ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ, “ຈົ່ງກ່າວທຳນວາຍແກ່ກະດູກເຫລົ່ານີ້ ແລະ ກ່າວຕໍ່ກະດູກເຫລົ່ານັ້ນວ່າ, ‘ກະດູກແຫ້ງ, ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ! ພຣະເຈົ້າຢາເວ ອົງເຈົ້ານາຍກ່າວແກ່ກະດູກເຫລົ່ານີ້ວ່າ: ເຮົາຈະໃຫ້ລົມຫາຍເຂົ້າສູ່ເຈົ້າ ແລ້ວເຈົ້າກໍຈະກັບມາມີຊີວິດ.