ອົບພະຍົບ 17
17
ນໍ້າອອກມາຈາກຫີນ
1ຊຸມຊົນອິດສະຣາເອນທັງໝົດໄດ້ອອກຈາກຖິ່ນກັນດານສິນ, ເດີນທາງຈາກບ່ອນໜຶ່ງໄປຍັງອີກບ່ອນໜຶ່ງຕາມຄຳສັ່ງຂອງພຣະເຈົ້າຢາເວ. ພວກເຂົາໄດ້ຕັ້ງຄ້າຍພັກທີ່ເຣຟີດີມ, ແຕ່ບ່ອນນັ້ນບໍ່ມີນ້ຳໃຫ້ປະຊາຊົນດື່ມ. 2ດັ່ງນັ້ນ ພວກເຂົາໄດ້ຖົກຖຽງກັບໂມເຊ ແລະ ເວົ້າວ່າ, “ຂໍນ້ຳໃຫ້ພວກເຮົາດື່ມ”.
ໂມເຊຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງຖົກຖຽງກັບເຮົາ? ເປັນຫຍັງຈຶ່ງທົດລອງພຣະເຈົ້າຢາເວ?”
3ແຕ່ຢູ່ທີ່ນັ້ນປະຊາຊົນຫິວນ້ຳ ແລະ ພວກເຂົາກໍໄດ້ຈົ່ມໃຫ້ໂມເຊ. ພວກເຂົາເວົ້າວ່າ: “ເປັນຫຍັງທ່ານຈຶ່ງນຳເອົາພວກເຮົາອອກມາຈາກເອຢິບ ໃຫ້ພວກເຮົາພ້ອມທັງລູກຫລານ ແລະ ຝູງສັດຂອງພວກເຮົາມາຫີວນ້ຳຕາຍຢູ່ທີ່ນີ້?”
4ຫລັງຈາກນັ້ນ ໂມເຊຈຶ່ງຮ້ອງຫາພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນເຮັດຢ່າງໃດກັບຄົນເຫລົ່ານີ້? ພວກເຂົາເກືອບຈະເອົາກ້ອນຫີນແກ່ວງໃສ່ຂ້ານ້ອຍແລ້ວ”.
5ພຣະເຈົ້າຢາເວໄດ້ຕອບໂມເຊວ່າ, “ຈົ່ງອອກນຳໜ້າປະຊາຊົນໄປ. ຈົ່ງເອົາຜູ້ອາວຸໂສບາງຄົນຂອງຊາວອິດສະຣາເອນໄປກັບເຈົ້າ ແລະ ຖືໄມ້ຄ້ອນເທົ້າທີ່ເຈົ້າໃຊ້ຟາດລົງແມ່ນ້ຳນິນນັ້ນ, ແລ້ວຈົ່ງໄປ. 6ເຮົາຈະຢືນຢູ່ຕໍ່ໜ້າເຈົ້າທີ່ຫີນແຫ່ງໂຮເຣັບ. ຈົ່ງເອົາໄມ້ຄ້ອນເທົ້າຟາດຫີນ, ແລ້ວນ້ຳຈະໄຫລອອກມາຈາກຫີນນັ້ນໃຫ້ປະຊາຊົນດື່ມ”. ດັ່ງນັ້ນ ໂມເຊກໍເຮັດສິ່ງນີ້ຕໍ່ໜ້າບັນດາຜູ້ອາວຸໂສຂອງອິດສະຣາເອນ. 7ແລະ ໂມເຊໄດ້ເອີ້ນສະຖານທີ່ນັ້ນວ່າມັດສາ#17:7 ມີຄວາມໝາຍວ່າ ການທົດລອງ ແລະ ເມຣີບາ#17:7 ມີຄວາມໝາຍວ່າ ການຜິດຖຽງກັນ ເພາະວ່າຊາວອິດສະຣາເອນໄດ້ຖົກຖຽງ ແລະ ເພາະວ່າພວກເຂົາໄດ້ທົດລອງພຣະເຈົ້າຢາເວໂດຍເວົ້າວ່າ, “ພຣະເຈົ້າຢາເວຢູ່ທ່າມກາງພວກເຮົາຫລືບໍ່?”
ຊາວອາມາເຫລັກພ່າຍແພ້
8ຊາວອາມາເຫລັກໄດ້ມາໂຈມຕີຊາວອິດສະຣາເອນທີ່ເຣຟີດີມ. 9ໂມເຊໄດ້ບອກໂຢຊວຍວ່າ, “ໃຫ້ເລືອກເອົາຜູ້ຊາຍບາງຄົນໃນພວກເຮົາແລ້ວອອກໄປສູ້ຮົບກັບຊາວອາມາເຫລັກ. ມື້ອື່ນເຮົາຈະຢືນຢູ່ເທິງຈອມເນີນພູພ້ອມກັບໄມ້ຄ້ອນເທົ້າຂອງພຣະເຈົ້າໃນມືຂອງເຮົາ”.
10ໂຢຊວຍຈຶ່ງອອກໄປສູ້ຮົບກັບຊາວອາມາເຫລັກຕາມທີ່ໂມເຊໄດ້ສັ່ງ, ແລ້ວໂມເຊ, ອາໂຣນ ແລະ ຮູເຣກໍຂຶ້ນໄປເທິງຈອມເນີນພູ. 11ເມື່ອໃດທີ່ໂມເຊຍົກມືຂອງເພິ່ນຂຶ້ນ ຊາວອິດສະຣາເອນກໍຊະນະ, ແຕ່ເມື່ອໃດເພິ່ນປ່ອຍມືຂອງເພິ່ນລົງ, ຊາວອາມາເຫລັກກໍຊະນະ. 12ເມື່ອແຂນຂອງໂມເຊເມື່ອຍຫລາຍ, ພວກເຂົາກໍເອົາກ້ອນຫີນມາໃຫ້ເພິ່ນນັ່ງ. ແລ້ວອາໂຣນ ແລະ ຮູເຣກໍຍົກແຂນຂອງເພິ່ນຂຶ້ນ ຄົນໜຶ່ງຍົກຂ້າງໜຶ່ງ, ຄົນໜຶ່ງຍົກອີກຂ້າງໜຶ່ງ ເພື່ອວ່າແຂນຂອງເພິ່ນຈະຕັ້ງຢູ່ຈົນເຖິງຕາເວັນຕົກດິນ. 13ດັ່ງນັ້ນ ໂຢຊວຍຈຶ່ງໄດ້ຊະນະກອງທັບຊາວອາມາເຫລັກດ້ວຍດາບ.
14ແລ້ວພຣະເຈົ້າຢາເວຈຶ່ງເວົ້າກັບໂມເຊວ່າ, “ຈົ່ງບັນທຶກສິ່ງນີ້ລົງໃນໜັງສືມ້ວນເພື່ອເປັນສິ່ງທີ່ຕ້ອງຈົດຈຳ ແລະ ໃຫ້ແນ່ໃຈວ່າໂຢຊວຍໄດ້ຍິນເລື່ອງນີ້, ເພາະເຮົາຈະລົບຊື່ຂອງຊາວອາມາເຫລັກອອກຈາກໃຕ້ສະຫວັນໃຫ້ໝົດກ້ຽງ”.
15ໂມເຊໄດ້ສ້າງແທ່ນບູຊາແທ່ນໜຶ່ງຂຶ້ນ ແລະ ໃສ່ຊື່ແທ່ນບູຊານີ້ວ່າ, “ພຣະເຈົ້າຢາເວເປັນທຸງໄຊຂອງຂ້ານ້ອຍ”. 16ເພິ່ນກ່າວວ່າ, “ເພາະວ່າຊາວອາມາເຫລັກຊູມືຂຶ້ນຕໍ່ສູ້#17:16 ຫລື ຕໍ່ບັນລັງຂອງພຣະເຈົ້າຢາເວ,#17:16 ຄວາມໝາຍຂອງພາສາເຮັບເຣີປະໂຫຍກນີ້ແມ່ນບໍ່ແນ່ນອນ ດັ່ງນັ້ນ ພຣະເຈົ້າຢາເວຈະເຮັດສົງຄາມຕໍ່ສູ້ຊາວອາມາເຫລັກຕະຫລອດໄປທຸກຊົ່ວອາຍຸຄົນ”.
Currently Selected:
ອົບພະຍົບ 17: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: