YouVersion Logo
Search Icon

ເອເຊກຽນ 23

23
ສອງ​ເອື້ອຍ​ນ້ອງ​ຜູ້​ລ່ວງປະເວນີ
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ບຸດ​ມະນຸດ, ມີ​ຍິງ​ສອງ​ຄົນ ເຊິ່ງ​ເປັນ​ລູກສາວ​ຂອງ​ແມ່​ຄົນ​ດຽວ​ກັນ. 3ພວກເຂົາ​ກາຍເປັນ​ໂສເພນີ​ຢູ່​ໃນ​ເອຢິບ, ພວກເຂົາ​ຄ້າ​ປະເວນີ​ຕັ້ງ​ແຕ່​ຍັງ​ເປັນ​ສາວ. ນົມ​ຂອງ​ພວກເຂົາ​ຖືກ​ບີບຄັ້ນ ແລະ ນົມ​ພົມມະຈາລີ​ຂອງ​ພວກເຂົາ​ຖືກ​ກອດ​ຮັດ​ໃນ​ດິນແດນ​ນັ້ນ. 4ຜູ້​ເປັນ​ເອື້ອຍ​ມີ​ຊື່​ວ່າ​ໂອໂຮລາ ແລະ ນ້ອງສາວ​ຂອງ​ລາວ​ແມ່ນ​ໂອໂຮລີບາ. ພວກເຂົາ​ເປັນ​ກຳມະສິດ​ຂອງ​ເຮົາ ແລະ ໃຫ້​ກຳເນີດ​ລູກຊາຍ ແລະ ລູກສາວ​ຫລາຍ​ຄົນ. ໂອໂຮລາ​ຄື​ຊາມາເຣຍ ແລະ ໂອໂຮລີບາ​ຄື​ເຢຣູຊາເລັມ.
5“ໂອໂຮລາ​ເລີ່ມ​ຄ້າ​ປະເວນີ​ມາ​ຕັ້ງ​ແຕ່​ນາງ​ຍັງ​ເປັນ​ຂອງ​ເຮົາ ແລະ ນາງ​ກະຫາຍ​ຫາ​ຊູ້​ຮັກ​ຂອງ​ນາງ ຄື​ບັນດາ​ນັກຮົບ​ອັດຊີເຣຍ 6ເຊິ່ງ​ແຕ່ງ​ກາຍ​ດ້ວຍ​ຊຸດ​ສີຟ້າ, ມີ​ທັງ​ຜູ້​ວ່າ​ການ ແລະ ຜູ້​ບັນຊາ​ການ​ກັບ​ທະຫານ​ມ້າ, ພວກເຂົາ​ທຸກ​ຄົນ​ຕ່າງ​ກໍ​ເປັນ​ຊາຍ​ໜຸ່ມ​ຮູບ​ງາມ. 7ນາງ​ໄດ້​ມອບ​ຕົນ​ເອງ​ເປັນ​ໂສເພນີ​ແກ່​ບັນດາ​ຜູ້​ມີ​ອຳນາດ​ຂອງ​ອັດຊີເຣຍ ແລະ ເຮັດ​ໃຫ້​ຕົນ​ເອງ​ເປັນ​ມົນທິນ​ດ້ວຍ​ຮູບເຄົາລົບ​ທັງໝົດ​ຂອງ​ທຸກຄົນ​ທີ່​ນາງ​ກະຫາຍ​ຫາ. 8ນາງ​ບໍ່​ໄດ້​ປະຖິ້ມ​ການ​ເປັນ​ໂສເພນີ​ທີ່​ນາງ​ເລີ່ມ​ຂຶ້ນ​ໃນ​ເອຢິບ, ເມື່ອ​ນາງ​ຍັງ​ເປັນ​ສາວ​ກໍ​ມີ​ຄົນ​ມາ​ຫລັບ​ນອນ​ກັບ​ນາງ, ກອດ​ຮັດ​ນົມ​ພົມມະຈາລີ​ຂອງ​ນາງ ແລະ ລະບາຍ​ລາຄະຕັນຫາ​ແກ່​ນາງ.
9“ເຫດສະນັ້ນ ເຮົາ​ຈຶ່ງ​ໄດ້​ມອບ​ນາງ​ໃຫ້​ແກ່​ຊູ້​ຮັກ​ຂອງ​ນາງ ຄື​ຊາວ​ອັດຊີເຣຍ ເຊິ່ງ​ເປັນ​ຜູ້​ທີ່​ນາງ​ກະຫາຍ​ຫາ. 10ພວກເຂົາ​ໄດ້​ຖອດ​ເຄື່ອງນຸ່ງ​ຂອງ​ນາງ​ອອກ​ຈົນ​ເປືອຍກາຍ, ຈັບ​ລູກຊາຍ ແລະ ລູກສາວ​ຂອງ​ນາງ​ໄປ ແລ້ວ​ຂ້າ​ນາງ​ດ້ວຍ​ດາບ. ນາງ​ກາຍເປັນ​ເປັນ​ຄຳ​ນິນທາ​ໃນ​ທ່າມກາງ​ແມ່ຍິງ.
11“ໂອໂຮລີບາ ນ້ອງສາວ​ຂອງ​ນາງ​ໄດ້​ເຫັນ​ເຫດການ​ນີ້​ແລ້ວ ກັບ​ເຮັດ​ໂຕ​ຊົ່ວຊ້າ​ຫລາຍ​ກວ່າ​ເອື້ອຍ​ຂອງ​ຕົນ​ອີກ ໃນ​ເລື່ອງ​ລາຄະຕັນຫາ ແລະ ການ​ເປັນ​ໂສເພນີ. 12ນາງ​ກໍ​ເປັນ​ເໝືອນ​ກັນ ກະຫາຍ​ຫາ​ຊາວ​ອັດຊີເຣຍ ທັງ​ຜູ້​ວ່າ​ການ, ຜູ້​ບັນຊາ​ການ, ນັກຮົບ​ໃນ​ເຄື່ອງ​ແບບ, ທະຫານ​ມ້າ ລ້ວນ​ແຕ່​ເປັນ​ຊາຍ​ໜຸ່ມ​ຮູບງາມ. 13ເຮົາ​ເຫັນ​ວ່າ​ນາງ​ກໍ​ເປັນ​ມົນທິນ​ເໝືອນ​ກັນ; ທັງ​ສອງ​ຄົນ​ພວກເຂົາ​ເດີນ​ຕາມ​ຮອຍ​ດຽວ​ກັນ.
14“ແຕ່​ໂອໂຮລີບາ​ຍັງ​ຄ້າ​ປະເວນີ​ຂອງ​ນາງ​ຕໍ່​ໄປ. ນາງ​ໄດ້​ເຫັນ​ຮູບແຕ້ມ​ສີ​ແດງ​ຂອງ​ຊາວ​ຄານເດອາ#23:14 ຫລື ຊາວ​ບາບີໂລນ​ຢູ່​ເທິງ​ຝາ, 15ພ້ອມ​ດ້ວຍ​ສາຍແອວ​ຄາດ​ແອວ​ຂອງ​ພວກເຂົາ ແລະ ມີ​ຜ້າ​ພັນ​ຢູ່​ເທິງ​ຫົວ​ຂອງ​ພວກເຂົາ; ພວກເຂົາ​ທັງໝົດ​ເບິ່ງ​ຄື​ກັບ​ເຈົ້າໜ້າທີ່​ລົດຮົບ​ຂອງ​ຊາວ​ບາບີໂລນ, ຊາວ​ພື້ນເມືອງ​ຂອງ​ຄານເດອາ.#23:15 ຫລື ບາບີໂລນ ເຊັ່ນ​ດຽວ​ກັບ​ຂໍ້ 16 16ທັນ​ທີ​ທີ່​ນາງ​ໄດ້​ເຫັນ​ພວກເຂົາ, ນາງ​ກໍ​ກະຫາຍ​ຫາ​ພວກເຂົາ ແລະ ໄດ້​ສົ່ງ​ທູດ​ໄປ​ຫາ​ພວກເຂົາ​ໃນ​ຄານເດອາ. 17ດັ່ງນັ້ນ ຊາວ​ບາບີໂລນ​ຈຶ່ງ​ໄດ້​ມາ​ຫາ​ນາງ​ທີ່​ຕຽງ​ຮັກ ແລະ ເຮັດ​ໃຫ້​ນາງ​ເປັນ​ມົນທິນ​ດ້ວຍ​ລາຄະຕັນຫາ​ຂອງ​ພວກເຂົາ. ຫລັງ​ຈາກ​ທີ່​ນາງ​ເປັນ​ມົນທິນ​ເພາະ​ພວກເຂົາ​ແລ້ວ ນາງ​ກໍ​ຫັນ​ໜ້າ​ໜີ​ຈາກ​ພວກເຂົາ​ດ້ວຍ​ຄວາມ​ລັງກຽດ. 18ເມື່ອ​ນາງ​ຍັງ​ເຮັດ​ໂຕ​ເປັນ​ໂສເພນີ​ຕໍ່ໄປ​ຢ່າງ​ເປີດເຜີຍ ແລະ ເປີດເຜີຍ​ຮ່າງກາຍ​ທີ່​ເປືອຍ​ຂອງ​ຕົນ, ເຮົາ​ກໍ​ຫັນ​ໜ້າ​ໜີ​ຈາກ​ນາງ​ດ້ວຍ​ຄວາມ​ລັງກຽດ, ເໝືອນ​ທີ່​ເຮົາ​ໄດ້​ຫັນ​ໜ້າ​ໜີ​ຈາກ​ເອື້ອຍ​ຂອງ​ນາງ. 19ເຖິງ​ປານ​ນັ້ນ​ນາງ​ກໍ​ຍັງ​ຫລັບ​ນອນ​ກັບ​ຜູ້ຊາຍ​ໂດຍ​ບໍ່​ເລືອກ​ໜ້າ​ຫລາຍ​ຂຶ້ນ ເມື່ອ​ລະນຶກ​ເຖິງ​ໄວ​ສາວ​ຂອງ​ນາງ​ຂະນະ​ເປັນ​ໂສເພນີ​ຢູ່​ໃນ​ເອຢິບ. 20ທີ່​ນັ້ນ​ນາງ​ໄດ້​ກະຫາຍ​ຫາ​ຊູ້​ຮັກ​ທັງຫລາຍ​ຂອງ​ນາງ ຜູ້​ທີ່​ມີ​ອະໄວຍະວະ​ເພດ​ເໝືອນ​ຂອງ​ໂຕ​ລໍ ແລະ ມີ​ອະສຸຈິ​ເໝືອນ​ຂອງ​ໂຕ​ມ້າ. 21ດັ່ງນັ້ນ ເຈົ້າ​ຈຶ່ງ​ໂຫຍຫາ​ຄວາມ​ລາມົກ​ໃນ​ໄວ​ສາວ​ຂອງ​ເຈົ້າ​ເມື່ອ​ຄັ້ງ​ຢູ່​ໃນ​ເອຢິບ ທີ່​ນົມ​ຂອງ​ເຈົ້າ​ຖືກ​ກອດ​ຮັດ ແລະ ນົມ​ສາວ​ຂອງ​ເຈົ້າ​ຖືກ​ບີບຄັ້ນ.#23:21 ພາສາ​ເຮັບເຣີ​ວ່າ ຖືກ​ກອດ ຮັດ ເພາະ​ນົມ​ສາວ​ຂອງ​ເຈົ້າ (ເບິ່ງ​ຂໍ້ 3)
22“ເຫດສະນັ້ນ ໂອໂຮລີບາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ກະຕຸ້ນ​ຊູ້​ຮັກ​ທັງຫລາຍ​ຂອງ​ເຈົ້າ ທີ່​ເຈົ້າ​ຫັນ​ໜ້າ​ໜີ​ດ້ວຍ​ຄວາມ​ລັງກຽດ​ນັ້ນ​ມາ​ສູ້​ກັບ​ເຈົ້າ ແລະ ເຮົາ​ຈະ​ນຳ​ພວກເຂົາ​ມາ​ສູ້​ກັບ​ເຈົ້າ​ຈາກ​ທຸກ​ດ້ານ 23ຊາວ​ບາບີໂລນ ຊາວ​ຄານເດອາ​ທັງໝົດ, ຊາຍ​ຊາວ​ເປໂກດ ແລະ ໂຊອາ​ກັບ​ໂຄອາ ແລະ ຊາວ​ອັດຊີເຣຍ​ທັງໝົດ​ທີ່​ເປັນ​ຊາຍ​ໜຸ່ມ​ຮູບງາມ, ທັງ​ຜູ້​ວ່າ​ການ ແລະ ຜູ້​ບັນຊາ​ການ, ເຈົ້າໜ້າທີ່​ລົດຮົບ, ຊົນຊັ້ນ​ສູງ​ທັງໝົດ​ຈະ​ຂີ່​ມ້າ​ມາ. 24ພວກເຂົາ​ຈະ​ມາ​ສູ້ຮົບ​ກັບ​ເຈົ້າ​ໂດຍ​ມີ​ອາວຸດ,#23:24 ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ ລົດມ້າ​ຮົບ​ກັບ​ຂະບວນ​ກວຽນ ແລະ ພ້ອມ​ດ້ວຍ​ຄົນ​ຈຳນວນ​ຫລວງຫລາຍ; ພວກເຂົາ​ຈະ​ຕັ້ງ​ຖານ​ຮົບ​ເພື່ອ​ສູ້​ກັບ​ເຈົ້າ​ທຸກ​ດ້ານ ໂດຍ​ມີ​ໂລ່​ໃຫຍ່​ກັບ​ໂລ່​ນ້ອຍ ແລະ ໝວກເກາະ. ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ພວກເຂົາ​ລົງໂທດ ແລະ ພວກເຂົາ​ຈະ​ລົງ​ໂທດ​ເຈົ້າ​ຕາມ​ມາດຕະການ​ຂອງ​ພວກເຂົາ. 25ເຮົາ​ຈະ​ນຳ​ຄວາມ​ໃຈຮ້າຍ​ອັນ​ຫຶງຫວງ​ຂອງ​ເຮົາ​ມາ​ຈັດການ​ກັບ​ເຈົ້າ ແລະ ພວກເຂົາ​ຈະ​ຈັດການ​ເຈົ້າ​ດ້ວຍ​ຄວາມ​ໃຈຮ້າຍ. ພວກເຂົາ​ຈະ​ຕັດ​ຫູ ແລະ ຕັດ​ດັງ​ຂອງ​ເຈົ້າ, ສ່ວນ​ບັນດາ​ຜູ້​ທີ່​ເຫລືອ​ຢູ່​ຈະ​ຕາຍ​ດ້ວຍ​ຄົມ​ດາບ. ພວກເຂົາ​ຈະ​ຈັບ​ລູກຊາຍ ແລະ ລູກ​ສາວ​ຂອງ​ເຈົ້າ​ໄປ ແລະ ພວກເຈົ້າ​ທີ່​ເຫລືອ​ຢູ່​ຈະ​ຖືກ​ເຜົາໄໝ້​ດ້ວຍ​ໄຟ. 26ພວກເຂົາ​ຈະ​ຖອດ​ເຄື່ອງນຸ່ງ​ຂອງ​ເຈົ້າ​ອອກ ແລະ ເອົາ​ເຄື່ອງ​ປະດັບ​ອັນ​ງົດງາມ​ອອກຈາກ​ກາຍ​ຂອງ​ເຈົ້າ 27ເຮົາ​ຈະ​ຢຸດ​ຄວາມ​ລາມົກ ແລະ ການ​ຄ້າປະເວນີ​ທີ່​ເຈົ້າ​ໄດ້​ເລີ່ມ​ຂຶ້ນ​ຢູ່​ໃນ​ເອຢິບ. ເຈົ້າ​ຈະ​ບໍ່​ຫລຽວ​ເບິ່ງ​ສິ່ງ​ເຫລົ່ານີ້​ດ້ວຍ​ຄວາມ​ປາຖະໜາ ຫລື ລະນຶກ​ເຖິງ​ເອຢິບ​ອີກ​ເລີຍ.
28“ເພາະ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ກຳລັງ​ຈະ​ມອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ບັນດາ​ຜູ້​ທີ່​ເຈົ້າ​ກຽດຊັງ, ມອບ​ເຈົ້າ​ໃຫ້​ບັນດາ​ຜູ້​ທີ່​ເຈົ້າ​ຫັນ​ໜ້າ​ໜີ​ດ້ວຍ​ຄວາມ​ລັງກຽດ. 29ພວກເຂົາ​ຈະ​ຈັດການ​ກັບ​ເຈົ້າ​ດ້ວຍ​ຄວາມ​ກຽດຊັງ ແລະ ເອົາ​ທຸກ​ຢ່າງ​ທີ່​ເຈົ້າ​ລົງ​ແຮງ​ເຮັດ. ພວກເຂົາ​ຈະ​ຖິ້ມ​ເຈົ້າ​ໄວ້​ໃຫ້​ເປືອຍ​ກາຍ ແລະ ຄວາມ​ອັບອາຍ​ຈາກ​ການ​ຄ້າປະເວນີ#23:29 ຫລື ຂາຍ​ໂຕ​ຂອງ​ເຈົ້າ​ຈະ​ຖືກ​ເປີດເຜີຍ. ຄວາມ​ລາມົກ ແລະ ການ​ບໍ່​ເລືອກ​ໜ້າ​ຂອງ​ເຈົ້າ 30ໄດ້​ນຳ​ເອົາ​ສິ່ງ​ນີ້​ມາ​ສູ່​ເຈົ້າ, ເພາະ​ເຈົ້າ​ກະຫາຍ​ຫາ​ຊົນຊາດ​ທັງຫລາຍ ແລະ ເຮັດ​ໃຫ້​ຕົນ​ເອງ​ເປັນ​ມົນທິນ​ເພາະ​ຮູບເຄົາລົບ​ທັງຫລາຍ​ຂອງ​ພວກເຂົາ. 31ເຈົ້າ​ໄດ້​ເດີນ​ຕາມ​ຮອຍ​ເອື້ອຍ​ຂອງ​ເຈົ້າ; ດັ່ງນັ້ນ ເຮົາ​ຈະ​ເອົາ​ຈອກ​ເຫລົ້າ​ຂອງ​ເອື້ອຍ​ຂອງ​ເຈົ້າ​ໃສ່​ໃນ​ມື​ຂອງ​ເຈົ້າ.
32“ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:
“ເຈົ້າ​ຈະ​ດື່ມ​ຈາກ​ຈອກ​ຂອງ​ເອື້ອຍ​ຂອງ​ເຈົ້າ,
ເປັນ​ຈອກ​ໃຫຍ່ ແລະ ເລິກ;
ຈອກ​ນັ້ນ​ຈະ​ນຳ​ເອົາ​ຄວາມ​ອັບອາຍ ແລະ ການ​ເຢາະເຢີ້ຍ​ມາ​ໃຫ້,
ເປັນ​ຈອກ​ທີ່​ບັນຈຸ​ໄດ້​ຫລວງຫລາຍ.
33ເຈົ້າ​ຈະ​ເຕັ້ມ​ໄປ​ດ້ວຍ​ຄວາມ​ມືນ​ເມົາ ແລະ ຄວາມ​ໂສກເສົ້າ,
ຈອກ​ຂອງ​ຊາມາເຣຍ​ເອື້ອຍ​ຂອງ​ເຈົ້າ
ຈອກ​ແຫ່ງ​ຄວາມ​ຈິບຫາຍ ແລະ ຮົກຮ້າງ​ຫວ່າງເປົ່າ.
34ເຈົ້າ​ຈະ​ດື່ມ ແລະ ຊົດ​ຈົນ​ໝົດ​ກ້ຽງ
ແລະ ເຈົ້າ​ຈະ​ຫຍ້ຳ​ມັນ​ແຕກ​ເປັນ​ປ່ຽງ​ນ້ອຍໆ
ແລະ ເຈົ້າ​ຈະ​ຈີກ​ນົມ​ຂອງ​ຕົນ.
ເຮົາ​ໄດ້​ກ່າວ​ໄວ້, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
35“ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເນື່ອງ​ຈາກ​ເຈົ້າ​ໄດ້​ລືມ​ເຮົາ ແລະ ຫັນ​ຫລັງ​ຂອງ​ເຈົ້າ​ໃຫ້​ເຮົາ, ເຈົ້າ​ຈຶ່ງ​ຕ້ອງ​ຮັບ​ຜົນ​ອັນ​ເນື່ອງ​ມາ​ຈາກ​ຄວາມ​ລາມົກ ແລະ ການ​ເປັນ​ໂສເມນີ​ເຈົ້າ”.
36ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ບຸດ​ມະນຸດ, ເຈົ້າ​ຈະ​ພິພາກສາ​ໂທດ​ໂອໂຮລາ ແລະ ໂອໂຮລີບາ​ບໍ? ດັ່ງນັ້ນ ຈົ່ງ​ປະນາມ​ພວກເຂົາ​ດ້ວຍພຶດຕິກຳ​ອັນ​ໜ້າ​ກຽດຊັງ​ຂອງ​ພວກເຂົາ, 37ເພາະ​ພວກເຂົາ​ໄດ້​ຫລິ້ນຊູ້ ແລະ ມື​ຂອງ​ພວກເຂົາ​ກໍ​ເປື້ອນ​ເລືອດ. ພວກເຂົາ​ໄດ້​ຫລິ້ນຊູ້​ກັບ​ຮູບເຄົາລົບ​ທັງຫລາຍ​ຂອງ​ພວກເຂົາ; ພວກເຂົາ​ຍັງ​ໄດ້​ຈັບ​ບັນດາ​ລູກ​ຂອງ​ຕົນ ຜູ້​ທີ່​ພວກເຂົາ​ເກີດ​ໃຫ້​ເຮົາ​ນັ້ນ​ບູຊາ​ຍັນ#23:37 ຫລື ໂດຍ​ໃຫ້​ລູກ​ໆ​ທີ່​ນາງ​ຄອດ​ໃຫ້​ແກ່​ເຮົາ​ລຸຍ​ໄຟ​ໃຫ້​ແກ່​ຮູບເຄົາລົບ​ທັງຫລາຍ. 38ພວກເຂົາ​ໄດ້​ເຮັດ​ກັບ​ເຮົາ​ຢ່າງ​ນີ້​ຄື: ໃນ​ເວລາ​ດຽວ​ກັນ​ພວກເຂົາ​ໄດ້​ເຮັດ​ໃຫ້​ສະຖານ​ນະມັດສະການ​ຂອງ​ເຮົາ​ເປັນ​ມົນທິນ ແລະ ເຮັດ​ໃຫ້​ວັນຊະບາໂຕ​ຂອງ​ເຮົາ​ໝົ່ນໝອງ. 39ໃນ​ວັນ​ທີ່​ພວກເຂົາ​ຖວາຍ​ບັນດາ​ລູກ​ຂອງ​ຕົນ​ໃຫ້​ແກ່​ຮູບເຄົາລົບ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ໄດ້​ເຂົ້າ​ມາ​ໃນ​ບ່ອນ​ນະມັດສະການ​ຂອງ​ເຮົາ ແລະ ເຮັດ​ໃຫ້​ວິຫານ​ຂອງ​ເຮົາ​ເປັນ​ມົນທິນ. ນັ້ນ​ຄື​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ໃນ​ວິຫານ​ຂອງ​ເຮົາ.
40“ພວກເຂົາ​ຍັງ​ໄດ້​ສົ່ງ​ຜູ້ສື່ສານ​ໄປ​ຊອກ​ຫາ​ຜູ້ຊາຍ​ຈາກ​ແດນ​ໄກ ແລະ ເມື່ອ​ຄົນ​ເຫລົ່ານັ້ນ​ມາ​ເຖິງ ພວກເຂົາ​ກໍ​ອາບ​ນ້ຳ​ຊຳລະ​ຮ່າງກາຍ​ຂອງ​ຕົນ​ເພື່ອ​ຜູ້ຊາຍ​ເຫລົ່ານັ້ນ, ທາ​ເຄື່ອງສຳອາງ​ໃສ່​ຕາ ແລະ ສວມ​ເຄື່ອງປະດັບ​ອັນ​ງົດງາມ​ຂອງ​ຕົນ. 41ພວກເຂົາ​ນັ່ງ​ຢູ່​ເທິງ​ຕັ່ງ​ນວມ​ອັນ​ສະຫງ່າງາມ, ມີ​ໂຕະ​ໜຶ່ງ​ຢູ່​ຕໍ່ໜ້າ​ທີ່​ໃຊ້​ວາງ​ເຄື່ອງຫອມ ແລະ ນ້ຳມັນ​ໝາກກອກ​ທີ່​ເປັນ​ຂອງ​ເຮົາ.
42“ສຽງ​ຂອງ​ຝູງຊົນ​ທີ່​ບໍ່​ກັງວົນ​ຫຍັງ​ກໍ​ດັງ​ຢູ່​ອ້ອມ​ຮອບ​ນາງ; ຄົນ​ຂີ້ເມົາ​ໄດ້​ຖືກ​ນຳ​ມາ​ຈາກ​ຖິ່ນແຫ້ງແລ້ງກັນດານ​ພ້ອມ​ກັບ​ຄົນ​ງານ ແລະ ພວກເຂົາ​ສວມ​ສາຍແຂນ​ໃສ່​ຂໍ່ແຂນ​ຂອງ​ຍິງ​ນັ້ນ​ກັບ​ນ້ອງສາວ​ຂອງ​ລາວ ແລະ ສວມ​ມົງກຸດ​ງາມ​ໃສ່​ເທິງ​ຫົວ​ຂອງ​ພວກ​ນາງ. 43ດັ່ງນັ້ນ ເຮົາ​ຈຶ່ງ​ກ່າວ​ເຖິງ​ນາງ​ຜູ້​ຊຸດໂຊມ​ໄປ​ເພາະ​ການ​ຫລິ້ນຊູ້​ວ່າ, ‘ກໍ​ໃຫ້​ພວກເຂົາ​ເຮັດ​ກັບ​ນາງ​ຢ່າງ​ໂສເພນີ ເພາະ​ນາງ​ເປັນ​ໄດ້​ສ່ຳ​ນີ້’. 44ແລະ ພວກເຂົາ​ກໍ​ໄດ້​ຮ່ວມ​ຫລັບ​ນອນ​ກັບ​ນາງ. ເໝືອນ​ທີ່​ຜູ້ຊາຍ​ຮ່ວມ​ຫລັບ​ນອນ​ກັບ​ໂສເພນີ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຮ່ວມ​ຫລັບ​ນອນ​ກັບ​ໂອໂຮລາ ແລະ ໂອໂຮລີບາ​ຜູ້​ລາມົກ​ນີ້. 45ແຕ່​ຜູ້​ຊອບທຳ​ຈະ​ຕັດສິນ​ພວກ​ນາງ​ໃຫ້​ຮັບ​ໂທດ​ຂອງ​ແມ່ຍິງ​ຜູ້​ຫລິ້ນຊູ້ ແລະ ເຮັດ​ໃຫ້​ເລືອດ​ຕົກ, ເພາະ​ພວກ​ນາງ​ຫລິ້ນຊູ້ ແລະ ມື​ເປື້ອນ​ເລືອດ.
46“ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ຈົ່ງ​ນຳ​ຝູງຊົນ​ມາ​ສູ້​ກັບ​ພວກ​ນາງ ແລະ ມອບ​ພວກ​ນາງ​ໃຫ້​ແກ່​ຄວາມ​ສະທ້ານ​ຢ້ານກົວ ແລະ ການ​ປຸ້ນ. 47ຝູງຊົນ​ນັ້ນ​ຈະ​ເອົາ​ຫີນ​ແກວ່ງ​ໃສ່​ພວກ​ນາງ ແລະ ຂ້າ​ພວກ​ນາງ​ດ້ວຍ​ດາບ​ຂອງ​ພວກເຂົາ; ພວກເຂົາ​ຈະ​ຂ້າ​ລູກຊາຍ ແລະ ລູກສາວ​ຂອງ​ພວກ​ນາງ ແລ້ວ​ກໍ​ຈູດ​ເຮືອນ​ຂອງ​ພວກ​ນາງ​ຈົນ​ໝົດ.
48“ດັ່ງນັ້ນ ເຮົາ​ຈະ​ຢຸດ​ຕິ​ຄວາມ​ລາມົກ​ໃນ​ດິນແດນ​ນີ້ ເພື່ອ​ແມ່ຍິງ​ທຸກຄົນ​ຈະ​ຮັບ​ຄຳເຕືອນ ແລະ ບໍ່​ເອົາ​ແບບ​ຢ່າງ​ຂອງ​ພວກເຈົ້າ​ທັງ​ສອງ​ເອື້ອຍນ້ອງ. 49ພວກເຈົ້າ​ຈະ​ທົນທຸກ​ຮັບ​ໂທດ​ແຫ່ງ​ຄວາມ​ລາມົກ ແລະ ຮັບ​ຜົນ​ຈາກ​ຄວາມ​ບາບ​ເລື່ອງ​ຮູບເຄົາລົບ​ຂອງ​ພວກເຈົ້າ. ຫລັງຈາກນັ້ນ ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in