YouVersion Logo
Search Icon

ເອເຊກຽນ 36

36
ຄຳ​ທຳນວາຍ​ສຳລັບ​ພູເຂົາ​ທັງຫລາຍ​ຂອງ​ອິດສະຣາເອນ
1“ບຸດ​ມະນຸດ, ຈົ່ງ​ທຳນວາຍ​ແກ່​ພູເຂົາ​ທັງຫລາຍ​ຂອງ​ອິດສະຣາເອນ​ວ່າ, ‘ບັນດາ​ພູເຂົາ​ຂອງ​ອິດສະຣາເອນ, ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ. 2ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ສັດຕູ​ໄດ້​ເວົ້າ​ເຖິງ​ເຈົ້າ​ວ່າ, “ນັ້ນ​ເດ! ທີ່​ສູງ​ບູຮານ​ທັງຫລາຍ​ກໍ​ຕົກ​ເປັນ​ກຳມະສິດ​ຂອງ​ພວກເຮົາ​ແລ້ວ” ’. 3ເຫດສະນັ້ນ ຈົ່ງ​ທຳນວາຍ ແລະ ກ່າວ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເນື່ອງ​ຈາກ​ພວກເຂົາ​ໄດ້​ທຳລາຍ ແລະ ຕາມ​ລ່າ​ເຈົ້າ​ຈາກ​ທຸກ​ດ້ານ​ຈົນ​ເຈົ້າ​ຕົກ​ເປັນ​ກຳມະສິດ​ຂອງ​ປະຊາຊາດ​ທັງຫລາຍ ແລະ ເປັນ​ເປົ້າ​ຂອງ​ການ​ນິນທາ ແລະ ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ຄົນ​ທັງຫລາຍ, 4ເຫດສະນັ້ນ ບັນດາ​ພູເຂົາ​ຂອງ​ອິດສະຣາເອນ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ແກ່​ພູເຂົາ ແລະ ໂນນພູ​ທັງຫລາຍ, ລຳ​ຫ້ວຍ ແລະ ຮ່ອມພູ​ທັງຫລາຍ, ແກ່​ຊາກ​ຫັກພັງ ແລະ ບັນດາ​ຫົວ​ເມືອງ​ອັນ​ຮ້າງເປົ່າ​ທີ່​ຖືກ​ປຸ້ນ​ຈີ້ ແລະ ຖືກ​ຫຍໍ້ຫຍັນ​ໂດຍ​ຊາດ​ຕ່າງໆ ທີ່​ຢູ່​ອ້ອມ​ເຈົ້າ 5ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ໄດ້​ກ່າວ​ປະນາມ​ຊົນຊາດ​ທັງຫລາຍ ແລະ ເອໂດມ​ທັງໝົດ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮ້ອນແຮງ​ຂອງ​ເຮົາ ເພາະ​ພວກເຂົາ​ໄດ້​ຢຶດ​ເອົາ​ດິນແດນ​ຂອງ​ເຮົາ​ເປັນ​ກຳມະສິດ​ດ້ວຍ​ຄວາມ​ຍິນດີ ແລະ ການ​ປອງຮ້າຍ​ໃນ​ໃຈ​ຂອງ​ພວກເຂົາ ແລະ ເພາະ​ພວກເຂົາ​ໄດ້​ປຸ້ນ​ເອົາ​ທົ່ງຫຍ້າ​ລ້ຽງ​ສັດ​ນັ້ນ’. 6ເຫດສະນັ້ນ ຈົ່ງ​ທຳນວາຍ​ກ່ຽວກັບ​ດິນແດນ​ອິດສະຣາເອນ ແລະ ກ່າວ​ແກ່​ພູເຂົາ ແລະ ໂນນພູ​ທັງຫລາຍ, ລຳ​ຫ້ວຍ ແລະ ຮ່ອມພູ​ທັງຫລາຍ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ເວົ້າ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຫວງແຫນ ເພາະ​ວ່າ​ພວກເຈົ້າ​ໄດ້​ທົນ​ຕໍ່​ການ​ດູໜິ່ນ​ຈາກ​ຊົນຊາດ​ທັງຫລາຍ. 7ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ: ເຮົາ​ໄດ້​ຍົກ​ມື​ຂຶ້ນ​ປະຕິຍານ​ວ່າ​ບັນດາ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ອ້ອມ​ເຈົ້າ​ກໍ​ຈະ​ທົນ​ຮັບ​ການ​ດູໜິ່ນ​ເໝືອນ​ກັນ.
8“ ‘ສ່ວນ​ເຈົ້າ, ບັນດາ​ພູເຂົາ​ຂອງ​ອິດສະຣາເອນ, ເຈົ້າ​ຈະ​ແຕກ​ງ່າ ແລະ ອອກ​ຜົນ​ເພື່ອ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ ເພາະ​ບໍ່​ດົນ​ພວກເຂົາ​ກໍ​ຈະ​ໄດ້​ກັບ​ຄືນ​ສູ່​ຖິ່ນຖານ. 9ເຮົາ​ເປັນ​ຫວ່ງ​ເຈົ້າ ແລະ ຈະ​ເຝົ້າ​ເບິ່ງ​ເຈົ້າ​ດ້ວຍ​ຄວາມ​ກະລຸນາ; ເຈົ້າ​ຈະ​ໄດ້​ຮັບ​ການ​ໄຖ​ຄາດ ແລະ ຫວ່ານ​ພືດ, 10ແລະ ເຮົາ​ຈະ​ເພີ່ມ​ທະວີ​ຈຳນວນ​ປະຊາຊົນ​ໃຫ້​ອາໄສ​ຢູ່​ເທິງ​ເຈົ້າ ຄື​ຊົນຊາດ​ອິດສະຣາເອນ​ທັງໝົດ. ເມືອງ​ຕ່າງໆ​ຈະ​ມີ​ຄົນ​ອາໄສ​ຢູ່ ແລະ ຊາກ​ຫັກພັງ​ຈະ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃໝ່. 11ເຮົາ​ຈະ​ເພີ່ມ​ທະວີ​ຈຳນວນ​ຄົນ ແລະ ສັດ​ທີ່​ອາໄສ​ຢູ່​ເທິງ​ເຈົ້າ ແລະ ພວກເຂົາ​ຈະ​ມີ​ລູກ​ເຕັມ​ບ້ານ​ມີ​ຫລານ​ເຕັມ​ເມືອງ ແລະ ກັບ​ມີ​ຈຳນວນ​ຫລວງຫລາຍ. ເຮົາ​ຈະ​ໃຫ້​ຄົນ​ທັງຫລາຍ​ມາ​ຕັ້ງ​ຖິ່ນຖານ​ຢູ່​ເໝືອນ​ໃນ​ອະດີດ ແລະ ຈະ​ເຮັດ​ໃຫ້​ເຈົ້າ​ຮຸ່ງເຮືອງ​ກວ່າ​ແຕ່​ກ່ອນ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ. 12ເຮົາ​ຈະ​ໃຫ້​ຊົນຊາດ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ອາໄສ​ຢູ່​ເທິງ​ເຈົ້າ. ພວກເຂົາ​ຈະ​ຄອບຄອງ​ເຈົ້າ ແລະ ເຈົ້າ​ຈະ​ເປັນ​ກຳມະສິດ​ຂອງ​ພວກເຂົາ ລູກ​ຫລານ​ຂອງ​ພວກເຂົາ​ຈະ​ບໍ່​ຖືກ​ພາກ​ໄປ​ຈາກ​ເຈົ້າ​ອີກ​ເລີຍ.
13“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເນື່ອງ​ຈາກ​ຄົນ​ທັງຫລາຍ​ເວົ້າ​ກັບ​ເຈົ້າ​ວ່າ, “ເຈົ້າ​ກືນ​ຊີວິດ​ຂອງ​ຄົນ​ທັງຫລາຍ ແລະ ພາກ​ລູກ​ຫລານ​ໄປ​ຈາກ​ຊົນຊາດ​ຂອງ​ເຈົ້າ”, 14ເຫດສະນັ້ນ ເຈົ້າ​ຈະ​ບໍ່​ກືນ​ຊີວິດ​ຂອງ​ຄົນ​ທັງຫລາຍ ຫລື ເຮັດ​ໃຫ້​ຊົນຊາດ​ຂອງ​ເຈົ້າ​ບໍ່​ມີ​ລູກ​ຫລານ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ. 15ເຮົາ​ຈະ​ບໍ່​ໃຫ້​ເຈົ້າ​ໄດ້​ຍິນ​ຄຳ​ເຢາະເຍີ້ຍ​ຂອງ​ຊົນຊາດ​ທັງຫລາຍ​ອີກ ແລະ ເຈົ້າ​ຈະ​ບໍ່​ຕ້ອງ​ທົນ​ຕໍ່​ການ​ດູໜິ່ນ​ຂອງ​ຊົນຊາດ​ທັງຫລາຍ​ອີກ ແລະ ເຮົາ​ຈະ​ບໍ່​ໃຫ້​ຊົນຊາດ​ຂອງ​ເຈົ້າ​ຫລົ້ມຈົມ​ອີກ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ’ ”.
ການ​ຮັບປະກັນ​ການ​ຟື້ນຟູ​ຂອງ​ອິດສະຣາເອນ
16ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ອີກ​ຄັ້ງ​ໜຶ່ງ​ວ່າ: 17“ບຸດ​ມະນຸດ, ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ຕົນ, ພວກເຂົາ​ກໍ​ເຮັດ​ໃຫ້​ແຜ່ນດິນ​ເປັນ​ມົນທິນ​ໂດຍ​ຄວາມ​ປະພຶດ ແລະ ການ​ກະທຳ​ຂອງ​ພວກເຂົາ. ຄວາມ​ປະພຶດ​ຂອງ​ພວກເຂົາ​ເປັນ​ເໝືອນ​ມົນທິນ​ຂອງ​ປະຈຳ​ເດືອນ​ຂອງ​ແມ່ຍິງ​ໃນ​ສາຍ​ຕາ​ຂອງ​ເຮົາ. 18ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ຖອກ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ລົງ​ເທິງ​ພວກເຂົາ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ເກີດ​ການ​ນອງ​ເລືອດ​ໃນ​ດິນແດນ​ນັ້ນ ແລະ ເຮັດ​ໃຫ້​ແຜ່ນດິນ​ເປັນ​ມົນທິນ​ດ້ວຍ​ຮູບເຄົາລົບ​ທັງຫລາຍ​ຂອງ​ພວກເຂົາ. 19ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດກະຈາຍ​ໄປ​ຕາມ​ຊົນຊາດ​ຕ່າງໆ ແລະ ໄປ​ຍັງ​ປະເທດ​ທັງຫລາຍ; ເຮົາ​ໄດ້​ພິພາກສາ​ລົງໂທດ​ພວກເຂົາ​ຕາມ​ຄວາມ​ປະພຶດ ແລະ ການ​ກະທຳ​ຂອງ​ພວກເຂົາ. 20ແລະ ບ່ອນ​ໃດ​ກໍ​ຕາມ​ທີ່​ພວກເຂົາ​ໄປ​ໃນ​ທ່າມກາງ​ປະຊາຊາດ​ຕ່າງໆ ພວກເຂົາ​ກໍ​ເຮັດ​ໃຫ້​ນາມ​ອັນ​ສັກສິດ​ຂອງ​ເຮົາ​ເສື່ອມເສຍ ເພາະ​ຄົນ​ທັງຫລາຍ​ໄດ້​ເວົ້າ​ເຖິງ​ພວກເຂົາ​ວ່າ, ‘ຄົນ​ເຫລົ່ານີ້​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ຢາເວ ແລະ ເຖິງ​ປານ​ນັ້ນ​ພວກເຂົາ​ກໍ​ຍັງ​ຕ້ອງ​ຈາກ​ແຜ່ນດິນ​ຂອງ​ຕົນ​ມາ’. 21ເຮົາ​ເປັນ​ຫ່ວງ​ນາມ​ອັນ​ສັກສິດ​ຂອງ​ເຮົາ ເຊິ່ງ​ເຊື້ອສາຍ​ອິດສະຣາເອນ​ໄດ້​ເຮັດ​ໃຫ້​ເສື່ອມເສຍ​ທ່າມກາງ​ຊົນຊາດ​ຕ່າງໆ​ທີ່​ພວກເຂົາ​ໄປ​ຢູ່.
22“ເຫດສະນັ້ນ ຈົ່ງ​ກ່າວ​ແກ່​ຊົນຊາດ​ອິດສະຣາເອນ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ຊົນຊາດ​ອິດສະຣາເອນ, ທີ່​ເຮົາ​ຈະ​ເຮັດ​ສິ່ງ​ເຫລົ່ານີ້​ນັ້ນ ບໍ່​ແມ່ນ​ເພາະ​ເຫັນ​ແກ່​ເຈົ້າ ແຕ່​ເພາະ​ເຫັນ​ແກ່​ນາມ​ອັນ​ສັກສິດ​ຂອງ​ເຮົາ, ເຊິ່ງ​ເຈົ້າ​ໄດ້​ເຮັດ​ໃຫ້​ເສື່ອມເສຍ​ທ່າມກາງ​ຊົນຊາດ​ຕ່າງໆ​ທີ່​ເຈົ້າ​ໄປ​ຢູ່. 23ເຮົາ​ຈະ​ສະແດງ​ຄວາມ​ສັກສິດ​ຂອງ​ນາມ​ອັນ​ຍິ່ງໃຫຍ່​ຂອງ​ເຮົາ, ເຊິ່ງ​ຕ້ອງ​ເສື່ອມເສຍ​ທ່າມກາງ​ຊົນຊາດ​ທັງຫລາຍ ນາມ​ທີ່​ເຈົ້າ​ເຮັດ​ໃຫ້​ໝົ່ນໝອງ​ທ່າມກາງ​ພວກເຂົາ. ແລ້ວ​ຊົນຊາດ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ, ເມື່ອ​ເຮົາ​ສະແດງ​ຄວາມ​ບໍລິສຸດ​ຂອງ​ເຮົາ​ຜ່ານ​ທາງ​ເຈົ້າ​ຕໍ່ໜ້າ​ພວກເຂົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
24“ ‘ເພາະ​ເຮົາ​ຈະ​ພາ​ເຈົ້າ​ອອກ​ຈາກ​ຊາດ​ທັງຫລາຍ ເຮົາ​ຈະ​ຮວບຮວມ​ເຈົ້າ​ຈາກ​ທຸກ​ປະເທດ ແລະ ນຳ​ເຈົ້າ​ກັບ​ສູ່​ດິນແດນ​ຂອງ​ເຈົ້າ. 25ເຮົາ​ຈະ​ຊິດ​ນ້ຳ​ຊຳລະ​ລົງ​ເທິງ​ເຈົ້າ ແລ້ວ​ເຈົ້າ​ກໍ​ຈະ​ສະອາດ; ເຮົາ​ຈະ​ຊຳລະ​ລ້າງ​ເຈົ້າ​ຈາກ​ມົນທິນ​ເປື້ອນເປິ​ທັງໝົດ​ຂອງ​ເຈົ້າ ແລະ ຈາກ​ຮູບເຄົາລົບ​ທັງໝົດ​ຂອງ​ເຈົ້າ. 26ເຮົາ​ຈະ​ໃຫ້​ຫົວໃຈ​ໃໝ່​ແກ່​ເຈົ້າ ແລະ ໃສ່​ວິນຍານ​ໃໝ່​ໃນ​ເຈົ້າ; ເຮົາ​ຈະ​ກຳຈັດ​ຫົວໃຈ​ຫີນ​ອອກ​ຈາກ​ເຈົ້າ ແລະ ໃຫ້​ເຈົ້າ​ຫົວໃຈ​ຊີ້ນ​ແກ່​ເຈົ້າ. 27ແລະ ເຮົາ​ຈະ​ໃສ່​ວິນຍານ​ຂອງ​ເຮົາ​ໄວ້​ໃນ​ເຈົ້າ ແລະ ໂນ້ມ​ນຳ​ເຈົ້າ​ໃຫ້​ປະຕິບັດ​ຕາມ​ດຳລັດ​ຂອງ​ເຮົາ ແລະ ເອົາໃຈໃສ່​ຮັກສາ​ກົດບັນຍັດ​ຂອງ​ເຮົາ. 28ເຈົ້າ​ຈະ​ດຳເນີນ​ຊີວິດ​ຢູ່​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນພະບຸລຸດ​ຂອງ​ເຈົ້າ; ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ. 29ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ມົນທິນ​ທັງໝົດ ເຮົາ​ຈະ​ລະດົມ​ເມັດ​ເຂົ້າ ແລະ ເຮັດ​ໃຫ້​ມັນ​ອຸດົມ​ສົມບູນ ແລະ ຈະ​ບໍ່​ນຳ​ການ​ອຶດຢາກ​ອາຫານ​ມາ​ຍັງ​ເຈົ້າ. 30ເຮົາ​ຈະ​ເພີ່ມ​ທະວີ​ຜົນ​ຂອງ​ຕົ້ນໄມ້ ແລະ ຜົນ​ເກັບກ່ຽວ​ທັງຫລາຍ​ຈາກ​ທົ່ງນາ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ທົນ​ອັບອາຍ​ໃນ​ທ່າມກາງ​ປະຊາຊາດ​ເພາະ​ການ​ອຶດຢາກ​ອາຫານ​ອີກ​ຕໍ່ໄປ. 31ແລ້ວ​ເຈົ້າ​ກໍ​ຈະ​ສຳນຶກ​ໃນ​ວິຖີທາງ​ອັນ​ຊົ່ວຮ້າຍ ແລະ ການ​ກະທຳ​ອັນ​ຊົ່ວຮ້າຍ​ຂອງ​ຕົນ ແລະ ເຈົ້າ​ຈະ​ກຽດຊັງ​ຕົນ​ເອງ​ເພາະ​ບາບ ແລະ ການ​ກະທຳ​ອັນ​ໜ້າ​ກຽດຊັງ​ທັງຫລາຍ​ຂອງ​ຕົນ. 32ເຮົາ​ຢາກ​ໃຫ້​ເຈົ້າ​ຮູ້​ວ່າ ເຮົາ​ເຮັດ​ການ​ນີ້​ບໍ່​ແມ່ນ​ເພາະ​ເຫັນ​ແກ່​ເຈົ້າ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນີ້. ຊາວອິດ​ອິດສະຣາເອນ, ຈົ່ງ​ລະອາຍ​ໃຈ ແລະ ອັບອາຍ​ໃນ​ຄວາມ​ປະພຶດ​ຂອງ​ເຈົ້າ!
33“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ໃນ​ວັນ​ທີ່​ເຮົາ​ຊຳລະ​ເຈົ້າ​ອອກ​ຈາກ​ບາບ​ທັງໝົດ​ຂອງ​ເຈົ້າ, ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຂອງ​ເຈົ້າ​ມີ​ຄົນ​ອາໄສ​ຢູ່ ແລະ ຊາກ​ຫັກພັງ​ຕ່າງໆ​ຈະ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃໝ່. 34ດິນແດນ​ອັນ​ຮົກຮ້າງ​ຈະ​ໄດ້​ຮັບ​ການ​ປູກຝັງ ແທນ​ທີ່​ຈະ​ຖືກ​ຖິ້ມ​ຮົກຮ້າງ​ທ່າມກາງ​ທຸກຄົນ​ທີ່​ຜ່ານ​ໄປ​ມາ. 35ຄົນ​ທັງຫລາຍ​ຈະ​ເວົ້າ​ວ່າ, “ດິນແດນ​ແຫ່ງ​ນີ້​ທີ່​ຖືກ​ຖິ້ມ​ຮົກຮ້າງ​ໄດ້​ກາຍເປັນ​ເໝືອນ​ສວນ​ເອເດນ; ເມືອງ​ຕ່າງໆ​ທີ່​ເປັນ​ຊາກ​ຫັກພັງ, ຖືກ​ຖິ້ມ​ຮົກຮ້າງ ແລະ ຖືກ​ທຳລາຍ, ບັດນີ້​ໄດ້​ມີ​ປ້ອມປ້ອງກັນ​ທີ່​ເຂັ້ມແຂງ ແລະ ມີ​ຄົນ​ອາໄສ​ຢູ່”. 36ແລ້ວ​ຊົນຊາດ​ທັງຫລາຍ​ທີ່​ຍັງ​ເຫລືອ​ຢູ່​ອ້ອມ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ສ້າງ​ສິ່ງ​ທີ່​ຖືກ​ທຳລາຍ​ແລ້ວ​ຂຶ້ນ​ມາ​ໃໝ່ ແລະ ໄດ້​ປູກ​ພືດພັນ​ໃນ​ດິນແດນ​ທີ່​ຖືກ​ຖິ້ມ​ຮົກຮ້າງ​ອີກ​ຄັ້ງ​ໜຶ່ງ. ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ໄວ້ ແລະ ເຮົາ​ກໍ​ຈະ​ເຮັດ​ຕາມ​ນັ້ນ’.
37“ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ຍອມ​ຕາມ​ຄຳ​ອ້ອນວອນ​ຂອງ​ຊົນຊາດ​ອິດສະຣາເອນ​ອີກ​ຄັ້ງ​ໜຶ່ງ ແລະ ເຮົາ​ຈະ​ເຮັດ​ສິ່ງ​ນີ້​ເພື່ອ​ພວກເຂົາ​ຄື: ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພວກ​ເຂົາ​ມີ​ຈຳນວນ​ຫລວງຫລາຍ​ເໝືອນ​ຝູງແກະ, 38ມີ​ຈຳນວນ​ຫລວງຫລາຍ​ເໝືອນ​ຝູງສັດ​ສຳລັບ​ຖວາຍ​ບູຊາ​ທີ່​ເຢຣູຊາເລັມ​ໃນ​ຊ່ວງ​ເທດສະການ​ຕ່າງໆ​ຕາມ​ກຳນົດ. ດັ່ງນັ້ນ ເມືອງ​ທີ່​ຫັກພັງ​ທັງຫລາຍ​ກໍ​ຈະ​ກັບ​ມີ​ຝູງ​ຊົນ​ໜາແໜ້ນ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in