ອົບພະຍົບ 30
30
ແທ່ນບູຊາສຳລັບເຜົາເຄື່ອງຫອມ
(ອພຍ 37:25-28)
1“ຈົ່ງໃຊ້ໄມ້ກະຖິນເຮັດແທ່ນບູຊາສຳລັບເຜົາເຄື່ອງຫອມ. 2ແທ່ນນັ້ນຈະຕ້ອງເຮັດເປັນສີ່ຫລ່ຽມ, ຍາວ 1 ສອກ, ກວ້າງ 1 ສອກ ແລະ ສູງ 2 ສອກ#30:2 ຄື ກວ້າງ ແລະ ຍາວປະມານ 45 ເຊັນ ສູງປະມານ 90 ເຊັນ ເຂົາຂອງແທ່ນໃຫ້ເຮັດເປັນເນື້ອດຽວກັນກັບແທ່ນ. 3ຈົ່ງໂອບດ້ານເທິງ, ດ້ານຂ້າງທຸກດ້ານ ແລະ ເຂົາຕ່າງໆດ້ວຍຄຳບໍລິສຸດ, ແລ້ວເຮັດຂອບຄຳອ້ອມແທ່ນບູຊາ. 4ຈົ່ງເຮັດບ້ວງຄຳສອງອັນໃສ່ກ້ອງຂອບແທ່ນທັງສອງດ້ານ ຄືຂ້າງລະສອງອັນ ເພື່ອສອດຄານຫາມເວລາເຄື່ອນຍ້າຍແທ່ນ. 5ຈົ່ງເຮັດຄານຫາມດ້ວຍໄມ້ກະຖິນ ແລະ ໂອບຄານຫາມນັ້ນດ້ວຍຄຳ. 6ຈົ່ງຕັ້ງແທ່ນບູຊານີ້ໄວ້ຕໍ່ໜ້າຜ້າກັ້ງທີ່ບັງຫີບພັນທະສັນຍາ ຄືຢູ່ຕໍ່ໜ້າທີ່ນັ່ງແຫ່ງພຣະຄຸນທີ່ຢູ່ເໜືອແຜ່ນຫີນແຫ່ງພັນທະສັນຍາ ບ່ອນທີ່ເຮົາຈະພົບກັບເຈົ້າ.
7“ອາໂຣນຕ້ອງເຜົາເຄື່ອງຫອມເທິງແທ່ນບູຊາທຸກໆເຊົ້າເວລາທີ່ລາວມາບົວລະບັດຕະກຽງ. 8ລາວຕ້ອງເຜົາເຄື່ອງຫອມອີກເທື່ອໜຶ່ງເວລາທີ່ລາວມາໄຕ້ຕະກຽງໃນເວລາເລີ່ມຄໍ່າ ເພື່ອເຄື່ອງຫອມນັ້ນຈະໄໝ້ຢູ່ສະເໝີຕໍ່ໜ້າພຣະເຈົ້າຢາເວຕະລອດໄປທຸກຊົ່ວອາຍຸ. 9ຢ່າຖວາຍເຄື່ອງຫອມ ຫລື ເຄື່ອງເຜົາບູຊາ ຫລື ເຄື່ອງຖວາຍພືດຜົນເປັນເມັດໃດໆເທິງແທ່ນບູຊານີ້ ແລະ ຢ່າເທເຄື່ອງດື່ມຖວາຍບູຊາເທິງແທ່ນບູຊານີ້. 10ອາໂຣນຈະເຮັດພິທີຊຳລະມົນທິນຂອງເຂົາທີ່ຢູ່ແທ່ນບູຊາປີລະເທື່ອ. ການເຮັດພິທີຊຳລະມົນທິນປະຈຳປີນີ້ຕ້ອງໃຊ້ເລືອດຂອງເຄື່ອງບູຊາໄຖ່ບາບ#30:10 ຫລື ເຄື່ອງຖວາຍຊຳລະລ້າງບາບຕະຫລອດໄປທຸກຍຸກ. ແທ່ນບູຊານີ້ເປັນແທ່ນບໍລິສຸດທີ່ສຸດແກ່ພຣະເຈົ້າຢາເວ”.
ເງິນຄ່າໄຖ່ຊີວິດ
11ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, 12“ເມື່ອເຈົ້າສຳຫລວດສຳມະໂນຄົວຊາວອິດສະຣາເອນເພື່ອນັບຈຳນວນພວກເຂົານັ້ນ, ທຸກຄົນຕ້ອງຈ່າຍຄ່າໄຖ່ຊີວິດຂອງຕົນໃຫ້ແກ່ພຣະເຈົ້າຢາເວໃນເວລາທີ່ຜູ້ນັ້ນຖືກນັບ. ແລ້ວໄພພິບັດຈະບໍ່ມາຖືກພວກເຂົາເມື່ອເຈົ້ານັບຈຳນວນພວກເຂົາແລ້ວ. 13ແຕ່ລະຄົນທີ່ຜ່ານການນັບແລ້ວຈະຕ້ອງຈ່າຍຄ່າໄຖ່ຊີວິດເປັນເງິນເຄິ່ງເຊເຂວ,#30:13 ຄື ປະມານ 5,8 ກຣາມ ເຊັ່ນດຽວກັບຂໍ້ 15 ອີງຕາມເຊເຂວຂອງສະຖານນະມັດສະການ, ເຊິ່ງມີນໍ້າໜັກ 20 ເກຣາ. ເງິນເຄິ່ງເຊເຂວນີ້ແມ່ນເຄື່ອງຖວາຍແກ່ພຣະເຈົ້າຢາເວ. 14ທຸກຄົນທີ່ຜ່ານການຂຶ້ນທະບຽນແລ້ວ, ຄືຜູ້ທີ່ມີອາຍຸຊາວປີ ຫລື ຫລາຍກວ່ານັ້ນ, ຈະຕ້ອງມອບເຄື່ອງຖວາຍແກ່ພຣະເຈົ້າຢາເວ. 15ຄົນຮັ່ງມີກໍບໍ່ຕ້ອງຖວາຍເກີນເຄິ່ງເຊເຂວ ແລະ ຄົນຍາກຈົນກໍບໍ່ຕ້ອງມອບໃຫ້ຫລຸດກວ່ານັ້ນ ເມື່ອພວກເຈົ້າເຮັດເຄື່ອງຖວາຍແກ່ພຣະເຈົ້າຢາເວເພື່ອເປັນຄ່າໄຖ່ໃຫ້ແກ່ຊີວິດຂອງພວກເຈົ້າ. 16ຈົ່ງຮັບເງິນຄ່າລຶບລ້າງບາບຈາກຊາວອິດສະຣາເອນ ແລະ ໃຊ້ເງິນນັ້ນສຳລັບບົວລະບັດເຕັນນັດພົບ. ສິ່ງນີ້ຈະເປັນທີ່ລະນຶກສຳລັບຊາວອິດສະຣາເອນຕໍ່ໜ້າພຣະເຈົ້າຢາເວ, ເປັນການເຮັດພິທີລຶບລ້າງບາບໃຫ້ແກ່ຊີວິດຂອງພວກເຈົ້າ”.
ອ່າງສຳລັບຊຳລະ
17ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, 18“ຈົ່ງເຮັດອ່າງທອງສຳລິດດ້ວຍຖານຮອງຮັບທອງສຳລິດເພື່ອການຊຳລະ. ຈົ່ງວາງອ່າງນັ້ນໄວ້ລະຫວ່າງເຕັນນັດພົບກັບແທ່ນບູຊາ, ແລ້ວເອົານ້ຳໃສ່ໃນອ່າງນັ້ນ. 19ອາໂຣນ ແລະ ບັນດາລູກຊາຍລາວຈະໃຊ້ນ້ຳນັ້ນລ້າງມືລ້າງຕີນຂອງພວກເຂົາ. 20ເມື່ອໃດກໍຕາມທີ່ພວກເຂົາເຂົ້າໄປໃນເຕັນນັດພົບ, ພວກເຂົາຈະຊຳລະດ້ວຍນ້ຳເພື່ອວ່າພວກເຂົາຈະບໍ່ຕາຍ. ເຊັ່ນດຽວກັນກັບເມື່ອພວກເຂົາເຂົ້າໃກ້ແທ່ນບູຊາເພື່ອບົວລະບັດຮັບໃຊ້ໂດຍການຖວາຍເຄື່ອງບູຊາດ້ວຍໄຟແກ່ພຣະເຈົ້າຢາເວ, 21ພວກເຂົາຈະລ້າງມື ແລະ ຕີນຂອງພວກເຂົາເພື່ອວ່າພວກເຂົາຈະບໍ່ຕາຍ. ນີ້ຈະຕ້ອງເປັນຂໍ້ປະຕິບັດຖາວອນສຳລັບອາໂຣນ ແລະ ເຊື້ອສາຍຂອງເຂົາຕະຫລອດໄປທຸກຍຸກ”.
ນ້ຳມັນເຈີມ
22ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂມເຊວ່າ, 23“ຈົ່ງນຳເຄື່ອງຫອມຢ່າງດີດັ່ງຕໍ່ໄປນີ້ຄື: ຢາງໄມ້ຫອມ 500 ເຊເຂວ,#30:23 ຫລື ປະມານ 5,8 ກິໂລ; ເໝືອນກັນກັບຂໍ້ 24 ອົບເຊີຍຫອມ ແລະ ຫົວສີໄຄຫອມຢ່າງລະເຄິ່ງຂອງຢາງໄມ້ຫອມ (ຄື ປະມານ 250 ເຊເຂວ),#30:23 ຫລື ປະມານ 2,9 ກິໂລ 24ກາລະບູນ 500 ເຊເຂວ ທັງໝົດນີ້ແມ່ນອີງຕາມເຊເຂວຂອງສະຖານນະມັດສະການ ແລະ ນ້ຳມັນໝາກກອກໜຶ່ງຮິນ.#30:24 ຫລື ປະມານ 3,8 ລິດ 25ຈົ່ງເອົາເຄື່ອງເຫລົ່ານີ້ມາປຸງເປັນນ້ຳມັນເຈີມສັກສິດ, ເປັນນ້ຳຫອມທີ່ປຸງຕາມສິລະປະຂອງຊ່າງປຸງນ້ຳຫອມ. ສິ່ງນີ້ຈະເປັນນ້ຳມັນເຈີມສັກສິດ. 26ແລ້ວຈົ່ງໃຊ້ນ້ຳມັນເຈີມສັກສິດນີ້ເຈີມເຕັນນັດພົບ, ຫີບພັນທະສັນຍາ, 27ໂຕະ ແລະ ເຄື່ອງໃຊ້ຕ່າງໆທັງໝົດທີ່ຢູ່ໃນນັ້ນ, ຫລັກຕະກຽງ ແລະ ອຸປະກອນຕ່າງໆທີ່ຢູ່ໃນນັ້ນ, ແທ່ນເຜົາເຄື່ອງຫອມ, 28ແທ່ນເຜົາເຄື່ອງບູຊາ ແລະ ພາຊະນະຮັບໃຊ້ຢູ່ໃນນັ້ນ, ອ່າງທອງສຳລິດພ້ອມດ້ວຍຖານຮອງອ່າງ. 29ເຈົ້າຈະຕ້ອງຊຳລະສິ່ງເຫລົ່ານີ້ເພື່ອສິ່ງເຫລົ່ານີ້ຈະບໍລິສຸດທີ່ສຸດ ແລະ ສິ່ງໃດກໍຕາມທີ່ສຳພັດສິ່ງເຫລົ່ານີ້ຈະບໍລິສຸດ.
30“ຈົ່ງເຈີມອາໂຣນ ແລະ ບັນດາລູກຊາຍຂອງລາວ ແລະ ຊຳລະພວກເຂົາໃຫ້ບໍລິສຸດເພື່ອວ່າພວກເຂົາຈະຮັບໃຊ້ເຮົາໃນຖານະບັນດາປະໂລຫິດ. 31ຈົ່ງເວົ້າກັບຊາວອິດສະຣາເອນວ່າ, ‘ນີ້ຄືນ້ຳມັນເຈີມສັກສິດຂອງເຮົາຕະຫລອດໄປທຸກຍຸກ. 32ຢ່າຖອກນ້ຳມັນນີ້ລົງໃສ່ຮ່າງກາຍຄົນໃດ ແລະ ຢ່າປຸງນ້ຳມັນອື່ນໃດໂດຍໃຊ້ສູດດຽວກັນນີ້. ນ້ຳມັນນີ້ເປັນນ້ຳມັນສັກສິດ ແລະ ເຈົ້າຈະຕ້ອງຖືວ່ານ້ຳມັນນີ້ສັກສິດ. 33ຜູ້ໃດກໍຕາມທີ່ເຮັດນ້ຳມັນຫອມຢ່າງນີ້ ແລະ ນຳໄປໃຊ້ກັບຄົນອື່ນທີ່ບໍ່ແມ່ນປະໂລຫິດຕ້ອງຖືກຕັດອອກຈາກທ່າມກາງພວກເຂົາ’ ”.
ເຄື່ອງຫອມ
34ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງນຳເຄື່ອງເທດທີ່ມີກິ່ນຫອມຄື: ຢາງໄມ້ຫອມ, ນ້ຳມັນຊາມົດ, ມະຫາຫິງ ແລະ ກຳຍານບໍລິສຸດ, ໃຫ້ໄດ້ຈຳນວນເທົ່າກັນທັງໝົດ, 35ແລະ ປຸງເປັນເຄື່ອງຫອມຕາມສິລະປະຂອງປຸງນໍ້າຫອມ. ເຄື່ອງຫອມຈະຕ້ອງປະສົມດ້ວຍເກືອແລ້ວຈຶ່ງບໍລິສຸດ ແລະ ສັກສິດ. 36ຈົ່ງບົດສ່ວນໜຶ່ງຂອງສິ່ງນັ້ນເປັນແປ້ງແລ້ວວາງໄວ້ຕໍ່ໜ້າຫີບພັນທະສັນຍາໃນເຕັນນັດພົບ, ບ່ອນທີ່ເຮົາຈະມາພົບກັບເຈົ້າ. ເຄື່ອງຫອມນີ້ຈະຕ້ອງບໍລິສຸດທີ່ສຸດສຳລັບເຈົ້າ. 37ຢ່າປຸງເຄື່ອງຫອມໃດດ້ວຍສູດນີ້ເພື່ອຕົນເອງ; ຈົ່ງຖືວ່າເຄື່ອງຫອມນີ້ສັກສິດແກ່ພຣະເຈົ້າຢາເວ. 38ຜູ້ໃດກໍຕາມທີ່ເຮັດເຄື່ອງຫອມແບບນີ້ໄວ້ເພື່ອມີຄວາມສຸກກັບກິ່ນຫອມນັ້ນຈະຕ້ອງຖືກຕັດອອກຈາກທ່າມກາງພວກເຂົາ”.
Currently Selected:
ອົບພະຍົບ 30: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.