ພວກ​ດຽວ​ກັນ ແລະ ປະກອບ​ເຂົ້າ​ກັບ​ໄມ້​ຂອງ​ຢູດາ. ເຮົາ​ຈະ​ປະກອບ​ໄມ້​ທັງ​ສອງ​ເຂົ້າ​ກັນ​ໃຫ້​ເປັນ​ໄມ້​ອັນ​ດຽວ ແລະ ໄມ້​ທັງ​ສອງ​ຈະ​ກາຍເປັນ​ໄມ້​ດຽວ​ຢູ່​ໃນ​ມື​ຂອງ​ເຮົາ. 20ຈົ່ງ​ຊູ​ໄມ້​ທັງ​ສອງ​ອັນ​ທີ່​ເຈົ້າ​ຂຽນ​ໄວ້​ນັ້ນ​ຕໍ່ໜ້າ​ພວກເຂົາ 21ແລະ ບອກ​ພວກເຂົາ​ວ່າ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ນຳ​ຊົນຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ຊາດ​ຕ່າງໆ​ທີ່​ພວກເຂົາ​ໄປ​ນັ້ນ. ເຮົາ​ຈະ​ຮວບຮວມ​ພວກເຂົາ​ມາ​ຈາກ​ທຸກ​ທິດ ແລະ ພາ​ພວກເຂົາ​ກັບ​ຄືນ​ສູ່​ດິນແດນ​ຂອງ​ພວກເຂົາ. 22ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເປັນ​ຊົນຊາດ​ດຽວ​ໃນ​ດິນແດນ​ນັ້ນ, ໃຫ້​ຢູ່​ເທິງ​ພູເຂົາ​ຕ່າງໆ​ຂອງ​ອິດສະຣາເອນ. ຈະ​ມີ​ກະສັດ​ຜູ້​ດຽວ​ປົກຄອງ​ເໜືອ​ພວກເຂົາ​ທັງໝົດ ແລະ ພວກເຂົາ​ຈະ​ບໍ່​ແຍກ​ເປັນ​ສອງ​ຊາດ ຫລື ສອງ​ອານາຈັກ​ອີກ​ຕໍ່ໄປ. 23ພວກເຂົາ​ຈະ​ບໍ່​ເຮັດ​ໃຫ້​ຕົນ​ເອງ​ເປັນ​ມົນທິນ​ດ້ວຍ​ຮູບເຄົາລົບ​ຕ່າງໆ​ຂອງ​ພວກເຂົາ ແລະ ຮູບເຄົາລົບ​ອັນ​ຊົ່ວຊ້າ ຫລື ດ້ວຍ​ການ​ລ່ວງ​ລະເມີດ​ໃດ​ໆ​ຂອງ​ພວກເຂົາ ເພາະ​ເຮົາ​ຈະ​ຊ່ວຍ​ບໍ່​ໃຫ້​ພວກເຂົາ​ກັບ​ຄືນ​ໄປ​ເຮັດ​ບາບ​ອີກ#37:23 ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ເພາະ​ເຮົາ​ຈະ​ຊ່ວຍ​ພວກເຂົາ​ຈາກ​ທີ່​ພັກ​ອາໄສ​ທຸກ​ແຫ່ງ​ທີ່​ພວກເຂົາ​ໄດ້​ໄປ​ເຮັດ​ບາບ ແລະ ເຮົາ​ຈະ​ຊຳລະ​ລ້າງ​ພວກເຂົາ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.
24“ ‘ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ເປັນ​ກະສັດ​ປົກຄອງ​ພວກເຂົາ ແລະ ພວກເຂົາ​ຈະ​ມີ​ຜູ້​ລ້ຽງ​ຄົນ​ດຽວ. ພວກເຂົາ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ເຮົາ ແລະ ເອົາໃຈໃສ່​ເຮັດ​ຕາມ​ດຳລັດ​ຂອງ​ເຮົາ. 25ພວກເຂົາ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ທີ່​ເຮົາ​ມອບ​ໃຫ້​ແກ່​ຢາໂຄບ​ຜູ້ຮັບໃຊ້​ຂອງ​ເຮົາ ດິນແດນ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ອາໄສ​ຢູ່. ພວກເຂົາ​ກັບ​ບັນດາ​ລູກ​ຂອງ​ພວກເຂົາ ແລະ ບັນດາ​ຫລານ​ຂອງ​ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ຕະຫລອດໄປ ແລະ ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ເປັນ​ເຈົ້ານາຍ​ຂອງ​ພວກເຂົາ​ຕະຫລອດໄປ. 26ເຮົາ​ຈະ​ເຮັດ​ຄຳໝັ້ນສັນຍາ​ແຫ່ງ​ສັນຕິພາບ​ກັບ​ພວກເຂົາ; ເຊິ່ງ​ມັນ​ຈະ​ເປັນ​ຄຳໝັ້ນສັນຍາ​ນິລັນດອນ. ເຮົາ​ຈະ​ສະຖາປະນາ​ພວກເຂົາ​ໄວ້ ແລະ ເພີ່ມ​ທະວີ​ຈຳນວນ​ຂອງ​ພວກເຂົາ ແລະ ເຮົາ​ຈະ​ຕັ້ງ​ສະຖານ​ນະມັດສະການ​ຂອງ​ເຮົາ​ໄວ້​ທ່າມກາງ​ພວກເຂົາ​ຕະຫລອດໄປ. 27ທີ່​ຢູ່​ຂອງ​ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ; ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ. 28ແລ້ວ​ຊົນຊາດ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ອິດສະຣາເອນ​ເປັນ​ຊົນຊາດ​ບໍລິສຸດ, ເມື່ອ​ສະຖານ​ນະມັດສະການ​ຂອງ​ເຮົາ​ຢູ່​ທ່າມກາງ​ພວກເຂົາ​ຕະຫລອດໄປ​ເປັນນິດ’ ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in