YouVersion Logo
Search Icon

ໂຣມ 8

8
ຊີວິດ​ຝ່າຍ​ພຣະວິນຍານ
1ບັດນີ້ ການ​ລົງໂທດ​ຈຶ່ງ​ບໍ່ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ. 2ເພາະວ່າ​ກົດ​ຂອງ​ພຣະວິນຍານ​ທີ່​ນຳ​ພວກເຮົາ​ໃຫ້​ມີ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ. 3ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ. 4ພຣະເຈົ້າ​ໄດ້​ເຮັດ​ຢ່າງ​ນີ້ ເພື່ອ​ໃຫ້​ຂໍ້ຄຳສັ່ງ​ອັນ​ຍຸດຕິທຳ​ຂອງ​ກົດບັນຍັດ​ນັ້ນ​ສຳເລັດ​ຢ່າງ​ບໍຣິບູນ​ໃນ​ພວກເຮົາ ຜູ້​ທີ່​ບໍ່​ດຳເນີນ​ຕາມ​ເນື້ອໜັງ ແຕ່​ຕາມ​ພຣະວິນຍານ. 5ຄົນ​ທີ່​ດຳເນີນ​ຊີວິດ​ຝ່າຍ​ເນື້ອໜັງ ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ເນື້ອໜັງ ຄົນ​ທີ່​ດຳເນີນ​ຊີວິດ​ຕາມ​ພຣະວິນຍານ ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ພຣະວິນຍານ. 6ດ້ວຍວ່າ, ການ​ເອົາໃຈໃສ່​ຢູ່​ກັບ​ຝ່າຍ​ເນື້ອໜັງ ກໍ​ຄື​ຄວາມ​ຕາຍ ແລະ​ການ​ໃສ່​ໃຈ​ກັບ​ຝ່າຍ​ພຣະວິນຍານ​ນັ້ນ ກໍ​ຄື​ຊີວິດ​ແລະ​ສັນຕິສຸກ. 7ເຫດ​ວ່າ, ການ​ທີ່​ເອົາໃຈໃສ່​ຝ່າຍ​ເນື້ອໜັງ ນັ້ນ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ, ແທ້ຈິງ​ແລ້ວ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ບໍ່ໄດ້ 8ແລະ​ຄົນ​ທັງຫລາຍ​ທີ່​ຢູ່​ຝ່າຍ​ເນື້ອໜັງ ຈະ​ເປັນ​ທີ່​ພໍພຣະໄທ​ຂອງ​ພຣະເຈົ້າ​ກໍ​ບໍ່ໄດ້.
9ແຕ່​ຖ້າ​ແມ່ນ​ພຣະວິນຍານ​ຂອງ​ພຣະເຈົ້າ ຊົງ​ສະຖິດ​ຢູ່​ໃນ​ເຈົ້າ​ທັງຫລາຍ​ຢ່າງ​ແທ້ຈິງ​ແລ້ວ ພວກເຈົ້າ​ກໍ​ບໍ່​ຢູ່​ຝ່າຍ​ເນື້ອໜັງ ແຕ່​ຢູ່​ຝ່າຍ​ພຣະວິນຍານ ແລະ​ຖ້າ​ຜູ້ໃດ​ບໍ່ມີ​ພຣະວິນຍານ​ຂອງ​ພຣະຄຣິດ​ແລ້ວ ຜູ້ນັ້ນ​ກໍ​ບໍ່​ເປັນ​ຂອງ​ພຣະອົງ. 10ແຕ່​ຖ້າ​ພຣະຄຣິດ​ຊົງ​ຢູ່​ໃນ​ເຈົ້າ​ທັງຫລາຍ​ແລ້ວ, ເຖິງ​ແມ່ນ​ວ່າ​ເນື້ອຕົວ​ຂອງ​ພວກເຈົ້າ​ຕາຍ​ແລ້ວ ເພາະ​ຄວາມ​ຜິດບາບ ແຕ່​ວິນຍານ​ຈິດ​ຂອງ​ພວກເຈົ້າ ກໍ​ມີ​ຊີວິດ​ຢູ່​ເພາະ​ຄວາມ​ຊອບທຳ. 11ຖ້າ​ພຣະວິນຍານ​ຂອງ​ພຣະອົງ ຜູ້​ຊົງ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ຊົງ​ຄືນພຣະຊົນ​ນັ້ນ ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ພຣະອົງ​ຜູ້​ຊົງ​ບັນດານ​ໃຫ້​ພຣະຄຣິດ​ຊົງ​ຄືນພຣະຊົນ​ແລ້ວ​ນັ້ນ ກໍ​ຈະ​ຊົງ​ບັນດານ​ໃຫ້​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ຄືນ​ມີ​ຊີວິດ​ໃໝ່ ດ້ວຍ​ຣິດ​ແຫ່ງ​ພຣະວິນຍານ​ຂອງ​ພຣະອົງ ທີ່​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ.
12ດ້ວຍເຫດນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຮົາ​ໄດ້​ເປັນ​ໜີ້, ແຕ່​ບໍ່ແມ່ນ​ເປັນ​ໜີ້​ໃນ​ທາງ​ເນື້ອກາຍ ຊຶ່ງ​ຈະ​ດຳເນີນ​ຊີວິດ​ຕາມ​ຢ່າງ​ເນື້ອໜັງ​ນັ້ນ. 13ເພາະ​ຖ້າ​ເຈົ້າ​ທັງຫລາຍ​ດຳເນີນ​ຊີວິດ​ຕາມ​ຢ່າງ​ເນື້ອໜັງ​ແລ້ວ ພວກເຈົ້າ​ກໍ​ຄົງ​ຈະ​ຕາຍ, ແຕ່​ຖ້າ​ໂດຍ​ຝ່າຍ​ພຣະວິນຍານ ພວກເຈົ້າ​ໄດ້​ທຳລາຍ​ການ​ຂອງ​ຝ່າຍ​ເນື້ອໜັງ​ນັ້ນ​ເສຍ ເຈົ້າ​ກໍ​ຄົງ​ຈະ​ມີ​ຊີວິດ​ຢູ່. 14ເພາະ​ພຣະວິນຍານ​ຂອງ​ພຣະເຈົ້າ​ຊົງ​ນຳພາ​ຜູ້ໃດ ຜູ້ນັ້ນ​ແຫຼະ​ເປັນ​ບຸດ​ຂອງ​ພຣະເຈົ້າ. 15ດ້ວຍວ່າ, ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ເປັນ​ທາດ ຊຶ່ງ​ກໍ່​ໃຫ້​ເກີດ​ຄວາມ​ຢ້ານກົວ, ແຕ່​ພຣະວິນຍານ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ ໂດຍ​ຣິດອຳນາດ​ແຫ່ງ​ພຣະວິນຍານ​ບໍຣິສຸດເຈົ້າ​ນັ້ນ ພວກເຮົາ​ຈຶ່ງ​ເອີ້ນ​ພຣະເຈົ້າ​ວ່າ, “ອັບບາ” ຄື​ພຣະບິດາເຈົ້າ. 16ພຣະວິນຍານ​ຂອງ​ພຣະເຈົ້າ​ຮ່ວມ​ເປັນ​ພະຍານ​ກັບ​ວິນຍານ​ຂອງ​ພວກເຮົາ​ປະກາດ​ວ່າ ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ. 17ແລະ​ຖ້າ​ເຮົາ​ທັງຫລາຍ​ເປັນ​ບຸດ​ແລ້ວ ເຮົາ​ກໍ​ເປັນ​ຜູ້​ຮັບ​ມໍຣະດົກ​ດ້ວຍ ຄື​ເປັນ​ຜູ້​ຮັບ​ມໍຣະດົກ​ຈາກ​ພຣະເຈົ້າ ແລະ​ເປັນ​ຜູ້​ຮ່ວມ​ຮັບ​ມໍຣະດົກ​ກັບ​ພຣະຄຣິດ ຖ້າ​ແມ່ນ​ເຮົາ​ທັງຫລາຍ​ໄດ້​ທົນທຸກ​ທໍລະມານ​ດ້ວຍກັນ​ກັບ​ພຣະອົງ​ນັ້ນ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ສະຫງ່າຣາສີ​ກັບ​ພຣະອົງ​ເໝືອນກັນ.
ສະຫງ່າຣາສີ​ທີ່​ຈະ​ມີ​ໃນ​ພາຍໜ້າ
18ເຮົາ​ເຫັນ​ວ່າ​ຄວາມ​ທຸກ​ລຳບາກ​ຂອງ​ພວກເຮົາ​ໃນ​ເວລາ​ປະຈຸບັນ​ນີ້ ບໍ່​ອາດ​ທຽບ​ໃສ່​ກັບ​ສະຫງ່າຣາສີ ທີ່​ຈະ​ຖືກ​ເປີດເຜີຍ​ແກ່​ພວກເຮົາ​ໃນ​ພາຍໜ້າ​ໄດ້. 19ດ້ວຍວ່າ, ສັບພະສິ່ງ​ທີ່​ຊົງ​ສ້າງ​ແລ້ວ ມີ​ຄວາມ​ພຽນ​ຄອຍຖ້າ​ປາຖະໜາ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະເຈົ້າ​ປາກົດ. 20ເພາະວ່າ​ສັບພະສິ່ງ​ເຫຼົ່ານັ້ນ ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ອະນິຈັງ ບໍ່ແມ່ນ​ຕາມ​ໃຈ​ມັກ​ຂອງ​ມັນເອງ, ແຕ່​ແມ່ນ​ຕາມ​ທີ່​ພຣະເຈົ້າ​ໃຫ້​ມັນ​ຕົກ​ຢູ່​ນັ້ນ, ໂດຍ​ມີ​ຄວາມ​ຫວັງໃຈ​ວ່າ 21ໃນ​ມື້​ໜຶ່ງ ສັບພະສິ່ງ​ທີ່​ຊົງ​ສ້າງ​ນັ້ນ ຈະ​ຖືກ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ​ຈາກ​ອຳນາດ​ຂອງ​ຄວາມ​ເສື່ອມສູນ ແລະ​ຈະ​ໄດ້​ມີ​ສ່ວນ​ໃນ​ອິດສະຫລະ​ພາບ​ອັນ​ຮຸ່ງເຮືອງ​ແຫ່ງ​ບັນດາ​ລູກ​ຂອງ​ພຣະເຈົ້າ. 22ເພາະ​ພວກເຮົາ​ຮູ້​ຢູ່​ວ່າ ທຸກສິ່ງ​ທີ່​ພຣະອົງ​ໄດ້​ເນຣະມິດ​ສ້າງ​ນັ້ນ ກໍ​ໂອ່ຍຄາງ​ດ້ວຍ​ຄວາມ​ເຈັບປວດ​ຈົນ​ເທົ່າທຸກ​ວັນນີ້. 23ແລະ​ບໍ່​ພຽງແຕ່​ການ​ເນຣະມິດ​ສ້າງ​ເທົ່ານັ້ນ​ທີ່​ໂອ່ຍຄາງ, ແຕ່​ພວກເຮົາ​ຜູ້​ທີ່​ໄດ້​ຮັບ​ພຣະວິນຍານ​ເປັນ​ຜົນ​ທຳອິດ ຕົວ​ເຮົາ​ເອງ​ກໍ​ເໝືອນກັນ​ຍັງ​ໂອ່ຍຄາງ​ຄອງຄອຍ​ຖ້າ​ໃນ​ການ​ທີ່​ພຣະເຈົ້າ​ຊົງ​ຮັບ​ເປັນ​ບຸດ ຄື​ທີ່​ຈະ​ຊົງ​ໃຫ້​ເນື້ອກາຍ​ຂອງ​ພວກເຮົາ​ພົ້ນ​ຈາກ​ຕາຍ. 24ເຫດ​ວ່າ ເຮົາ​ທັງຫລາຍ​ໄດ້​ພົ້ນ​ນັ້ນ ກໍ​ເພາະ​ດ້ວຍ​ຄວາມຫວັງ​ນີ້, ແຕ່​ຄວາມຫວັງ​ໃນ​ສິ່ງ​ທີ່​ຕາ​ເຫັນ​ຢູ່ ສິ່ງ​ນັ້ນ​ກໍ​ບໍ່​ເປັນ​ຄວາມຫວັງ​ອັນ​ແທ້ຈິງ. ດ້ວຍວ່າ, ຜູ້ໃດ​ແດ່​ຍັງ​ຈະ​ຫວັງ​ໃນ​ສິ່ງ​ທີ່​ຕົນ​ເຫັນ​ຢູ່​ແລ້ວ. 25ແຕ່​ຖ້າ​ພວກເຮົາ​ຫວັງ​ໃນ​ສິ່ງ​ທີ່​ພວກເຮົາ​ບໍ່​ເຫັນ ພວກເຮົາ​ກໍ​ຄອງຄອຍ​ຖ້າ​ສິ່ງ​ນັ້ນ​ດ້ວຍ​ໃຈ​ອົດທົນ. 26ທຳນອງ​ດຽວກັນ​ນັ້ນ​ແຫຼະ ພຣະວິນຍານ​ກໍ​ຊ່ວຍຊູ​ພວກເຮົາ​ເມື່ອ​ພວກເຮົາ​ອ່ອນ​ກຳລັງ, ເພາະ​ພວກເຮົາ​ບໍ່​ຮູ້​ວ່າ ພວກເຮົາ​ຄວນ​ຈະ​ພາວັນນາ​ອະທິຖານ​ຂໍ​ຢ່າງ​ໃດ, ແຕ່​ອົງ​ພຣະວິນຍານ​ນັ້ນ​ເອງ ວິງວອນ​ຂໍ​ກັບ​ພຣະເຈົ້າ​ແທນ​ພວກເຮົາ ດ້ວຍ​ຄຳ​ໂອ່ຍຄາງ​ທີ່​ຫາ​ຄຳ​ອະທິບາຍ​ບໍ່ໄດ້. 27ຝ່າຍ​ພຣະເຈົ້າ​ຜູ້​ທີ່​ສອດສ່ອງ​ຮູ້ເຫັນ​ຈິດໃຈ​ຂອງ​ພວກເຮົາ ກໍ​ຮູ້​ຄວາມ​ນຶກຄິດ​ຂອງ​ພຣະວິນຍານ, ເພາະ​ພຣະວິນຍານ​ຊົງ​ວິງວອນ​ຂໍ​ກັບ​ພຣະເຈົ້າ ສຳລັບ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ ຕາມ​ນໍ້າພຣະໄທ​ພຣະອົງ.
28ພວກເຮົາ​ຮູ້​ແລ້ວ​ວ່າ ພຣະເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ ເພື່ອ​ໃຫ້​ເກີດຜົນ​ດີ​ໃນ​ທຸກສິ່ງ ຄື​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ໄວ້​ຕາມ​ພຣະ​ປະສົງ​ຂອງ​ພຣະອົງ. 29ດ້ວຍວ່າ, ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ຊົງ​ສັງເກດ​ຮູ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍໄດ້​ຊົງ​ກຳນົດ​ໄວ້​ກ່ອນ ເພື່ອ​ໃຫ້​ເປັນ​ຕາມ​ແບບ​ລັກສະນະ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ນັ້ນ​ຈະ​ໄດ້​ເປັນ​ບຸດ​ກົກ​ໃນ​ທ່າມກາງ​ພວກ​ນ້ອງ​ຫລາຍ​ຄົນ. 30ແລະ​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ກຳນົດ​ລ່ວງໜ້າ​ໄວ້​ແລ້ວ​ນັ້ນ ພຣະອົງ​ກໍ​ຊົງ​ເອີ້ນ​ມາ​ດ້ວຍ ແລະ​ພວກ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ​ນັ້ນ ພຣະອົງ​ກໍ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ແລະ​ພວກ​ທີ່​ພຣະອົງ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ພຣະອົງ​ກໍ​ຊົງ​ໂຜດ​ໃຫ້​ພວກເຂົາ​ໄດ້​ຮັບ​ສະຫງ່າຣາສີ​ຮ່ວມ​ກັບ​ພຣະອົງ.
ຄວາມຮັກ​ຂອງ​ພຣະເຈົ້າ​ໃນ​ພຣະເຢຊູເຈົ້າ
31ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ທັງຫລາຍ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້? 32ພຣະອົງ​ຜູ້​ບໍ່ໄດ້​ຊົງ​ຫວງ​ພຣະບຸດ​ຂອງ​ພຣະອົງ​ເອງ ແຕ່​ໄດ້​ຊົງ​ປະທານ​ພຣະບຸດ​ນັ້ນ ໄວ້​ເພື່ອ​ປະໂຫຍດ​ແກ່​ເຮົາ​ທັງຫລາຍ ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ປະທານ​ສິ່ງສາລະພັດ​ໃຫ້​ພວກເຮົາ​ດ້ວຍ​ກັນ​ກັບ​ພຣະບຸດ​ນັ້ນ​ຫລື? 33ຜູ້ໃດ​ຈະ​ຟ້ອງ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ແລ້ວ? ພຣະເຈົ້າ​ເອງ​ໄດ້​ປະກາດ​ວ່າ ພວກເຂົາ​ບໍ່ມີ​ຄວາມຜິດ 34ຜູ້ໃດ​ຈະ​ເປັນ​ຜູ້​ລົງໂທດ​ພວກເຂົາ​ອີກ? ເພາະ​ພຣະເຢຊູ​ຄຣິດເຈົ້າ​ແມ່ນ​ຜູ້​ທີ່​ໄດ້​ຕາຍ ແລະ​ຍິ່ງ​ກວ່າ​ນັ້ນ​ອີກ ພຣະອົງ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ນັ່ງ​ຢູ່​ກໍ້າຂວາ​ພຣະຫັດ​ຂອງ​ພຣະເຈົ້າ, ພຣະອົງ​ນັ້ນ​ແຫຼະ ອະທິຖານ​ວິງວອນ​ຂໍ​ເພື່ອ​ພວກເຮົາ 35ຜູ້ໃດ​ຈະ​ແຍກ​ພວກເຮົາ​ຈາກ​ຄວາມຮັກ​ຂອງ​ພຣະຄຣິດ​ໄດ້? ຄວາມ​ທຸກ​ລຳບາກ ຫລື​ຄວາມ​ທໍລະມານ​ຈິດໃຈ ຫລື​ການ​ຂົ່ມເຫັງ ຫລື​ການ​ອຶດຢາກ ຫລື​ການ​ເປືອຍກາຍ ຫລື​ການ​ອັນຕະລາຍ ຫລື​ການ​ຖືກ​ຄົມ​ດາບ 36ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
“ເພາະ​ເຫັນ​ແກ່​ພຣະອົງ​ພວກ​ຂ້ານ້ອຍ
ຈຶ່ງ​ຖືກ​ຂ້າ​ໝົດ​ມື້​ຈົນ​ຄໍ່າ
ແລະ​ຖື​ວ່າ​ເປັນ​ດັ່ງ​ໂຕ​ແກະ
ສຳລັບ​ເອົາ​ໄວ້​ຂ້າ.”
37ແຕ່​ໃນ​ເຫດການ​ທັງປວງ​ເຫຼົ່ານີ້ ພວກເຮົາ​ກໍ​ມີ​ໄຊຊະນະ​ຢ່າງ​ເຫລືອລົ້ນ ໂດຍ​ທາງ​ພຣະອົງ​ຜູ້​ຊົງ​ຮັກ​ພວກເຮົາ​ທັງຫລາຍ​ນັ້ນ. 38ເພາະ​ເຮົາ​ເຊື່ອ​ແນ່​ວ່າ ບໍ່ມີ​ສິ່ງໃດ​ແຍກ​ພວກເຮົາ​ຈາກ​ຄວາມຮັກ​ຂອງ​ພຣະອົງ​ໄດ້ ຄວາມ​ຕາຍ​ຫລື​ຊີວິດ​ກໍດີ, ເທວະດາ​ຫລື​ຜູ້ຄອບຄອງ​ກໍດີ, ຫລື​ສິ່ງ​ທີ່​ມີ​ຢູ່​ໃນ​ປະຈຸບັນ​ຫລື​ສິ່ງ​ທີ່​ຈະ​ມີ​ມາ​ໃນ​ອະນາຄົດ​ກໍດີ ຫລື​ຣິດເດດ​ທັງຫລາຍ, 39ຄວາມ​ສູງ​ຫລື​ຄວາມ​ເລິກ​ກໍດີ ຫລື​ສິ່ງ​ອື່ນ​ໃດ​ຊົງ​ສ້າງ​ແລ້ວ​ນັ້ນ​ກໍດີ ຈະ​ບໍ່​ສາມາດ​ແຍກ​ພວກເຮົາ​ອອກ​ຈາກ​ຄວາມຮັກ​ຂອງ​ພຣະເຈົ້າ ຊຶ່ງ​ມີ​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ.

Currently Selected:

ໂຣມ 8: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy