YouVersion Logo
Search Icon

ອົບພະຍົບ 29

29
ພິທີ​ຊຳລະ​ປະໂລຫິດ
(ລລວ 8:1-36)
1“ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຈະ​ຕ້ອງ​ເຮັດ​ເພື່ອ​ຊຳລະ​ບັນດາ​ລູກຊາຍ ແລະ ແຍກ​ພວກເຂົາ​ໄວ້, ເພື່ອ​ພວກເຂົາ​ຈະ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂລຫິດ​ຄື: ຈົ່ງ​ນຳ​ງົວໜຸ່ມ​ໜຶ່ງ​ໂຕ ແລະ ແກະເຖິກ​ບໍ່​ມີ​ຕຳໜິ​ມາ​ສອງ​ໂຕ. 2ແລະ ຈົ່ງ​ໃຊ້​ແປ້ງ​ເຂົ້າຫວີດ​ທີ່​ດີ​ທີ່​ສຸດ​ເຮັດ​ເຂົ້າຈີ່​ບໍ່​ໃສ່​ເຊື້ອແປ້ງ ເຮັດ​ໃຫ້​ເປັນ​ກ້ອນ​ໜາ​ໂດຍ​ບໍ່​ໃສ່​ເຊື້ອແປ້ງ ແລ້ວ​ປະສົມ​ກັບ​ນໍ້າມັນ​ໝາກກອກ ແລະ ເຮັດ​ເຂົ້າຈີ່​ໃຫ້​ເປັນ​ແຜ່ນ​ບາງ​ໂດຍ​ບໍ່​ໃສ່​ເຊື້ອແປ້ງ​ແລ້ວ​ທາ​ດ້ວຍ​ນໍ້າມັນ​ໝາກກອກ. 3ຈົ່ງ​ວາງ​ເຂົ້າຈີ່​ເຫລົ່ານັ້ນ​ໃສ່​ໃນ​ກະຕ່າ​ໜ່ວຍ​ໜຶ່ງ​ແລ້ວ​ນຳ​ສິ່ງ​ເຫລົ່ານັ້ນ​ມາ​ຖວາຍ​ພ້ອມ​ກັບ​ງົວໜຸ່ມ ແລະ ແກະເຖິກ​ສອງ​ໂຕ. 4ແລ້ວ​ຈົ່ງ​ນໍາເອົາ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ມາ​ທີ່​ທາງເຂົ້າ​ເຕັນນັດພົບ ແລະ ຊຳລະ​ພວກເຂົາ​ດ້ວຍ​ນໍ້າ. 5ຈົ່ງ​ເອົາ​ເຄື່ອງແຕ່ງກາຍ​ມາ ແລະ ສວມ​ເສື້ອຊັ້ນໃນ, ເສື້ອຄຸມຍາວ​ເອໂຟດ, ເສື້ອເອໂຟດ ແລະ ແຜ່ນປົກເອິກ​ໃຫ້​ແກ່​ອາໂຣນ. ຮັດ​ເສື້ອເອໂຟດ​ໃສ່​ຕົວ​ລາວ​ດ້ວຍ​ສາຍຮັດແອວ​ທີ່​ປັກແສ່ວ​ໂດຍ​ຊ່າງ​ທີ່​ຊຳນານ. 6ສວມ​ຜ້າຄຽນຫົວ​ໃສ່​ຫົວ​ຂອງ​ລາວ ແລະ ຕິດ​ສັນຍາລັກ​ສັກສິດ​ໄວ້​ທີ່​ຜ້າຄຽນຫົວ. 7ເອົາ​ນ້ຳມັນ​ສຳລັບ​ເຈີມ​ມາ ແລ້ວ​ເຈີມ​ລາວ​ໂດຍ​ເທ​ນໍ້າມັນ​ນັ້ນ​ໃສ່​ເທິງ​ຫົວ​ຂອງ​ລາວ. 8ຈົ່ງ​ນໍາເອົາ​ບັນດາ​ລູກຊາຍ​ຂອງ​ລາວ​ມາ ແລ້ວ​ສວມ​ເສື້ອຊັ້ນໃນ​ໃຫ້​ພວກເຂົາ 9ແລະ ມັດ​ຜ້າຮັດແອວ​ໃຫ້​ອາໂຣນ ແລະ ບັນດາ​ລູກ​ຂອງ​ລາວ.#29:9 ພາສາ​ເຮັບເຣີ; ເຊັບຕູອາຈິນ​ວ່າ ພວກເຂົາ ພວກເຂົາ​ຈະ​ເປັນ​ປະໂລຫິດ​ຕາມ​ຂໍ້​ປະຕິບັດ​ຖາວອນ.
“ຫລັງຈາກນັ້ນ ເຈົ້າ​ຈະ​ຕ້ອງ​ສະຖາປະນາ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ.
10“ຈົ່ງ​ນຳ​ງົວໜຸ່ມ​ມາ​ທີ່​ຕໍ່ໜ້າ​ເຕັນນັດພົບ, ແລ້ວ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຈະ​ວາງ​ມື​ຂອງ​ພວກເຂົາ​ໃສ່​ເທິງ​ຫົວ​ຂອງ​ງົວ​ນັ້ນ. 11ເຈົ້າ​ຈົ່ງ​ຂ້າ​ງົວ​ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ທາງເຂົ້າ​ເຕັນນັດພົບ. 12ຈົ່ງ​ເອົາ​ເລືອດ​ຂອງ​ງົວ​ບາງສ່ວນ​ແລ້ວ​ທາ​ເລືອດ​ນັ້ນ​ໃສ່​ເຂົາ​ຂອງ​ແທ່ນບູຊາ​ດ້ວຍ​ນີ້ວມື​ຂອງ​ເຈົ້າ ແລະ ເທ​ສ່ວນ​ທີ່​ເຫລືອ​ຂອງ​ເລືອດ​ໃສ່​ຖານ​ຂອງ​ແທ່ນບູຊາ. 13ແລ້ວ​ຈົ່ງ​ເອົາ​ໄຂມັນ​ທັງໝົດ​ທີ່​ຫຸ້ມ​ເຄື່ອງໃນ, ໄຂມັນ​ທີ່​ຫຸ້ມ​ກີບ​ຍາວ​ຂອງ​ຕັບ, ໝາກໄຂ່ຫລັງ​ທັງ​ສອງ​ໜ່ວຍ​ພ້ອມ​ກັບ​ໄຂມັນ​ທີ່​ຫຸ້ມ​ໝາກໄຂ່ຫລັງ​ນັ້ນ​ແລ້ວ​ເຜົາ​ເທິງ​ແທ່ນບູຊາ. 14ແຕ່​ຈົ່ງ​ເຜົາ​ຊີ້ນ​ຂອງ​ງົວ, ໜັງ ແລະ ໄສ້​ຂອງ​ງົວ​ຢູ່​ນອກ​ຄ້າຍພັກ. ນີ້​ແມ່ນ​ເຄື່ອງບູຊາ​ໄຖ່​ບາບ.#29:14 ການຊຳລະ​ໃຫ້​ບໍລິສຸດ ຢູ່​ໃນ​ຂໍ້ 36 ກໍ​ເໝືອນກັນ
15“ຈົ່ງ​ເອົາ​ແກະເຖິກ​ໂຕ​ໜຶ່ງ​ມາ, ແລ້ວ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຈະ​ວາງມື​ຂອງ​ພວກເຂົາ​ໃສ່​ເທິງ​ຫົວ​ຂອງ​ແກະ​ນັ້ນ. 16ຈົ່ງ​ຂ້າ​ແກະເຖິກ​ໂຕ​ນັ້ນ ແລ້ວ​ເອົາ​ເລືອດ​ຂອງ​ມັນ​ມາ​ສາດ​ໃສ່​ອ້ອມຂ້າງ​ຂອງ​ແທ່ນບູຊາ. 17ຈົ່ງ​ຕັດ​ແກະເຖິກ​ເປັນ​ຕ່ອນໆ​ແລ້ວ​ລ້າງ​ເຄື່ອງໃນ ແລະ ຂາ​ໃຫ້​ສະອາດ, ວາງ​ສິ່ງ​ເຫລົ່ານັ້ນ​ໃສ່​ກັບ​ຫົວ ແລະ ຕ່ອນ​ອື່ນໆ. 18ຫລັງຈາກນັ້ນ ຈົ່ງ​ເຜົາ​ແກະເຖິກ​ນັ້ນ​ທັງໝົດ​ເທິງ​ແທ່ນບູຊາ. ນີ້​ເປັນ​ເຄື່ອງເຜົາບູຊາ​ແກ່​ພຣະເຈົ້າຢາເວ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ພໍໃຈ, ເປັນ​ເຄື່ອງບູຊາ​ດ້ວຍ​ໄຟ​ຖວາຍ​ແກ່​ພຣະເຈົ້າຢາເວ.
19“ຈົ່ງ​ເອົາ​ແກະເຖິກ​ອີກ​ໜຶ່ງ​ໂຕ​ມາ, ແລ້ວ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຈະ​ວາງມື​ໃສ່​ເທິງ​ຫົວ​ຂອງ​ແກະເຖິກ​ນັ້ນ. 20ຈົ່ງ​ຂ້າ​ແກະເຖິກ​ນັ້ນ, ແລ້ວ​ເອົາ​ເລືອດ​ບາງ​ສ່ວນ​ມາ​ແລ້ວ​ທາ​ໃສ່​ຕິ່ງ​ຫູ​ເບື້ອງຂວາ​ຂອງ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ, ທາ​ໃສ່​ຫົວໂປ້ມື​ເບື້ອງຂວາ​ຂອງ​ພວກເຂົາ ກັບ​ຫົວໂປ້ຕີນ​ເບື້ອງຂວາ​ຂອງ​ພວກເຂົາ. ຫລັງຈາກນັ້ນ ຈົ່ງ​ສາດ​ເລືອດ​ສ່ວນ​ທີ່​ເຫລືອ​ໃສ່​ອ້ອມຂ້າງ​ຂອງ​ແທ່ນບູຊາ. 21ແລ້ວ​ຈົ່ງ​ເອົາ​ເລືອດ​ສ່ວນໜຶ່ງ​ຈາກ​ແທ່ນບູຊາ ແລະ ເອົາ​ສ່ວນ​ໜຶ່ງ​ຂອງ​ນໍ້າມັນເຈີມ ແລ້ວ​ຊິດ​ໃສ່​ອາໂຣນ ແລະ ເຄື່ອງແຕ່ງກາຍ​ຂອງ​ລາວ ແລະ ຊິດ​ໃສ່​ບັນດາ​ລູກຊາຍ​ຂອງ​ລາວ ແລະ ເຄື່ອງແຕ່ງກາຍ​ຂອງ​ພວກເຂົາ. ແລ້ວ​ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ ແລະ ເຄື່ອງແຕ່ງກາຍ​ຂອງ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອຸທິດ​ແລ້ວ.
22“ຈົ່ງ​ເອົາ​ຈາກ​ແກະເຖິກ​ນີ້​ຄື: ໄຂມັນ​ໃນ​ຫາງ, ໄຂມັນ​ຫຸ້ມ​ເຄື່ອງໃນ, ໄຂມັນ​ຫຸ້ມ​ກີບ​ຕັບ, ໝາກໄຂ່ຫລັງ​ທັງ​ສອງ​ໜ່ວຍ​ກັບ​ໄຂມັນ​ຫຸ້ມ​ໝາກໄຂ່ຫລັງ ແລະ ຕົ້ນຂາ​ຂວາ. (ນີ້​ແມ່ນ​ແກະ​ສຳລັບ​ການ​ສະຖາປະນາ) 23ຈົ່ງ​ເອົາ​ເຂົ້າຈີ່​ກ້ອນ​ໜຶ່ງ, ເຂົ້າຈີ່​ປະສົມ​ນ້ຳມັນ​ໝາກກອກ ແລະ ເຂົ້າຈີ່​ແຜ່ນ​ບາງ​ໜຶ່ງ​ແຜ່ນ​ຈາກ​ກະຕ່າ​ທີ່​ບັນຈຸ​ເຂົ້າຈີ່​ບໍ່​ໃສ່​ເຊື້ອແປ້ງ​ທີ່​ວາງ​ໄວ້​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ. 24ເອົາ​ເຄື່ອງ​ທັງໝົດ​ນີ້​ໃສ່​ໃນ​ມື​ຂອງ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ, ແລ້ວ​ໃຫ້​ພວກເຂົາ​ແກວ່ງ​ເຄື່ອງ​ທັງໝົດ​ນັ້ນ​ໄປ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ເພື່ອ​ເປັນ​ເຄື່ອງບູຊາ​ແກວ່ງໄປມາ​ຖວາຍ. 25ແລ້ວ​ຈົ່ງ​ຮັບ​ເຄື່ອງ​ເຫລົ່ານັ້ນ​ຈາກ​ມື​ຂອງ​ພວກເຂົາ ແລະ ນຳ​ໄປ​ເຜົາ​ຢູ່​ເທິງ​ແທ່ນບູຊາ​ພ້ອມ​ກັບ​ເຄື່ອງເຜົາບູຊາ​ເພື່ອ​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າຢາເວ​ພໍໃຈ, ເປັນ​ເຄື່ອງບູຊາ​ດ້ວຍ​ໄຟ​ຖວາຍ​ແກ່​ພຣະເຈົ້າຢາເວ. 26ຫລັງຈາກນັ້ນ ຈົ່ງ​ເອົາ​ຊີ້ນໜ້າເອິກ​ຂອງ​ແກະເຖິກ​ສຳລັບ​ການ​ສະຖາປະນາ​ອາໂຣນ​ມາ, ແກວ່ງ​ຊີ້ນ​ນັ້ນ​ໄປ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ເພື່ອ​ເປັນ​ເຄື່ອງບູຊາ​ແກວ່ງໄປມາ​ຖວາຍ, ແລ້ວ​ຊີ້ນໜ້າເອິກ​ນັ້ນ​ກໍ​ຈະ​ເປັນ​ສ່ວນ​ຂອງ​ເຈົ້າ.
27“ຈົ່ງ​ອຸທິດ​ສ່ວນ​ເຫລົ່ານັ້ນ​ຂອງ​ແກະເຖິກ​ທີ່​ໃຊ້​ໃນ​ການ​ສະຖາປະນາ​ວ່າ​ເປັນ​ຂອງ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຄື: ຊີ້ນໜ້າເອິກ​ທີ່​ໄດ້​ຖືກ​ແກວ່ງ​ໄປ​ມາ​ຖວາຍ​ແລ້ວ ແລະ ຊີ້ນ​ຕົ້ນຂາ​ທີ່​ໄດ້​ຖວາຍ​ແລ້ວ. 28ຊາວ​ອິດສະຣາເອນ​ຈະ​ຕ້ອງ​ເອົາ​ສ່ວນ​ນີ້​ຂອງ​ເຄື່ອງບູຊາ​ໃຫ້​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ສະເໝີ, ເຊິ່ງ​ເປັນ​ສ່ວນ​ທີ່​ຊາວ​ອິດສະຣາເອນ​ຈະ​ຕ້ອງ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຈາກ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຂອງ​ພວກເຂົາ.
29“ເຄື່ອງ​ແຕ່ງ​ກາຍ​ສັກສິດ​ຂອງ​ອາໂຣນ​ຈະ​ເປັນ​ຂອງ​ເຊື້ອສາຍ​ຂອງ​ລາວ ເພື່ອ​ວ່າ​ພວກເຂົາ​ສາມາດ​ຮັບ​ການ​ເຈີມ ແລະ ການ​ສະຖາປະນາ​ໄດ້​ດ້ວຍ​ເຄື່ອງແຕ່ງກາຍ​ເຫລົ່ານີ້. 30ລູກຊາຍ​ຜູ້​ທີ່​ຈະ​ສືບທອດ​ລາວ​ເປັນ​ປະໂລຫິດ ແລ້ວ​ເຂົ້າມາ​ທີ່​ເຕັນນັດພົບ​ເພື່ອ​ປະຕິບັດ​ໜ້າທີ່​ໃນ​ບ່ອນ​ສັກສິດ​ນັ້ນ ຈະຕ້ອງ​ນຸ່ງ​ເຄື່ອງແຕ່ງກາຍ​ເຫລົ່ານີ້​ເຈັດ​ວັນ.
31“ຈົ່ງ​ເອົາ​ຊີ້ນ​ແກະເຖິກ​ສຳລັບ​ການ​ສະຖາປະນາ​ມາ​ຕົ້ມ​ໃນ​ບ່ອນ​ສັກສິດ. 32ຢູ່​ທີ່​ທາງ​ເຂົ້າ​ໄປ​ຍັງ​ເຕັນນັດພົບ, ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ​ຈະ​ກິນ​ຊີ້ນ​ແກະ ແລະ ເຂົ້າຈີ່​ທີ່​ຢູ່​ໃນ​ກະຕ່າ​ນັ້ນ. 33ພວກເຂົາ​ຈະ​ຕ້ອງ​ກິນ​ຂອງ​ຖວາຍ​ເຫລົ່ານີ້​ທີ່​ເປັນ​ເຄື່ອງບູຊາ​ລຶບລ້າງ​ບາບ​ທີ່​ໃຊ້​ໃນ​ການ​ສະຖາປະນາ ແລະ ການ​ອຸທິດ​ຕົນ​ຂອງ​ພວກເຂົາ. ແຕ່​ບໍ່​ມີ​ຄົນ​ອື່ນ​ໃດ​ຈະ​ໄດ້​ກິນ​ເຄື່ອງຖວາຍ​ເຫລົ່ານີ້, ເພາະ​ເປັນ​ເຄື່ອງ​ສັກສິດ. 34ແລະ ຖ້າ​ມີ​ຊີ້ນ​ແກະເຖິກ​ສຳລັບ​ສະຖາປະນາ ຫລື ເຂົ້າຈີ່​ເຫລືອ​ຄ້າງ​ເຖິງ​ຕອນເຊົ້າ, ຈົ່ງ​ເຜົາ​ຖິ້ມ​ສິ່ງ​ເຫລົ່ານັ້ນ​ໃຫ້​ໝົດ.
35“ຈົ່ງ​ເຮັດ​ທຸກສິ່ງ​ສຳລັບ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຕາມ​ທີ່​ເຮົາ​ສັ່ງ​ເຈົ້າ​ໄວ້ ໂດຍ​ໃຊ້​ເວລາ​ເຈັດ​ວັນ​ໃນ​ການ​ສະຖາປະນາ​ພວກເຂົາ. 36ໃນ​ແຕ່​ລະ​ມື້ ຈົ່ງ​ຖວາຍບູຊາ​ງົວເຖິກ​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ. ຈົ່ງ​ຊຳລະ​ແທ່ນບູຊາ​ໂດຍ​ເຮັດ​ການ​ລຶບລ້າງ​ມົນທິນ​ສຳລັບ​ແທ່ນບູຊາ, ແລ້ວ​ເຈີມ​ແທ່ນບູຊາ​ນັ້ນ​ເພື່ອ​ຊຳລະ​ໃຫ້​ບໍລິສຸດ. 37ຕະຫລອດ​ເຈັດ​ວັນ ຈົ່ງ​ເຮັດ​ພິທີ​ລຶບລ້າງ​ມົນທິນ​ສຳລັບ​ແທ່ນບູຊາ ແລະ ຊຳລະ​ແທ່ນ​ໃຫ້​ບໍລິສຸດ. ແລ້ວ​ແທ່ນບູຊາ​ຈະ​ສັກສິດ​ທີ່ສຸດ ແລະ ບໍ່​ວ່າ​ສິ່ງໃດ​ກໍ​ຕາມ​ທີ່​ແຕະຕ້ອງ​ແທ່ນ​ນັ້ນ, ສິ່ງ​ນັ້ນ​ຈະ​ບໍລິສຸດ.
38“ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຈະ​ຕ້ອງ​ຖວາຍ​ເທິງ​ແທ່ນບູຊາ​ປົກກະຕິ​ໃນ​ແຕ່ລະວັນ​ຄື: ລູກແກະ​ເຖິກ​ອາຍຸ​ໜຶ່ງ​ປີ​ສອງ​ໂຕ. 39ໂຕ​ໜຶ່ງ​ຖວາຍ​ໃນ​ຕອນເຊົ້າ ແລະ ອີກ​ໂຕ​ໜຶ່ງ​ຖວາຍ​ໃນ​ຕອນແລງ. 40ຈົ່ງ​ຖວາຍ​ແປ້ງ​ລະອຽດ​ປະມານ​ໜຶ່ງ​ສ່ວນ​ສິບ​ຂອງ​ເອຟາ#29:40 ພາສາ​ເຮັບເຣີ​ວ່າ 1,6 ກິໂລ ປະສົມ​ນ້ຳມັນ​ໝາກກອກ​ປະມານ​ໜຶ່ງສ່ວນສີ່​ຂອງ​ຮິນ#29:40 ພາສາ​ເຮັບເຣີ​ວ່າ 1 ລິດ ແລະ ເຫລົ້າອະງຸ່ນ​ປະມານ​ໜຶ່ງ​ສ່ວນ​ສີ່​ຮິນ#29:40 ພາສາ​ເຮັບເຣີ​ວ່າ 1 ລິດ ເປັນ​ເຄື່ອງດື່ມ​ຖວາຍບູຊາ​ພ້ອມ​ກັບ​ແກະ​ໂຕ​ທຳອິດ. 41ຈົ່ງ​ຖວາຍ​ແກະ​ໂຕ​ອື່ນ​ອີກ​ໃນ​ຕອນແລງ​ພ້ອມ​ກັບ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ ແລະ ເຄື່ອງດື່ມ​ຖວາຍບູຊາ​ຄື​ກັນ​ກັບ​ຕອນເຊົ້າ ເປັນ​ກິ່ນຫອມ​ທີ່​ເປັນ​ທີ່​ພໍໃຈ, ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ຖວາຍ​ແກ່​ພຣະເຈົ້າຢາເວ.
42“ເຄື່ອງເຜົາບູຊາ​ນີ້​ຈະ​ຕ້ອງ​ໄດ້​ປະຕິບັດ​ເປັນ​ປະຈຳ​ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ​ທີ່​ທາງ​ເຂົ້າ​ເຕັນນັດພົບ​ຕໍ່ໜ້າ​ພຣະເຈົ້າຢາເວ. ຢູ່​ທີ່​ນັ້ນ​ເຮົາ​ຈະ​ມາ​ພົບ​ເຈົ້າ ແລະ ເວົ້າ​ກັບ​ເຈົ້າ; 43ຢູ່​ທີ່​ນັ້ນ​ເຮົາ​ຈະ​ພົບ​ກັບ​ຊາວ​ອິດສະຣາເອນ​ເໝືອນ​ກັນ ແລະ ສະຫງ່າລາສີ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ສະຖານທີ່​ນັ້ນ​ເປັນ​ບ່ອນ​ສັກສິດ.
44“ດັ່ງນັ້ນ ເຮົາ​ຈະ​ຊຳລະ​ເຕັນນັດພົບ ແລະ ແທ່ນບູຊາ​ສັກສິດ ພ້ອມ​ທັງ​ຈະ​ຊຳລະ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ເພື່ອ​ເປັນ​ປະໂລຫິດ​ຮັບໃຊ້​ເຮົາ. 45ແລ້ວ​ເຮົາ​ຈະ​ຢູ່​ທ່າມກາງ​ຊາວ​ອິດສະຣາເອນ ແລະ ເປັນ​ພຣະເຈົ້າ​ຂອງ​ພວກເຂົາ. 46ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ, ຜູ້​ທີ່​ນຳ​ເອົາ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ ເພື່ອ​ວ່າ​ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ. ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in