YouVersion Logo
Search Icon

ເອເຊກຽນ 33

33
ການ​ເອີ້ນ​ເອເສກຽນ​ໃຫ້​ເປັນ​ຍາມ​ອີກ
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ບຸດ​ມະນຸດ ຈົ່ງ​ກ່າວ​ແກ່​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຈົ້າ ແລະ ກ່າວ​ກັບ​ພວກເຂົາ​ວ່າ: ‘ເມື່ອ​ເຮົາ​ນຳ​ສັດຕູ#33:2 ຫລື ດາບ ໃນ​ບົດ​ນີ້​ມາ​ສູ້​ກັບ​ດິນແດນ​ໜຶ່ງ ແລະ ຊາວ​ດິນແດນ​ນັ້ນ​ໄດ້​ເລືອກ​ຊາຍ​ຄົນ​ໜຶ່ງ​ຂຶ້ນ​ມາ​ເປັນ​ຄົນ​ເຝົ້າ​ຍາມ 3ແລະ ລາວ​ເຫັນ​ສັດ​ກຳລັງ​ມາ​ຕໍ່ສູ້​ດິນແດນ​ນັ້ນ ແລະ ເປົ່າ​ແກ​ເພື່ອ​ເຕືອນ​ປະຊາຊົນ, 4ແລ້ວ​ຖ້າ​ຜູ້​ໃດ​ໄດ້​ຍິນ​ສຽງ​ແກ ແຕ່​ບໍ່​ເອົາໃຈໃສ່​ຟັງ​ຄຳ​ເຕືອນ ແລ້ວ​ສັດຕູ​ກໍ​ມາ ແລະ ເອົາ​ຊີວິດ​ພວກເຂົາ​ໄປ ທີ່​ພວກເຂົາ​ຕາຍ​ກໍ​ເປັນ​ຄວາມ​ຜິດ​ຂອງ​ພວກເຂົາ​ເອງ. 5ເນື່ອງ​ຈາກ​ພວກເຂົາ​ໄດ້​ຍິນ​ສຽງ​ແກ ແຕ່​ບໍ່​ເອົາໃຈໃສ່​ຟັງ​ຄຳ​ເຕືອນ ທີ່​ພວກເຂົາ​ຕາຍ​ກໍ​ເປັນ​ຄວາມ​ຜິດ​ຂອງ​ພວກເຂົາ​ເອງ. ຖ້າ​ພວກເຂົາ​ເອົາໃຈໃສ່​ຟັງ​ຄຳ​ເຕືອນ ພວກເຂົາ​ກໍ​ຄົງ​ຈະ​ຮັກສາ​ຊີວິດ​ຕົນ​ເອງ​ໄວ້​ໄດ້. 6ແຕ່​ຖ້າ​ຄົນ​ເຝົ້າ​ຍາມ​ເຫັນ​ສັດຕູ​ກຳລັງ​ມາ ແລະ ບໍ່​ໄດ້​ເປົ່າ​ແກ​ເຕືອນ​ປະຊາຊົນ ແລ້ວ​ສັດຕູ​ກໍ​ມາ ແລະ ເອົາ​ຊີວິດ​ຄົນ​ໃດ​ຄົນ​ໜຶ່ງ​ໄປ ຊີວິດ​ຂອງ​ຄົນ​ນັ້ນ​ກໍ​ຈະ​ຖືກ​ເອົາ​ໄປ​ເພາະ​ບາບ​ຂອງ​ຕົນ, ແຕ່​ເຮົາ​ຈະ​ໃຫ້​ຄົນ​ເຝົ້າ​ຍາມ​ນັ້ນ​ຮັບຜິດຊອບ​ຄວາມ​ຕາຍ​ຂອງ​ຄົນ​ນັ້ນ’.
7“ບຸດ​ມະນຸດ, ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ຄົນ​ເຝົ້າ​ຍາມ​ສຳລັບ​ຊາວ​ອິດສະຣາເອນ; ດັ່ງນັ້ນ ຈົ່ງ​ຟັງ​ຖ້ອຍ​ຄຳ​ທີ່​ເຮົາ​ກ່າວ ແລະ ແຈ້ງ​ຄຳ​ເຕືອນ​ຂອງ​ເຮົາ​ແກ່​ພວກເຂົາ. 8ເມື່ອ​ເຮົາ​ບອກ​ຄົນ​ຊົ່ວ​ວ່າ, ‘ຄົນ​ຊົ່ວ, ເຈົ້າ​ຈະ​ຕ້ອງ​ຕາຍ​ຢ່າງ​ແນ່ນອນ’ ແລະ ເຈົ້າ​ກໍ​ບໍ່​ໄດ້​ເວົ້າ​ຫ້າມ​ພວກເຂົາ​ໃຫ້​ຫັນ​ຈາກ​ວິຖີທາງ​ຂອງ​ພວກເຂົາ, ຄົນ​ຊົ່ວ​ນັ້ນ​ຈະ​ຕາຍ​ເນື່ອງຈາກ#33:8 ຫລື ຈະ​ຕາຍ​ໃນ ເຊັ່ນ​ດຽວ​ກັບ​ຂໍ້ 9​ບາບ​ຂອງ​ຕົນ ແລະ ເຮົາ​ຈະ​ໃຫ້​ເຈົ້າ​ຮັບຜິດຊອບ​ຄວາມ​ຕາຍ​ຂອງ​ພວກເຂົາ. 9ແຕ່​ຖ້າ​ເຈົ້າ​ເຕືອນ​ຄົນ​ຊົ່ວ​ນັ້ນ​ໃຫ້​ຫັນ​ຈາກ​ວິຖີທາງ​ຂອງ​ຕົນ ແລະ ພວກເຂົາ​ບໍ່​ຍອມ​ເຮັດ​ຕາມ, ພວກເຂົາ​ກໍ​ຈະ​ຕາຍ​ເພາະ​ບາບ​ຂອງ​ຕົນ, ສ່ວນ​ເຈົ້າ​ຈະ​ຊ່ວຍ​ຕົນ​ເອງ​ໄວ້​ໄດ້.
10“ບຸດ​ມະນຸດ, ຈົ່ງ​ກ່າວ​ແກ່​ຊາວ​ອິດສະຣາເອນ​ວ່າ: ‘ພວກເຈົ້າ​ກ່າວ​ດັ່ງນີ້​ວ່າ “ການ​ລ່ວງ​ລະເມີດ ແລະ ບາບ​ຂອງ​ພວກເຮົາ​ກໍ​ໜັກ​ທັບຖົມ​ພວກເຮົາ ແລະ ພວກເຮົາ​ກໍ​ກຳລັງ​ຈິບຫາຍ​ໄປ​ເພາະ#33:10 ຫລື ຈິບຫາຍ​ໄປ​ໃນ​ບາບ​ນັ້ນ. ພວກເຮົາ​ຈະ​ມີ​ຊີວິດ​ຢູ່​ໄດ້​ຢ່າງໃດ?” ’ 11ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ວ່າ, ເຮົາ​ມີ​ຊີວິດ​ຢູ່​ແນ່ນອນ​ສັນໃດ ເຮົາ​ບໍ່​ຢາກ​ໃຫ້​ຄົນ​ຊົ່ວ​ຕ້ອງ​ຕາຍ​ສັນນັ້ນ, ແຕ່​ຢາກ​ໃຫ້​ພວກເຂົາ​ຫັນ​ກັບ​ຈາກ​ທາງ​ຊົ່ວ​ຂອງ​ຕົນ ແລະ ມີ​ຊີວິດ​ຢູ່. ຈົ່ງ​ຫັນ​ໜີ! ຫັນ​ໜີ​ຈາກ​ທາງ​ຊົ່ວ​ຂອງ​ເຈົ້າ! ຊາວ​ອິດສະຣາເອນ, ເຈົ້າ​ຈະ​ຕາຍ​ເຮັດ​ຫຍັງ?’
12“ເຫດສະນັ້ນ ບຸດ​ມະນຸດ, ຈົ່ງ​ກ່າວ​ກັບ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຈົ້າ​ວ່າ, ‘ຄວາມ​ຊອບທຳ​ຂອງ​ຄົນ​ຊອບທຳ​ຈະ​ບໍ່​ຊ່ວຍ​ລາວ​ຖ້າ​ລາວ​ບໍ່​ເຊື່ອຟັງ ແລະ ຄວາມ​ຊົ່ວ​ຂອງ​ຄົນ​ຊົ່ວ​ຈະ​ບໍ່​ເຮັດ​ໃຫ້​ລາວ​ລົ້ມ​ລົງ​ຖ້າ​ລາວ​ຫັນ​ຈາກ​ຄວາມ​ຊົ່ວ​ນັ້ນ. ຖ້າ​ຄົນ​ຊອບທຳ​ເຮັດ​ບາບ ຈະ​ບໍ່​ສາມາດ​ດຳລົງ​ຊີວິດ​ຢູ່​ໄດ້​ເຖິງ​ວ່າ​ພວກເຂົາ​ເຄີຍ​ເປັນ​ຄົນ​ຊອບທຳ​ໃນ​ເມື່ອ​ກ່ອນ’. 13ຖ້າ​ເຮົາ​ບອກ​ຄົນ​ຊອບທຳ​ວ່າ ພວກເຂົາ​ຈະ​ມີຊີວິດ​ຢູ່​ຢ່າງ​ແນ່ນອນ ແຕ່​ຕໍ່ມາ​ພວກເຂົາ​ກໍ​ໄວ້​ວາງ​ໃຈ​ໃນ​ຄວາມ​ຊອບທຳ​ຂອງ​ຕົນ ແລະ ເຮັດ​ຊົ່ວ, ສິ່ງ​ຊອບທຳ​ທີ່​ຄົນ​ນັ້ນ​ໄດ້​ເຮັດ​ໄວ້​ຈະ​ບໍ່​ຖືກ​ຈົດຈຳ​ອີກ. ພວກເຂົາ​ຈະ​ຕາຍ​ເພາະ​ຄວາມ​ຊົ່ວ​ທີ່​ພວກເຂົາ​ໄດ້​ເຮັດ. 14ແລະ ຖ້າ​ເຮົາ​ບອກ​ຄົນ​ຊົ່ວ​ວ່າ, ‘ເຈົ້າ​ຈະ​ຕາຍ​ຢ່າງ​ແນ່ນອນ’ ແຕ່​ຖ້າ​ພວກເຂົາ​ໄດ້​ຫັນ​ໜີ​ຈາກ​ຄວາມ​ບາບ​ຂອງ​ຕົນ ແລະ ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ຍຸຕິທຳ 15ຖ້າ​ພວກເຂົາ​ຄືນ​ສິ່ງ​ຂອງ​ທີ່​ພວກເຂົາ​ໄດ້​ຢຶດ​ມາ​ຄ້ຳປະກັນ​ໃຫ້​ແກ່​ລູກໜີ້, ສົ່ງ​ຄືນ​ສິ່ງ​ທີ່​ພວກເຂົາ​ໄດ້​ລັກ​ມາ, ເຮັດ​ຕາມ​ດຳລັດ ເຊິ່ງ​ເຮັດ​ໃຫ້​ມີ​ຊີວິດ​ຢູ່ ແລະ ບໍ່​ເຮັດ​ຊົ່ວ ຄົນ​ນັ້ນ​ກໍ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ; ພວກເຂົາ​ຈະ​ບໍ່​ຕາຍ. 16ເຮົາ​ຈະ​ບໍ່​ຈົດຈຳ​ບາບ​ໃດໆ​ທີ່​ຄົນ​ນັ້ນ​ໄດ້​ເຮັດ​ໄປ​ແລ້ວ​ມາ​ລົງໂທດ​ລາວ​ອີກ​ເລີຍ. ພວກເຂົາ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ຍຸຕິທຳ; ພວກເຂົາ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.
17“ເຖິງ​ປານ​ນັ້ນ ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຈົ້າ​ກໍ​ຍັງ​ກ່າວ​ວ່າ, ‘ວິຖີທາງ​ຂອງ​ອົງພຣະຜູ້ເປັນເຈົ້າ​ບໍ່​ຍຸຕິທຳ’. ແຕ່​ວິຖີທາງ​ຂອງ​ພວກເຂົາ​ທີ່​ບໍ່​ຍຸຕິທຳ. 18ຖ້າ​ຄົນ​ຊອບທຳ​ຫັນ​ໜີ​ຈາກ​ຄວາມ​ຊອບທຳ​ໄປ​ເຮັດ​ຊົ່ວ ພວກເຂົາ​ຈະ​ຕາຍ​ເພາະ​ຄວາມ​ຊົ່ວ. 19ແລະ ຖ້າ​ຄົນ​ຊົ່ວ​ຫັນ​ໜີ​ຈາກ​ຄວາມ​ຊົ່ວ​ຂອງ​ຕົນ ແລະ ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ຍຸຕິທຳ, ພວກເຂົາ​ກໍ​ຈະ​ມີ​ຊີວິດ​ຢູ່​ເພາະ​ເຮັດ​ຢ່າງ​ນັ້ນ. 20ເຖິງ​ປານ​ນັ້ນ​ຊາວ​ອິດສະຣາເອນ, ເຈົ້າ​ກໍ​ກ່າວ​ວ່າ, ‘ວິທີ​ການ​ຂອງ​ອົງພຣະຜູ້ເປັນເຈົ້າ​ບໍ່​ຍຸຕິທຳ’. ແຕ່​ເຮົາ​ຈະ​ພິພາກສາ​ເຈົ້າ​ແຕ່​ລະ​ຄົນ​ຕາມ​ແນວ​ການ​ປະພຶດ​ຂອງ​ເຈົ້າ​ເອງ”.
ອະທິບາຍ​ການ​ຫລົ້ມຈົມ​ຂອງ​ເຢຣູຊາເລັມ
21ໃນ​ວັນ​ທີ​ຫ້າ​ເດືອນ​ທີ​ສິບ​ປີ​ທີ​ສິບ​ສອງ​ຂອງ​ການ​ຕົກ​ເປັນ​ຊະເລີຍ, ມີ​ຊາຍ​ຄົນ​ໜຶ່ງ​ທີ່​ໜີ​ອອກ​ມາ​ຈາກ​ເຢຣູຊາເລັມ​ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ ບອກ​ວ່າ, “ນະຄອນ​ນັ້ນ​ຫລົ້ມຈົມ​ແລ້ວ!” 22ໃນ​ຕອນ​ແລງ​ກ່ອນ​ທີ່​ຊາຍ​ຄົນ​ນັ້ນ​ຈະ​ມາ​ເຖິງ ມື​ຂອງ​ພຣະເຈົ້າ​ຢາເວ​ຢູ່​ເໜືອ​ຂ້າພະເຈົ້າ ແລະ ພຣະອົງ​ເປີດ​ປາກ​ຂອງ​ຂ້າພະເຈົ້າ​ກ່ອນ​ທີ່​ຊາຍ​ຄົນ​ນັ້ນ​ຈະ​ມາ​ຫາ​ຂ້າພະເຈົ້າ​ໃນ​ຕອນເຊົ້າ. ດັ່ງ​ນັ້ນ ປາກ​ຂອງ​ຂ້າພະເຈົ້າ​ຈຶ່ງ​ເປີດ​ອອກ ແລະ ຂ້າພະເຈົ້າ​ກໍ​ບໍ່​ໄດ້​ເປັນ​ໃບ້​ອີກ.
23ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 24“ບຸດ​ມະນຸດ, ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ຊາກ​ຫັກພັງ​ຂອງ​ດິນແດນ​ອິດສະຣາເອນ​ເວົ້າ​ວ່າ, ‘ອັບຣາຮາມ​ໂຕ​ຄົນ​ດຽວ​ແຕ່​ກໍ​ຍັງ​ໄດ້​ຄອບຄອງ​ດິນແດນ. ສ່ວນ​ພວກເຮົາ​ມີ​ກັນ​ຫລາຍ​ຄົນ ກໍ​ຍ່ອມ​ໄດ້​ຮັບ​ດິນແດນ​ນີ້​ເປັນ​ກຳມະສິດ​ຂອງ​ພວກເຮົາ​ຢ່າງ​ແນ່ນອນ’. 25ເຫດສະນັ້ນ ຈົ່ງ​ກ່າວ​ກັບ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເນື່ອງ​ຈາກ​ພວກເຈົ້າ​ກິນ​ຊີ້ນ​ທີ່​ຍັງມີ​ເລືອດ​ຄ້າງ​ຢູ່ ແລະ ຫວັງ​ເພິ່ງ​ບັນດາ​ຮູບເຄົາລົບ​ຂອງ​ພວກເຈົ້າ ແລະ ເຮັດ​ໃຫ້​ເລືອດ​ຕົກ, ແລ້ວ​ພວກເຈົ້າ​ສົມຄວນ​ຈະ​ໄດ້​ຄອບຄອງ​ດິນແດນ​ນີ້​ບໍ? 26ພວກເຈົ້າ​ເພິ່ງພາ​ດາບ​ຂອງ​ຕົນ, ພວກເຈົ້າ​ເຮັດ​ສິ່ງ​ທີ່​ໜ້າ​ກຽດຊັງ ແລະ ພວກເຈົ້າ​ແຕ່​ລະ​ຄົນ​ກໍ​ເຮັດ​ໃຫ້​ເມຍ​ຂອງ​ເພື່ອນບ້ານ​ເປັນ​ມົນທິນ. ແລ້ວ​ພວກເຈົ້າ​ສົມຄວນ​ຈະ​ໄດ້​ຄອບຄອງ​ດິນແດນ​ນີ້​ບໍ?’
27“ຈົ່ງ​ກ່າວ​ແກ່​ພວກເຂົາ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ມີ​ຊີວິດ​ຢູ່​ແນ່ນອນ​ສັນໃດ ບັນດາ​ຄົນ​ທີ່​ຫລົງ​ເຫລືອ​ຢູ່​ຕາມ​ຊາກ​ຫັກພັງ​ກໍ​ຈະ​ຕາຍ​ດ້ວຍ​ດາບ​ສັນນັ້ນ, ສ່ວນ​ບັນດາ​ຄົນ​ທີ່​ຢູ່​ຕາມ​ນອກ​ເມືອງ ເຮົາ​ຈະ​ມອບ​ໃຫ້​ສັດປ່າ​ທັງຫລາຍ​ກືນ​ກິນ ແລະ ບັນດາ​ຄົນ​ທີ່​ຢູ່​ຕາມ​ທີ່​ກຳບັງ ແລະ ຖ້ຳ​ຈະ​ຕາຍ​ດ້ວຍ​ພະຍາດ​ລະບາດ. 28ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນັ້ນ​ຮົກຮ້າງ​ຫວ່າງເປົ່າ ກຳລັງ​ອັນ​ໜ້າ​ພາກພູມ​ໃຈ​ຂອງ​ມັນ​ຈະ​ເຖິງ​ຈຸດ​ຈົບ ແລະ ພູເຂົາ​ທັງຫລາຍ​ຂອງ​ອິດສະຣາເອນ​ຈະ​ຮົກຮ້າງ​ຫວ່າງເປົ່າ​ຈົນ​ບໍ່​ມີ​ຜູ້ໃດ​ຍ່າງ​ຜ່ານ. 29ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ ເມື່ອ​ເຮົາ​ເຮັດ​ໃຫ້​ດິນແດນ​ນັ້ນ​ຮົກຮ້າງ​ຫວ່າງເປົ່າ ເພາະ​ສິ່ງ​ທີ່​ໜ້າ​ກຽດຊັງ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ’.
30“ສ່ວນ​ເຈົ້າ ບຸດ​ມະນຸດ, ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຈົ້າ​ເວົ້າ​ກັນ​ເຖິງ​ເຈົ້າ​ຢູ່​ຂ້າງ​ກຳແພງ ແລະ ທີ່​ປະຕູ​ເຮືອນ, ພວກເຂົາ​ເວົ້າ​ກັນ​ວ່າ, ‘ຈົ່ງ​ມາ ແລະ ຟັງ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າ​ຢາເວ’. 31ປະຊາຊົນ​ຂອງ​ເຮົາ​ມາ​ຫາ​ເຈົ້າ​ຕາມ​ປົກກະຕິ​ທີ່​ພວກເຂົາ​ເຮັດ ແລະ ມາ​ນັ່ງ​ຢູ່​ທາງ​ໜ້າ​ເພື່ອ​ຟັງ​ຄຳ​ເວົ້າ​ຂອງ​ເຈົ້າ, ແຕ່​ວ່າ​ພວກເຂົາ​ບໍ່​ນຳ​ເອົາ​ຄຳ​ເວົ້າ​ເຫລົ່ານັ້ນ​ໄປ​ປະຕິບັດ. ປາກ​ຂອງ​ພວກເຂົາ​ກໍ​ເວົ້າ​ດ້ວຍ​ຄວາມ​ຮັກ, ແຕ່​ຈິດໃຈ​ຂອງ​ພວກເຂົາ​ກໍ​ໂລບ​ຫວັງ​ຜົນປະໂຫຍດ​ທີ່​ບໍ່​ຍຸຕິທຳ. 32ແທ້​ຈິງ, ສຳລັບ​ພວກເຂົາ​ແລ້ວ ເຈົ້າ​ເປັນ​ພຽງ​ຄົນ​ທີ່​ຮ້ອງເພງ​ຮັກ​ດ້ວຍ​ສຽງ​ທີ່​ມ່ວນ ແລະ ຫລິ້ນ​ດົນຕີ​ເກັ່ງ​ເທົ່ານັ້ນ ເພາະ​ພວກເຂົາ​ຟັງ​ຄຳ​ເວົ້າ​ຂອງ​ເຈົ້າ ແຕ່​ບໍ່​ນຳ​ເອົາ​ຄຳ​ເວົ້າ​ເຫລົ່ານັ້ນ​ໄປ​ປະຕິບັດ.
33“ເມື່ອ​ເຫດການ​ທັງໝົດ​ນີ້​ເປັນ​ຈິງ ແລະ ມັນ​ກໍ​ຈະ​ເປັນ​ເຊັ່ນ​ນັ້ນ​ຢ່າງ​ແນ່ນອນ ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ມີ​ຜູ້ທຳນວາຍ​ໃນ​ທ່າມກາງ​ພວກເຂົາ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in