YouVersion Logo
Search Icon

ໂຣມ 1

1
ຕົ້ນເຫດ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ໂປໂລ​ເຂົ້າ​ຮັບໃຊ້​ປະກາດ​ຂ່າວປະເສີດ
1ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຄົນ​ໜຶ່ງ​ຂອງ​ພຣະເຢຊູ​ຄຣິດເຈົ້າ ທີ່​ພຣະອົງ​ຊົງ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ​ໄດ້​ຊົງ​ຄັດ​ອອກ​ຕັ້ງ​ໄວ້​ໃຫ້​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ.
2ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ລ່ວງໜ້າ ໂດຍ​ທາງ​ຜູ້ທຳນວາຍ​ຂອງ​ພຣະອົງ​ໃນ​ພຣະຄຳພີ​ອັນ​ສັກສິດ. 3ເປັນ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ ຄື​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ທັງຫລາຍ ຜູ້​ຊົງ​ບັງເກີດ​ໃນ​ເຊື້ອວົງ​ຂອງ​ດາວິດ​ຝ່າຍ​ເນື້ອກາຍ 4ແຕ່​ຝ່າຍ​ພຣະວິນຍານ​ແຫ່ງ​ຄວາມ​ບໍຣິສຸດ​ນັ້ນ ໄດ້​ຊົງ​ປະກາດ​ດ້ວຍ​ຣິດທານຸພາບ ຄື​ໂດຍ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ​ວ່າ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ. 5ໂດຍ​ທາງ​ພຣະອົງ​ນີ້ແຫຼະ ເຮົາ​ໄດ້​ຮັບ​ພຣະຄຸນ ແລະ​ໜ້າທີ່​ເປັນ​ອັກຄະສາວົກ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ ໃຫ້​ໄປ​ປະກາດ​ທ່າມກາງ​ຊົນຊາດ​ຕ່າງໆ​ໃຫ້​ເຂົາ​ເຊື່ອຟັງ. 6ລວມທັງ​ພວກເຈົ້າ ທີ່​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະເຢຊູ​ຄຣິດເຈົ້າ​ເໝືອນກັນ.
7ເຖິງ ບັນດາ​ຄົນ​ທັງຫລາຍ​ໃນ​ນະຄອນ​ໂຣມ​ທີ່​ພຣະເຈົ້າ​ຊົງ​ຮັກ ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ.
ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ປະທານ​ພຣະຄຸນ ແລະ​ສັນຕິສຸກ​ໃຫ້​ມີ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.
ຄຳ​ພາວັນນາ​ອະທິຖານ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ
8ກ່ອນ​ອື່ນ ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູເຈົ້າ​ເພື່ອ​ພວກເຈົ້າ​ທຸກຄົນ ດ້ວຍວ່າ ຄວາມເຊື່ອ​ຂອງ​ພວກເຈົ້າ​ກຳລັງ​ຊ່າລື​ໄປ​ທົ່ວ​ໂລກ. 9ເພາະວ່າ​ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ຊີວິດ​ຈິດໃຈ ໃນ​ການ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ຊົງ​ເປັນ​ພະຍານ​ຝ່າຍ​ເຮົາ​ວ່າ ເມື່ອ​ເຮົາ​ພາວັນນາ​ອະທິຖານ​ນັ້ນ ເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ສະເໝີ​ບໍ່ໄດ້​ຂາດ. 10ທຸກ​ຄັ້ງ​ທີ່​ເຮົາ​ພາວັນນາ​ອະທິຖານ ເຮົາ​ຂໍ​ກັບ​ພຣະເຈົ້າ​ວ່າ ຖ້າ​ເປັນ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ​ແລ້ວ ໃນ​ໂອກາດ​ສຸດທ້າຍ​ນີ້ ໃຫ້​ເຮົາ​ໄດ້​ມາ​ຢ້ຽມຢາມ​ພວກເຈົ້າ​ດ້ວຍ​ວິທີ​ໃດ​ວິທີ​ໜຶ່ງ. 11ດ້ວຍວ່າ, ເຮົາ​ປາຖະໜາ​ຢາກ​ເຫັນ​ພວກເຈົ້າ​ຫລາຍ ເພື່ອ​ຈະ​ໄດ້​ນຳ​ເອົາ​ຂອງ​ປະທານ​ຝ່າຍ​ຈິດ​ວິນຍານ​ບາງ​ຢ່າງ ມາ​ໃຫ້​ພວກເຈົ້າ​ເພື່ອ​ເສີມ​ກຳລັງ​ໃຈ​ພວກເຈົ້າ. 12ຄື​ວ່າ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຮົາ​ທັງສອງ​ຝ່າຍ​ນັ້ນ ຈະ​ໄດ້​ໜູນໃຈ​ຊຶ່ງກັນແລະກັນ.
13ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ຕັ້ງໃຈ​ຫລາຍ​ເທື່ອ​ແລ້ວ​ວ່າ​ຈະ​ມາ​ຢາມ​ພວກເຈົ້າ ເພື່ອ​ຈະ​ໄດ້​ຮັບ​ຜົນ​ບາງ​ຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ໄດ້​ຮັບ​ຜົນ​ໃນ​ທ່າມກາງ​ຊາວ​ຕ່າງ​ປະເທດ​ແລ້ວ ແຕ່​ຈົນເຖິງ​ບັດນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່. 14ເຮົາ​ເປັນ​ໜີ້​ທັງ​ຄົນ​ສີວິໄລ ແລະ​ຄົນ​ຕໍ່າຊ້າ, ເປັນ​ໜີ້​ທັງ​ພວກ​ນັກປາດ ແລະ​ພວກ​ຄົນໂງ່​ດ້ວຍ. 15ດ້ວຍເຫດນັ້ນ ເຮົາ​ຈຶ່ງ​ຮີບຮ້ອນ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ ທີ່​ຢູ່​ໃນ​ນະຄອນ​ໂຣມ​ນີ້​ເໝືອນກັນ.
ຣິດອຳນາດ​ຂອງ​ຂ່າວປະເສີດ
16ເພາະວ່າ ເຮົາ​ບໍ່ມີ​ຄວາມ​ລະອາຍ​ໃນ​ຂ່າວປະເສີດ. ດ້ວຍວ່າ, ຂ່າວປະເສີດ​ນັ້ນ​ເປັນ​ຣິດເດດ​ອຳນາດ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ທຸກຄົນ​ທີ່​ເຊື່ອ​ໄດ້​ຮັບ​ຄວາມ​ພົ້ນ ພວກ​ຢິວ​ກ່ອນ ແລະ​ຄົນຕ່າງຊາດ​ດ້ວຍ. 17ເພາະ​ໃນ​ຂ່າວປະເສີດ​ນັ້ນ ມີ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ເລີ່ມຕົ້ນ​ດ້ວຍ​ຄວາມເຊື່ອ ແລະ​ສຸດທ້າຍ​ກໍ​ດ້ວຍ​ຄວາມເຊື່ອ​ຢ່າງ​ດຽວ ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຜູ້​ທີ່​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ເພາະ​ດ້ວຍ​ຄວາມເຊື່ອ ຜູ້ນັ້ນ​ແຫຼະ ຈະ​ໄດ້​ຊີວິດ.”
ໂທດ​ຂອງ​ມະນຸດ​ຊາດ
18ດ້ວຍວ່າ, ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ກໍ​ຊົງ​ປາກົດ​ໃຫ້​ເຫັນ​ຈາກ​ສະຫວັນ ຕໍ່ສູ້​ການ​ບໍ່​ນັບຖື​ພຣະເຈົ້າ ແລະ​ຄວາມ​ຄິດ​ຮ້າຍ​ທຸກຢ່າງ​ຂອງ​ມະນຸດ ຄື​ຄົນ​ເຫຼົ່ານັ້ນ​ທີ່​ເອົາ​ຄວາມ​ຊົ່ວຮ້າຍ​ມາ​ຂັດຂວາງ​ຄວາມຈິງ. 19ເຫດ​ວ່າ ທີ່​ຈະ​ຮູ້ຈັກ​ພຣະເຈົ້າ​ໄດ້​ເທົ່າ​ໃດ​ນັ້ນ ກໍໄດ້​ປາກົດ​ແຈ້ງ​ໃນ​ໃຈ​ຂອງ​ພວກເຂົາ ດ້ວຍວ່າ​ພຣະເຈົ້າ​ໂຜດ​ສຳແດງ​ໃຫ້​ພວກເຂົາ​ຮູ້​ແລ້ວ. 20ຕັ້ງແຕ່​ເລີ່ມ​ສ້າງ​ໂລກ​ມາ ສະພາບ​ທີ່​ບໍ່​ປາກົດ​ຂອງ​ພຣະເຈົ້າ ຄື​ຣິດທານຸພາບ​ອັນ​ຖາວອນ ແລະ​ຄວາມ​ເປັນ​ພຣະເຈົ້າ​ຂອງ​ພຣະອົງ ກໍໄດ້​ປາກົດ​ແຈ້ງ​ໃນ​ສັບພະສິ່ງ​ທີ່​ພຣະອົງ​ຊົງ​ສ້າງ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່ມີ​ຂໍ້​ແກ້ຕົວ​ໄດ້, 21ເພາະ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ແຕ່​ພວກເຂົາ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະອົງ ສົມກັບ​ການ​ຊົງ​ເປັນ​ພຣະເຈົ້າ ທັງ​ບໍ່ໄດ້​ໂມທະນາ​ພຣະຄຸນ​ຂອງ​ພຣະອົງ ກົງກັນຂ້າມ ຄວາມ​ຄິດ​ຂອງ​ພວກເຂົາ​ຊໍ້າ​ກາຍເປັນ​ສິ່ງ​ໄຮ້​ປະໂຫຍດ ແລະ​ໃຈ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ. 22ພວກເຂົາ​ອ້າງ​ຕົນ​ວ່າ ເປັນ​ຄົນ​ສະຫລາດ ພວກເຂົາ​ຈຶ່ງ​ກາຍເປັນ​ຄົນ​ໂງ່​ໄປ, 23ພວກເຂົາ​ໄດ້​ເອົາ​ຮູບ​ມະນຸດ​ທີ່​ຕາຍ​ເປັນ ຫລື​ຮູບ​ນົກ ຮູບ​ສັດ​ສີ່​ຕີນ ແລະ​ຮູບ​ສັດ​ເລືອ​ຄານ ມາ​ປ່ຽນ​ແທນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຕາຍ​ບໍ່​ເປັນ.
24ດ້ວຍເຫດນັ້ນ ພຣະເຈົ້າ​ຈຶ່ງ​ປ່ອຍ​ມະນຸດ​ໃຫ້​ເຮັດ​ການ​ຊົ່ວຊ້າ ຕາມ​ຣາຄະ​ຕັນຫາ​ໃນ​ໃຈ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ໜ້າ​ອັບອາຍ​ທາງ​ຮ່າງກາຍ​ຕໍ່​ກັນ. 25ເພາະ​ພວກເຂົາ​ເອົາ​ຄວາມຈິງ​ເລື່ອງ​ພຣະເຈົ້າ ມາ​ປ່ຽນ​ເປັນ​ຄວາມ​ບໍ່​ຈິງ, ພວກເຂົາ​ຂາບໄຫວ້ ແລະ​ຮັບໃຊ້​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ​ມາ ແທນ​ພຣະອົງ​ຜູ້​ຊົງ​ສ້າງ ຄື​ຜູ້​ທີ່​ສົມຄວນ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ​ເປັນນິດ ອາແມນ.
26ເພາະ​ດ້ວຍ​ເຫດນີ້ ພຣະເຈົ້າ​ຈຶ່ງ​ໄດ້​ປ່ອຍ​ພວກເຂົາ​ໃຫ້​ຢູ່​ໃຕ້​ກິເລດ​ຕັນຫາ​ຢ່າງ​ໜ້າ​ອັບອາຍ ແມ່ຍິງ​ປ່ຽນ​ຄວາມ​ສຳພັນ​ທາງ​ເພດ​ຕາມ​ທຳມະຊາດ ໃຫ້​ຜິດ​ທຳມະຊາດ​ໄປ. 27ແລະ​ໃນທຳນອງ​ດຽວກັນ ພວກ​ຜູ້ຊາຍ​ກໍ​ເລີກ​ຄວາມ​ສຳພັນ​ທາງ​ເພດ​ຕາມ​ທຳມະຊາດ​ກັບ​ແມ່ຍິງ ແລະ​ເຕັມ​ດ້ວຍ​ໄຟ​ແຫ່ງ​ກິເລດ​ຕັນຫາ​ຕໍ່​ກັນແລະກັນ ພວກ​ຜູ້ຊາຍ​ເຮັດ​ສິ່ງ​ໜ້າ​ອັບອາຍ​ຕໍ່​ກັນແລະກັນ ສິ່ງ​ທີ່​ຕາມ​ມາ ຄື​ພວກເຂົາ​ໄດ້​ຮັບ​ຜົນ​ກຳ​ຊົ່ວ ສົມ​ກັບ​ການ​ກະທຳ​ຂອງຕົນ.
28ຍ້ອນ​ຄົນ​ເຫຼົ່ານີ້​ບໍ່​ຮັບ​ຮູ້​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ຈົມ​ຢູ່​ໃນ​ຄວາມ​ຄິດ​ຊົ່ວ ເພື່ອ​ພວກເຂົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ. 29ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວຊ້າ​ທຸກປະການ, ຄວາມ​ຮ້າຍກາດ, ຄວາມ​ໂລບມາກ ແລະ​ການ​ປອງຮ້າຍ, ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ, ການ​ຂ້າຟັນ, ການ​ສູ້ຮົບ​ຕົບຕີ, ການ​ຫລອກລວງ, ການ​ຜູກພະຍາບາດ, ພວກເຂົາ​ເວົ້າຂວັນ​ນິນທາ​ກັນ 30ແລະ​ເວົ້າ​ໃສ່ຮ້າຍ​ປ້າຍສີ​ກັນ, ການ​ກຽດຊັງ​ພຣະເຈົ້າ, ຂີ້ອົ່ງ​ໝິ່ນປະໝາດ, ຈອງຫອງ, ອວດຕົວ, ປະດິດ​ຄິດແຕ່ງ​ການ​ຊົ່ວຊ້າ​ຂຶ້ນ, ບໍ່​ຟັງ​ຄວາມ​ພໍ່​ແມ່, 31ໃຈ​ບໍ່​ສັງເກດ​ການ​ດີ​ແລະ​ຊົ່ວ, ບໍ່​ຖື​ຄຳໝັ້ນ​ສັນຍາ ແລະ​ຂາດ​ຄວາມຮັກ​ຕໍ່​ກັນ ບໍ່ມີ​ຄວາມ​ເມດຕາ​ເອັນດູ​ແກ່​ຜູ້​ອື່ນ. 32ເຖິງ​ແມ່ນ​ພວກເຂົາ​ຮູ້ຈັກ​ກົດບັນຍັດ​ຂອງ​ພຣະເຈົ້າ​ທີ່​ກ່າວ​ວ່າ ຄົນ​ທີ່​ກະທຳ​ຢ່າງ​ນັ້ນ ກໍ​ສົມຄວນ​ຕ້ອງ​ຕາຍ, ເຖິງ​ປານ​ນັ້ນ ພວກເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ​ທັງ​ເຫັນພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ອີກ​ດ້ວຍ.

Currently Selected:

ໂຣມ 1: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy