YouVersion Logo
Search Icon

ດານີເອນ 12

12
ວາລະ​ສຸດ​ທ້າຍ
1“ໃນ​ເວລາ​ນັ້ນ​ມີຄາເອນ ເຊິ່ງ​ເປັນ​ເທວະດາ​ຕົນ​ໃຫຍ່​ທີ່​ປົກປັກຮັກສາ​ປະຊາຊົນ​ຂອງ​ເຈົ້າ​ຈະ​ມາ. ຈະ​ເກີດ​ຊ່ວງ​ແຫ່ງ​ຄວາມ​ທຸກຍາກລຳບາກ​ຢ່າງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຕັ້ງແຕ່​ມີ​ປະຊາຊາດ​ຂຶ້ນ. ແຕ່​ໃນ​ເວລາ​ນັ້ນ​ປະຊາຊົນ​ຂອງ​ເຈົ້າ ຄື​ທຸກຄົນ​ທີ່​ມີ​ຊື່​ຢູ່​ໃນ​ໜັງສື​ນັ້ນ​ຈະ​ໄດ້​ຮັບ​ການ​ກອບກູ້. 2ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ທີ່​ຕາຍ​ໄປ​ແລ້ວ​ຈະ​ຟື້ນ​ຂຶ້ນ​ຄື: ບາງຄົນ​ກໍ​ເຂົ້າ​ສູ່​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ, ບາງຄົນ​ກໍ​ເຂົ້າ​ສູ່​ຄວາມ​ອັບອາຍ ແລະ ຖືກ​ດູຖູກ​ຕະຫລອດ​ໄປ. 3ບັນດາ​ຜູ້​ມີ​ປັນຍາ#12:3 ຫລື ຜູ້​ໃຫ້​ປັນຍາ​ຈະ​ສ່ອງແສງ​ເໝືອນ​ຄວາມ​ສະຫວ່າງ​ແຫ່ງ​ຟ້າ​ສະຫວັນ ແລະ ບັນດາ​ຜູ້​ທີ່​ນຳ​ຄົນ​ທັງຫລາຍ​ມາ​ສູ່​ຄວາມ​ຊອບທຳ​ຈະ​ສ່ອງແສງ​ເໝືອນ​ດວງດາວ​ຕະຫລອດ​ໄປ​ເປັນນິດ. 4ແຕ່​ສ່ວນ​ເຈົ້າ, ດານີເອນ ຈົ່ງ​ມ້ວນ ແລະ ປະທັບຕາ​ໃສ່​ຖ້ອຍຄຳ​ແຫ່ງ​ໜັງສື​ມ້ວນ​ນີ້​ໄວ້​ຈົນ​ເຖິງ​ວາລະ​ສຸດທ້າຍ. ຄົນ​ຈຳນວນ​ຫລວງຫລາຍ​ຈະ​ໄປ​ທີ່​ນີ້ ແລະ ໄປ​ທີ່​ນັ້ນ​ເພື່ອ​ເພີ່ມເຕີມ​ຄວາມ​ຮູ້”.
5ແລ້ວ​ຂ້າພະເຈົ້າ, ດານີເອນ, ກໍ​ໄດ້​ແນມ​ໄປ ແລະ ເຫັນ​ຊາຍ​ສອງ​ຄົນ​ຢືນ​ຕໍ່ໜ້າ​ຂ້າພະເຈົ້າ, ຄົນ​ໜຶ່ງ​ຢືນ​ຢູ່​ທີ່​ຝັ່ງ​ແມ່ນ້ຳ​ຟາກ​ນີ້ ແລະ ອີກ​ຄົນ​ໜຶ່ງ​ຢູ່​ທີ່​ຝັ່ງ​ແມ່ນ້ຳ​ຟາກ​ທີ່​ກົງກັນຂ້າມ. 6ຄົນ​ໜຶ່ງ​ກ່າວ​ຕໍ່​ຜູ້​ທີ່​ນຸ່ງ​ຜ້າຝ້າຍລິນິນ​ທີ່​ຢືນ​ຢູ່​ເໜືອ​ແມ່ນ້ຳ​ວ່າ, “ອີກ​ດົນ​ປານໃດ​ທີ່​ສິ່ງ​ອັດສະຈັນ​ເຫລົ່ານີ້​ຈະ​ສຳເລັດ​ຄົບຖ້ວນ?”
7ຊາຍ​ຜູ້​ທີ່​ນຸ່ງ​ຜ້າຝ້າຍລິນິນ​ທີ່​ຢືນ​ຢູ່​ເໜືອ​ແມ່ນ້ຳ​ກໍ​ໄດ້​ຍົກ​ມື​ຂວາ ແລະ ມື​ຊ້າຍ​ຂອງ​ຕົນ​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ ຂ້າພະເຈົ້າ​ໄດ້​ຍິນ​ເພິ່ນ​ປະຕິຍານ​ອ້າງ​ພຣະອົງ​ຜູ້​ມີ​ຊີວິດ​ຢູ່​ຕະຫລອດ​ໄປ​ເປັນນິດ​ວ່າ, “ຈະ​ເປັນ​ໜຶ່ງ​ວາລະ, ຫລາຍ​ວາລະ ແລະ ເຄິ່ງ​ວາລະ.#12:7 ຫລື ໜຶ່ງ​ປີ ສອງ​ປີ ແລະ ເຄິ່ງ​ປີ ເມື່ອ​ອຳນາດ​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ​ໝົດ​ສິ້ນ​ລົງ, ໃນ​ທີ່​ສຸດ, ສິ່ງ​ທັງໝົດ​ເຫລົ່ານີ້​ກໍ​ຈະ​ສຳເລັດ​ສົມບູນ”.
8ຂ້າພະເຈົ້າ​ໄດ້​ຍິນ, ແຕ່​ຂ້າພະເຈົ້າ​ບໍ່​ເຂົ້າໃຈ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ຖາມ​ວ່າ, “ນາຍ​ເອີຍ, ເຫດການ​ທັງໝົດ​ເຫລົ່ານີ້​ຈະ​ຢ່າງໃດ?”
9ຜູ້​ນັ້ນ​ໄດ້​ຕອບ​ວ່າ, “ດານີເອນ, ຈົ່ງ​ໄປ​ຕາມ​ທາງ​ຂອງ​ເຈົ້າ, ເພາະ​ຖ້ອຍຄຳ​ເຫລົ່ານີ້​ຖືກ​ມ້ວນ​ເກັບ​ໄວ້ ແລະ ຖືກ​ປະທັບຕາ​ໄວ້​ຈົນ​ເຖິງ​ວາລະ​ສຸດທ້າຍ. 10ຄົນ​ທັງຫລາຍ​ຈະ​ຖືກ​ຫລອມ ແລະ ໄດ້​ຮັບ​ການ​ຊໍາລະ​ໃຫ້​ບໍລິສຸດ​ປາດສະຈາກ​ຕຳໜິ. ສ່ວນ​ຄົນ​ຊົ່ວ​ກໍ​ຍັງ​ເຮັດ​ຊົ່ວ​ຕໍ່ໄປ. ບໍ່​ມີ​ຄົນ​ຊົ່ວ​ຄົນ​ໃດ​ຈະ​ເຂົ້າໃຈ, ແຕ່​ບັນດາ​ຄົນ​ທີ່​ມີ​ປັນຍາ​ກໍ​ຈະ​ເຂົ້າໃຈ.
11“ຕັ້ງແຕ່​ຍົກເລີກ​ການ​ຖວາຍ​ເຄື່ອງບູຊາ​ປະຈຳວັນ​ຈົນ​ເຖິງ​ວາລະ​ທີ່​ສິ່ງ​ທີ່​ໜ້າ​ກຽດຊັງ​ອັນ​ເປັນ​ຕົ້ນເຫດ​ຂອງ​ວິບັດ​ນັ້ນ​ຖືກ​ຕັ້ງ​ຂຶ້ນ​ເປັນ​ເວລາ 1.290 ວັນ 12ຜູ້​ທີ່​ລໍຖ້າ ແລະ ຢູ່​ຈົນ​ຄົບ 1.335 ວັນ​ກໍ​ເປັນ​ສຸກ.
13“ສ່ວນ​ເຈົ້າ​ນັ້ນ, ຈົ່ງ​ໄປ​ຕາມ​ທາງ​ຂອງ​ເຈົ້າ​ຈົນ​ເຖິງ​ວາລະ​ສຸດທ້າຍ. ເຈົ້າ​ຈະ​ພັກ​ສະຫງົບ ແລະ ຫລັງຈາກ​ນັ້ນ ເມື່ອ​ສິ້ນ​ຍຸກ​ເຈົ້າ​ຈະ​ເປັນ​ຂຶ້ນ​ມາ​ເພື່ອ​ຮັບ​ມໍລະດົກ​ສ່ວນ​ທີ່​ເປັນ​ຂອງ​ເຈົ້າ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in