YouVersion Logo
Search Icon

ດານີເອນ 9

9
ຄຳ​ອະທິຖານ​ຂອງ​ດານີເອນ
1ໃນ​ປີ​ທຳອິດ​ຂອງ​ການ​ປົກຄອງ​ຂອງ​ດາຣິອຸດ​ລູກຊາຍ​ຂອງ​ເຊເຊັດ#9:1 ພາສາ​ເຮັບເຣີ​ວ່າ ອາຫະສຸເອລັດ (ມີ​ເຊື້ອສາຍ​ຈາກ​ຄົນ​ເມເດຍ), ເຊິ່ງ​ໄດ້​ຂຶ້ນ​ປົກຄອງ​ອານາຈັກ​ບາບີໂລນ#9:1 ຫລື ກັນເດອານ 2ໃນ​ປີ​ທຳອິດ​ຂອງ​ການ​ປົກຄອງ​ຂອງ​ເພິ່ນ, ຂ້າພະເຈົ້າ​ດານີເອນ ໄດ້​ເຂົ້າໃຈ​ຈາກ​ພຣະຄຳພີ​ທີ່​ກ່ຽວ​ກັບ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ກ່າວ​ໄວ້​ກັບ​ຜູ້ທຳນວາຍ​ເຢເຣມີຢາ​ວ່າ ເຢຣູຊາເລັມ​ຈະ​ຮົກຮ້າງ​ຫັກພັງ​ເປັນ​ເວລາ​ເຈັດສິບ​ປີ. 3ຂ້າພະເຈົ້າ​ຈຶ່ງ​ຕັ້ງ​ໜ້າ​ອະທິຖານ​ຕໍ່​ພຣະເຈົ້າ ອົງພຣະຜູ້ເປັນເຈົ້າ ດ້ວຍ​ການ​ອະທິຖານ, ການ​ອ້ອນວອນ, ຖືສິນ​ອົດ​ອາຫານ, ນຸ່ງ​ຜ້າ​ກະສອບເຂົ້າ ແລະ ເກືອກ​ຂີ້ເຖົ່າ​ຢູ່.
4ຂ້າພະເຈົ້າ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ແລະ ສາລະພາບ​ບາບ​ວ່າ:
“ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າ​ຜູ້​ຍິ່ງໃຫຍ່ ແລະ ໜ້າ​ຢຳເກງ, ຜູ້​ຮັກສາ​ພັນທະສັນຍາ​ແຫ່ງ​ຄວາມ​ຮັກ​ຕໍ່​ບັນດາ​ຜູ້​ທີ່​ຮັກ​ພຣະອົງ ແລະ ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ, 5ພວກຂ້ານ້ອຍ​ໄດ້​ເຮັດ​ບາບ ແລະ ເຮັດ​ຜິດ. ພວກຂ້ານ້ອຍ​ໄດ້​ເຮັດ​ຊົ່ວ ແລະ ກະບົດ​ຕໍ່​ພຣະອົງ; ພວກຂ້ານ້ອຍ​ໄດ້​ຫັນ​ໜີ​ໄປ​ຈາກ​ຄຳສັ່ງ ແລະ ກົດເກນ​ຕ່າງໆ​ຂອງ​ພຣະອົງ. 6ພວກຂ້ານ້ອຍ​ບໍ່​ໄດ້​ເຊື່ອຟັງ​ບັນດາ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ, ເຊິ່ງ​ໄດ້​ເວົ້າ​ໃນ​ນາມ​ຂອງ​ພຣະອົງ​ຕໍ່​ບັນດາ​ກະສັດ, ບັນດາ​ເຈົ້ານາຍ ແລະ ບັນດາ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ ແລະ ຕໍ່​ປະຊາຊົນ​ທັງໝົດ​ຂອງ​ແຜ່ນດິນ.
7“ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຊອບທຳ ແຕ່​ວັນ​ນີ້​ພວກຂ້ານ້ອຍ​ຖືກ​ອັບອາຍ​ຂາຍໜ້າ ບໍ່​ວ່າ​ຈະ​ເປັນ​ຊາວ​ຢູດາຍ, ຊາວ​ເຢຣູຊາເລັມ ແລະ ຊາວ​ອິດສະຣາເອນ​ທັງໝົດ, ທັງ​ຜູ້​ທີ່​ຢູ່​ໃກ້ ແລະ ໄກ​ໃນ​ປະເທດ​ຕ່າງໆ​ທີ່​ພຣະອົງ​ໄດ້​ເຮັດໃຫ້​ພວກຂ້ານ້ອຍ​ກະຈັດ​ກະຈາຍ​ໄປ ເພາະ​ພວກຂ້ານ້ອຍ​ບໍ່ສັດຊື່​ຕໍ່​ພຣະອົງ. 8ຂ້າແດ່​ພຣະເຈົ້າຢາເວ, ພວກຂ້ານ້ອຍ ແລະ ບັນດາ​ກະສັດ​ຂອງ​ພວກຂ້ານ້ອຍ, ບັນດາ​ເຈົ້ານາຍ​ຂອງ​ພວກຂ້ານ້ອຍ ແລະ ບັນດາ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ຕ້ອງ​ຖືກ​ອັບອາຍ​ຂາຍໜ້າ, ເພາະ​ພວກຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ. 9ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ​ແມ່ນ​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ໃຫ້​ອະໄພ, ເຖິງ​ແມ່ນ​ວ່າ​ພວກຂ້ານ້ອຍ​ໄດ້​ກະບົດ​ຕໍ່​ພຣະອົງ​ກໍ​ຕາມ. 10ພວກຂ້ານ້ອຍ​ບໍ່​ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ຫລື ບໍ່​ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ. 11ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ລ່ວງລະເມີດ​ກົດບັນຍັດ​ຂອງ​ພຣະອົງ ແລະ ໄດ້​ຫລົງ​ຕະເຫລີດ​ໄປ, ບໍ່​ຍອມ​ເຊື່ອຟັງ​ພຣະອົງ.
“ເຫດສະນັ້ນ ຄຳສາບແຊ່ງ ແລະ ຄໍາສາບານ​ທັງຫລາຍ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຈຶ່ງ​ໄດ້​ເທ​ລົງ​ມາ​ໃສ່​ພວກຂ້ານ້ອຍ, ເພາະ​ພວກຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ. 12ພຣະອົງ​ໄດ້​ເຮັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ກັບ​ພວກຂ້ານ້ອຍ ແລະ ບັນດາ​ຜູ້​ປົກຄອງ​ຂອງ​ພວກຂ້ານ້ອຍ ໂດຍ​ການ​ນຳ​ເອົາ​ໄພພິບັດ​ໃຫຍ່​ມາ​ສູ່​ພວກຂ້ານ້ອຍ. ທົ່ວ​ໃຕ້​ຟ້າ​ສະຫວັນ​ບໍ່​ມີ​ສິ່ງ​ໃດ​ເກີດ​ຂຶ້ນ​ເທົ່າ​ກັບ​ທີ່​ເກີດ​ຂຶ້ນ​ກັບ​ເຢຣູຊາເລັມ. 13ໄພພິບັດ​ທັງໝົດ​ນີ້​ເກີດ​ຂຶ້ນ​ກັບ​ພວກຂ້ານ້ອຍ, ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ໃນ​ກົດບັນຍັດ​ຂອງ​ໂມເຊ. ແຕ່​ເຖິງ​ປານ​ນັ້ນ ພວກຂ້ານ້ອຍ​ກໍ​ບໍ່​ໄດ້​ສະແຫວງຫາ​ຄວາມ​ເມດຕາ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ​ໂດຍ​ຫັນ​ກັບ​ຈາກ​ຄວາມ​ບາບ​ທັງຫລາຍ​ຂອງ​ພວກຂ້ານ້ອຍ ແລະ ບໍ່​ໄດ້​ສົນໃຈ​ຕໍ່​ຄວາມຈິງ​ຂອງ​ພຣະອົງ​ເລີຍ. 14ພຣະເຈົ້າຢາເວ​ບໍ່​ໄດ້​ລັງເລ​ໃຈ​ທີ່​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກຂ້ານ້ອຍ, ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ​ນັ້ນ​ຊອບທຳ​ໃນ​ທຸກສິ່ງ​ທີ່​ພຣະອົງ​ກະທຳ; ແຕ່​ເຖິງ​ປານ​ນັ້ນ ພວກຂ້ານ້ອຍ​ກໍ​ຍັງ​ບໍ່​ຍອມ​ເຊື່ອຟັງ​ພຣະອົງ.
15“ບັດນີ້, ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ຜູ້​ທີ່​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ຈາກ​ເອຢິບ​ດ້ວຍ​ມື​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ ຜູ້​ສະຖາປະນາ​ນາມ​ຂອງ​ພຣະອົງ ເຊິ່ງ​ຍືນຍົງ​ຈົນ​ເຖິງ​ທຸກ​ວັນ​ນີ້, ພວກຂ້ານ້ອຍ​ໄດ້​ເຮັດ​ບາບ ແລະ ພວກຂ້ານ້ອຍ​ໄດ້​ເຮັດ​ຜິດ​ໄປ​ແລ້ວ. 16ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ເພື່ອ​ໃຫ້​ສອດຄ່ອງ​ກັບ​ການ​ກະທຳ​ອັນ​ຊອບທຳ​ທັງໝົດ​ຂອງ​ພຣະອົງ ຂໍ​ໂຜດ​ຫັນ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ ແລະ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ອອກ​ຈາກ​ເຢຣູຊາເລັມ, ເມືອງ​ຂອງ​ພຣະອົງ ແລະ ພູເຂົາ​ສັກສິດ​ຂອງ​ພຣະອົງ. ເພາະ​ຄວາມ​ບາບ​ຂອງ​ພວກຂ້ານ້ອຍ ແລະ ຄວາມ​ຊົ່ວຊ້າ​ຂອງ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ ເປັນ​ເຫດ​ໃຫ້​ເຢຣູຊາເລັມ ແລະ ປະຊາຊົນ​ຂອງ​ພຣະອົງ​ກາຍ​ເປັນ​ທີ່​ຢຽດຢາມ​ຂອງ​ຄົນ​ທັງໝົດ​ທີ່​ຢູ່​ອ້ອມ​ພວກຂ້ານ້ອຍ.
17“ຂ້າແດ່​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ, ບັດນີ້ ຂໍ​ໂຜດ​ຟັງ​ຄຳ​ອະທິຖານ ແລະ ຄໍາ​ອ້ອນວອນ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ. ຂ້າແດ່​ອົງພຣະຜູ້ເປັນເຈົ້າ ເພື່ອ​ເຫັນ​ແກ່​ພຣະອົງ​ເອງ, ຂໍໂຜດ​ຫລຽວ​ເບິ່ງ​ສະຖານ​ນະມັດສະການ​ອັນ​ຮົກຮ້າງ​ຂອງ​ພຣະອົງ​ດ້ວຍ​ຄວາມ​ກະລຸນາ​ດ້ວຍ. 18ຂ້າແດ່​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ, ຂໍ​ໂຜດ​ງ່ຽງ​ຫູ​ຟັງ​ພວກຂ້ານ້ອຍ; ຂໍ​ເປີດ​ຕາ​ຂອງ​ພຣະອົງ​ອອກ ແລະ ເບິ່ງ​ຄວາມ​ຮົກຮ້າງ​ຂອງ​ເມືອງ​ທີ່​ໃຊ້​ນາມ​ຂອງ​ພຣະອົງ. ພວກຂ້ານ້ອຍ​ອ້ອນວອນ​ຂໍ​ຕໍ່​ພຣະອົງ ບໍ່​ແມ່ນ​ເພາະ​ພວກຂ້ານ້ອຍ​ເປັນ​ຄົນ​ຊອບທຳ, ແຕ່​ເພາະ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ. 19ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ຂໍ​ໂຜດ​ຮັບ​ຟັງ​ພວກຂ້ານ້ອຍ! ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ຂໍ​ໂຜດ​ອະໄພ​ໃຫ້​ພວກຂ້ານ້ອຍ! ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ຂໍ​ໂຜດ​ຮັບ​ຟັງ​ພວກຂ້ານ້ອຍ ແລະ ໂຜດ​ຊ່ວຍ! ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ, ເພື່ອ​ເຫັນ​ແກ່​ພຣະອົງ, ຂໍ​ໂຜດ​ຢ່າ​ຊັກຊ້າ​ເລີຍ, ເພາະ​ວ່າ​ເມືອງ​ຂອງ​ພຣະອົງ ແລະ ປະຊາຊົນ​ຂອງ​ພຣະອົງ​ໃຊ້​ຂອງ​ພຣະອົງ”.
ເຈັດສິບ​ຂອງ “ເຈັດ”
20ໃນ​ຂະນະ​ທີ່ ຂ້າພະເຈົ້າ​ກໍາລັງ​ເວົ້າ ແລະ ອະທິຖານ​ສາລະພາບ​ບາບ​ຂອງ​ຂ້າພະເຈົ້າ ແລະ ບາບ​ຂອງ​ຊາວ​ອິດສະຣາເອນ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້າພະເຈົ້າ ແລະ ອ້ອນວອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ເພື່ອ​ພູເຂົາ​ສັກສິດ​ຂອງ​ພຣະອົງ 21ໃນ​ຂະນະ​ທີ່​ຂ້າພະເຈົ້າ​ຍັງ​ອະທິຖານ​ຢູ່​ນັ້ນ, ຄັບຣີເອນ ຜູ້​ທີ່​ຂ້າພະເຈົ້າ​ເຫັນ​ໃນ​ນິມິດ​ຄັ້ງ​ນັ້ນ, ເຫາະ​ມາ​ຫາ​ຂ້າພະເຈົ້າ​ຢ່າງ​ວ່ອງໄວ​ເປັນ​ເວລາ​ຖວາຍ​ເຄື່ອງ​ບູຊາ​ໃນ​ຕອນແລງ. 22ເພິ່ນ​ໄດ້​ແນະນໍາ​ຂ້າພະເຈົ້າ ແລະ ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, “ດານີເອນ, ບັດນີ້ ເຮົາ​ໄດ້​ມາ​ເພື່ອ​ໃຫ້​ເຈົ້າ​ຮູ້​ຢ່າງ​ຈະ​ແຈ້ງ ແລະ ເຂົ້າໃຈ. 23ທັນທີ​ທີ່​ເຈົ້າ​ເລີ່ມ​ອະທິຖານ, ພຣະເຈົ້າ​ກໍ​ໃຫ້​ຄຳຕອບ ເຊິ່ງ​ເຮົາ​ໄດ້​ນຳ​ມາ​ບອກ​ເຈົ້າ ເພາະ​ເຈົ້າ​ເປັນ​ຜູ້​ທີ່​ພຣະອົງ​ຮັກ​ຫລາຍ. ເຫດສະນັ້ນ ຈົ່ງ​ຕຶກຕອງ​ເບິ່ງ​ຖ້ອຍຄໍາ ແລະ ເຂົ້າໃຈ​ນິມິດ​ນັ້ນ​ດັ່ງນີ້:
24“ເຈັດສິບ​ຂອງ ‘ເຈັດ’#9:24 ຫລື ‘ອາທິດ’ ເຊັ່ນ​ດຽວ​ກັບ​ຂໍ້ 25, 26 ແລະ 27 ໄດ້​ກຳນົດ​ໄວ້​ສຳລັບ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຈົ້າ ແລະ ເມືອງ​ສັກສິດ​ຂອງ​ເຈົ້າ ໃຫ້​ເຊົາ​ເຮັດ​ການ​ລ່ວງລະເມີດ, ເຊົາ​ເຮັດ​ບາບ, ລຶບລ້າງ​ຄວາມ​ຊົ່ວ ແລະ ນໍາ​ຄວາມ​ຊອບທຳ​ອັນ​ໝັ້ນຄົງ​ຕະຫລອດ​ໄປ​ມາ​ໃຫ້, ເພື່ອ​ປະທັບຕາ​ນິມິດ ແລະ ຄຳ​ທຳນວາຍ ແລະ ເພື່ອ​ເຈີມ​ບ່ອນ​ສັກສິດ​ທີ່ສຸດ.#9:24 ຫລື ຜູ້​ບໍລິສຸດ​ທີ່ສຸດ
25“ຈົ່ງ​ຮັບ​ຮູ້ ແລະ ເຂົ້າໃຈ​ຂໍ້​ນີ້​ຄື: ຕັ້ງ​ແຕ່​ມີ​ຄຳສັ່ງ​ໃຫ້​ກອບກູ້ ແລະ ສ້າງ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຈົນ​ເຖິງ​ຜູ້​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ໃຫ້​ເປັນ​ຜູ້​ຄອບຄອງ​ນັ້ນ​ຈະ​ມາ​ເຖິງ ຈະ​ມີ​ເຈັດ​ຂອງ ‘ເຈັດ’ ແລະ ຫົກສິບສອງ​ຂອງ ‘ເຈັດ’. ຈະ​ມີ​ການ​ສ້າງ​ຖະໜົນ​ຫົນທາງ ແລະ ຄູ​ເມືອງ, ແຕ່​ເຮັດ​ໃນ​ຊ່ວງ​ທຸກຍາກ​ລຳບາກ. 26ຫລັງ​ຈາກ​ຫົກ​ສິບ​ສອງ​ຂອງ ‘ເຈັດ’, ຜູ້​ທີ່​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ໄວ້​ຈະ​ຖືກ​ຂ້າ ແລະ ຈະ​ບໍ່​ເຫລືອ​ຫຍັງ.#9:26 ຫລື ປະຫານ ແລະ ຈະ​ບໍ່​ມີ​ຜູ້ໃດ ຫລື ປະຫານ​ແຕ່​ບໍ່​ແມ່ນ​ສຳລັບ​ພຣະອົງ ປະຊາຊົນ​ຂອງ​ຜູ້​ທີ່​ຄອບຄອງ​ຈະ​ມາ​ທຳລາຍ​ເມືອງ​ນັ້ນ ແລະ ສະຖານ​ນະມັດສະການ. ວາລະ​ສຸດທ້າຍ​ຈະ​ມາ​ເໝືອນ​ນ້ຳ​ຖ້ວມ​ຄື: ສົງຄາມ​ຈະ​ດໍາເນີນ​ໄປ​ຈົນ​ເຖິງ​ຈຸດ​ຈົບ ແລະ ຈະ​ວິບັດ​ຕາມ​ທີ່​ກຳນົດ​ໄວ້. 27ຜູ້​ນັ້ນ​ຈະ​ຢືນຢັນ​ຄໍາໝັ້ນສັນຍາ​ກັບ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ເປັນ​ເວລາ​ໜຶ່ງ​ຂອງ ‘ເຈັດ’ ແຕ່​ກາງ​ຂອງ ‘ເຈັດ’ ນັ້ນ ລາວ​ຈະ​ເຊົາ​ຖວາຍ​ເຄື່ອງບູຊາ ແລະ ຂອງ​ຖວາຍ​ຕ່າງໆ. ແລ້ວ​ຜູ້​ທີ່​ກໍ່​ໃຫ້​ເກີດ​ວິບັດ​ຈະ​ຕັ້ງ​ສິ່ງ​ທີ່​ໜ້າ​ກຽດຊັງ​ອັນ​ເປັນ​ຕົ້ນເຫດ​ຂອງ​ວິບັດ​ໄວ້​ທີ່​ດ້ານ​ໜຶ່ງ​ຂອງ​ວິຫານ ເຊິ່ງ​ເປັນ​ເຫດ​ໃຫ້​ເກີດ​ຄວາມ​ຮົກຮ້າງ ຈົນ​ເຖິງ​ວາລະ​ສຸດທ້າຍ​ມາ​ເຖິງ​ລາວ#9:27 ຫລື ມັນ ຕາມ​ທີ່​ໄດ້​ກຳນົດ​ໄວ້”.

Currently Selected:

ດານີເອນ 9: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in