YouVersion Logo
Search Icon

ເອເຊກຽນ 35

35
ຄຳ​ທຳນວາຍ​ກ່າວ​ໂທດ​ເອໂດມ
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ບຸດ​ມະນຸດ ຈົ່ງ​ຫັນ​ໜ້າ​ຂອງ​ເຈົ້າ​ໄປ​ຍັງ​ພູເຂົາ​ເສອີ ແລະ ທຳນວາຍ​ກ່າວ​ໂທດ​ມັນ 3ແລະ ຈົ່ງ​ກ່າວ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ພູເຂົາ​ເສອີ, ເຮົາ​ເປັນ​ສັດຕູ​ກັບ​ເຈົ້າ ແລະ ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່ສູ້​ກັບ​ເຈົ້າ ແລະ ເຮັດ​ໃຫ້​ເຈົ້າ​ເປັນ​ແດນ​ຮົກຮ້າງ​ຫວ່າງ​ເປົ່າ. 4ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຕ່າງໆ ຂອງ​ເຈົ້າ​ກາຍເປັນ​ຊາກ​ຫັກພັງ ແລະ ເຈົ້າ​ກໍ​ຈະ​ຮົກຮ້າງ. ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ.
5“ ‘ເນື່ອງ​ຈາກ​ເຈົ້າ​ໄດ້​ເກັບ​ຄວາມ​ກຽດຊັງ​ນັ້ນ​ໄວ້​ມາ​ຕັ້ງ​ແຕ່​ບູຮານ ແລະ ໄດ້​ມອບ​ຊົນຊາດ​ອິດສະຣາເອນ​ໃຫ້​ແກ່​ຄົມ​ດາບ​ໃນ​ເວລາ​ແຫ່ງ​ຈິບຫາຍ​ຂອງ​ພວກເຂົາ, ໃນ​ເວລາ​ທີ່​ໂທດ​ຂອງ​ພວກເຂົາ​ເຖິງ​ຂີດ​ສຸດ, 6ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ປະກາດ​ດັ່ງນີ້​ວ່າ: ເຫດສະນັ້ນ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ​ສັນໃດ ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ການ​ນອງ​ເລືອດ ແລະ ມັນ​ກໍ​ຈະ​ຕາມ​ລ່າ​ເຈົ້າ​ສັນນັ້ນ. ເພາະ​ເຈົ້າ​ບໍ່​ໄດ້​ກຽດຊັງ​ການ​ນອງ​ເລືອດ ດັ່ງນັ້ນ​ການ​ນອງ​ເລືອດ​ຈະ​ຕາມ​ລ່າ​ເຈົ້າ. 7ເຮົາ​ຈະ​ເຮັດ​ໃຫ້​ພູເຂົາ​ເສອີ​ເປັນ​ທີ່​ຮົກຮ້າງ​ຫວ່າງ​ເປົ່າ ແລະ ຕັດ​ມັນ​ໃຫ້​ຂາດ​ຈາກ​ຜູ້​ທີ່​ສັນຈອນ​ໄປ​ມາ. 8ເຮົາ​ຈະ​ເຮັດ​ໃຫ້​ພູເຂົາ​ຕ່າງໆ​ຂອງ​ເຈົ້າ​ເຕັມ​ໄປ​ດ້ວຍ​ຊາກ​ສົບ; ບັນດາ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ​ຈະ​ລົ້ມ​ລົງ​ເທິງ​ໂນນພູ​ທັງຫລາຍ​ຂອງ​ເຈົ້າ ແລະ ໃນ​ຮ່ອມພູ​ຕ່າງໆ​ຂອງ​ເຈົ້າ ແລະ ລຳ​ຫ້ວຍ​ທຸກ​ແຫ່ງ​ຂອງ​ເຈົ້າ. 9ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຮົກຮ້າງ​ຕະຫລອດ​ໄປ; ເມືອງ​ຕ່າງໆ​ຂອງ​ເຈົ້າ​ຈະ​ບໍ່​ມີຄົນ​ອາໄສ​ຢູ່. ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ.
10“ ‘ເນື່ອງ​ຈາກ​ເຈົ້າ​ໄດ້​ກ່າວ​ວ່າ, “ສອງ​ຊົນຊາດ ແລະ ປະເທດ​ເຫລົ່ານີ້​ຈະ​ເປັນ​ຂອງ​ພວກເຮົາ ແລະ ພວກເຮົາ​ຈະ​ຖື​ສິດ​ຄອບຄອງ​ສອງ​ຊົນຊາດ ແລະ ປະເທດ​ເຫລົ່ານີ້”, ທັງ​ທີ່​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ກໍ​ຢູ່​ທີ່​ນັ້ນ, 11ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນີ້​ວ່າ: ເຫດສະນັ້ນ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ​ສັນໃດ ເຮົາ​ກໍ​ຈະ​ປະຕິບັດ​ຕໍ່​ເຈົ້າ​ຕາມ​ຄວາມ​ຄຽດ ແລະ ຄວາມ​ອິດສາ​ທີ່​ເຈົ້າ​ສະແດງ​ອອກ​ໂດຍ​ຄວາມ​ກຽດຊັງ​ຕໍ່​ພວກເຂົາ​ສັນນັ້ນ ແລະ ເຮົາ​ຈະ​ສະແດງ​ເຮົາ​ເອງ​ໃຫ້​ເປັນ​ທີ່​ຮູ້​ຈັກ​ທ່າມກາງ​ພວກເຂົາ​ເມື່ອ​ເຮົາ​ພິພາກສາ​ເຈົ້າ. 12ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ຍິນ​ຄຳ​ເວົ້າ​ດູຖູກ​ທຸກ​ຄຳ​ທີ່​ເຈົ້າ​ໄດ້​ເວົ້າ​ໃຫ້​ພູເຂົາ​ຕ່າງໆ​ຂອງ​ອິດສະຣາເອນ. ເຈົ້າ​ໄດ້​ກ່າວ​ວ່າ, “ສອງ​ຊົນຊາດ ແລະ ປະເທດ​ເຫລົ່ານີ້​ຖືກ​ຖິ້ມ​ຮົກຮ້າງ ແລະ ຖືກ​ມອບ​ໃຫ້​ພວກເຮົາ​ກືນ​ກິນ”. 13ເຈົ້າ​ໄດ້​ໂອ້​ອວດ​ທັບ​ຖົມ​ເຮົາ ແລະ ເວົ້າ​ໃຫ້​ເຮົາ​ໂດຍ​ບໍ່​ຢຸດຢັ້ງ ແລະ ເຮົາ​ກໍ​ໄດ້​ຍິນ​ສິ່ງ​ເຫລົ່ານັ້ນ. 14ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ໃນ​ຂະນະ​ທີ່​ທົ່ວ​ໂລກ​ຊື່ນຊົມຍິນດີ, ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຮົກຮ້າງ. 15ເນື່ອງ​ຈາກ​ເຈົ້າ​ໄດ້​ຊື່ນຊົມຍິນດີ​ເມື່ອ​ກຳມະສິດ​ຂອງ​ຊົນຊາດ​ອິດສະຣາເອນ​ຮົກຮ້າງ, ເຮົາ​ຈຶ່ງ​ປະຕິບັດ​ຕໍ່​ເຈົ້າ​ເຊັ່ນ​ນັ້ນ​ຄື​ກັນ. ເຈົ້າ​ຈະ​ຮົກຮ້າງ, ພູເຂົາ​ເສອີ, ທັງ​ເຈົ້າ ແລະ ເອໂດມ​ທັງໝົດ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ’ ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in