ອົບພະຍົບ 19
19
ທີ່ພູເຂົາຊີນາຍ
1ໃນມື້ທີໜຶ່ງຂອງເດືອນທີສາມຫລັງຈາກທີ່ຊາວອິດສະຣາເອນໄດ້ອອກຈາກເອຢິບ ໃນວັນນັ້ນພວກເຂົາກໍໄດ້ມາເຖິງຖິ່ນກັນດານຊີນາຍ. 2ຫລັງຈາກທີ່ພວກເຂົາເດີນທາງອອກຈາກເຣຟີດີມແລ້ວ, ພວກເຂົາກໍໄດ້ເຂົ້າເຂດຖິ່ນກັນດານຊີນາຍ ແລະ ຊາວອິດສະຣາເອນກໍໄດ້ຕັ້ງຄ້າຍພັກຢູ່ໃນຖິ່ນກັນດານຕໍ່ໜ້າພູເຂົານັ້ນ.
3ແລ້ວໂມເຊກໍໄດ້ຂຶ້ນໄປພົບພຣະເຈົ້າ, ແລ້ວພຣະເຈົ້າຢາເວກໍໄດ້ເອີ້ນເພິ່ນຈາກພູເຂົານັ້ນ ແລະ ເວົ້າວ່າ, “ນີ້ແມ່ນສິ່ງທີ່ເຈົ້າຈະຕ້ອງເວົ້າກັບເຊື້ອສາຍຂອງຢາໂຄບ ແລະ ເປັນສິ່ງທີ່ເຈົ້າຈະຕ້ອງບອກປະຊາຊົນອິດສະຣາເອນຄື: 4‘ພວກເຈົ້າເອງໄດ້ເຫັນສິ່ງທີ່ເຮົາໄດ້ເຮັດແກ່ເອຢິບແລ້ວ ແລະ ເຫັນວິທີທີ່ເຮົາໄດ້ອູ້ມເອົາພວກເຈົ້າໄວ້ເທິງປີກຂອງນົກອິນຊີ ແລະ ນຳເອົາພວກເຈົ້າມາຫາເຮົາເອງ. 5ບັດນີ້ ຖ້າພວກເຈົ້າເຊື່ອຟັງເຮົາຢ່າງຄົບຖ້ວນ ແລະ ຮັກສາພັນທະສັນຍາຂອງເຮົາ, ແລ້ວພວກເຈົ້າກໍຈະເປັນສົມບັດອັນລ້ຳຄ່າຂອງເຮົາຈາກຊົນຊາດທັງໝົດ. ເຖິງແມ່ນວ່າທົ່ວທັງໂລກເປັນຂອງເຮົາກໍຕາມ. 6ແຕ່ພວກເຈົ້າຈະເປັນອານາຈັກແຫ່ງບັນດາປະໂລຫິດ ແລະ ເປັນຊົນຊາດບໍລິສຸດສຳລັບເຮົາ’. ພວກເຈົ້າຈະຕ້ອງກ່າວຖ້ອຍຄຳເຫລົ່ານີ້ແກ່ຊາວອິດສະຣາເອນ”.
7ດັ່ງນັ້ນ ໂມເຊຈຶ່ງກັບລົງມາ ແລ້ວເອີ້ນຜູ້ອາວຸໂສຂອງປະຊາຊົນມາປະຊຸມ ແລະ ກ່າວທຸກຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ສັ່ງໃຫ້ເພິ່ນເວົ້າ. 8ປະຊາຊົນທັງໝົດໄດ້ພາກັນຕອບວ່າ, “ພວກເຮົາຈະເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງ”. ດັ່ງນັ້ນ ໂມເຊຈຶ່ງນຳເອົາຄຳຕອບຂອງພວກເຂົາກັບໄປຫາພຣະເຈົ້າຢາເວ.
9ພຣະເຈົ້າຢາເວຈຶ່ງເວົ້າກັບໂມເຊວ່າ, “ເຮົາກຳລັງຈະມາຫາເຈົ້າໃນເມກອັນຕຶບໜາ, ເພື່ອວ່າປະຊາຊົນຈະໄດ້ຍິນສຽງເຮົາເວົ້າກັບເຈົ້າ ແລະ ພວກເຂົາຈະໄດ້ໄວ້ວາງໃຈໃນເຈົ້າຕະຫລອດໄປ”. ແລ້ວໂມເຊຈຶ່ງບອກພຣະເຈົ້າຢາເວຕາມທີ່ປະຊາຊົນໄດ້ເວົ້າ.
10ແລະ ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງໄປຫາປະຊາຊົນແລ້ວຊຳລະພວກເຂົາໃຫ້ບໍລິສຸດໃນມື້ນີ້ ແລະ ມື້ອື່ນ. ໃຫ້ພວກເຂົາຊັກເຄື່ອງນຸ່ງຂອງພວກເຂົາ 11ແລະ ຕຽມຕົວໃຫ້ພ້ອມໃນວັນທີສາມ, ເພາະໃນວັນນັ້ນພຣະເຈົ້າຢາເວຈະລົງມາທີ່ພູເຂົາຊີນາຍຕໍ່ໜ້າປະຊາຊົນທຸກຄົນ. 12ຈົ່ງກຳນົດຂອບເຂດສຳລັບປະຊາຊົນທີ່ບໍລິເວນພູເຂົາ ແລະ ບອກພວກເຂົາວ່າ, ‘ຈົ່ງລະວັງໃຫ້ດີ ຢ່າໃຫ້ພວກເຈົ້າເຂົ້າໄປໃກ້ພູເຂົາ ຫລື ແຕະຕ້ອງຕີນພູເຂົານັ້ນ. ຜູ້ໃດກໍຕາມທີ່ແຕະຕ້ອງພູເຂົານັ້ນກໍຈະມີໂທດເຖິງຕາຍ. 13ພວກເຂົາຈະຕ້ອງຖືກແກ່ວງກ້ອນຫີນໃສ່ ຫລື ຖືກຍິງດ້ວຍທະນູ; ຢ່າໃຫ້ມືຜູ້ໃດວາງມືໃສ່ພວກເຂົາ. ບໍ່ວ່າເປັນຄົນ ຫລື ສັດເມື່ອຝ່າຝືນຈະຕ້ອງຕາຍ’. ເມື່ອສຽງເປົ່າເຂົາສັດດັງຂຶ້ນເປັນສັນຍານຍາວຄັ້ງໜຶ່ງເທົ່ານັ້ນພວກເຂົາຈຶ່ງຈະເຂົ້າໃກ້ພູເຂົາໄດ້”.
14ຫລັງຈາກນັ້ນ ໂມເຊຈຶ່ງໄດ້ລົງຈາກພູເຂົາມາຫາປະຊາຊົນ, ເພິ່ນໄດ້ຊຳລະພວກເຂົາໃຫ້ບໍລິສຸດ ແລະ ພວກເຂົາກໍໄດ້ຊັກເຄື່ອງນຸ່ງຂອງພວກເຂົາ. 15ແລ້ວໂມເຊກໍໄດ້ເວົ້າກັບປະຊາຊົນວ່າ, “ຈົ່ງຕຽມຕົວໃຫ້ພ້ອມສຳລັບມື້ທີສາມ. ຈົ່ງລະເວັ້ນຈາກຄວາມສຳພັນທາງເພດ”.
16ໃນຕອນເຊົ້າຂອງມື້ທີສາມກໍມີຟ້າຮ້ອງ ແລະ ຟ້າແມບ, ພ້ອມທັງມີເມກຕຶບໜາປົກຄຸມພູນັ້ນ, ແລ້ວກໍມີສຽງເປົ່າແກ່ດັງກ້ອງຂຶ້ນ. ທຸກຄົນໃນຄ້າຍພັກຕົກໃຈຢ້ານຈົນຕົວສັ່ນ. 17ແລ້ວໂມເຊຈຶ່ງໄດ້ນຳພາພວກເຂົາອອກຈາກຄ້າຍພັກໄປພົບພຣະເຈົ້າ ແລະ ພວກເຂົາກໍຢືນຢູ່ທີ່ຕີນພູ. 18ພູເຂົາຊີນາຍຖືກປົກຄຸມດ້ວຍຄວັນ, ເພາະພຣະເຈົ້າຢາເວລົງມາເທິງພູເຂົານັ້ນດ້ວຍໄຟ. ຄວັນພຸ່ງຂຶ້ນຈາກພູເຂົານັ້ນເໝືອນດັ່ງຄວັນທີ່ອອກຈາກເຕົາຫລອມ ແລະ ພູເຂົາ#19:18 ສະບັບພາສາເຮັບເຣີທີ່ຂຽນດ້ວຍມືສ່ວນໃຫຍ່; ບາງສະບັບທີ່ຂຽນດ້ວຍມື ແລະ ສະບັບເຊັບຕູອາຈິນວ່າ, ແລະ ປະຊາຊົນທັງໝົດທັງໜ່ວຍກໍສັ່ນສະເທືອນຢ່າງຮຸນແຮງ. 19ຂະນະທີ່ສຽງແກດັງກ້ອງຂຶ້ນ ແລະ ກ້ອງຂຶ້ນນັ້ນ, ໂມເຊຈຶ່ງກ່າວອອກ ແລະ ມີສຽງຂອງພຣະເຈົ້າກ່າວຕອບເພິ່ນ.#19:19 ຫລື ແລະ ພຣະເຈົ້າໄດ້ຕອບເພິ່ນເປັນສຽງຟ້າຮ້ອງ
20ພຣະເຈົ້າຢາເວໄດ້ລົງມາທີ່ຈອມພູເຂົາຊີນາຍ ແລະ ເອີ້ນໂມເຊໃຫ້ຂຶ້ນໄປຈອມພູເຂົາ. ດັ່ງນັ້ນ ໂມເຊຈຶ່ງຂຶ້ນໄປ 21ແລະ ພຣະເຈົ້າຢາເວເວົ້າກັບເພິ່ນວ່າ, “ຈົ່ງລົງໄປແລ້ວເຕືອນປະຊາຊົນເພື່ອບໍ່ໃຫ້ພວກເຂົາຝ່າຂອບເຂດຂອງພວກເຂົາຂຶ້ນມາເພື່ອຢາກເຫັນພຣະເຈົ້າຢາເວ ແລ້ວຫລາຍຄົນໃນພວກເຂົາຈະຕາຍ. 22ແມ່ນແຕ່ບັນດາປະໂລຫິດທີ່ເຂົ້າມາໃກ້ພຣະເຈົ້າຢາເວກໍຕ້ອງໄດ້ຊຳລະຕົນເອງໃຫ້ບໍລິສຸດ ບໍ່ດັ່ງນັ້ນພຣະເຈົ້າຢາເວຈະອອກມາທຳລາຍພວກເຂົາ”.
23ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ປະຊາຊົນບໍ່ສາມາດຂຶ້ນມາເທິງພູເຂົາຊີນາຍໄດ້, ເພາະພຣະອົງເອງໄດ້ເຕືອນພວກຂ້ານ້ອຍແລ້ວວ່າ, ‘ໃຫ້ກຳນົດຂອບເຂດອ້ອມພູເຂົາ ແລະ ແຍກພູເຂົານັ້ນໄວ້ເປັນເຂດບໍລິສຸດສັກສິດ’ ”.
24ພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງລົງໄປແລ້ວນຳເອົາອາໂຣນຂຶ້ນມາກັບເຈົ້າ. ແຕ່ບັນດາປະໂລຫິດ ແລະ ປະຊາຊົນຕ້ອງບໍ່ຝ່າຂອບເຂດຂອງພວກເຂົາຂຶ້ນມາຫາພຣະເຈົ້າຢາເວ, ບໍ່ດັ່ງນັ້ນພຣະອົງຈະທຳລາຍພວກເຂົາ”.
25ດັ່ງນັ້ນ ໂມເຊຈຶ່ງລົງມາຫາປະຊາຊົນ ແລະ ບອກພວກເຂົາ.
Currently Selected:
ອົບພະຍົບ 19: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: