YouVersion Logo
Search Icon

ອາໂມດ 6

6
ວິບັດ​ແກ່​ຄົນ​ທັງຫລາຍ​ທີ່​ຢູ່​ຢ່າງ​ສະໜຸກ​ສຸກ​ສະບາຍ
1ວິບັດ​ແກ່​ພວກເຈົ້າ​ຜູ້​ທີ່​ຢູ່​ຢ່າງ​ສະໜຸກ​ສຸກ​ສະບາຍ​ໃນ​ຊີໂອນ,
ແລະ ແກ່​ພວກເຈົ້າ​ຜູ້​ຮູ້​ສຶກ​ປອດໄພ​ຢູ່​ເທິງ​ພູເຂົາ​ຊາມາເຣຍ,
ພວກເຈົ້າ​ຜູ້​ເປັນ​ຄົນ​ທີ່​ຢູ່​ຂັ້ນ​ນຳ​ທີ່​ມີ​ຊື່ສຽງ​ໂດ່ງດັງ​ຂອງ​ຊາດ,
ຜູ້​ທີ່​ປະຊາຊົນ​ອິດສະຣາເອນ​ມາ​ຫາ!
2ຈົ່ງ​ໄປ​ທີ່​ຄານເນ ແລະ ໄປ​ເບິ່ງ​ທີ່​ນັ້ນ
ແລ້ວ​ອອກ​ຈາກ​ໄປ​ນັ້ນ​ໄປ​ທີ່​ຮາມັດ​ເມືອງ​ໃຫຍ່,
ແລະ ລົງ​ໄປ​ທີ່​ເມືອງ​ກາດ​ໃນ​ຟີລິດສະຕິນ.
ອານາຈັກ​ເຫລົ່ານັ້ນ​ດີ​ກວ່າ​ອານາຈັກ​ທັງ​ສອງ​ຂອງ​ພວກເຈົ້າ​ບໍ?
ດິນແດນ​ຂອງ​ພວກເຂົາ​ໃຫຍ່​ກວ່າ​ຂອງ​ພວກເຈົ້າ​ບໍ?
3ພວກເຈົ້າ​ໄດ້​ເລື່ອນ​ວັນ​ແຫ່ງ​ຄວາມ​ຊົ່ວຮ້າຍ​ອອກ​ໄປ
ແຕ່​ພັດ​ນຳ​ຍຸກ​ອັນ​ໜ້າ​ຢ້ານກົວ​ເຂົ້າ​ມາ​ໃກ້.
4ພວກເຈົ້າ​ນອນ​ຢູ່​ເທິງ​ຕຽງ​ທີ່​ປະດັບ​ດ້ວຍ​ງາຊ້າງ
ແລະ ຢຽດ​ກາຍ​ຢູ່​ເທິງ​ຕັ່ງ​ນວມ.
ພວກເຈົ້າ​ກິນ​ລູກ​ແກະ​ຊັ້ນ​ດີ
ແລະ ລູກ​ງົວ​ໂຕ​ອ້ວນ​ພີ.
5ພວກເຈົ້າ​ຫລິ້ນ​ພິນ​ຢ່າງ​ເບີກບານໃຈ​ເໝືອນ​ດາວິດ
ແລະ ແຕ່ງ​ເພງ​ໃໝ່ໆ​ສຳລັບ​ເຄື່ອງດົນຕີ.
6ພວກເຈົ້າ​ດື່ມ​ເຫລົ້າອະງຸ່ນ​ເຕັມ​ຊາມ
ແລະ ໃຊ້​ເຄື່ອງ​ທາ​ກາຍ​ຊັ້ນ​ດີ,
ແຕ່​ພວກເຈົ້າ​ບໍ່​ໂສກເສົ້າ​ໃນ​ຄວາມ​ຈິບຫາຍ​ຂອງ​ໂຢເຊັບ.
7ເຫດສະນັ້ນ ພວກເຈົ້າ​ຈະ​ຢູ່​ໃນ​ກຸ່ມ​ຄົນ​ທຳອິດ​ທີ່​ຕົກ​ເປັນ​ຊະເລີຍ
ການ​ລ້ຽງ​ສະຫລອງ ແລະ ການ​ນອນ​ຢຽດ​ກາຍ​ຂອງ​ພວກເຈົ້າ​ຈະ​ຈົບ​ລົງ.
ພຣະເຈົ້າ​ຢາເວ​ກຽດຊັງ​ຄວາມ​ຈອງຫອງ​ຂອງ​ອິດສະຣາເອນ
8ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ປະຕິຍານ​ໂດຍ​ອ້າງ​ພຣະອົງ​ເອງ ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ປະກາດ​ດັ່ງນີ້​ວ່າ:
“ເຮົາ​ກຽດຊັງ​ຄວາມ​ຈອງຫອງ​ຂອງ​ຢາໂຄບ
ແລະ ກຽດຊັງ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ລາວ
ເຮົາ​ຈະ​ປ່ອຍ​ເມືອງ​ນີ້
ແລະ ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ”.
9ຖ້າ​ມີ​ຜູ້ຊາຍ​ສິບ​ຄົນ​ເຫລືອ​ຢູ່​ໃນ​ເຮືອນ​ຫລັງ​ໜຶ່ງ ພວກເຂົາ​ກໍ​ຈະ​ຕາຍ​ເໝືອນ​ກັນ. 10ແລະ ຖ້າ​ມີ​ຍາດພີ່ນ້ອງ​ຂອງ​ຜູ້​ຕາຍ ຄື​ຜູ້​ທີ່​ຈະ​ກຳກັບ​ການ​ສົ່ງສະການ ຈະ​ມາ​ຫາມ​ເອົາ​ສົບ​ນັ້ນ​ໄປ​ນອກ​ເຮືອນ ແລະ ຖາມ​ຜູ້​ທີ່​ຍັງ​ເຊື່ອງ​ໂຕ​ຢູ່​ທີ່​ນັ້ນ​ວ່າ, “ມີ​ຜູ້ໃດ​ຢູ່​ກັບ​ເຈົ້າ​ອີກ​ບໍ?” ແລະ ລາວ​ຕອບ​ວ່າ, “ບໍ່​ມີ” ແລ້ວ​ລາວ​ກໍ​ຈະ​ເວົ້າ​ວ່າ, “ມິດ​ຢູ່! ພວກເຮົາ​ຈະ​ຕ້ອງ​ບໍ່​ເອີ່ຍ​ເຖິງ​ນາມ​ຂອງ​ພຣະເຈົ້າ​ຢາເວ”.
11ເພາະ​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້​ແລ້ວ,
ແລະ ຈະ​ຟາດ​ເຮືອນ​ຫລັງ​ໃຫຍ່​ນັ້ນ​ໃຫ້​ເປັນ​ຊິ້ນສ່ວນ​ນ້ອຍໆ
ຟາດ​ເຮືອນ​ຫລັງ​ນ້ອຍ​ໃຫ້​ເປັນ​ຊິ້ນສ່ວນ​ເລັກ​ນ້ອຍ​ທີ່​ສຸດ.
12ມ້າ​ແລ່ນ​ເທິງ​ໜ້າ​ຜາ​ຫີນ​ບໍ?
ຄົນ​ໃຊ້​ງົວ​ໄຖ​ທະເລ​ບໍ?
ແຕ່​ພວກເຈົ້າ​ກໍ​ປ່ຽນ​ຄວາມ​ຍຸຕິທຳ​ໃຫ້​ເປັນ​ຢາພິດ
ແລະ ປ່ຽນ​ຜົນ​ແຫ່ງ​ຄວາມ​ຊອບທຳ​ໃຫ້​ກາຍເປັນ​ຄວາມ​ຂົມຂື່ນ
13ເຈົ້າ​ຜູ້​ຍິນ​ດີ​ໃນ​ການ​ພິ​ຊິດ​ໂລ​ເດ​ບາ#6:13 ແປ​ວ່າ ບໍ່​ມີ​ສິ່ງໃດ ແລະ​ເວົ້າ​ວ່າ
“ພວກເຮົາ​ຢຶດ​ການນາອິມ#6:13 ແປ​ວ່າ ເຂົາສັດ ໃນ​ທີ່​ນີ້​ເປັນ​ສັນຍາລັກ​ຂອງ​ກຳລັງ​ໄວ້​ໄດ້​ດ້ວຍ​ກຳລັງ​ຂອງ​ພວກເຮົາ​ເອງ​ບໍ່​ແມ່ນ​ບໍ?”
14ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ປະກາດ​ວ່າ,
“ປະຊາຊົນ​ອິດສະຣາເອນ, ເຮົາ​ຈະ​ເອີ້ນ​ຊາດ​ໜຶ່ງ​ມາ​ສູ້​ກັບ​ພວກເຈົ້າ
ເຊິ່ງ​ຈະ​ກົດຂີ່​ຂົ່ມເຫັງ​ພວກເຈົ້າ​ຕະຫລອດ​ທາງ
ຕັ້ງ​ແຕ່​ເລໂບ​ຮາມັດ#6:14 ຫລື ຕັ້ງ​ແຕ່​ທາງ​ເຂົ້າ​ສູ່​ຮາມັດ​ຈົນ​ເຖິງ​ຮ່ອມພູ​ອາຣາບາ”.

Currently Selected:

ອາໂມດ 6: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in