YouVersion Logo
Search Icon

ດານີເອນ 10

10
ນິມິດ​ຂອງ​ດານີເອນ​ກ່ຽວກັບ​ຊາຍ​ຄົນ​ໜຶ່ງ
1ໃນ​ປີ​ທີ​ສາມ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ, ພຣະເຈົ້າ​ໄດ້​ເປີດເຜີຍ​ເລື່ອງ​ໜຶ່ງ​ແກ່​ດານີເອນ (ເຊິ່ງ​ມີ​ຊື່​ວ່າ​ເບັນເຕຊັດຊາເຣ). ມັນ​ເປັນ​ເລື່ອງ​ຈິງ ແລະ ເປັນ​ເລື່ອງ​ສົງຄາມ​ໃຫຍ່.#10:1 ຫລື ແລະ ເຂົ້າໃຈ​ຍາກ​ຫລາຍ ເພິ່ນ​ໄດ້​ຮັບ​ຄວາມ​ເຂົ້າໃຈ​ຂໍ້ຄວາມ​ນີ້​ໂດຍ​ທາງ​ນິມິດ.
2ໃນ​ເວລາ​ນັ້ນ, ຂ້າພະເຈົ້າ ດານີເອນ​ໄດ້​ເປັນ​ທຸກ​ຢູ່​ຕະຫລອດ​ສາມ​ອາທິດ. 3ຂ້າພະເຈົ້າ​ບໍ່​ກິນ​ອາຫານ​ທີ່​ດີ; ບໍ່​ກິນ​ຊີ້ນ ຫລື ຮີມສົບ​ຂອງ​ຂ້າພະເຈົ້າ​ກໍ​ບໍ່​ແຕະ​ເຫລົ້າອະງຸ່ນ ແລະ ບໍ່​ໄດ້​ໃຊ້​ເຄື່ອງ​ທາ​ກາຍ​ຈົນ​ກວ່າ​ຈະ​ຜ່ານ​ສາມ​ອາທິດ​ນັ້ນ​ໄປ.
4ໃນ​ວັນ​ທີ​ຊາວສີ່​ຂອງ​ເດືອນ​ທີ​ໜຶ່ງ, ຂະນະ​ທີ່​ຂ້າພະເຈົ້າ​ກຳລັງ​ຢືນ​ຢູ່​ແຄມ​ແມ່ນໍ້າ​ໃຫຍ່​ຕິກຣິດ, 5ຂ້າພະເຈົ້າ​ເງີຍ​ໜ້າ​ຂຶ້ນ ແລ້ວ​ກໍ​ເຫັນ​ຊາຍ​ຜູ້​ໜຶ່ງ​ຢູ່​ຕໍ່ໜ້າ​ຂ້າພະເຈົ້າ ນຸ່ງ​ຜ້າຝ້າຍລິນິນ​ເນື້ອລະອຽດ​ດີ, ຂັດ​ສາຍແອວ​ຄຳ​ເນື້ອ​ດີ​ຈາກ​ອູຟາດ​ໃສ່​ແອວ​ຂອງ​ຕົນ. 6ຮ່າງກາຍ​ຂອງ​ເພິ່ນ​ສຸກໃສ​ເໝືອນ​ບຸດສະລາຄຳ, ໜ້າ​ຂອງ​ເພິ່ນ​ເຈີດຈ້າ​ເໝືອນ​ແສງ​ຟ້າ​ແມບ, ຕາ​ຂອງ​ເພິ່ນ​ເປັນ​ເໝືອນ​ກະບອງ​ໄຟ​ທີ່​ກຳລັງ​ລຸກ​ຢູ່, ແຂນ​ຂອງ​ເພິ່ນ ແລະ ຂາ​ຂອງ​ເພິ່ນ​ເປັນ​ເໝືອນ​ທອງສຳລິດ​ທີ່​ຂັດ​ເງົາ ແລະ ສຽງ​ຂອງ​ເພິ່ນ​ດັງ​ເໝືອນ​ສຽງ​ຂອງ​ຄົນ​ກຸ່ມ​ໃຫຍ່.
7ຂ້າພະເຈົ້າ ດານີເອນ ເປັນ​ຜູ້​ດຽວ​ທີ່​ໄດ້​ເຫັນ​ນິມິດ​ນັ້ນ; ບັນດາ​ຄົນ​ທີ່​ຢູ່​ກັບ​ຂ້າພະເຈົ້າ​ບໍ່​ເຫັນ​ຫຍັງ​ເລີຍ, ແຕ່​ພວກເຂົາ​ກໍ​ຢ້ານກົວ​ຈົນ​ພວກເຂົາ​ໄດ້​ໜີ​ໄປ​ລີ້. 8ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຖືກ​ປະຖິ້ມ​ໄວ້​ຢູ່​ຄົນ​ດຽວ, ຂ້າພະເຈົ້າ​ຈ້ອງ​ເບິ່ງ​ນິມິດ​ອັນ​ຍິ່ງໃຫຍ່​ນີ້; ແລ້ວ​ຂ້າພະເຈົ້າ​ບໍ່​ມີ​ໝົດ​ເຫື່ອແຮງ, ໃບ​ໜ້າ​ຂອງ​ຂ້າພະເຈົ້າ​ກໍ​ຊີດ​ເຂົ້າ​ເໝືອນ​ຄົນ​ຕາຍ ແລະ ກໍ​ເຮັດ​ຫຍັງ​ບໍ່​ໄດ້. 9ຫລັງ​ຈາກ​ນັ້ນ ຂ້າພະເຈົ້າ​ກໍ​ໄດ້​ຍິນ​ຜູ້​ນັ້ນ​ກຳລັງ​ເວົ້າ ແລະ ຂະນະ​ທີ່​ຂ້າພະເຈົ້າ​ຟັງ​ເພິ່ນ​ຢູ່​ນັ້ນ ຂ້າພະເຈົ້າ​ກໍ​ໝົດ​ສະຕິ​ລົ້ມ​ລົງ​ທີ່​ພື້ນດິນ.
10ມີ​ມື​ໜຶ່ງ​ມາ​ແຕະ​ຂ້າພະເຈົ້າ ແລະ ໄດ້​ໂຊມ​ຂ້າພະເຈົ້າ​ໃຫ້​ຄ່ອຍໆ​ລຸກ​ຂຶ້ນ​ດ້ວຍ​ມື ແລະ ຫົວເຂົ່າ​ທີ່​ສັ່ນ​ຢູ່. 11ເພິ່ນ​ໄດ້​ກ່າວ​ວ່າ, “ດານີເອນ, ເຈົ້າ​ຜູ້​ເປັນ​ທີ່​ຮັກ, ຈົ່ງ​ໃສ່ໃຈ​ຟັງ​ຖ້ອຍຄຳ​ທີ່​ເຮົາ​ຈະ​ກ່າວ​ກັບ​ເຈົ້າ ແລະ ຈົ່ງ​ຢືນ​ຂຶ້ນ, ເພາະ​ບັດນີ້ ພຣະເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຫາ​ເຈົ້າ”. ເມື່ອ​ເພິ່ນ​ກ່າວ​ດັ່ງນີ້​ຕໍ່​ຂ້າພະເຈົ້າ​ແລ້ວ ຂ້າພະເຈົ້າ​ກໍ​ຢືນ​ຂຶ້ນ​ໂດຍ​ທີ່​ໂຕ​ຍັງ​ສັ່ນ​ຢູ່.
12ແລ້ວ​ເພິ່ນ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ດານີເອນ, ຢ່າ​ຢ້ານ​ເລີຍ. ຕັ້ງ​ແຕ່​ມື້​ທຳອິດ​ທີ່​ເຈົ້າ​ຕັ້ງໃຈ​ທີ່​ຈະ​ຫາ​ຄວາມ​ເຂົ້າໃຈ ແລະ ຖ່ອມໃຈ​ລົງ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ເຈົ້າ, ພຣະອົງ​ໄດ້​ຍິນ​ຄຳ​ອະທິຖານ​ຂອງ​ເຈົ້າ ແລະ ເຮົາ​ມາ​ເພື່ອ​ຕອບ​ຄຳ​ອະທິຖານ​ຂອງ​ເຈົ້າ. 13ແຕ່​ເທວະດາ​ແຫ່ງ​ອານາຈັກ​ເປີເຊຍ​ໄດ້​ຂັດຂວາງ​ເຮົາ​ໄວ້​ເປັນ​ເວລາ​ຊາວເອັດ​ວັນ. ຫລັງ​ຈາກ​ນັ້ນ ມີຄາເອນ ໜຶ່ງ​ໃນ​ຫົວໜ້າ​ບັນດາ​ເທວະດາ​ໄດ້​ມາ​ຊ່ວຍ​ເຮົາ, ເພາະ​ເຮົາ​ຖືກ​ກັກຂັງ​ໄວ້​ຢູ່​ທີ່​ນັ້ນ​ກັບ​ກະສັດ​ແຫ່ງ​ເປີເຊຍ. 14ບັດນີ້ ເຮົາ​ມາ​ເພື່ອ​ອະທິບາຍ​ໃຫ້​ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຈົ້າ​ໃນ​ອະນາຄົດ, ເພາະ​ນິມິດ​ນັ້ນ​ກ່ຽວກັບ​ການ​ເວລາ​ຂ້າງ​ໜ້າ”.
15ໃນ​ຂະນະ​ທີ່​ເພິ່ນ​ກໍາລັງ​ກ່າວ​ສິ່ງ​ນີ້​ກັບ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ໝູບ​ໜ້າ​ລົງ​ພື້ນດິນ ແລະ ມິດງຽບ​ຢູ່. 16ແລ້ວ​ຜູ້​ທີ່​ເບິ່ງ​ຄື​ມະນຸດ#10:16 ສຳ​ເນົາ MT. ສະບັບ​ໜຶ່ງ ແລະ ວ່າ ສະບັບ​ເຊັບຕູອາຈິນ​ວ່າ ແລ້ວ​ບາງ​ສິ່ງ​ທີ່​ເບິ່ງ​ຄື​ມື​ມະນຸດ​ໄດ້​ເດ່​ມື​ອອກ​ມາ​ບາຍ​ຮິມສົບ​ຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ຈຶ່ງ​ເປີດ​ອອກ ແລ້ວ​ກໍ​ເລີ່ມຕົ້ນ​ເວົ້າ. ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ວ່າ, “ນາຍ​ເອີຍ, ຂ້ານ້ອຍ​ທຸກໃຈ​ຫລາຍ​ເພາະ​ນິມິດ​ນັ້ນ ແລະ ຂ້ານ້ອຍ​ກໍ​ຮູ້ສຶກ​ອ່ອນແຮງ​ຫລາຍ. 17ນາຍ​ເອີຍ, ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ກ່າວ​ກັບ​ທ່ານ​ໄດ້​ຢ່າງໃດ? ຂ້ານ້ອຍ​ໝົດ​ແຮງ​ແລ້ວ ແລະ ແມ່ນ​ແຕ່​ຫາຍໃຈ​ກໍ​ຍັງ​ບໍ່​ໄຫວ”.
18ແລ້ວ​ຜູ້​ທີ່​ເບິ່ງ​ຄື​ມະນຸດ​ກໍ​ແຕະຕ້ອງ​ຂ້າພະເຈົ້າ ແລະ ເຮັດ​ໃຫ້​ຂ້າພະເຈົ້າ​ມີ​ແຮງ​ຂຶ້ນ. 19ເພິ່ນ​ໄດ້​ກ່າວ​ວ່າ, “ເຈົ້າ​ຜູ້​ເປັນ​ທີ່​ຮັກ, ຢ່າ​ຢ້ານ​ເລີຍ, ສັນຕິສຸກ​ຈົ່ງ​ມີ​ແກ່​ເຈົ້າ! ບັດນີ້ ຈົ່ງ​ເຂັ້ມແຂງ; ຈົ່ງ​ເຂັ້ມແຂງ”.
ເມື່ອ​ເພິ່ນ​ກ່າວ​ດັ່ງນັ້ນ​ຕໍ່​ຂ້າພະເຈົ້າ​ແລ້ວ, ຂ້າພະເຈົ້າ​ກໍ​ແຂງແຮງ​ຂຶ້ນ ແລະ ໄດ້​ເວົ້າ​ວ່າ “ນາຍ​ເອີຍ, ຂໍ​ໃຫ້​ທ່ານ​ໄດ້​ກ່າວ​ຕໍ່​ໄປ ເນື່ອງຈາກ​ທ່ານ​ໄດ້​ໃຫ້​ກຳລັງ​ແກ່​ຂ້ານ້ອຍ​ແລ້ວ”.
20ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ກ່າວ​ວ່າ, “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ດ້ວຍ​ເຫດ​ໃດ​ເຮົາ​ຈຶ່ງ​ມາ​ຫາ​ເຈົ້າ? ອີກ​ບໍ່​ດົນ​ເຮົາ​ຈະ​ກັບ​ມາ​ຕໍ່ສູ້​ເທວະດາ​ແຫ່ງ​ເປີເຊຍ ແລະ ເມື່ອ​ເຮົາ​ໄປ​ແລ້ວ, ເທວະດາ​ແຫ່ງ​ກຣີກ​ກໍ​ຈະ​ມາ; 21ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ເຮົາ​ມາ​ກໍ​ເພື່ອ​ຈະ​ບອກ​ເຈົ້າ​ເຖິງ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ໜັງສື​ແຫ່ງ​ຄວາມຈິງ. (ບໍ່​ມີ​ຜູ້ໃດ​ຊ່ວຍ​ເຮົາ​ຕໍ່ສູ້​ກັບ​ເທວະດາ​ທັງ​ສອງ​ນັ້ນ ນອກຈາກ​ມີຄາເອນ​ເທວະດາ​ຂອງ​ທ່ານ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in