ເອເຊກຽນ 13
13
ຄຳພິພາກສາຜູ້ທຳນວາຍປອມ
1ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າດັ່ງນີ້: 2“ບຸດມະນຸດ, ຈົ່ງທຳນວາຍກ່າວໂທດບັນດາຜູ້ທຳນວາຍຂອງອິດສະຣາເອນທີ່ກຳລັງທຳນວາຍຢູ່ໃນເວລານີ້. ຈົ່ງກ່າວແກ່ບັນດາຜູ້ທີ່ທຳນວາຍຕາມຈິນຕະນາການຂອງຕົນວ່າ: ‘ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ! 3ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ວິບັດແກ່ຜູ້ທຳນວາຍທີ່ໂງ່ຈ້າ#13:3 ຫລື ຊົ່ວຮ້າຍ ເຊິ່ງເຮັດຕາມໃຈຂອງຕົນເອງ ແລະ ບໍ່ໄດ້ເຫັນນິມິດອັນໃດ! 4ອິດສະຣາເອນ, ຜູ້ທຳນວາຍຂອງເຈົ້ານັ້ນເປັນເໝືອນໝາໄນທີ່ຢູ່ທ່າມກາງກອງຊາກຫັກພັງ. 5ພວກເຈົ້າບໍ່ໄດ້ປີນຂຶ້ນໄປແປງຮອຍແຕກໃນກຳແພງໃຫ້ແກ່ຄົນອິດສະຣາເອນ ເພື່ອວ່າມັນຈະໄດ້ໝັ້ນຄົງແໜ້ນໜາພ້ອມສຳລັບການສູ້ຮົບໃນວັນຂອງພຣະເຈົ້າຢາເວ. 6ນິມິດຂອງພວກເຂົານັ້ນຈອມປອມ ແລະ ຄຳທຳນວາຍຂອງພວກເຂົາກໍເປັນຄຳຕົວະ. ພວກເຂົາເວົ້າວ່າ, “ພຣະເຈົ້າຢາເວ ໄດ້ປະກາດວ່າ” ທັງທີ່ພຣະເຈົ້າຢາເວບໍ່ໄດ້ໃຊ້ພວກເຂົາເລີຍ ແລະ ເຖິງປານນັ້ນພວກເຂົາກໍຍັງຄາດຫວັງວ່າຈະເປັນໄປຕາມຖ້ອຍຄຳຂອງຕົນ. 7ເຈົ້າບໍ່ໄດ້ເຫັນນິມິດຈອມປອມ ແລະ ກ່າວຄຳທຳນວາຍຕົວະບໍ? ເມື່ອເຈົ້າເວົ້າວ່າ, “ພຣະເຈົ້າຢາເວປະກາດວ່າ”, ທັງທີ່ເຮົາບໍ່ໄດ້ເວົ້າ.
8“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະຈັດການກັບເຈົ້າ ເພາະຄຳຈອມປອມ ແລະ ນິມິດຂອງເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. 9ມືຂອງເຮົາຈະຕໍ່ສູ້ກັບບັນດາຜູ້ທຳນວາຍທີ່ເຫັນນິມິດຈອມປອມ ແລະ ກ່າວຄຳທຳນວາຍຕົວະ. ພວກເຂົາຈະບໍ່ໄດ້ເຂົ້າຮ່ວມສະພາປະຊາຊົນຂອງເຮົາ ຫລື ຂຶ້ນທະບຽນສຳມະໂນຄົວຂອງອິດສະຣາເອນ, ທັງຈະບໍ່ໄດ້ເຂົ້າສູ່ດິນແດນອິດສະຣາເອນ. ແລ້ວພວກເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ອົງເຈົ້ານາຍ.
10“ ‘ເພາະພວກເຂົາຊັກຈູງປະຊາຊົນຂອງເຮົາໃຫ້ຫລົງໄປ, ໂດຍກ່າວວ່າ, “ສັນຕິສຸກ”, ທັງທີ່ບໍ່ມີສັນຕິສຸກ ແລະ ເພາະພວກເຂົາໄດ້ໂບກປູນຂາວທັບກຳແພງອັນເປາະບາງທີ່ຖືກສ້າງຂຶ້ນ, 11ເຫດສະນັ້ນ ຈົ່ງບອກບັນດາຜູ້ທີ່ບອກກຳແພງດ້ວຍປູນຂາວວ່າ, ກຳແພງນັ້ນກຳລັງຈະພັງລົງ. ຝົນຈະຕົກລົງມາຫ່າໃຫຍ່ ແລະ ເຮົາຈະສົ່ງໝາກເຫັບຊັດກະໜ່ຳລົງມາ ແລະ ພະຍຸກ້າກໍຈະພັດໝູນ. 12ເມື່ອກຳແພງພັງລົງ, ປະຊາຊົນຈະບໍ່ຖາມເຈົ້າບໍວ່າ, “ປູນຂາວທີ່ທ່ານໄດ້ໂບກທັບນັ້ນຢູ່ໃສ?”
13“ ‘ເຫດສະນັ້ນພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາຈະປ່ອຍພະຍຸໃຫຍ່ດ້ວຍຄວາມໂກດຮ້າຍຂອງເຮົາ ແລະ ດ້ວຍຄວາມໃຈຮ້າຍຂອງເຮົາ ໝາກເຫັບຫີນ ແລະ ຫ່າຝົນຈະກະໜ່ຳລົງມາຢ່າງໜັກດ້ວຍຄວາມໂກດຮ້າຍແຫ່ງການທຳລາຍລ້າງ. 14ເຮົາຈະພັງກຳແພງທີ່ເຈົ້າໄດ້ໂບກປູນຂາວທັບໄວ້ ແລະ ມັນຈະຫັກພັງລົງມາທີ່ພື້ນຈົນເບິ່ງເຫັນຮາກຖານຂອງມັນ. ເມື່ອມັນ#13:14 ຫລື ນະຄອນນັ້ນພັງລົງມາ, ເຈົ້າຈະພິນາດຈິບຫາຍຢູ່ໃນນັ້ນ ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ. 15ດັ່ງນັ້ນ ເຮົາຈະລະບາຍຄວາມໂກດຮ້າຍຂອງເຮົາໃສ່ກຳແພງ ແລະ ໃສ່ບັນດາຜູ້ທີ່ໂບກມັນໄວ້ດ້ວຍປູນຂາວ. ເຮົາຈະກ່າວແກ່ເຈົ້າວ່າ, “ກຳແພງໄດ້ພັງພິນາດຈິບຫາຍໄປແລ້ວ ແລະ ບັນດາຜູ້ທີ່ໂບກປູນຂາວກໍເໝືອນກັນ, 16ຄືບັນດາຜູ້ທຳນວາຍຂອງອິດສະຣາເອນທີ່ທຳນວາຍແກ່ເຢຣູຊາເລັມ ແລະ ເຫັນນິມິດແຫ່ງສັນຕິສຸກໃນເຢຣູຊາເລັມ ທັງທີ່ບໍ່ມີສັນຕິສຸກເລີຍ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ” ’.
17“ບັດນີ້ ບຸດມະນຸດ, ຈົ່ງຕັ້ງຕົນເປັນສັດຕູກັບບັນດາລູກສາວຂອງປະຊາຊົນຂອງເຈົ້າ ຜູ້ທີ່ທຳນວາຍຕາມຈິນຕະນາການຂອງຕົນ. ຈົ່ງທຳນວາຍຕໍ່ຕ້ານພວກເຂົາ 18ແລະ ກ່າວວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ວິບັດແກ່ແມ່ຍິງທີ່ຫຍິບເຄື່ອງລາງຂອງຂັງໄວ້ຮັດຂໍ່ແຂນ ແລະ ເຮັດຜ້າຄຸມໜ້າຂະໜາດຕ່າງໆ ເພື່ອດັກລໍ້ປະຊາຊົນ. ເຈົ້າຈະລໍ້ຊີວິດຂອງປະຊາຊົນຂອງເຮົາໄປຕິດກັບ ແຕ່ສະຫງວນຊີວິດຂອງຕົນເອງໄວ້ບໍ? 19ເຈົ້າໝິ່ນປະໝາດເຮົາຢູ່ທ່າມກາງປະຊາຊົນຂອງເຮົາ ເພາະເຫັນແກ່ເຂົ້າບາເລພຽງສອງສາມກຳມື ແລະ ເສດເຂົ້າຈີ່. ເຈົ້າໄດ້ຂ້າບັນດາປະຊາຊົນຂອງເຮົາທີ່ບໍ່ສົມຄວນຕາຍ ແລະ ໄວ້ຊີວິດຄົນທີ່ບໍ່ສົມຄວນຢູ່ ໂດຍການຕົວະປະຊາຊົນເຫລົ່ານັ້ນທີ່ເປັນຜູ້ທີ່ຟັງຄຳຕົວະ.
20“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາຕໍ່ສູ້ກັບເຄື່ອງລາງຂອງຂັງທັງຫລາຍ ທີ່ເຈົ້າໄດ້ໃຊ້ດັກລໍ້ປະຊາຊົນໄວ້ເໝືອນດັກນົກ ແລະ ເຮົາຈະຈີກເຄື່ອງລາງຂອງຂັງອອກຈາກແຂນຂອງເຈົ້າ; ເຮົາຈະປົດປ່ອຍປະຊາຊົນທີ່ເຈົ້າດັກໄວ້ເໝືອນດັກນົກ. 21ເຮົາຈະຈີກຜ້າຄຸມໜ້າຂອງເຈົ້າອອກ ແລະ ຊ່ວຍປະຊາຊົນຂອງເຮົາໃຫ້ພົ້ນຈາກມືຂອງເຈົ້າ ແລະ ພວກເຂົາຈະບໍ່ຕົກເປັນເຫຍື່ອຢູ່ໃນອຳນາດຂອງເຈົ້າອີກຕໍ່ໄປ. ແລ້ວເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ. 22ເພາະຄຳຕົວະຂອງເຈົ້າໄດ້ຕັດຮອນກຳລັງໃຈຂອງຜູ້ຊອບທຳ ທັງທີ່ເຮົາບໍ່ໄດ້ນຳຄວາມໂສກເສົ້າມາໃຫ້ພວກເຂົາ ແລະ ເພາະເຈົ້າໄດ້ສະໜັບສະໜູນຄົນຊົ່ວບໍ່ໃຫ້ຫັນໄປຈາກຄວາມຊົ່ວຮ້າຍຂອງພວກເຂົາ ເພື່ອເປັນການຮັກສາຊີວິດຂອງພວກເຂົາໄວ້, 23ເຫດສະນັ້ນ ເຈົ້າຈະບໍ່ໄດ້ເຫັນນິມິດຈອມປອມ ຫລື ທຳນວາຍໄດ້ອີກ. ເຮົາຈະຊ່ວຍປະຊາຊົນຂອງເຮົາໃຫ້ພົ້ນຈາກມືຂອງເຈົ້າ ແລ້ວເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.
Currently Selected:
ເອເຊກຽນ 13: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: