YouVersion Logo
Search Icon

ໂຣມ 9

9
ພຣະເຈົ້າ​ຊົງ​ເລືອກ​ຕັ້ງ​ຊົນຊາດ​ອິດສະຣາເອນ​ເປັນ​ໄພ່ພົນ​ຂອງ​ພຣະອົງ
1ເຮົາ​ຢູ່​ໃນ​ພຣະຄຣິດ ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່ໄດ້​ເວົ້າ​ຕົວະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງເຮົາ ກໍ​ເປັນ​ພະຍານ​ຝ່າຍ​ເຮົາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ 2ວ່າ, ຈິດໃຈ​ຂອງເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າໂສກ​ໜັກ ແລະ​ມີ​ຄວາມ​ເຈັບປວດ​ໃນ​ຫົວໃຈ​ຢ່າງ​ບໍ່​ສິ້ນສຸດ 3ຖ້າ​ເປັນ​ປະໂຫຍດ ເຮົາ​ປາຖະໜາ​ຢາກ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ​ຖືກ​ຕັດຂາດ​ຈາກ​ພຣະຄຣິດ ເພາະ​ເຫັນ​ແກ່​ພີ່ນ້ອງ​ຂອງເຮົາ ຄື​ຍາດຕິພີ່ນ້ອງ​ຂອງເຮົາ​ຕາມ​ເຊື້ອສາຍ. 4ພວກເຂົາ​ເປັນ​ຊົນຊາດ​ອິດສະຣາເອນ ໄດ້​ຮັບ​ການ​ຊົງ​ໃຫ້​ເປັນ​ລູກ​ຂອງ​ພຣະເຈົ້າ ໃຫ້​ພວກເຂົາ​ຮັບ​ພຣະ​ສະຫງ່າຣາສີ ຮັບ​ບັນດາ​ພັນທະສັນຍາ ກັບ​ພວກເຂົາ ແລະ​ມອບ​ກົດບັນຍັດ, ພິທີ​ນະມັດສະການ ແລະ​ບັນດາ​ຄຳສັນຍາ​ໃຫ້​ແກ່​ພວກເຂົາ. 5ພວກເຂົາ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ພວກ​ບັນພະບຸລຸດ​ຄົນ​ສຳຄັນ ແລະ​ພຣະຄຣິດ​ກໍໄດ້​ບັງເກີດ​ເປັນ​ມະນຸດ​ໃນ​ເຊື້ອຊາດ​ຂອງ​ພວກເຂົາ ຂໍ​ໃຫ້​ພຣະເຈົ້າ​ຜູ້ປົກຄອງ​ເໜືອ​ສິ່ງສາລະພັດ ຈົ່ງ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ​ເປັນນິດ​ເທີ້ນ ອາແມນ.
6ແຕ່​ບໍ່ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ​ໄດ້​ຫລົ້ມເຫລວ​ໄປ ເພາະວ່າ​ເຂົາ​ທັງຫລາຍ​ທີ່​ເກີດ​ມາ​ຈາກ​ອິດສະຣາເອນ​ນັ້ນ ກໍ​ບໍ່ແມ່ນ​ວ່າ​ເປັນ​ອິດສະຣາເອນ​ແທ້​ທຸກຄົນ. 7ແລະ​ບໍ່ແມ່ນ​ທຸກຄົນ​ທີ່​ເກີດ​ຈາກ​ເຊື້ອສາຍ​ຂອງ​ອັບຣາຮາມ ເປັນ​ເຊື້ອສາຍ​ແທ້​ຂອງ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ກ່າວ​ແກ່​ອັບຣາຮາມ​ວ່າ, “ແມ່ນ​ໂດຍ​ທາງ​ອີຊາກ ທີ່​ເຈົ້າ​ຈະ​ມີ​ເຊື້ອສາຍ​ຕາມ​ທີ່​ເຮົາ​ໄດ້​ສັນຍາ.” 8ນີ້​ໝາຍຄວາມວ່າ ລູກ​ທີ່​ເກີດ​ຕາມ​ທຳມະຊາດ ບໍ່​ເປັນ​ລູກ​ຂອງ​ພຣະເຈົ້າ, ແຕ່​ແມ່ນ​ລູກ​ທີ່​ເກີດ​ຕາມ​ພຣະສັນຍາ​ຂອງ​ພຣະເຈົ້າ ຈຶ່ງ​ຖື​ວ່າ​ເປັນ​ເຊື້ອສາຍ​ແທ້. 9ເພາະ​ພຣະເຈົ້າ​ຊົງ​ສັນຍາ​ໄວ້​ ດັ່ງນີ້​ວ່າ, “ເມື່ອ​ເຖິງ​ເວລາ​ກຳນົດ ເຮົາ​ຈະ​ກັບຄືນ​ມາ ແລະ​ນາງ​ຊາຣາ​ກໍ​ຈະ​ມີ​ລູກຊາຍ.”
10ບໍ່ແມ່ນແຕ່​ເທົ່ານັ້ນ, ດ້ວຍວ່າ​ລູກຊາຍ​ສອງ​ຄົນ​ໃນ​ທ້ອງ​ຂອງ​ນາງ​ເຣເບກາ ກໍ​ມີ​ພໍ່​ຄົນ​ດຽວກັນ ຄື​ອີຊາກ​ບັນພະບຸລຸດ​ຂອງ​ພວກເຮົາ. 11-12ແລະ ເພື່ອ​ພຣະ​ປະສົງ​ໃນ​ການ​ຊົງ​ເລືອກ​ຜູ້ໜຶ່ງ​ໄວ້​ນັ້ນ​ຈະ​ຕັ້ງໝັ້ນ​ຢູ່ ພຣະອົງ​ຈຶ່ງ​ຊົງ​ກ່າວ​ແກ່​ນາງ​ວ່າ, “ອ້າຍ​ຈະ​ຮັບໃຊ້​ນ້ອງ” ພຣະອົງ​ຊົງ​ກ່າວ​ໄວ້​ດັ່ງນັ້ນ ເມື່ອ​ລູກ​ທັງສອງ​ນັ້ນ​ຍັງ​ບໍ່​ທັນ​ເກີດ​ມາ ທັງ​ບໍ່ໄດ້​ເຮັດ​ການ​ດີ ຫລື​ຊົ່ວ, ເພື່ອ​ການ​ຊົງ​ເລືອກ​ນັ້ນ ບໍ່ໄດ້​ເປັນ​ໄປ​ຕາມ​ການ​ປະຕິບັດ, ແຕ່​ເປັນ​ໄປ​ຕາມ​ທີ່​ພຣະອົງ​ຊົງ​ເອີ້ນ. 13ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເຮົາ​ໄດ້​ຮັກ​ຢາໂຄບ ແຕ່​ເຮົາ​ກຽດຊັງ​ເອຊາວ.”
14ແລ້ວ​ພວກເຮົາ​ເດ ຈະ​ວ່າ​ພຣະເຈົ້າ​ບໍ່​ຍຸດຕິທຳ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ 15ເພາະ​ພຣະອົງ​ກ່າວ​ແກ່​ໂມເຊ​ວ່າ ເຮົາ​ຢາກ​ຈະ​ກະລຸນາ​ຜູ້ໃດ ເຮົາ​ກໍ​ກະລຸນາ​ຜູ້ນັ້ນ ເຮົາ​ຢາກ​ຈະ​ເມດຕາ​ຜູ້ໃດ ເຮົາ​ກໍ​ເມດຕາ​ຜູ້ນັ້ນ. 16ດັ່ງນັ້ນ ຈຶ່ງ​ຈະ​ບໍ່​ຂຶ້ນ​ຢູ່​ກັບ​ຄວາມ​ຕັ້ງໃຈ​ຂອງ​ຄົນ​ເຮົາ ຫລື​ການ​ກະທຳ, ແຕ່​ຂຶ້ນ​ຢູ່​ກັບ​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ​ເທົ່ານັ້ນ. 17ເພາະ​ພຣະຄຳພີ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ເຈົ້າ​ເປັນ​ກະສັດ ເພື່ອ​ໃຊ້​ເຈົ້າ​ໃຫ້​ສຳແດງ​ຣິດອຳນາດ​ຂອງເຮົາ ແລະ​ເພື່ອ​ນາມ​ຂອງເຮົາ​ຈະ​ປະກາດ​ແຜ່​ອອກ​ໄປ​ທົ່ວ​ໂລກ.” 18ດ້ວຍເຫດນັ້ນ ຖ້າ​ພຣະເຈົ້າ​ຊົງ​ກະລຸນາ​ຜູ້ໃດ ກໍ​ຈະ​ຊົງ​ກະລຸນາ​ແກ່​ຜູ້ນັ້ນ ແລະ​ພຣະອົງ​ຢາກ​ໃຫ້​ຜູ້ໃດ​ມີ​ໃຈ​ແຂງ​ກະດ້າງ ກໍ​ຈະ​ຊົງ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງ​ກະດ້າງ.
ພຣະເຈົ້າ​ກ່າວໂທດ ແລະ​ໃຫ້​ຄວາມ​ເມດຕາ
19ແລ້ວ​ເຈົ້າ​ຈະ​ກ່າວ​ຕໍ່​ເຮົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ຍັງ​ຊົງ​ຕິຕຽນ​ຢູ່? ຜູ້ໃດ​ຈະ​ຂັດຂືນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ໄດ້?” 20ແຕ່​ມະນຸດ​ເອີຍ, ເຈົ້າ​ເປັນ​ຜູ້ໃດ ຈຶ່ງ​ກ້າ​ກ່າວ​ໂຕ້​ຕອບ​ພຣະເຈົ້າ​ໄດ້? ສິ່ງ​ທີ່​ຖືກ​ປັ້ນ​ຈະ​ກ່າວ​ແກ່​ຜູ້​ປັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ປັ້ນ​ຂ້ອຍ​ມາ​ແບບ​ນີ້?” 21ຕາມ​ທີ່​ຈິງ​ແລ້ວ ຊ່າງ​ປັ້ນໝໍ້​ມີ​ສິດ​ໃຊ້​ດິນໜຽວ​ຈາກ​ກ້ອນ​ດຽວກັນ​ມາ​ປັ້ນ​ເປັນ​ເຄື່ອງໃຊ້ ອັນ​ໜຶ່ງ​ສຳລັບ​ໃຊ້​ໃນ​ງານ​ພິເສດ ແລະ​ອີກ​ອັນ​ໜຶ່ງ​ສຳລັບ​ໃຊ້​ໃນ​ງານ​ທຳມະດາ.
22ດັ່ງນັ້ນ ພຣະອົງ​ຢາກ​ສຳແດງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແລະ​ເຮັດ​ໃຫ້​ຣິດເດດ​ອຳນາດ​ຂອງ​ພຣະອົງ​ເປັນ​ທີ່​ປາກົດ, ພຣະອົງ​ຈຶ່ງ​ຊົງ​ອົດກັ້ນ​ໄວ້​ດົນນານ​ຕໍ່​ພວກ​ເຫຼົ່ານັ້ນ ທີ່​ເປັນ​ພາຊະນະ​ອັນ​ສົມຄວນ​ແກ່​ຄວາມ​ໂກດຮ້າຍ ຄື​ຜູ້​ທີ່​ຈັດຕຽມ​ໄວ້​ສຳລັບ​ຄວາມ​ຈິບຫາຍ. 23ແລະ​ເພື່ອ​ສຳແດງ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ ແກ່​ບັນດາ​ຜູ້​ທີ່​ເປັນ​ພາຊະນະ​ແຫ່ງ​ຄວາມ​ເມດຕາ ຄື​ຄົນ​ເຫຼົ່ານັ້ນ ທີ່​ພຣະອົງ​ໄດ້​ຊົງ​ຈັດຕຽມ​ໄວ້​ກ່ອນ ເພື່ອ​ຮັບ​ສະຫງ່າຣາສີ​ນັ້ນ. 24ລວມ​ທັງ​ພວກເຮົາ​ທີ່​ເປັນ​ໄພ່ພົນ ທີ່​ພຣະອົງ​ຊົງ​ເອີ້ນ​ເອົາ​ນັ້ນ ບໍ່ແມ່ນ​ຈາກ​ຄົນ​ຢິວ​ເທົ່ານັ້ນ ແຕ່​ຈາກ​ຄົນຕ່າງຊາດ​ດ້ວຍ. 25ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ພຣະທຳ​ໂຮເສອາ​ວ່າ,
“ເຮົາ​ຈະ​ເອີ້ນ​ເຂົາ​ເຫຼົ່ານັ້ນ​ວ່າ
‘ເປັນ​ພົນລະເມືອງ​ຂອງເຮົາ.’
ຊຶ່ງ​ເມື່ອ​ກ່ອນ​ບໍ່ໄດ້​ເປັນ​
ພົນລະເມືອງ​ຂອງເຮົາ
ແລະ​ເຮົາ​ຈະ​ເອີ້ນ​ວ່າ, ‘ພວກ​ທີ່ຮັກ​ຂອງເຮົາ’ ຊຶ່ງ​ເມື່ອ​ກ່ອນ​ບໍ່ໄດ້​ເປັນ​ທີ່ຮັກ.”
26 ແລະ “ໃນ​ບ່ອນ​ທີ່​ຊົງ​ກ່າວ​ວ່າ
‘ເຈົ້າ​ທັງຫລາຍ​ບໍ່ແມ່ນ​
ພົນລະເມືອງ​ຂອງເຮົາ’
ແລະ​ໃນ​ບ່ອນ​ນັ້ນ​ແຫຼະ
ພວກເຂົາ​ຈະ​ໄດ້​ຊື່​ວ່າ,
‘ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່.”’
27ເອຊາຢາ​ປະກາດ​ກ່ຽວກັບ​ຊາດ​ອິດສະຣາເອນ​ວ່າ, “ເຖິງ​ແມ່ນ​ລູກ​ຂອງ​ຊາວ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ທີ່​ແຄມ​ທະເລ ແຕ່​ມີ​ໜ້ອຍ​ຄົນ​ຈະ​ໄດ້​ພົ້ນ, 28ດ້ວຍວ່າ, ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ດຳເນີນ​ການ​ເທິງ​ແຜ່ນດິນ​ໂລກ​ນີ້ ຕາມ​ການ​ຕັດສິນ​ຂອງ​ພຣະອົງ ໂດຍ​ໄວ​ແລະ​ຢ່າງ​ຄົບຖ້ວນ.” 29ຕາມ​ທີ່​ເອຊາຢາ​ໄດ້​ທຳນວາຍ​ໄວ້​ລ່ວງໜ້າ​ວ່າ, “ຖ້າ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ ບໍ່ໄດ້​ຊົງ​ໂຜດ​ໃຫ້​ພວກເຮົາ​ມີ​ເຊື້ອສາຍ​ເຫຼືອ​ຢູ່ ພວກເຮົາ​ກໍ​ຕ້ອງ​ໄດ້​ກາຍເປັນ​ດັ່ງ​ເມືອງ​ໂຊໂດມ ແລະ ໂກໂມຣາ.”
ຊົນຊາດ​ອິດສະຣາເອນ ແລະ​ຂ່າວປະເສີດ
30ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ຄົນຕ່າງຊາດ​ຜູ້​ທີ່​ບໍ່​ດິ້ນລົນ​ຫາ​ຄວາມ​ຊອບທຳ​ໃຫ້​ຕົນເອງ ກໍ​ຍັງ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະເຈົ້າ ຄື​ຄວາມ​ຊອບທຳ​ໂດຍ​ທາງ​ຄວາມເຊື່ອ, 31ແຕ່​ພວກ​ອິດສະຣາເອນ​ທີ່​ໄດ້​ດິ້ນລົນ​ຫາ​ຄວາມ​ຊອບທຳ​ຕາມ​ກົດບັນຍັດ ກໍ​ບໍ່ໄດ້​ບັນລຸ​ເປົ້າໝາຍ​ຂອງຕົນ​ຕາມ​ກົດບັນຍັດ​ນັ້ນ. 32ເປັນ​ເພາະ​ເຫດ​ໃດ? ເພາະ​ຍ້ອນ​ວ່າ ພວກເຂົາ​ບໍ່ໄດ້​ດິ້ນລົນ​ດ້ວຍ​ຄວາມເຊື່ອ, ແຕ່​ໄດ້​ຊອກຫາ​ດ້ວຍ​ການ​ປະຕິບັດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຕຳ​ສະດຸດ​ກ້ອນຫີນ ທີ່​ໃຫ້​ສະດຸດ​ນັ້ນ 33ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
“ນີ້​ແຫຼະ ເຮົາ​ໄດ້​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ
ເປັນ​ຫີນ​ກ້ອນ​ທີ່​ໃຫ້​ຄົນ​ຕຳ​ສະດຸດ
ຄື​ກ້ອນຫີນ​ທີ່​ໃຫ້​ຄົນ​ລົ້ມ​ລົງ
ແຕ່​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່ໄດ້​ຮັບ​ຄວາມ​ອັບອາຍ​ຈັກເທື່ອ.”

Currently Selected:

ໂຣມ 9: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy