YouVersion Logo
Search Icon

ດານີເອນ 11

11
1ແລະ ໃນ​ປີ​ທີ​ໜຶ່ງ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ດາຣິອຸດ​ຊາວ​ເມເດຍ, ເຮົາ​ໄດ້​ຢືນ​ການ​ເພື່ອ​ສະໜັບສະໜູນ ແລະ ປົກປ້ອງ​ເທວະດາ​ມີຄາເອນ).
ກະສັດ​ຝ່າຍ​ເໜືອ ແລະ ຝ່າຍ​ໃຕ້
2“ບັດນີ້ ເຮົາ​ຈະ​ບອກ​ຄວາມຈິງ​ແກ່​ເຈົ້າ​ດັ່ງນີ້: ຈະ​ມີ​ກະສັດ​ອີກ​ສາມ​ຄົນ​ໃນ​ເປີເຊຍ ແລ້ວ​ຈະ​ມີ​ຄົນ​ທີ​ສີ່, ເຊິ່ງ​ຮັ່ງມີ​ກວ່າ​ຄົນ​ອື່ນໆ​ທັງໝົດ. ເມື່ອ​ລາວ​ມີ​ອຳນາດ​ເຂັ້ມແຂງ​ຂຶ້ນ​ມາ​ດ້ວຍ​ຊັບສົມບັດ​ຂອງ​ຕົນ​ນັ້ນ, ລາວ​ກໍ​ຈະ​ປຸກລະດົມ​ທຸກຄົນ​ໃຫ້​ຕໍ່ສູ້​ກັບ​ອານາຈັກ​ກຣີກ. 3ຫລັງຈາກນັ້ນ ກໍ​ຈະ​ມີ​ກະສັດ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ​ຂຶ້ນ​ມາ, ເຊິ່ງ​ຈະ​ປົກຄອງ​ດ້ວຍ​ອຳນາດ​ຍິ່ງໃຫຍ່ ແລະ ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ຕົນ​ເອງ. 4ຫລັງ​ຈາກ​ທີ່​ລາວ​ມີ​ອຳນາດ​ຂຶ້ນ​ບໍ່​ດົນ, ຈັກກະພົບ​ຂອງ​ລາວ​ກໍ​ຈະ​ແຕກຫັກ ແລະ ແຍກ​ອອກ​ເປັນ​ສ່ວນໆ ຕາມ​ທິດ​ທາງ​ລົມ​ທັງ​ສີ່​ແຫ່ງ​ຟ້າ​ສະຫວັນ, ເຊິ່ງ​ຈະ​ບໍ່​ໄດ້​ຕົກ​ແກ່​ເຊື້ອສາຍ​ຂອງ​ລາວ ແລະ ຈະ​ບໍ່​ມີ​ອຳນາດ​ເທົ່າ​ລາວ, ເພາະ​ຈັກກະພົບ​ຂອງ​ລາວ​ຈະ​ຖືກ​ຖອນ​ຮາກ ແລະ ມອບ​ໃຫ້​ຄົນ.
5“ກະສັດ​ຝ່າຍ​ໃຕ້​ຈະ​ເຂັ້ມແຂງ​ຂຶ້ນ ແຕ່​ຜູ້ບັນຊາການ​ກອງທັບ​ຄົນ​ໜຶ່ງ​ຈະ​ເຂັ້ມແຂງ​ກວ່າ​ລາວ ແລະ ຈະ​ປົກຄອງ​ອານາຈັກ​ຂອງ​ຕົນ​ດ້ວຍ​ອໍານາດ​ຍິ່ງໃຫຍ່. 6ຫລັງຈາກ​ຫລາຍ​ປີ​ຜ່ານ​ໄປ​ທັງ​ສອງ​ຈະ​ເປັນ​ພັນທະມິດ​ກັນ. ລູກສາວ​ຂອງ​ກະສັດ​ຝ່າຍ​ໃຕ້​ຈະ​ໄປ​ເຮັດ​ພັນທະມິດ​ກັບ​ກະສັດ​ຝ່າຍ​ເໜືອ, ແຕ່​ນາງ​ຈະ​ບໍ່​ສາມາດ​ຮັກສາ​ອຳນາດ​ຂອງ​ນາງ​ໄດ້ ແລະ ກະສັດ​ຝ່າຍ​ໃຕ້​ກັບ​ອຳນາດ#11:6 ຫລື ລູກ​ຫລານ​ຂອງ​ລາວ​ຈະ​ບໍ່​ໝັ້ນຄົງ. ໃນ​ເວລາ​ນັ້ນ ນາງ ແລະ ບັນດາ​ຜູ້​ທີ່​ຕິດຕາມ​ພໍ່#11:6 ຫລື ບຸດ​ຂອງ​ນາງ ແລະ ຜູ້​ທີ່​ສະໜັບສະໜູນ​ນາງ​ຈະ​ຖືກ​ທໍລະຍົດ​ດ້ວຍ.
7“ຄົນ​ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ນາງ​ຈະ​ຂຶ້ນ​ມາ​ແທນ​ນາງ. ລາວ​ຈະ​ໂຈມຕີ​ກອງ​ກຳລັງ​ຂອງ​ກະສັດ​ຝ່າຍ​ເໜືອ ແລະ ເຂົ້າ​ໄປ​ໃນ​ປ້ອມ​ປ້ອງກັນ​ຂອງ​ກະສັດ​ໄດ້; ລາວ​ຈະ​ຕໍ່ສູ້​ພວກເຂົາ ແລະ ໄດ້​ຮັບ​ໄຊຊະນະ. 8ລາວ​ຈະ​ຢຶດ​ບັນດາ​ພະ​ຕ່າງໆ​ຂອງ​ພວກເຂົາ, ຮູບປັ້ນ​ຂອງ​ພວກເຂົາ​ທີ່​ເຮັດ​ດ້ວຍ​ໂລຫະ ແລະ ເຄື່ອງໃຊ້​ຕ່າງໆ​ທີ່​ມີ​ຄ່າ ເຊິ່ງ​ເຮັດ​ດ້ວຍ​ເງິນ ແລະ ຄຳ ແລ້ວ​ຂົນ​ເອົາ​ສິ່ງ​ເຫລົ່ານີ້​ກັບ​ໄປ​ທີ່​ເອຢິບ. ລາວ​ຈະ​ປ່ອຍ​ກະສັດ​ຝ່າຍ​ເໜືອ​ຢູ່​ຢ່າງ​ໂດດດ່ຽວ​ເປັນ​ເວລາ​ຫລາຍ​ປີ. 9ແລ້ວ​ກະສັດ​ຝ່າຍ​ເໜືອ​ຈະ​ບຸກລຸກ​ອານາຈັກ​ຂອງ​ກະສັດ​ຝ່າຍ​ໃຕ້ ແຕ່​ຈະ​ຖອຍ​ທັບ​ກັບ​ປະເທດ​ຂອງ​ຕົນ. 10ບັນດາ​ລູກຊາຍ​ຂອງ​ລາວ​ຈະ​ຕຽມ​ສູ້ຮົບ ແລະ ຈະ​ຮວບຮວມ​ກຳລັງ​ເປັນ​ກອງທັບ​ໃຫຍ່, ເຊິ່ງ​ຈະ​ພຸ່ງ​ເຂົ້າ​ມາ​ເໝືອນ​ກັບ​ນ້ຳ​ຖ້ວມ​ຊັດ​ທີ່​ບໍ່​ມີ​ອັນໃດ​ຕ້ານທານ​ໄດ້ ແລະ ສູ້ຮົບ​ມາ​ເຖິງ​ປ້ອມ​ຂອງ​ເພິ່ນ.
11“ແລ້ວ​ກະສັດ​ຝ່າຍ​ໃຕ້​ຈະ​ຍົກທັບ​ເຂົ້າ​ມາ​ດ້ວຍ​ຄວາມ​ໂກດຮ້າຍ ແລະ ຕໍ່ສູ້​ກັບ​ກະສັດ​ຝ່າຍ​ເໜືອ, ເຊິ່ງ​ໄດ້​ລະດົມ​ກອງທັບ​ໃຫຍ່​ຂຶ້ນ​ມາ ແຕ່​ຈະ​ພ່າຍແພ້. 12ເມື່ອ​ຝ່າຍ​ເໜືອ​ຖອຍ​ທັບ​ກັບ​ໄປ​ແລ້ວ, ກະສັດ​ຝ່າຍ​ໃຕ້​ຈະ​ພາກພູມໃຈ​ຫລາຍ ແລະ ຈະ​ຂ້າ​ທະຫານ​ເປັນ​ຈຳນວນ​ຫລາຍ​ພັນ​ຄົນ ແຕ່​ກໍ​ມີ​ໄຊຊະນະ​ຢູ່​ໄດ້​ບໍ່​ດົນ. 13ເພາະ​ກະສັດ​ຝ່າຍ​ເໜືອ​ຈະ​ຍົກ​ທັບ​ມາ​ອີກ ເປັນ​ທັບ​ທີ່​ໃຫຍ່​ກວ່າ​ຄັ້ງ​ທຳອິດ ແລະ ຫລັງ​ຈາກ​ນັ້ນ ອີກ​ຫລາຍ​ປີ, ລາວ​ຈະ​ຍົກ​ທັບ​ຂະໜາດ​ໃຫຍ່​ທີ່​ມີ​ອາວຸດ​ຄົບ​ຊຸດ​ບຸກ​ເຂົ້າ​ມາ.
14“ເມື່ອ​ເຖິງ​ເວລາ​ນັ້ນ ຫລາຍ​ຄົນ​ຈະ​ລຸກ​ຮື້​ຂຶ້ນ​ຕໍ່ສູ້​ກະສັດ​ຝ່າຍ​ໃຕ້. ເພື່ອ​ໃຫ້​ເປັນ​ໄປ​ຕາມ​ນິມິດ​ທີ່​ໄດ້​ກ່າວ​ມາ​ແລ້ວ​ວ່າ​ພວກ​ຫົວ​ຮຸນແຮງ​ໃນ​ທ່າມກາງ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຈົ້າ​ຈະ​ກະບົດ, ແຕ່​ກໍ​ບໍ່​ສໍາເລັດ. 15ແລ້ວ​ກະສັດ​ຝ່າຍ​ເໜືອ​ຈະ​ມາ ແລະ ກໍ່​ຄູ​ອ້ອມ​ເມືອງ ແລະ ຢຶດ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ໄດ້​ເມືອງ​ໜຶ່ງ. ກອງ​ກຳລັງ​ຂອງ​ຝ່າຍ​ໃຕ້​ຈະ​ໝົດ​ກໍາລັງ​ທີ່​ຈະ​ຕ້ານທານ​ໄດ້; ແມ່ນ​ແຕ່​ກອງ​ທະຫານ​ທີ່​ດີ​ທີ່ສຸດ​ກໍ​ບໍ່​ມີ​ກຳລັງ​ທີ່​ຈະ​ຕັ້ງໝັ້ນ​ຢູ່. 16ຜູ້​ຮຸກຮານ​ຈະ​ເຮັດ​ຕາມ​ທີ່​ລາວ​ພໍໃຈ; ບໍ່​ມີ​ຜູ້ໃດ​ທີ່​ຈະ​ສາມາດ​ຢັບຢັ້ງ​ລາວ​ໄດ້. ລາວ​ຈະ​ສະຖາປະນາ​ຕົນ​ເອງ​ໃນ​ດິນແດນ​ອັນ​ງົດງາມ​ນັ້ນ ແລະ ຈະ​ມີ​ອຳນາດ​ທີ່​ຈະ​ທຳລາຍ​ດິນແດນ​ນັ້ນ. 17ກະສັດ​ຝ່າຍ​ເໜືອ​ຈະ​ຕັດສິນໃຈ​ຍົກ​ກຳລັງ​ທັງໝົດ​ຂອງ​ອານາຈັກ​ມາ ແລະ ຈະ​ສ້າງ​ພັນທະມິດ​ກັບ​ກະສັດ​ຝ່າຍ​ໃຕ້. ແລ້ວ​ລາວ​ກໍ​ຈະ​ມອບ​ລູກສາວ​ໃຫ້​ແຕ່ງງານ​ກັບ​ກະສັດ​ຝ່າຍ​ໃຕ້ ເພື່ອ​ຈະ​ໂຄ່ນລົ້ມ​ອານາຈັກ​ຝ່າຍ​ໃຕ້, ແຕ່​ແຜນການ​ຂອງ​ລາວ#11:17 ຫລື ແຕ່​ນາງ​ຈະ​ບໍ່​ປະສົບ​ຄວາມ​ສຳເລັດ ແລະ ຊ່ວຍ​ຫຍັງ​ລາວ​ບໍ່​ໄດ້​ເລີຍ. 18ຫລັງຈາກນັ້ນ ລາວ​ກໍ​ຈະ​ຫັນ​ຄວາມ​ສົນໃຈ​ຂອງ​ຕົນ​ໄປ​ທີ່​ດິນແດນ​ແຖບ​ແຄມ​ຝັ່ງ​ທະເລ ແລະ ຈະ​ຢຶດ​ດິນແດນ​ຂອງ​ພວກເຂົາ​ໄດ້​ຢ່າງ​ຫລວງຫລາຍ. ແຕ່​ຜູ້ບັນຊາການ​ຄົນ​ໜຶ່ງ​ຈະ​ເຮັດ​ໃຫ້​ລາວ​ໝົດ​ຄວາມ​ຈອງຫອງ ແລະ ຖອຍ​ທັບ​ກັບ​ໄປ​ດ້ວຍ​ຄວາມ​ອັບອາຍ. 19ຫລັງ​ຈາກ​ນີ້, ລາວ​ກໍ​ຈະ​ກັບ​ໄປ​ທີ່​ປ້ອມ​ປ້ອງກັນ​ຕ່າງໆ​ໃນ​ປະເທດ​ຂອງ​ຕົນ ແຕ່​ລາວ​ຈະ​ສະດຸດ ແລະ ລົ້ມ​ລົງ ບໍ່​ມີ​ຜູ້ໃດ​ພົບ​ເຫັນ​ອີກ.
20“ຜູ້​ຄອງລາດ​ສືບຕໍ່​ຈາກ​ລາວ​ຈະ​ສົ່ງ​ຄົນ​ອອກ​ໄປ​ເກັບ​ພາສີ ເພື່ອ​ຮັກສາ​ຄວາມ​ຮຸ່ງເຮືອງ​ຂອງ​ຕົນ​ໄວ້. ແຕ່​ໃນ​ເວລາ​ບໍ່​ເທົ່າໃດ​ປີ​ລາວ​ກໍ​ຈະ​ຖືກ​ທຳລາຍ, ແຕ່​ກໍ​ບໍ່ແມ່ນ​ຈາກ​ຄວາມ​ໃຈຮ້າຍ ຫລື ຈາກ​ສົງຄາມ.
21“ຜູ້​ທີ່​ຄອງລາດ​ສຶບຕໍ່​ຈາກ ເປັນ​ບຸກຄົນ​ທີ່​ໜ້າ​ຢຽດຢາມ ເພາະ​ວ່າ​ລາວ​ບໍ່​ມີ​ສິດ​ໃນ​ບັນລັງ​ເລີຍ. ລາວ​ຈະ​ຮຸກຮານ​ອານາຈັກ​ໃນ​ຂະນະ​ທີ່​ປະຊາຊົນ​ຮູ້ສຶກ​ປອດໄພ, ແລະ ລາວ​ກໍ​ຈະ​ເຂົ້າ​ມາ​ຢຶດ​ອານາຈັກ​ດ້ວຍ​ກົນອຸບາຍ. 22ແລ້ວ​ກອງທັບ​ຂະໜາດ​ໃຫຍ່​ຈະ​ຖືກ​ກວາດ​ລ້າງ​ໄປ​ຕໍ່ໜ້າ​ລາວ; ທັງ​ກອງທັບ​ນັ້ນ ແລະ ເຈົ້ານາຍ​ແຫ່ງ​ຄຳໝັ້ນສັນຍາ​ຈະ​ຖືກ​ທຳລາຍ​ດ້ວຍ. 23ຫລັງ​ຈາກ​ທີ່​ມີ​ການ​ເຮັດ​ຂໍ້​ຕົກລົງ​ກັບ​ລາວ​ແລ້ວ, ລາວ​ກໍ​ຈະ​ໃຊ້​ກົນອຸບາຍ ແລະ ມີ​ອຳນາດ​ຂຶ້ນ​ມາ​ໂດຍ​ອາໄສ​ຄົນ​ພຽງ​ເລັກ​ນ້ອຍ. 24ເມື່ອ​ບັນດາ​ແຂວງ​ທີ່​ຮັ່ງມີ​ທີ່ສຸດ​ຮູ້ສຶກ​ປອດໄພ​ແລ້ວ ລາວ​ກໍ​ຈະ​ຮຸກຮານ​ພວກເຂົາ ແລະ ເຮັດ​ໃນ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ຕົນ​ບໍ່​ເຄີຍ​ເຮັດ. ລາວ​ຈະ​ແບ່ງ​ຊັບສົມບັດ ແລະ ເຄື່ອງຂອງ​ທີ່​ປຸ້ນ​ມາ​ໄດ້​ໃຫ້​ພັກພວກ​ຂອງ​ຕົນ. ລາວ​ຈະ​ວາງ​ແຜນ​ທໍາລາຍ​ປ້ອມປ້ອງກັນ​ຕ່າງໆ ແຕ່​ກໍ​ພຽງ​ໄລຍະ​ເວລາ​ໜຶ່ງ​ເທົ່ານັ້ນ.
25“ລາວ​ຈະ​ລະດົມ​ກຳລັງ ແລະ ຄວາມ​ກ້າຫານ​ຂອງ​ລາວ​ດ້ວຍ​ກອງທັບ​ໃຫຍ່ ແລະ ສູ້ຮົບ​ກັບ​ກະສັດ​ຝ່າຍ​ໃຕ້. ສ່ວນ​ກະສັດ​ຝ່າຍ​ໃຕ້​ກໍ​ຈະ​ຍົກ​ກອງທັບ​ໃຫຍ່ ແລະ ເປັນ​ກອງທັບ​ທີ່​ມີ​ອຳນາດ​ຫລາຍ​ມາ​ສູ້ຮົບ​ນຳ, ແຕ່​ລາວ​ຈະ​ບໍ່​ສາມາດ​ຕ້ານທານ​ໄດ້ ເພາະ​ແຜນການ​ຮ້າຍ​ຕ່າງໆ ທີ່​ຄົນ​ໄດ້​ວາງ​ໄວ້​ເພື່ອ​ຕໍ່ສູ້​ກັບ​ລາວ. 26ບັນດາ​ຜູ້​ທີ່​ຮ່ວມ​ໂຕະ​ກິນ​ອາຫານ​ກັບ​ກະສັດ​ກໍ​ຈະ​ພະຍາຍາມ​ທຳລາຍ​ລາວ; ກອງທັບ​ຂອງ​ລາວ​ຈະ​ຖືກ​ກວາດ​ລ້າງ​ໄປ ແລະ ຄົນ​ເປັນ​ຈໍານວນ​ຫລວງຫລາຍ​ຈະ​ລົ້ມ​ຕາຍ​ໃນ​ສະໜາມຮົບ. 27ກະສັດ​ສອງ​ຄົນ​ທີ່​ມີ​ຈິດໃຈ​ຄິດ​ຊົ່ວ​ກໍ​ຈະ​ນັ່ງ​ຮ່ວມ​ໂຕະ​ດຽວ​ກັນ ແລະ ພວກເຂົາ​ຈະ​ເວົ້າ​ຕົວະ​ຕໍ່​ກັນ, ແຕ່​ກໍ​ບໍ່​ມີ​ຜົນ​ຫຍັງ, ເພາະ​ຈຸດຈົບ​ຍັງ​ຄົງ​ຈະ​ມາ​ເຖິງ​ໃນ​ເວລາ​ທີ່​ກຳນົດ​ໄວ້, 28ກະສັດ​ຝ່າຍ​ເໜືອ​ຈະ​ກັບ​ຄືນ​ໄປ​ປະເທດ​ຂອງ​ຕົນ​ພ້ອມ​ດ້ວຍ​ຊັບສົມບັດ​ເປັນ​ຈໍານວນ​ຫລວງຫລາຍ. ແຕ່​ຈິດໃຈ​ຂອງ​ລາວ​ພັດ​ມຸ່ງ​ຮ້າຍ​ຕໍ່​ພັນທະສັນຍາ​ບໍລິສຸດ. ລາວ​ຈະ​ລົງ​ມື​ເຮັດ​ການ​ຕໍ່ຕ້ານ​ພັນທະສັນຍາ​ນັ້ນ ແລ້ວ​ຈຶ່ງ​ກັບ​ກັບ​ຄືນ​ໄປ​ທີ່​ດິນແດນ​ຂອງ​ຕົນ.
29“ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ແລ້ວ ລາວ​ຈະ​ຮຸກຮານ​ດິນແດນ​ຝ່າຍ​ໃຕ້​ອີກ, ແຕ່​ຄັ້ງ​ນີ້​ຜົນ​ທີ່​ໄດ້​ຮັບ​ກໍ​ຈະ​ແຕກຕ່າງ​ຈາກ​ຄັ້ງ​ກ່ອນ. 30ກອງ​ເຮືອ​ແຫ່ງ​ແຄມ​ຝັ່ງ​ຕາເວັນ​ຕົກ#11:30 ພາສາ​ເຮັບເຣີ​ວ່າ ແຫ່ງ​ຄິດທິມ​ຈະ​ຕໍ່ຕ້ານ​ລາວ ແລະ ລາວ​ຈະ​ເສຍ​ຂວັນ. ຫລັງຈາກນັ້ນ ລາວ​ກໍ​ຈະ​ຫັນ​ກັບ​ຄືນ​ໄປ ແລະ ລະບາຍ​ຄວາມ​ຄຽດແຄ້ນ​ຕໍ່​ພັນທະສັນຍາ​ບໍລິສຸດ. ລາວ​ຈະ​ກັບ​ໄປ ແລະ ສະແດງ​ຄວາມ​ກະລຸນາ​ແກ່​ບັນດາ​ຜູ້​ທີ່​ປະຖິ້ມ​ພັນທະສັນຍາ​ບໍລິສຸດ.
31“ກອງ​ກຳລັງ​ຂອງ​ລາວ​ຈະ​ລຸກ​ຂຶ້ນ​ມາ​ເຮັດ​ໃຫ້​ປ້ອມ​ປ້ອງກັນ​ຂອງ​ວິຫານ​ໃຫ້​ເປັນ​ມົນທິນ ແລະ ຍົກເລີກ​ການ​ຖວາຍ​ເຄື່ອງບູຊາ​ປະຈຳວັນ. ຫລັງຈາກນັ້ນ ພວກເຂົາ​ຈະ​ຕັ້ງ​ສິ່ງ​ທີ່​ໜ້າ​ກຽດຊັງ​ຂຶ້ນ ເຊິ່ງ​ເປັນ​ຕົ້ນເຫດ​ຂອງ​ວິບັດ. 32ລາວ​ຈະ​ທໍາລາຍ​ພວກ​ຜູ້​ທີ່​ໄດ້​ລະເມີດ​ພັນທະສັນຍາ, ແຕ່​ປະຊາຊົນ​ທີ່​ຮູ້​ຈັກ​ພຣະເຈົ້າ​ຂອງ​ຕົນ​ຈະ​ຕໍ່ຕ້ານ​ລາວ​ຢ່າງ​ເຂັ້ມແຂງ.
33“ບັນດາ​ຜູ້​ທີ່​ມີ​ປັນຍາ​ຈະ​ແນະນຳ​ສັ່ງສອນ​ຄົນ​ຈຳນວນ​ຫລາຍ, ເຖິງ​ແມ່ນ​ວ່າ​ໃນ​ໄລຍະ​ເວລາ​ໜຶ່ງ​ພວກເຂົາ​ຈະ​ຕາຍ​ດ້ວຍ​ຄົມ​ດາບ ຫລື ຖືກ​ເຜົາ ຫລື ຖືກ​ຈັບ​ເປັນ​ຊະເລີຍ ຫລື ຖືກ​ປຸ້ນ. 34ເມື່ອ​ພວກເຂົາ​ລົ້ມ​ລົງ, ພວກເຂົາ​ກໍ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ພຽງ​ເລັກ​ນ້ອຍ ແລະ ມີ​ຫລາຍ​ຄົນ​ທີ່​ບໍ່​ຈິງ​ໃຈ​ຈະ​ມາ​ຮ່ວມ​ກັບ​ພວກເຂົາ. 35ຜູ້​ມີ​ປັນຍາ​ບາງຄົນ​ຈະ​ສະດຸດ​ລົ້ມ ກໍ​ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ການ​ຫລອມ, ຖືກ​ຊຳລະ​ໃຫ້​ບໍລິສຸດ ແລະ ບໍ່​ມີ​ຈຸດ​ດ່າງພອຍ ຈົນ​ເຖິງ​ເວລາ​ວາລະ​ສຸດທ້າຍ ເຊິ່ງ​ຈະ​ມາ​ເຖິງ​ຕາມ​ທີ່​ກຳນົດ​ໄວ້.
ກະສັດ​ຜູ້​ຍົກ​ຕົນ​ເອງ
36“ກະສັດ​ຄົນ​ນັ້ນ​ຈະ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ຕົນ​ເອງ. ລາວ​ຈະ​ຍົກ​ຕົນ​ຂຶ້ນ ແລະ ເຮັດ​ໃຫ້​ຕົນ​ຢູ່​ເໜືອ​ພະ​ທັງໝົດ ແລະ ຈະ​ເວົ້າ​ລົບຫລູ່​ພຣະເຈົ້າ​ຜູ້​ຢູ່​ເໜືອ​ພະ​ທັງໝົດ​ຢ່າງ​ທີ່​ບໍ່​ເຄີຍ​ໄດ້​ຍິນ​ມາ​ກ່ອນ. ລາວ​ຈະ​ພົບ​ຄວາມ​ສຳເລັດ​ຈົນ​ຄົບ​ເວລາ​ແຫ່ງ​ຄວາມ​ໂກດຮ້າຍ. ເພາະ​ສິ່ງ​ທີ່​ໄດ້​ກຳນົດ​ໄວ້​ນັ້ນ​ຈະ​ຕ້ອງ​ເກີດ​ຂຶ້ນ. 37ລາວ​ຈະ​ບໍ່​ສົນໃຈ​ບັນດາ​ພະ​ຂອງ​ບັນພະບູລຸດ​ຂອງ​ຕົນ ຫລື ຜູ້​ທີ່​ບັນດາ​ຜູ້ຍິງ​ໄຝ່ຫາ ຫລື ລາວ​ຈະ​ບໍ່​ສົນໃຈ​ພະ​ໃດ, ແຕ່​ລາວ​ຈະ​ຍົກ​ຕົນ​ເອງ​ເໜືອ​ບັນດາ​ພະ​ທັງ​ໝົດ. 38ລາວ​ຈະ​ຍົກຍ້ອງ​ພະ​ແຫ່ງ​ປ້ອມ​ປ້ອງກັນ; ເຊິ່ງ​ບັນພະບຸລຸດ​ຂອງ​ລາວ​ບໍ່​ຮູ້​ນັກ​ແທນ​ພະ​ເຫລົ່ານັ້ນ, ລາວ​ຈະ​ຍົກຍ້ອງ​ເຊີດຊູ​ດ້ວຍ​ເງິນ, ຄໍາ, ເພັດ​ນິນ​ຈິນດາ ແລະ ຂອງຂັວນ​ທີ່​ມີ​ຄ່າ. 39ລາວ​ຈະ​ໂຈມຕີ​ປ້ອມ​ປ້ອງກັນ​ອັນ​ແຂງແກ່ນ​ທີ່ສຸດ​ໂດຍ​ຄວາມ​ຊ່ວຍເຫລືອ​ຂອງ​ພະ​ຕ່າງຊາດ ແລະ ຈະ​ຍົກຍ້ອງ​ເຊີດຊູ​ບັນດາ​ຜູ້​ທີ່​ຍອມຮັບ​ລາວ. ລາວ​ຈະ​ຕັ້ງ​ຄົນ​ເຫລົ່ານັ້ນ​ໃຫ້​ມີ​ອຳນາດ​ປົກຄອງ​ຄົນ​ເປັນ​ຈຳນວນ​ຫລາຍ ແລະ ຈະ​ມອບ​ທີ່ດິນ​ໃຫ້​ເປັນ​ລາງວັນ.
40“ໃນ​ວາລະ​ສຸດທ້າຍ ກະສັດ​ຝ່າຍ​ໃຕ້​ຈະ​ຕໍ່ສູ້​ລາວ​ໃນ​ສະໜາມຮົບ ແລະ ກະສັດ​ຝ່າຍ​ເໜືອ​ນັ້ນ​ຈະ​ລະດົມ​ລົດມ້າ​ຮົບ, ກອງທັບ​ມ້າ ແລະ ກອງທັບ​ເຮືອ​ໃຫຍ່. ລາວ​ຈະ​ຮຸກຮານ​ຫລາຍ​ປະເທດ ແລະ ກວາດ​ລ້າງ​ໄປ​ທົ່ວ​ເໝືອນ​ນ້ຳ​ຖ້ວມ. 41ລາວ​ຈະ​ຮຸກຮານ​ດິນແດນ​ອັນ​ງົດງາມ​ດ້ວຍ. ຫລາຍ​ປະເທດ​ຈະ​ຫລົ້ມຈົມ, ແຕ່​ເອໂດມ, ໂມອາບ ແລະ ບັນດາ​ຜູ້ນຳ​ອຳໂມນ​ຈະ​ໄດ້​ຮັບ​ການ​ຊ່ວຍ​ກອບກູ້​ອອກ​ຈາກ​ມື​ຂອງ​ລາວ. 42ລາວ​ຈະ​ຂະຫຍາຍ​ອຳນາດ​ອອກ​ໄປ​ຫລາຍ​ປະເທດ; ແມ່ນ​ແຕ່​ເອຢິບ​ກໍ​ຈະ​ບໍ່​ພົ້ນ​ມື​ລາວ. 43ລາວ​ຈະ​ຄອບຄອງ​ຄັງ​ຄຳ, ຄັງ​ເງິນ ແລະ ຊັບສົມບັດ​ທັງໝົດ​ຂອງ​ເອຢິບ, ຊາວ​ລີເບຍ ແລະ ຊາວ​ກູເຊ​ກໍ​ຍອມ​ຈຳນົນ​ຕໍ່​ລາວ. 44ຂ່າວ​ທີ່​ມາ​ຈາກ​ທິດ​ຕາເວັນ​ອອກ ແລະ ທາງ​ທິດ​ເໜືອ​ຈະ​ເຮັດ​ໃຫ້​ລາວ​ຕື່ນ​ຕົກໃຈ ແລະ ລາວ​ຈະ​ຍົກ​ທັບ​ອອກ​ໄປ​ດ້ວຍ​ຄວາມ​ໃຈຮ້າຍ​ຢ່າງ​ຮຸນແຮງ ເພື່ອ​ທຳລາຍ​ລ້າງ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ. 45ລາວ​ຈະ​ກາງ​ເຕັນ​ຫລວງ​ຂຶ້ນ​ລະຫວ່າງ​ທະເລ​ທີ່#11:45 ຫລື ທະເລ ແລະ​ພູເຂົາ​ບໍລິສຸດ​ອັນ​ງົດງາມ. ແຕ່​ລາວ​ກໍ​ຈະ​ເຖິງ​ຈຸດ​ຈົບ ແລະ ບໍ່​ມີ​ຜູ້ໃດ​ຈະ​ຊ່ວຍ​ລາວ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in