ເອເຊກຽນ 34
34
ພຣະເຈົ້າຢາເວຈະເປັນພຣະຜູ້ລ້ຽງຂອງອິດສະຣາເອນ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 2“ບຸດມະນຸດ, ຈົ່ງທຳນວາຍປະນາມບັນດາຄົນລ້ຽງແກະຂອງອິດສະຣາເອນ, ຈົ່ງທຳນວາຍ ແລະ ກ່າວແກ່ພວກເຂົາວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ວິບັດແກ່ຄົນລ້ຽງແກະຂອງອິດສະຣາເອນ ຜູ້ເບິ່ງແຍງແຕ່ຕົນເອງ! ຄົນລ້ຽງແກະຄວນຈະເບິ່ງແຍງຝູງແກະບໍ່ແມ່ນບໍ? 3ພວກເຈົ້າກິນນົມ, ຫົ່ມກາຍຂອງຕົນດ້ວຍຂົນແກະ ແລະ ຂ້າສັດໂຕທີ່ອ້ວນພີ ແຕ່ພວກເຈົ້າບໍ່ໄດ້ເບິ່ງແຍງຝູງແກະ. 4ພວກເຈົ້າບໍ່ໄດ້ເຮັດໃຫ້ໂຕທີ່ອ່ອນແອນັ້ນແຂງແຮງຂຶ້ນ ຫລື ພວກເຈົ້າບໍ່ໄດ້ຮັກສາໂຕທີ່ປ່ວຍ ຫລື ພວກເຈົ້າບໍ່ໄດ້ເອົາຜ້າພັນບາດແຜໃຫ້ໂຕທີ່ບາດເຈັບ. ພວກເຈົ້າບໍ່ໄດ້ນຳເອົາໂຕທີ່ຫລົງທາງ ຫລື ຕາມຫາໂຕທີ່ຕະເຫລີດໄປກັບຄືນມາ. ພວກເຈົ້າປົກຄອງແກະຢ່າງຮຸນແຮງ ແລະ ໂຫດຮ້າຍ. 5ດັ່ງນັ້ນ ແກະທັງຫລາຍຈຶ່ງກະຈັດກະຈາຍໄປເພາະບໍ່ມີຄົນລ້ຽງ ແລະ ເມື່ອແກະເຫລົ່ານັ້ນຖືກກະຈັດກະຈາຍໄປ ແກະເຫລົ່ານັ້ນກໍຕົກເປັນອາຫານຂອງບັນດາສັດປ່າ. 6ແກະຂອງເຮົາພະເນຈອນໄປຕາມພູເຂົາຕ່າງໆ ແລະ ໂນນພູສູງທຸກໜ່ວຍ. ແກະເຫລົ່ານັ້ນໄດ້ກະຈັດກະຈາຍໄປທົ່ວໂລກ ແລະ ບໍ່ມີຜູ້ໃດຄົ້ນຫາ ຫລື ຊອກແກະເຫລົ່ານັ້ນ.
7“ ‘ເຫດສະນັ້ນ ພວກເຈົ້າທີ່ເປັນຄົນລ້ຽງແກະທັງຫລາຍ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວດັ່ງນີ້: 8ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເນື່ອງຈາກຝູງແກະຂອງເຮົານັ້ນຂາດຄົນລ້ຽງ ແລ້ວຈຶ່ງຖືກປຸ້ນ ແລະ ຕົກເປັນອາຫານຂອງບັນດາສັດປ່າທັງຫລາຍ ແລະ ເນື່ອງຈາກຄົນລ້ຽງແກະຂອງເຮົາບໍ່ຕາມຫາຝູງແກະຂອງເຮົາ ເອົາແຕ່ເບິ່ງແຍງຕົນເອງແທນທີ່ຈະເບິ່ງແຍງຝູງແກະຂອງເຮົາ, 9ເຫດສະນັ້ນ ພວກເຈົ້າທີ່ເປັນຄົນລ້ຽງແກະ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວດັ່ງນີ້: 10ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາເປັນສັດຕູກັບບັນດາຄົນລ້ຽງແກະ ແລະ ເຮົາຈະໃຫ້ພວກເຂົາຮັບຜິດຊອບສິ່ງທີ່ເກີດຂຶ້ນກັບຝູງແກະຂອງເຮົາ. ເຮົາຈະປົດພວກເຂົາອອກຈາກການເບິ່ງແຍງຝູງແກະ ເພື່ອວ່າພວກເຂົາຈະບໍ່ໄດ້ລ້ຽງຕົນເອງອີກຕໍ່ໄປ. ເຮົາຈະກອບກູ້ຝູງແກະຂອງເຮົາອອກຈາກປາກຂອງພວກເຂົາ ແລະ ເພື່ອບໍ່ໃຫ້ແກະເປັນອາຫານຂອງພວກເຂົາອີກຕໍ່ໄປ.
11“ ‘ເພາະພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາເອງຈະຕາມຫາແກະຂອງເຮົາ ແລະ ເບິ່ງແຍງພວກເຂົາ. 12ເຮົາຈະເບິ່ງແຍງແກະຂອງເຮົາເໝືອນຄົນລ້ຽງແກະທີ່ເບິ່ງແຍງຝູງແກະຂອງຕົນທີ່ໄດ້ກະຈັດກະຈາຍໄປເມື່ອເວລາທີ່ລາວຍັງຢູ່ກັບພວກເຂົາ. ເຮົາຈະກອບກູ້ເອົາແກະເຫລົ່ານັ້ນອອກມາຈາກທຸກບ່ອນທີ່ພວກເຂົາກະຈັດກະຈາຍໄປໃນວັນທີ່ເມກຄຶ້ມ ແລະ ມືດມົນ. 13ເຮົາຈະນຳແກະທັງຫລາຍອອກມາຈາກຊົນຊາດຕ່າງໆ ແລະ ຮວບຮວມເອົາພວກເຂົາຈາກປະເທດຕ່າງໆ ແລ້ວນຳພວກເຂົາເຂົ້າສູ່ດິນແດນທີ່ເປັນຂອງພວກເຂົາ. ເຮົາຈະພາຝູງແກະໄປກິນຫຍ້າຢູ່ເທິງພູເຂົາທັງຫລາຍຂອງອິດສະຣາເອນ, ຕາມລຳຫ້ວຍ ແລະ ໃນທ້ອງຖິ່ນທັງໝົດຂອງດິນແດນນັ້ນ. 14ເຮົາຈະລ້ຽງດູແກະເຫລົ່ານັ້ນໃນທົ່ງຫຍ້າອັນອຸດົມສົມບູນ ແລະ ພູເຂົາສູງທັງຫລາຍຂອງອິດສະຣາເອນຈະເປັນບ່ອນເລັມກິນຫຍ້າຂອງພວກເຂົາ. ແກະເຫລົ່ານັ້ນຈະນອນລົງເລັມກິນຫຍ້າອັນອຸດົມສົມບູນຢູ່ທີ່ນັ້ນ ແລະ ຫາກິນຢູ່ທີ່ທົ່ງຫຍ້າອັນອຸດົມສົມບູນເທິງພູເຂົາທັງຫລາຍຂອງອິດສະຣາເອນ. 15ເຮົາເອງຈະລ້ຽງດູຝູງແກະຂອງເຮົາ ແລະ ໃຫ້ພວກເຂົານອນລົງ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນີ້. 16ເຮົາຈະຊອກຫາແກະໂຕທີ່ຫລົງຫາຍ. ເຮົາຈະນຳເອົາໂຕທີ່ຫລົງໄປນັ້ນກັບຄືນມາ ແລະ ເຮົາຈະພັນບາດແຜໃຫ້ໂຕທີ່ບາດເຈັບ ແລະ ເຮັດໃຫ້ໂຕທີ່ອ່ອນແອໃຫ້ແຂງແຮງຂຶ້ນ, ແຕ່ເຮົາຈະທຳລາຍໂຕທີ່ອ້ວນພີ ແລະ ໂຕທີ່ແຂງແຮງ. ເຮົາຈະລ້ຽງດູພວກເຂົາດ້ວຍຄວາມຍຸຕິທຳ.
17“ ‘ສຳລັບພວກເຈົ້າ ຝູງແກະຂອງເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະຕັດສິນລະຫວ່າງແກະໂຕໜຶ່ງກັບອີກໂຕໜຶ່ງ ແລະ ລະຫວ່າງແກະຜູ້ກັບແກະແມ່. 18ພວກເຈົ້າຫາກິນຢູ່ໃນທົ່ງຫຍ້າອັນອຸດົມສົມບູນແລ້ວຍັງບໍ່ພໍໃຈບໍ? ພວກເຈົ້າຈະຕ້ອງໃຊ້ຕີນຂອງຕົນຢຽບຢ່ຳທົ່ງຫຍ້າທີ່ເຫລືອຢູ່ນຳບໍ? ພວກເຈົ້າດື່ມນ້ຳທີ່ໃສສະອາດແລ້ວຍັງບໍ່ພຽງບໍ? ພວກເຈົ້າຈະຕ້ອງເອົາຕີນກວນນ້ຳທີ່ເຫລືອຢູ່ໃຫ້ຂຸ່ນອີກບໍ? 19ຝູງແກະຂອງເຮົາຈະຕ້ອງຫາກິນສິ່ງທີ່ຖືກພວກເຈົ້າຫຢຽບຢ່ຳ ແລະ ດື່ມນ້ຳທີ່ພວກເຈົ້າໄດ້ເອົາຕີນກວນໃຫ້ຂຸ່ນບໍ?
20“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວແກ່ພວກເຂົາດັ່ງນີ້ວ່າ: ເບິ່ງແມ, ເຮົາເອງຈະພິພາກສາລະຫວ່າງແກະໂຕອ້ວນພີ ແລະ ແກະໂຕທີ່ຈ່ອຍແຫ້ງ. 21ເນື່ອງຈາກພວກເຈົ້າເອົາຂ້າງ ແລະ ບ່າດັນ, ໄລ່ຊົນຝູງແກະທີ່ອ່ອນແອດ້ວຍເຂົາຂອງພວກເຈົ້າຈົນຝູງແກະໜີໄປ, 22ເຮົາຈະຊ່ວຍຝູງແກະຂອງເຮົາ ແລະ ພວກເຂົາຈະບໍ່ຖືກປຸ້ນອີກຕໍ່ໄປ. ເຮົາຈະຕັດສິນລະຫວ່າງແກະໂຕໜຶ່ງກັບອີກໂຕໜຶ່ງ. 23ເຮົາຈະຕັ້ງຄົນລ້ຽງແກະຄົນໜຶ່ງຢູ່ເໜືອພວກເຂົາ ຄືດາວິດຜູ້ຮັບໃຊ້ຂອງເຮົາ ແລະ ລາວຈະລ້ຽງດູພວກເຂົາ; ລາວຈະລ້ຽງດູພວກເຂົາ ແລະ ເຮັດໜ້າທີ່ເປັນຄົນລ້ຽງແກະຂອງພວກເຂົາ. 24ເຮົາຜູ້ເປັນພຣະເຈົ້າຢາເວຈະເປັນພຣະເຈົ້າຂອງພວກເຂົາ ແລະ ດາວິດຜູ້ຮັບໃຊ້ຂອງເຮົາຈະເປັນເຈົ້ານາຍໃນທ່າມກາງພວກເຂົາ ເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້.
25“ ‘ເຮົາຈະເຮັດຄຳໝັ້ນສັນຍາແຫ່ງສັນຕິພາບກັບພວກເຂົາ ແລະ ຈະກຳຈັດສັດຮ້າຍທີ່ຢູ່ໃນແຜ່ນດິນນັ້ນ ເພື່ອວ່າພວກເຂົາຈະອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ ແລະ ນອນຫລັບຢູ່ໃນປ່າຢ່າງປອດໄພ. 26ເຮົາຈະອວຍພອນພວກເຂົາ ແລະ ສະຖານທີ່ຕ່າງໆທີ່ຢູ່ອ້ອມໂນນພູຂອງເຮົາ.#34:26 ຫລື ເຮົາຈະເຮັດໃຫ້ພວກເຂົາ ແລະ ສະຖານທີ່ອ້ອມຮອບ ໂນນພູຂອງເຮົາເປັນພອນ ເຮົາຈະໃຫ້ຝົນຕົກຕາມລະດູການ; ຈະມີພອນຫລັ່ງລົງມາເໝືອນດັ່ງຫ່າຝົນ. 27ຕົ້ນໄມ້ໃນທົ່ງຈະເກີດຜົນ ແລະ ພື້ນດິນຈະໃຫ້ຜົນເກັບກ່ຽວ; ຄົນທັງຫລາຍຈະຢູ່ຢ່າງປອດໄພໃນດິນແດນຂອງພວກເຂົາ. ພວກເຂົາຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ເມື່ອເຮົາຫັກຄານແອກຂອງພວກເຂົາ ແລະ ກອບກູ້ພວກເຂົາໃຫ້ພົ້ນຈາກມືຂອງບັນດາຄົນທີ່ກົດຂີ່ໃຫ້ພວກເຂົາເປັນຂ້າທາດ. 28ພວກເຂົາຈະບໍ່ຖືກຊົນຊາດທັງຫລາຍປຸ້ນອີກຕໍ່ໄປ ແລະ ສັດປ່າທັງຫລາຍຈະບໍ່ມາກັດກິນພວກເຂົາ. ພວກເຂົາຈະຈະມີຊີວິດຢູ່ຢ່າງຄວາມປອດໄພ ແລະ ຈະບໍ່ມີຜູ້ໃດເຮັດໃຫ້ພວກເຂົາຢ້ານກົວ. 29ເຮົາຈະຈັດຕຽມແຜ່ນດິນທີ່ມີຊື່ສຽງດ້ານຜົນກັບກ່ຽວໃຫ້ແກ່ພວກເຂົາ ແລະ ພວກເຂົາຈະບໍ່ຕົກເປັນເຫຍື່ອຂອງການອຶດຢາກອາຫານໃນດິນແດນນັ້ນ ຫລື ຖືກຊົນຊາດທັງຫລາຍດູໝິ່ນອີກຕໍ່ໄປ. 30ແລ້ວພວກເຂົາກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາຢູ່ກັບພວກເຂົາ ແລະ ຮູ້ວ່າພວກເຂົາ ເຊິ່ງເປັນຊາວອິດສະຣາເອນນັ້ນເປັນປະຊາຊົນຂອງເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. 31ພວກເຈົ້າເປັນແກະຂອງເຮົາ, ເປັນແກະແຫ່ງທົ່ງຫຍ້າຂອງເຮົາ ແລະ ເຮົາຄືພຣະເຈົ້າຂອງພວກເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.
Currently Selected:
ເອເຊກຽນ 34: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: