YouVersion Logo
Search Icon

ອົບພະຍົບ 18

18
ເຢທະໂຣ​ມາ​ຢ້ຽມຢາມ​ໂມເຊ
1ບັດນີ້ ເຢທະໂຣ ເຊິ່ງ​ເປັນ​ປະໂລຫິດ​ແຫ່ງ​ມີດີອານ ແລະ ເປັນ​ພໍ່ເຖົ້າ​ຂອງ​ໂມເຊ​ໄດ້​ຍິນ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ເພື່ອ​ໂມເຊ ແລະ ເພື່ອ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ແລະ ວິທີ​ທີ່​ພຣະເຈົ້າຢາເວ​ໄດ້​ນຳ​ເອົາ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ.
2ຫລັງຈາກ​ທີ່​ໂມເຊ​ໄດ້​ສົ່ງ​ສິບໂປຣາ​ເມຍ​ຂອງ​ຕົນ​ອອກ​ໄປ​ແລ້ວ, ເຢທະໂຣ​ພໍ່ເຖົ້າ​ຂອງ​ເພິ່ນ​ກໍ​ໄດ້​ຮັບ​ເອົາ​ນາງ 3ແລະ ລູກຊາຍ​ທັງ​ສອງ​ຂອງ​ນາງ. ລູກຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເກໂຊມ,#18:3 ຄຳ​ວ່າ ເກໂຊນ ມີ​ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ ຄົນຕ່າງດ້າວ​ໃນ​ທີ່ນັ້ນ ເພາະ​ໂມເຊ​ກ່າວ​ວ່າ, “ເຮົາ​ກາຍເປັນ​ຄົນຕ່າງດ້າວ​ໃນ​ຕ່າງ​ແດນ;” 4ແລະ ລູກຊາຍ​ອີກ​ຄົນ​ໜຶ່ງ​ຊື່​ວ່າ​ເອລີເອເຊ#18:4 ແປ​ວ່າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເປັນ​ຜູ້ຊ່ວຍ ເພາະ​ໂມເຊ​ໄດ້​ເວົ້າ​ວ່າ, “ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ເປັນ​ຜູ້ຊ່ວຍ​ຂອງ​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍເຫລືອ​ຂ້ານ້ອຍ​ຈາກ​ດາບ​ຂອງ​ຟາໂຣ”.
5ເຢທະໂຣ​ພໍ່ເຖົ້າ​ຂອງ​ໂມເຊ​ພ້ອມ​ດ້ວຍ​ບັນດາ​ລູກຊາຍ ແລະ ເມຍ​ຂອງ​ໂມເຊ ໄດ້​ມາ​ຫາ​ເພິ່ນ​ໃນ​ຖິ່ນກັນດານ, ບ່ອນ​ທີ່​ເພິ່ນ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃກ້​ກັບ​ພູເຂົາ​ຂອງ​ພຣະເຈົ້າ. 6ເຢທະໂຣ​ໄດ້​ສົ່ງ​ຂ່າວ​ໄປ​ຫາ​ເພິ່ນ​ວ່າ, “ຂ້າພະເຈົ້າ, ເຢທະໂຣ​ພໍ່ເຖົ້າ​ຂອງ​ເຈົ້າ​ກຳລັງ​ມາ​ຫາ​ເຈົ້າ​ພ້ອມ​ດ້ວຍ​ເມຍ​ຂອງ​ເຈົ້າ ແລະ ລູກຊາຍ​ທັງ​ສອງ​ຂອງ​ນາງ”.
7ດັ່ງນັ້ນ ໂມເຊ​ຈຶ່ງ​ອອກ​ໄປ​ພົບ​ພໍ່ເຖົ້າ​ຂອງ​ເພິ່ນ ແລະ ກົ້ມ​ລົງ​ຈູບ​ເຢທະໂຣ. ຫລັງຈາກ​ພວກເພິ່ນ​ທັກທາຍ​ກັນ​ແລ້ວ​ກໍ​ພາ​ກັນ​ເຂົ້າ​ໄປ​ໃນ​ເຕັນ. 8ໂມເຊ​ໄດ້​ເລົ່າ​ໃຫ້​ພໍ່ເຖົ້າ​ຟັງ​ກ່ຽວກັບ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ຕໍ່​ຟາໂຣ ແລະ ຕໍ່​ຊາວ​ເອຢິບ​ເພາະ​ເຫັນ​ແກ່​ອິດສະຣາເອນ ແລະ ກ່ຽວກັບ​ຄວາມ​ຫຍຸ້ງຍາກ​ທັງໝົດ​ທີ່​ພວກເຂົາ​ໄດ້​ປະເຊີນ​ຕະຫລອດ​ການ​ເດີນທາງ ແລະ ວິທີ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍ​ເອົາ​ພວກເຂົາ.
9ເຢທະໂຣ​ດີໃຈ​ຫລາຍ​ທີ່​ໄດ້​ຍິນ​ເລື່ອງ​ດີ​ທັງໝົດ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ເພື່ອ​ອິດສະຣາເອນ​ໃນ​ການ​ກອບກູ້​ເອົາ​ພວກເຂົາ​ອອກ​ຈາກ​ເງື່ອມ​ມື​ຂອງ​ຊາວ​ເອຢິບ. 10ເຢທະໂຣ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ​ທີ່​ໄດ້​ກອບກູ້​ເອົາ​ເຈົ້າ​ອອກ​ຈາກ​ເງື່ອມ​ມື​ຂອງ​ຊາວ​ເອຢິບ ແລະ ຟາໂຣ, ທັງ​ໄດ້​ກອບກູ້​ເອົາ​ປະຊາຊົນ​ອອກ​ຈາກ​ເງື່ອມ​ມື​ຂອງ​ຊາວ​ເອຢິບ. 11ບັດນີ້ ພໍ່​ຮູ້​ແລ້ວ​ວ່າ​ພຣະເຈົ້າຢາເວ​ຍິ່ງໃຫຍ່​ກວ່າ​ບັນດາ​ພະ​ທັງປວງ, ເພາະ​ພຣະອົງ​ໄດ້​ເຮັດ​ສິ່ງ​ນີ້​ກັບ​ຄົນ​ເຫລົ່ານັ້ນ​ທີ່​ໄດ້​ປະຕິບັດ​ຕໍ່​ອິດສະຣາເອນ​ຢ່າງ​ຈອງຫອງ”. 12ແລ້ວ​ເຢທະໂຣ ພໍ່ເຖົ້າ​ຂອງ​ໂມເຊ​ຈຶ່ງ​ໄດ້​ນໍາ​ເອົາ​ເຄື່ອງເຜົາຖວາຍບູຊາ ແລະ ເຄື່ອງບູຊາ​ອື່ນໆ​ຖວາຍ​ແກ່​ພຣະເຈົ້າ, ແລ້ວ​ອາໂຣນ ແລະ ບັນດາ​ຜູ້ອາວຸໂສ​ຂອງ​ຊາວ​ອິດສະຣາເອນ​ກໍ​ມາ​ຮ່ວມ​ກິນ​ອາຫານ​ກັບ​ພໍ່ເຖົ້າ​ຂອງ​ໂມເຊ​ຕໍ່ໜ້າ​ພຣະເຈົ້າ.
13ໃນ​ມື້​ຕໍ່ມາ ໂມເຊ​ໄດ້​ນັ່ງ​ຕັ່ງ​ຂອງ​ເພິ່ນ​ເພື່ອ​ເຮັດ​ໜ້າທີ່​ຕັດສິນ​ຄວາມ​ໃຫ້​ປະຊາຊົນ ແລະ ພວກເຂົາ​ກໍ​ຢືນ​ອ້ອມຮອບ​ເພິ່ນ​ຕັ້ງແຕ່​ເຊົ້າ​ຈົນ​ເຖິງ​ຄໍ່າ. 14ເມື່ອ​ພໍ່ເຖົ້າ​ຂອງ​ໂມເຊ​ເຫັນ​ທຸກສິ່ງ​ທີ່​ໂມເຊ​ເຮັດ​ເພື່ອ​ປະຊາຊົນ​ແລ້ວ, ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ເຈົ້າ​ກຳລັງ​ເຮັດ​ຫຍັງ​ກັບ​ປະຊາຊົນ​ນີ້? ເປັນຫຍັງ​ເຈົ້າ​ຈຶ່ງ​ນັ່ງ​ຕັດສິນ​ຄວາມ​ຢູ່​ຄົນ​ດຽວ, ຂະນະ​ທີ່​ປະຊາຊົນ​ທັງໝົດ​ນີ້​ຢືນ​ຢູ່​ອ້ອມ​ເຈົ້າ​ຢູ່​ຕັ້ງແຕ່​ເຊົ້າ​ຈົນ​ຮອດ​ຄໍ່າ?”
15ໂມເຊ​ຈຶ່ງ​ຕອບ​ເພິ່ນ​ວ່າ, “ເພາະ​ວ່າ​ປະຊາຊົນ​ມາ​ຫາ​ຂ້ານ້ອຍ​ເພື່ອ​ຊອກຫາ​ຈຸດປະສົງ​ຂອງ​ພຣະເຈົ້າ. 16ເມື່ອ​ໃດ​ກໍ​ຕາມ​ທີ່​ພວກເຂົາ​ມີ​ຂໍ້​ຂັດແຍ້ງ​ກັນ ຂໍ້​ຂັດແຍ້ງ​ນັ້ນ​ກໍ​ຖືກ​ນຳ​ມາ​ຫາ​ຂ້ານ້ອຍ ແລະ ຂ້ານ້ອຍ​ກໍ​ຕັດສິນ​ລະຫວ່າງ​ສອງ​ຝ່າຍ ແລະ ແຈ້ງ​ພວກເຂົາ​ເລື່ອງ​ບັນດາ​ຂໍ້​ຄໍາສັ່ງ ແລະ ຄຳແນະນຳ​ຕ່າງໆ​ຂອງ​ພຣະເຈົ້າ”.
17ພໍ່ເຖົ້າ​ຂອງ​ໂມເຊ​ຈຶ່ງ​ຕອບ​ວ່າ, “ສິ່ງ​ທີ່​ເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ແມ່ນ​ບໍ່​ດີ. 18ເຈົ້າ ແລະ ປະຊາຊົນ​ເຫລົ່ານີ້​ທີ່​ມາ​ຫາ​ເຈົ້າ​ມີ​ແຕ່​ຈະ​ອ່ອນເພຍ​ໄປ. ວຽກງານ​ນີ້​ເປັນ​ພາລະ​ໜັກ​ຫລາຍ​ສຳລັບ​ເຈົ້າ; ເຈົ້າ​ບໍ່​ສາມາດ​ຈັດການ​ກັບ​ວຽກງານ​ນີ້​ຄົນ​ດຽວ​ໄດ້. 19ບັດນີ້ ຈົ່ງ​ຟັງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ຈະ​ໃຫ້​ຄຳແນະນໍາ​ແກ່​ເຈົ້າ ແລະ ຂໍ​ພຣະເຈົ້າ​ຢູ່​ກັບ​ເຈົ້າ. ເຈົ້າ​ຕ້ອງ​ເປັນ​ຕົວແທນ​ຂອງ​ປະຊາຊົນ​ເຂົ້າ​ພົບ​ພຣະເຈົ້າ ແລະ ນຳ​ເອົາ​ຂໍ້​ຂັດແຍ້ງ​ຂອງ​ພວກເຂົາ​ເຂົ້າ​ຫາ​ພຣະອົງ. 20ຈົ່ງ​ສັ່ງສອນ​ບັນດາ​ຂໍ້​ຄໍາສັ່ງ ແລະ ຄຳແນະນຳ​ຕ່າງໆ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ ສະແດງ​ວິທີ​ທາງ​ທີ່​ພວກເຂົາ​ຄວນ​ດຳເນີນຊີວິດ ແລະ ວິທີ​ທີ່​ພວກເຂົາ​ຄວນ​ປະຕິບັດ. 21ແຕ່​ຈົ່ງ​ເລືອກ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ຈາກ​ປະຊາຊົນ​ທັງໝົດ ເຊິ່ງ​ເປັນ​ຄົນ​ທີ່​ຢໍາເກງ​ພຣະເຈົ້າ, ເປັນ​ຄົນ​ທີ່​ໄວ້ວາງໃຈ​ໄດ້ ຄື​ຄົນ​ທີ່​ກຽດຊັງ​ສິ່ງ​ທີ່​ໄດ້​ມາ​ໂດຍ​ຄວາມ​ບໍ່​ສັດຊື່ ແລະ ແຕ່ງຕັ້ງ​ພວກເຂົາ​ເປັນ​ເຈົ້າໜ້າທີ່​ເບິ່ງແຍງ​ໜຶ່ງພັນ​ຄົນ, ໜຶ່ງຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ ສິບ​ຄົນ. 22ຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້​ຕັດສິນ​ຄວາມ​ສຳລັບ​ປະຊາຊົນ​ຕະຫລອດ​ເວລາ, ແຕ່​ໃຫ້​ພວກເຂົາ​ນໍາ​ທຸກ​ເລື່ອງ​ທີ່​ຫຍຸ້ງຍາກ​ມາ​ຫາ​ເຈົ້າ; ແຕ່​ເລື່ອງ​ທີ່​ງ່າຍ​ກໍ​ໃຫ້​ພວກເຂົາ​ຕັດສິນ​ກັນ​ເອງ. ວິທີ​ນີ້​ຈະ​ເຮັດ​ໃຫ້​ພາລະ​ໜັກ​ຂອງ​ເຈົ້າ​ເບົາ​ລົງ, ເພາະວ່າ​ພວກເຂົາ​ຈະ​ຮ່ວມ​ຮັບຜິດຊອບ​ກັບ​ເຈົ້າ. 23ຖ້າ​ເຈົ້າ​ເຮັດ​ຢ່າງ​ນີ້ ແລະ ພຣະເຈົ້າ​ກໍ​ສັ່ງ​ຢ່າງ​ນີ້​ເໝືອນ​ກັນ, ແລ້ວ​ເຈົ້າ​ກໍ​ຈະ​ສາມາດ​ອົດທົນ​ຕໍ່​ຄວາມ​ກົດດັນ​ໄດ້ ແລະ ປະຊາຊົນ​ທັງໝົດ​ເຫລົ່ານີ້​ກໍ​ຈະ​ເມືອ​ເຮືອນ​ດ້ວຍ​ຄວາມພໍໃຈ”.
24ໂມເຊ​ໄດ້​ເຊື່ອຟັງ​ພໍ່ເຖົ້າ​ຂອງ​ເພິ່ນ ແລະ ປະຕິບັດ​ຕາມ​ທຸກຢ່າງ​ທີ່​ເພິ່ນ​ໄດ້​ບອກ. 25ເພິ່ນ​ຈຶ່ງ​ເລືອກ​ເອົາ​ຄົນ​ທີ່​ມີ​ຄວາມສາມາດ​ຈາກ​ຊາວ​ອິດສະຣາເອນ​ທັງໝົດ ແລະ ແຕ່ງຕັ້ງ​ພວກເຂົາ​ເປັນ​ຜູ້ນຳ​ຂອງ​ປະຊາຊົນ, ໃຫ້​ເປັນ​ເຈົ້າໜ້າທີ່​ເບິ່ງແຍງ​ໜຶ່ງພັນ​ຄົນ, ໜຶ່ງຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ ສິບ​ຄົນ. 26ພວກເຂົາ​ເຮັດ​ໜ້າທີ່​ເປັນ​ຜູ້ຕັດສິນ​ຄວາມ​ສຳລັບ​ປະຊາຊົນ​ຢູ່​ຕະຫລອດ​ເວລາ. ເລື່ອງ​ທີ່​ຍາກ​ພວກເຂົາ​ກໍ​ໄດ້​ນຳ​ມາ​ຫາ​ໂມເຊ, ແຕ່​ເລື່ອງ​ທີ່​ງ່າຍ​ພວກເຂົາ​ກໍ​ຕັດສິນ​ກັນ​ເອງ.
27ຫລັງຈາກນັ້ນ ໂມເຊ​ກໍ​ໄດ້​ສົ່ງ​ພໍ່ເຖົ້າ​ຂອງ​ເພິ່ນ​ໄປ​ຕາມ​ທາງ​ຂອງ​ເພິ່ນ ແລະ ເຢທະໂຣ​ກໍ​ໄດ້​ກັບ​ຄືນ​ໄປ​ຍັງ​ປະເທດ​ຂອງ​ເພິ່ນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in