ເອເຊກຽນ 24
24
ເຢຣູຊາເລັມເປັນໝໍ້ປຸງແຕ່ງອາຫານ
1ໃນວັນທີສິບຂອງເດືອນທີສິບຂອງປີທີເກົ້າ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 2“ບຸດມະນຸດ, ຈົ່ງບັນທຶກວັນນີ້ໄວ້ເພາະກະສັດບາບີໂລນໄດ້ປິດລ້ອມນະຄອນເຢຣູຊາເລັມໃນວັນນີ້. 3ຈົ່ງບອກປະຊາຊົນທີ່ກະບົດນີ້ເປັນຄຳອຸປະມາ ແລະ ກ່າວກັບພວກເຂົາວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ຈົ່ງຕັ້ງໝໍ້ປຸງແຕ່ງອາຫານຂຶ້ນ; ຕັ້ງໝໍ້ຂຶ້ນ
ແລ້ວຖອກນ້ຳໃສ່ໃນໝໍ້.
4ໃສ່ຕ່ອນຊີ້ນລົງໄປໃນໝໍ້,
ຊີ້ນດີທີ່ສຸດທັງໝົດ ຄືຊີ້ນສະໂພກ ແລະ ຊີ້ນສັນຂາໜ້າ.
ຈົ່ງເລືອກເອົາກະດູກດີທີ່ສຸດໃສ່ໃຫ້ເຕັມໝໍ້;
5ຄັດແກະໂຕດີທີ່ສຸດຈາກຝູງມາ.
ສຸມຟືນໃສ່ກ້ອງໝໍ້ເພື່ອຕົ້ມກະດູກ.
ຕົ້ມໃຫ້ມັນຟົດ
ແລະ ຂ້ຽວກະດູກໃນໝໍ້ນັ້ນ.
6“ ‘ເພາະພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ວິບັດແກ່ນະຄອນແຫ່ງການນອງເລືອດ,
ວິບັດແກ່ໝໍ້ທີ່ບັດນີ້ກໍມີຄາບເປື້ອນ,
ເຊິ່ງຄາບທີ່ບໍ່ຫລຸດອອກມາ!
ຈົ່ງເອົາຊີ້ນອອກມາເທື່ອລະຕ່ອນ
ໂດຍບໍ່ຕ້ອງຈັບສະຫລາກວ່າຈະເອົາຕ່ອນໃດກ່ອນ.
7“ ‘ເພາະນະຄອນນີ້ເຮັດໃຫ້ເລືອດນອງໄປທົ່ວຄື:
ນາງຖອກມັນລົງເທິງພະລານຫີນ
ນາງບໍ່ໄດ້ຖອກມັນລົງເທິງພື້ນດິນ,
ເພື່ອໃຫ້ຝຸ່ນດິນປົກມັນໄວ້.
8ເພື່ອກະຕຸ້ນຄວາມໂກດຮ້າຍ ແລະ ການແກ້ແຄ້ນ
ເຮົາຈຶ່ງຖິ້ມເລືອດຂອງນາງເທິງພະລານຫີນ,
ເພື່ອເລືອດນັ້ນຈະບໍ່ຖືກປົກບັງ.
9“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ວິບັດແກ່ນະຄອນແຫ່ງການນອງເລືອດ!
ເຮົາກໍຈະສຸມຟືນເປັນກອງສູງຄືກັນ.
10ດັ່ງນັ້ນ ຈົ່ງສຸມຟືນເຂົ້າໄປ
ແລະ ຈຸດໄຟ.
ໃສ່ເຄື່ອງເທດຕ່າງໆລົງໄປ
ຕົ້ມຊີ້ນຈົນສຸກດີ
ແລະ ຂ້ຽວຈົນກະດູກໄໝ້.
11ແລ້ວຕັ້ງໝໍ້ເປົ່າໃສ່ເທິງຖ່ານໄຟ
ຈົນໝໍ້ຮ້ອນ ແລະ ທອງແດງກໍເຮືອງແສງ,
ເພື່ອວ່າສິ່ງເປື້ອນເປິໃນໝໍ້ຈະລະລາຍ
ແລະ ຄາບທີ່ສະສົມຢູ່ໃນໝໍ້ຈະຖືກໄໝ້ໄປໝົດ.
12ແຕ່ກໍເສຍແຮງລ້າ
ເຖິງໄຟຈະຮ້ອນ
ຄາບເປື້ອນໜາຂອງໝໍ້ກໍບໍ່ຫລຸດອອກ.
13“ ‘ບັດນີ້ ຄວາມເປື້ອນເປິຂອງເຈົ້າກໍຄືຄວາມລາມົກ. ເພາະເຮົາພະຍາຍາມຊຳລະເຈົ້າ ແຕ່ເຈົ້າກໍບໍ່ອາດຊຳລະຈາກຄວາມເປື້ອນເປິຂອງເຈົ້າໄດ້, ເຈົ້າຈະບໍ່ສະອາດອີກຈົນກ່ວາຄວາມໂກດຮ້າຍທີ່ເຮົາມີຕໍ່ເຈົ້າສະຫງົບລົງ.
14“ ‘ເຮົາຜູ້ເປັນພຣະເຈົ້າຢາເວໄດ້ເວົ້າໄວ້. ເຖິງເວລາແລ້ວທີ່ເຮົາຈະລົງມື. ເຮົາຈະບໍ່ອົດກັ້ນ; ເຮົາຈະບໍ່ສົງສານ ຫລື ເຮົາຈະບໍ່ຜ່ອນຜັນ. ເຈົ້າຈະຖືກພິພາກສາຕາມການປະພຶດຂອງເຈົ້າ ແລະ ການກະທຳຂອງເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.
ເມຍຂອງເອເຊກຽນຕາຍ
15ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 16“ບຸດມະນຸດ, ເຮົາຈະເອົາແກ້ວຕາດວງໃຈຂອງເຈົ້າໄປໃນພິບຕາດຽວ. ແຕ່ຢ່າຄ່ຳຄວນ ຫລື ຮ້ອງໄຫ້ ຫລື ຫລັ່ງນ້ຳຕາໃດໆ. 17ຈົ່ງຄ່ຳຄວນງຽບໆ; ຢ່າໄວ້ທຸກໃຫ້ແກ່ຜູ້ຕາຍ. ຈົ່ງສວມຜ້າຄຽນຫົວຂອງເຈົ້າໄວ້ ແລະ ສຸບເກີບໃສ່ຕີນຂອງເຈົ້າໄວ້; ຢ່າເອົາຜ້າປົກເຄົາ ແລະ ໜວດຂອງເຈົ້າ ຫລື ກິນອາຫານຕາມທຳນຽມຂອງຜູ້ໄວ້ທຸກ”.
18ຂ້າພະເຈົ້າຈຶ່ງໄດ້ເວົ້າກັບຄົນທັງຫລາຍຕາມນັ້ນໃນຕອນເຊົ້າ ແລະ ຕອນແລງມາເມຍຂອງຂ້າພະເຈົ້າກໍຕາຍ. ຕອນເຊົ້າໃນວັນຕໍ່ມາຂ້າພະເຈົ້າຈຶ່ງໄດ້ເຮັດຕາມທີ່ພຣະເຈົ້າໄດ້ສັ່ງໄວ້.
19ຫລັງຈາກນັ້ນ ຄົນທັງຫລາຍຈຶ່ງໄດ້ຖາມຂ້າພະເຈົ້າວ່າ, “ຂໍໃຫ້ທ່ານບອກພວກເຮົາວ່າສິ່ງເຫລົ່ານີ້ກ່ຽວຂ້ອງກັບພວກເຮົາຢ່າງໃດ? ເປັນຫຍັງທ່ານຈຶ່ງກະທຳຢ່າງນີ້?”
20ຂ້າພະເຈົ້າຈຶ່ງໄດ້ເວົ້າກັບພວກເຂົາວ່າ, “ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າດັ່ງນີ້ວ່າ: 21ຈົ່ງກ່າວແກ່ຊາວອິດສະຣາເອນວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາກຳລັງຈະທຳລາຍຄວາມບໍລິສຸດຂອງສະຖານນະມັດສະການຂອງເຮົາ ເຊິ່ງເປັນທີ່ໝັ້ນທີ່ພວກເຈົ້າພາກພູມໃຈ, ເປັນແກ້ວຕາດວງໃຈຂອງພວກເຈົ້າ, ເປັນບ່ອນທີ່ພວກເຈົ້າສະແດງຄວາມຮັກນັ້ນ. ບັນດາລູກຊາຍ ແລະ ລູກສາວທີ່ພວກເຈົ້າປະໄວ້ຢູ່ເບື້ອງຫລັງຈະລົ້ມຕາຍດ້ວຍຄົມດາບ. 22ແລ້ວພວກເຈົ້າກໍຈະເຮັດເໝືອນທີ່ເອເຊກຽນໄດ້ເຮັດ. ພວກເຈົ້າຈະບໍ່ເອົາຜ້າປົກເຄົາ ແລະ ໜວດຂອງພວກເຈົ້າ ຫລື ກິນອາຫານຕາມທຳນຽມຂອງຜູ້ໄວ້ທຸກ. 23ພວກເຈົ້າຈະຮັກສາຜ້າຄຽນຫົວຂອງພວກເຈົ້າໄວ້ເທິງຫົວຂອງພວກເຈົ້າ ແລະ ສຸບເກີບໃສ່ຕີນຂອງພວກເຈົ້າ. ພວກເຈົ້າຈະບໍ່ຄ່ຳຄວນ ຫລື ຮ້ອງໄຫ້ ແຕ່ຈະຊຸດໂຊມໄປເພາະຄວາມບາບຂອງພວກເຈົ້າ ແລະ ຄ່ຳຄວນຕໍ່ກັນ. 24ເອເຊກຽນຈະເປັນໝາຍສຳຄັນໃຫ້ແກ່ພວກເຈົ້າ; ພວກເຈົ້າຈະເຮັດເໝືອນກັບທີ່ລາວໄດ້ເຮັດ. ເມື່ອເຫດການນີ້ເກີດຂຶ້ນ, ພວກເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ອົງເຈົ້ານາຍ’.
25“ສຳລັບເຈົ້າ ບຸດມະນຸດ, ໃນວັນທີເຮົາເອົາທີ່ໝັ້ນຂອງພວກເຂົາໄປ, ອັນເປັນສິ່ງທີ່ພວກເຂົາຊື່ນຊົມຍິນດີ ແລະ ພາກພູມໃຈ, ເປັນແກ້ວຕາດວງໃຈຂອງພວກເຂົາ, ເປັນຄວາມປາຖະໜາໃນໃຈຂອງພວກເຂົາ ພ້ອມທັງລູກຊາຍ ແລະ ລູກສາວຂອງພວກເຂົາດ້ວຍ 26ໃນວັນນັ້ນຜູ້ລີ້ໄພຈະມາແຈ້ງຂ່າວແກ່ເຈົ້າ. 27ໃນເວລານັ້ນປາກຂອງເຈົ້າຈະເປີດອອກ; ເຈົ້າຈະເວົ້າກັບພວກເຂົາ ແລະ ຈະບໍ່ເປັນໃບ້ອີກຕໍ່ໄປ. ດັ່ງນັ້ນ ເຈົ້າຈະເປັນໝາຍສຳຄັນໃຫ້ແກ່ພວກເຂົາ ແລະ ພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ”.
Currently Selected:
ເອເຊກຽນ 24: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: