YouVersion Logo
Search Icon

ເອເຊກຽນ 25

25
ຄຳ​ທຳນວາຍ​ກ່າວ​ໂທດ​ອຳໂມນ
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ບຸດ​ມະນຸດ, ຈົ່ງ​ປະເຊີນ​ໜ້າ​ກັບ​ຊາວ​ອຳໂມນ ແລະ ທຳນວາຍ​ກ່າວ​ໂທດ​ພວກເຂົາ. 3ຈົ່ງ​ກ່າວ​ກັບ​ພວກເຂົາ​ວ່າ, ‘ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ. ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເນື່ອງ​ຈາກ​ເຈົ້າ​ໄດ້​ເວົ້າ​ວ່າ “ນັ້ນ​ເດ!” ສົມນ້ຳໜ້າ​ສະຖານ​ນະມັດສະການ​ຂອງ​ເຮົາ​ທີ່​ຖືກ​ທຳລາຍ​ຄວາມ​ບໍລິສຸດ ແລະ ສົມນ້ຳໜ້າ​ດິນແດນ​ອິດສະຣາເອນ​ທີ່​ຖືກ​ເຮັດ​ໃຫ້​ຮ້າງ​ເປົ່າ ແລະ ສົມນ້ຳໜ້າ​ຊາວ​ຢູດາ​ເມື່ອ​ພວກເຂົາ​ໄດ້​ຕົກ​ເປັນ​ຊະເລີຍ. 4ເຫດສະນັ້ນ ເຮົາ​ຈະ​ມອບ​ພວກເຈົ້າ​ໃຫ້​ເປັນ​ກຳມະສິດ​ຂອງ​ຊາວ​ຕາເວັນ​ອອກ. ພວກເຂົາ​ຈະ​ຕັ້ງ​ຄ້າຍ​ຂອງ​ຕົນ​ຂຶ້ນ ແລະ ປັກ​ເຕັນ​ຂອງ​ພວກເຂົາ​ຢູ່​ທ່າມກາງ​ພວກເຈົ້າ; ພວກເຂົາ​ຈະ​ກິນ​ພືດຜົນ ແລະ ດື່ມ​ນົມ​ຂອງ​ພວກເຈົ້າ. 5ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຣັບບາ​ກາຍເປັນ​ທົ່ງຫຍ້າ​ສຳລັບ​ຝູງ​ອູດ ແລະ ອຳໂມນ​ເປັນ​ທີ່​ພັກ​ສຳລັບ​ຝູງ​ແກະ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ. 6ເພາະ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເນື່ອງ​ຈາກ​ພວກເຈົ້າ​ໄດ້​ຕົບມື ແລະ ທືບ​ຕີນ​ຂອງ​ຕົນ, ຊື່ນຊົມຍິນດີ​ດ້ວຍ​ໃຈ​ຄິດ​ຮ້າຍ​ຕໍ່​ດິນແດນ​ອິດສະຣາເອນ, 7ເຫດສະນັ້ນ ເຮົາ​ຈະ​ລົງ​ມື​ລົງໂທດ​ພວກເຈົ້າ ແລະ ມອບ​ພວກເຈົ້າ​ໃຫ້​ຊົນຊາດ​ທັງຫລາຍ​ປຸ້ນ. ເຮົາ​ຈະ​ກວາດ​ພວກເຈົ້າ​ອອກ​ໄປ​ຈາກ​ຊົນຊາດ​ທັງຫລາຍ ແລະ ກຳຈັດ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ທັງຫລາຍ. ເຮົາ​ຈະ​ທຳລາຍ​ລ້າງ​ພວກເຈົ້າ ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ’ ”.
ຄຳ​ທຳນວາຍ​ກ່າວ​ໂທດ​ໂມອາບ
8“ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ, ‘ເນື່ອງ​ຈາກ​ໂມອາບ ແລະ ເສອີ​ໄດ້​ກ່າວ​ວ່າ “ເບິ່ງ​ແມ, ຢູດາ​ກໍ​ກາຍເປັນ​ເໝືອນ​ກັບ​ຊົນຊາດ​ອື່ນໆ​ທັງໝົດ”, 9ເຫດສະນັ້ນ ເຮົາ​ຈະ​ເປີດ​ຖານ​ກຳລັງ​ຂອງ​ໂມອາບ, ເລີ່ມ​ຕັ້ງແຕ່​ເມືອງ​ຊາຍແດນ​ຕ່າງໆ ຄື​ເບັດເຢຊີໂມດ, ບາອານເມໂອນ ແລະ ກີຣິອາດທາອິມ ເຊິ່ງ​ເປັນ​ສັກສີ​ຂອງ​ດິນແດນ​ນັ້ນ. 10ເຮົາ​ຈະ​ມອບ​ໂມອາບ​ພ້ອມ​ທັງ​ຊາວ​ອຳໂມນ​ໃຫ້​ເປັນ​ກຳມະສິດ​ຂອງ​ຊາວ​ຕາເວັນ​ອອກ ເພື່ອ​ຊົນຊາດ​ທັງຫລາຍ​ຈະ​ບໍ່​ນຶກ​ເຖິງ​ອຳໂມນ​ອີກ. 11ແລະ ເຮົາ​ຈະ​ລົງໂທດ​ໂມອາບ ພວກເຂົາ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ’ ”.
ຄຳ​ທຳນວາຍ​ກ່າວ​ໂທດ​ເອໂດມ
12“ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ, ‘ເນື່ອງ​ຈາກ​ເອໂດມ​ໄດ້​ແກ້​ແຄ້ນ​ຊາວ​ຢູດາ​ຢ່າງ​ໂຫດຫ້ຽມ ແລະ ຜິດ​ຫລາຍ​ທີ່​ເຮັດ​ຢ່າງ​ນັ້ນ, 13ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່ສູ້​ເອໂດມ ແລະ ຂ້າ​ທັງ​ຜູ້​ຄົນ ແລະ ສັດ. ເຮົາ​ຈະ​ຖິ້ມ​ມັນ​ໃຫ້​ຮົກຮ້າງ​ຫວ່າງເປົ່າ ແລະ ຄົນ​ທັງຫລາຍ​ຈາກ​ເມືອງ​ເຕມານ​ຫາ​ເມືອງ​ເດດານ​ຈະ​ລົ້ມ​ຕາຍ​ດ້ວຍ​ຄົມ​ດາບ. 14ເຮົາ​ຈະ​ແກ້ແຄ້ນ​ເອໂດມ​ໂດຍ​ອາໄສ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ ແລະ ພວກເຂົາ​ຈະ​ຈັດການ​ກັບ​ເອໂດມ​ຕາມ​ຄວາມ​ໃຈຮ້າຍ ແລະ ຄວາມ​ໂກດຮ້າຍ​ຂອງ​ເຮົາ ເພື່ອ​ພວກເຂົາ​ຈະ​ຮູ້​ຈັກ​ການ​ແກ້​ແຄ້ນ​ຂອງ​ເຮົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ’ ”.
ຄຳ​ທຳນວາຍ​ກ່າວ​ໂທດ​ຟີລິດສະຕິນ
15“ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ, ‘ເນື່ອງ​ຈາກ​ຊາວ​ຟີລິດສະຕິນ​ໄດ້​ກະທຳ​ການ​ແກ້ແຄ້ນ ແລະ ໄດ້​ແກ້ແຄ້ນ​ດ້ວຍ​ຄວາມ​ອາຄາດ​ໃນ​ໃຈ​ຂອງ​ພວກເຂົາ ແລະ ຫວັງ​ທຳລາຍ​ຢູດາ​ເພາະ​ເປັນ​ສັດຕູ​ກັນ​ມາ​ຕັ້ງ​ແຕ່​ບູຮານ. 16ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ກຳລັງ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່ສູ້​ຊາວ​ຟີລິດສະຕິນ ແລະ ກຳຈັດ​ຊາວ​ເຄເຣທີ ແລະ ທຳລາຍ​ຄົນ​ທັງຫລາຍ​ທີ່​ເຫລືອ​ຢູ່​ຕາມ​ແຄມຝັ່ງ. 17ເຮົາ​ຈະ​ແກ້ແຄ້ນ​ພວກເຂົາ​ຄັ້ງ​ໃຫຍ່ ແລະ ລົງໂທດ​ພວກເຂົາ​ດ້ວຍ​ຄວາມ​ຄວາມ​ໂກດຮ້າຍ​ຂອງ​ເຮົາ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ​ເມື່ອ​ເຮົາ​ແກ້ແຄ້ນ​ພວກເຂົາ’ ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in