YouVersion Logo
Search Icon

ໂຣມ 7

7
ຍົກ​ເລື່ອງ​ການ​ແຕ່ງງານ​ມາ​ເປັນ​ຂໍ້​ປຽບທຽບ
1ພວກ​ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ບໍ່​ຮູ້​ຫລື (ເຮົາ​ກຳລັງ​ເວົ້າ​ກັບ​ຄົນ​ທີ່​ຮູ້ຈັກ​ກົດລະບຽບ​ແລ້ວ) ວ່າ​ກົດໝາຍ​ອັນ​ໃດ​ມີ​ອຳນາດ​ເໜືອ​ມະນຸດ ກໍ​ໃນ​ຂະນະທີ່​ເຂົາ​ຍັງ​ມີ​ຊີວິດ​ຢູ່​ເທົ່ານັ້ນ. 2ຍົກ​ຕົວຢ່າງ ຍິງ​ທີ່​ແຕ່ງງານ​ແລ້ວ ຕາບໃດ​ທີ່​ຜົວ​ຂອງ​ນາງ​ຍັງ​ມີ​ຊີວິດ​ຢູ່ ນາງ​ຕ້ອງ​ຜູກພັນ​ຢູ່​ກັບ​ຜົວ​ຕາມ​ກົດໝາຍ, ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍໄປ ນາງ​ກໍ​ພົ້ນ​ຈາກ​ກົດໝາຍ​ນັ້ນ. 3ສະນັ້ນ ຖ້າ​ນາງ​ຢູ່​ກິນ​ກັບ​ຊາຍ​ອື່ນ ເມື່ອ​ຜົວ​ຍັງ​ມີ​ຊີວິດ​ຢູ່ ນາງ​ກໍ​ຈະ​ໄດ້​ຊື່​ວ່າ ເປັນ​ຍິງ​ຫລິ້ນຊູ້, ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍໄປ ນາງ​ກໍ​ເປັນ​ອິດສະຫລະ​ຕາມ​ກົດໝາຍ, ຖ້າ​ນາງ​ແຕ່ງງານ​ກັບ​ຊາຍ​ອື່ນ ນາງ​ບໍ່​ຜິດ​ໃນ​ຖານ​ຫລິ້ນຊູ້. 4ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຕາຍ​ຈາກ​ກົດບັນຍັດ ໂດຍ​ພຣະກາຍ​ຂອງ​ພຣະຄຣິດ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະອົງ ຜູ້​ຊົງ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເພື່ອ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແດ່​ພຣະເຈົ້າ. 5ດ້ວຍວ່າ, ເມື່ອ​ພວກເຮົາ​ດຳເນີນ​ຊີວິດ​ຕາມ​ເນື້ອໜັງ ຊຶ່ງ​ກົດບັນຍັດ​ຍົວະເຍົ້າ​ໃຫ້​ເກີດຂຶ້ນ​ນັ້ນ ໄດ້​ເຮັດ​ໃຫ້​ອະໄວຍະວະ​ຂອງເຮົາ​ເກີດຜົນ ຊຶ່ງ​ນຳ​ໄປ​ສູ່​ຄວາມ​ຕາຍ. 6ແຕ່​ບັດນີ້ ພວກເຮົາ​ໄດ້​ພົ້ນ​ຈາກ​ກົດບັນຍັດ​ແລ້ວ ເພາະ​ພວກເຮົາ​ໄດ້​ຕາຍ​ຕໍ່​ສິ່ງ​ທີ່​ເຄີຍ​ຜູກມັດ​ໃຫ້​ເປັນ​ຊະເລີຍ​ໃນ​ເມື່ອ​ກ່ອນ​ນັ້ນ, ເພື່ອ​ພວກເຮົາ​ຈະ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ເກົ່າ ຄື​ຕາມ​ຕົວອັກສອນ​ທີ່​ບັນຍັດ​ມີ​ຂຽນ​ໄວ້ ແຕ່​ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ໃໝ່ ຄື​ຕາມ​ລັກສະນະ​ຂອງ​ພຣະວິນຍານ.
ເລື່ອງ​ກົດບັນຍັດ ແລະ ຄວາມ​ບາບ
7ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ກົດບັນຍັດ​ຄື​ບາບ​ຊັ້ນບໍ? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ແມ່ນ​ກົດບັນຍັດ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ອັນ​ໃດ​ຄື​ບາບ, ຖ້າ​ກົດບັນຍັດ​ບໍ່ໄດ້​ຫ້າມ​ວ່າ, “ຢ່າ​ໂລບ” ເຮົາ​ກໍ​ບໍ່​ຮູ້​ວ່າ​ຄວາມ​ໂລບ​ນັ້ນ​ຄື​ອັນ​ໃດ. 8ແຕ່​ວ່າ​ຄວາມ​ຜິດບາບ ໄດ້​ຖື​ເອົາ​ຂໍ້​ກົດບັນຍັດ​ເປັນ​ຊ່ອງທາງ​ຍົວະເຍົ້າ ຕັນຫາ​ຊົ່ວ​ທຸກຢ່າງ​ໃຫ້​ເກີດຂຶ້ນ​ໃນ​ຕົວ​ເຮົາ ແຕ່​ຖ້າ​ບໍ່ມີ​ກົດບັນຍັດ ຄວາມ​ບາບ​ນັ້ນ​ກໍ​ຕາຍ​ເສຍ​ແລ້ວ. 9ຄັ້ງ​ໜຶ່ງ ເຮົາ​ເອງ​ເຄີຍ​ມີ​ຊີວິດ​ຢູ່​ໂດຍ​ບໍ່ມີ​ກົດບັນຍັດ, ແຕ່​ເມື່ອ​ມີ​ກົດບັນຍັດ​ແລ້ວ ຄວາມ​ບາບ​ກໍ​ເກີດຂຶ້ນ​ມາ ແລະ​ເຮົາ​ກໍ​ຕາຍ 10ຝ່າຍ​ກົດບັນຍັດ ຊຶ່ງ​ມີ​ຂຶ້ນ​ເພື່ອ​ໃຫ້​ມີ​ຊີວິດ​ນັ້ນ ກໍ​ປາກົດ​ວ່າ​ເປັນ​ເຫດ​ໃຫ້​ເຮົາ​ຕ້ອງ​ຕາຍ. 11ເພາະວ່າ ຄວາມ​ບາບ​ໄດ້​ຖື​ເອົາ​ກົດບັນຍັດ ເພື່ອ​ເປັນ​ຊ່ອງທາງ​ຫລອກລວງ​ເຮົາ ແລະ​ໄດ້​ຂ້າ​ເຮົາ​ໃຫ້​ຕາຍ​ດ້ວຍ​ກົດບັນຍັດ​ນັ້ນ.
12ດ້ວຍເຫດນັ້ນ ກົດບັນຍັດ​ຈຶ່ງ​ເປັນ​ສິ່ງ​ສັກສິດ​ໃນ​ຕົວ ແລະ​ຂໍ້​ບັນຍັດ​ກໍ​ສັກສິດ, ຍຸດຕິທຳ ແລະ​ດີ​ງາມ. 13ແຕ່​ເລື່ອງ​ນີ້​ໝາຍຄວາມວ່າ ສິ່ງ​ທີ່​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ແມ່ນ​ຄວາມ​ຜິດບາບ​ນັ້ນ​ແຫຼະ ຄື​ບາບ​ທີ່​ອາໄສ​ສິ່ງ​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ ເພື່ອ​ໃຫ້​ສັນດານ​ແທ້​ຂອງ​ຄວາມ​ບາບ​ຖືກ​ເປີດເຜີຍ. ສະນັ້ນ ໂດຍ​ທາງ​ກົດບັນຍັດ​ຄວາມ​ຜິດບາບ​ຈຶ່ງ​ຖືກ​ສະແດງ​ໃຫ້​ເຫັນ​ວ່າ ມັນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.
ຄວາມ​ຂັດແຍ້ງ​ພາຍ​ໃນ​ມະນຸດ
14ພວກເຮົາ​ຮູ້​ແລ້ວ​ວ່າ ກົດບັນຍັດ​ເປັນ​ມາ​ໂດຍ​ຝ່າຍ​ພຣະວິນຍານ, ແຕ່​ສ່ວນ​ເຮົາ​ເປັນ​ຝ່າຍ​ມະນຸດ​ທຳມະດາ​ທີ່​ຕາຍ​ເປັນ ຊຶ່ງ​ໄດ້​ຖືກ​ຂາຍ​ໃຫ້​ເປັນ​ທາດ​ຂອງ​ຄວາມ​ບາບ. 15ເຮົາ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ເຮົາ​ເຮັດ​ຢູ່ ເພາະ​ເຮົາ​ບໍ່ໄດ້​ເຮັດ​ສິ່ງ​ທີ່​ເຮົາ​ຕ້ອງການ, ແຕ່​ເຮົາ​ກັບ​ໄປ​ເຮັດ​ສິ່ງ​ທີ່​ເຮົາ​ກຽດຊັງ. 16ໃນ​ເມື່ອ​ສິ່ງ​ທີ່​ເຮົາ​ເຮັດ​ນັ້ນ ແມ່ນ​ສິ່ງ​ທີ່​ເຮົາ​ບໍ່​ຢາກ​ເຮັດ ກໍ​ສະແດງ​ວ່າ​ເຮົາ​ເຫັນ​ພ້ອມ​ວ່າ ກົດບັນຍັດ​ນັ້ນ​ຖືກຕ້ອງ. 17ສະນັ້ນ ຈຶ່ງ​ບໍ່ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ເຮັດ​ສິ່ງ​ນັ້ນ, ແຕ່​ແມ່ນ​ຄວາມ​ບາບ​ທີ່​ອາໄສ​ຢູ່​ໃນ​ຕົວ​ເຮົາ​ເປັນ​ຜູ້​ເຮັດ. 18ເພາະ​ເຮົາ​ຮູ້​ວ່າ​ໃນ​ຕົວ​ເຮົາ ຄື​ໃນ​ສັນດານ​ມະນຸດ​ນັ້ນ ບໍ່ມີ​ການ​ດີ​ຈັກ​ຢ່າງ​ຢູ່​ນຳ. ເຖິງ​ແມ່ນ​ວ່າ ການ​ຢາກ​ເຮັດ​ດີ​ມີ​ຢູ່​ໃນ​ຕົວ​ເຮົາ, ແຕ່​ເຮົາ​ກໍ​ບໍ່​ສາມາດ​ເຮັດ​ດີ​ໄດ້. 19ເຮົາ​ບໍ່ໄດ້​ເຮັດ​ການ​ດີ​ທີ່​ເຮົາ​ຢາກ​ເຮັດ, ແຕ່​ເຮົາ​ຊໍ້າພັດ​ເຮັດ​ການ​ຊົ່ວ​ທີ່​ເຮົາ​ບໍ່​ຢາກ​ເຮັດ. 20ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ຢາກ​ເຮັດ ກໍ​ບໍ່ແມ່ນ​ຕົວ​ເຮົາ​ເອງ​ເປັນ​ຜູ້​ເຮັດ, ແຕ່​ແມ່ນ​ຄວາມ​ບາບ​ທີ່​ຢູ່​ໃນ​ຕົວ​ເຮົາ​ເປັນ​ຜູ້​ເຮັດ.
21ດັ່ງນັ້ນ ເຮົາ​ຈຶ່ງ​ຄົ້ນ​ພົບ​ກົດ​ຢ່າງ​ໜຶ່ງ ຄື​ເມື່ອ​ເຮົາ​ຢາກ​ເຮັດ​ໃນ​ສິ່ງ​ທີ່​ດີ ສິ່ງ​ທີ່​ຊົ່ວ​ກໍ​ມາ​ຕັນ​ເຮົາ​ໄວ້. 22ສ່ວນ​ເລິກ​ໃນ​ຈິດໃຈ​ຂອງເຮົາ​ແລ້ວ ເຮົາ​ກໍ​ພໍໃຈ​ປິຕິ​ຍິນດີ​ກັບ​ກົດບັນຍັດ​ຂອງ​ພຣະເຈົ້າ. 23ແຕ່​ເຮົາ​ເຫັນ​ກົດ​ອີກ​ຢ່າງ​ໜຶ່ງ ຢູ່​ໃນ​ຮ່າງກາຍ​ຂອງເຮົາ ຊຶ່ງ​ຕໍ່ສູ້​ກັບ​ກົດ​ແຫ່ງ​ຈິດໃຈ​ຂອງເຮົາ ຊຶ່ງ​ເຮັດ​ໃຫ້​ເຮົາ​ຕົກ​ເປັນ​ຊະເລີຍ​ຕໍ່​ກົດ​ຂອງ​ຄວາມ​ບາບ​ທີ່​ມີ​ຢູ່​ໃນ​ອະໄວຍະວະ​ຂອງເຮົາ. 24ເຮົາ​ຊ່າງ​ເປັນ​ຄົນ​ທຸກ​ເຂັນໃຈ​ແທ້​ໜໍ ຜູ້ໃດ​ເດ ຈະ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ທີ່​ຕາຍ​ເປັນ​ນີ້​ໄດ້. 25ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ອົງ​ທີ່​ດຳເນີນ​ການ​ນີ້​ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ພຣະອົງເຈົ້າ​ຂອງ​ພວກເຮົາ.
ເຫດສະນັ້ນ ທາງ​ດ້ານ​ຈິດໃຈ​ຂອງເຮົາ ເຮົາ​ກໍ​ເປັນ​ທາດ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ດ້ານ​ຮ່າງກາຍ​ເຮົາ​ກໍ​ເປັນ​ທາດ​ຂອງ​ກົດ​ແຫ່ງ​ຄວາມ​ຜິດບາບ.

Currently Selected:

ໂຣມ 7: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in