ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ, ຂໍໂຜດງ່ຽງຫູຟັງພວກຂ້ານ້ອຍ; ຂໍເປີດຕາຂອງພຣະອົງອອກ ແລະ ເບິ່ງຄວາມຮົກຮ້າງຂອງເມືອງທີ່ໃຊ້ນາມຂອງພຣະອົງ. ພວກຂ້ານ້ອຍອ້ອນວອນຂໍຕໍ່ພຣະອົງ ບໍ່ແມ່ນເພາະພວກຂ້ານ້ອຍເປັນຄົນຊອບທຳ, ແຕ່ເພາະຄວາມເມດຕາອັນຍິ່ງໃຫຍ່ຂອງພຣະອົງ. ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂໍໂຜດຮັບຟັງພວກຂ້ານ້ອຍ! ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂໍໂຜດອະໄພໃຫ້ພວກຂ້ານ້ອຍ! ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂໍໂຜດຮັບຟັງພວກຂ້ານ້ອຍ ແລະ ໂຜດຊ່ວຍ! ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ, ເພື່ອເຫັນແກ່ພຣະອົງ, ຂໍໂຜດຢ່າຊັກຊ້າເລີຍ, ເພາະວ່າເມືອງຂອງພຣະອົງ ແລະ ປະຊາຊົນຂອງພຣະອົງໃຊ້ຂອງພຣະອົງ”.