YouVersion Logo
Search Icon

ກິດຈະການ 28

28
ໂປໂລ​ເຖິງ​ເກາະ​ມັນຕາ
1ເມື່ອ​ພົ້ນ​ໄພ​ແລ້ວ ພວກເຮົາ​ຈຶ່ງ​ຮູ້​ວ່າ​ເກາະ​ນີ້​ຊື່​ວ່າ ມັນຕາ. 2ຄົນ​ພື້ນ​ເມືອງ​ໃນ​ທີ່​ນີ້ ໄດ້​ສະແດງ​ຄວາມ​ເປັນ​ມິດ​ແກ່​ພວກເຮົາ​ຢ່າງດີ​ທີ່ສຸດ ຝົນ​ກໍໄດ້​ຕົກ ແລະ​ອາກາດ​ກໍ​ໜາວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ດັງ​ໄຟ​ຕ້ອນຮັບ​ພວກເຮົາ​ທັງໝົດ. 3ໂປໂລ​ເກັບ​ເອົາ​ຫລົວ​ມັດ​ໜຶ່ງ​ມາ​ສຸມ​ໃສ່​ໄຟ ແຕ່​ເພາະ​ຄວາມ​ຮ້ອນ​ຈຶ່ງ​ມີ​ງູພິດ​ໂຕໜຶ່ງ ອອກ​ມາ​ຈາກ​ຫລົວ​ນັ້ນ​ຂົບ​ມື​ໂປໂລ​ຫ້ອຍ​ຢູ່. 4ເມື່ອ​ຊາວ​ພື້ນເມືອງ​ຂອງ​ເກາະ​ນີ້ ເຫັນ​ງູ​ຫ້ອຍ​ຢູ່​ທີ່​ມື​ຂອງ​ໂປໂລ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ຄົງ​ເປັນ​ຜູ້ຂ້າຄົນ ເພາະ​ເວນກຳ​ຍັງ​ນຳ​ມາ​ສະໜອງ​ເອົາ​ຊີວິດ​ລາວ​ຢູ່ ເຖິງ​ແມ່ນ​ວ່າ​ລາວ​ພົ້ນ​ຈາກ​ທະເລ​ແລ້ວ​ກໍຕາມ.” 5ແຕ່​ໂປໂລ​ສັ່ນ​ງູ​ໂຕ​ນັ້ນ​ໃຫ້​ຕົກ​ໃສ່​ໄຟ ແລະ​ຕົນເອງ​ກໍ​ບໍ່​ເປັນ​ອັນຕະລາຍ​ແຕ່​ປະການ​ໃດ. 6ພວກເຂົາ​ຕ່າງ​ກໍ​ຄອຍ​ເບິ່ງ​ວ່າ ໂປໂລ​ຈະ​ໂຕ​ໃຄ່​ບວມ​ຂຶ້ນ ຫລື​ລົ້ມ​ລົງ​ຕາຍ​ໃນ​ທັນທີ​ຫລື​ບໍ່, ແຕ່​ຫລັງຈາກ​ທີ່​ຄອຍ​ເບິ່ງ​ດົນນານ ແລະ​ບໍ່​ເຫັນ​ສິ່ງໃດ​ຜິດ​ປົກກະຕິ​ເກີດຂຶ້ນ​ກັບ​ໂປໂລ ແລ້ວ​ພວກເຂົາ​ກໍ​ປ່ຽນໃຈ ແລະ​ເວົ້າ​ວ່າ, “ລາວ​ເປັນ​ພະ​ອົງໜຶ່ງ.”
7ຢູ່​ໃກ້​ບ່ອນ​ນັ້ນ​ມີ​ທີ່ດິນ ຊຶ່ງ​ເປັນ​ຂອງ​ປົບລີໂອ​ຫົວໜ້າ​ຊາວ​ພື້ນເມືອງ​ໃນ​ເກາະ​ນີ້, ທ່ານ​ຜູ້​ນີ້​ໄດ້​ຕ້ອນຮັບ​ພວກເຮົາ​ເປັນ​ຢ່າງດີ ແລະ​ໄດ້​ຮັບ​ພວກເຮົາ​ໄວ້​ເປັນ​ແຂກ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ວັນ. 8ສ່ວນ​ພໍ່​ຂອງ​ປົບລີໂອ​ນັ້ນ​ນອນ​ຢູ່ ເພາະ​ເປັນ​ໄຂ້ ແລະ​ເປັນ​ທ້ອງ​ບິດ, ໂປໂລ​ຈຶ່ງ​ເຂົ້າ​ໄປ​ເບິ່ງ​ທີ່​ຫ້ອງນອນ​ຂອງ​ເພິ່ນ ແລະ​ໄດ້​ພາວັນນາ​ອະທິຖານ ແລະ​ວາງ​ມື​ໃສ່​ເພິ່ນ​ແລ້ວ​ເພິ່ນ​ກໍ​ຫາຍ​ດີ. 9ເມື່ອ​ເຫດການ​ເປັນ​ໄປ​ຢ່າງ​ນີ້ ຊາວ​ພື້ນເມືອງ​ທຸກຄົນ​ໃນ​ເກາະ​ນັ້ນ ທີ່​ເຈັບໄຂ້​ໄດ້ປ່ວຍ ຕ່າງ​ກໍ​ມາ​ຫາ​ໂປໂລ ແລະ​ພວກເຂົາ​ກໍໄດ້​ຫາຍ​ດີ​ທຸກຄົນ. 10ພວກເຂົາ​ໄດ້​ໃຫ້ກຽດ​ແກ່​ພວກເຮົາ​ຫລາຍ​ຢ່າງ, ເມື່ອ​ພວກເຮົາ​ໄດ້​ລົງ​ເຮືອ​ຈາກ​ໄປ ພວກເຂົາ​ກໍ​ໄດ້ຈັດ​ເອົາ​ສິ່ງຂອງ​ທີ່​ຈຳເປັນ​ສຳລັບ​ການ​ເດີນທາງ​ໃຫ້​ພວກເຮົາ.
ຈາກ​ເກາະ​ມັນຕາ​ສູ່​ນະຄອນ​ໂຣມ
11ຫລັງຈາກ​ຢູ່​ໃນ​ທີ່ນັ້ນ​ສາມ​ເດືອນ​ແລ້ວ ພວກເຮົາ​ກໍ​ລົງ​ເຮືອ​ລຳ​ໜຶ່ງ ຊຶ່ງ​ມາ​ຈາກ​ເມືອງ​ອາເລັກຊັນເດຍ​ທີ່​ມີ​ຊື່​ວ່າ, “ເທບ​ພຣະເຈົ້າ​ຝາແຝດ” ຊຶ່ງ​ໄດ້​ມາ​ຄ້າງ​ຢູ່​ໃນ​ເກາະ​ນັ້ນ​ຕະຫລອດ​ລະດູ​ໜາວ. 12ພວກເຮົາ​ໄດ້​ມາ​ເຖິງ​ເມືອງ​ຊີຣະກູ ແລະ​ແວ່​ພັກ​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສາມ​ວັນ. 13ຈາກ​ເມືອງ​ນີ້ ພວກເຮົາ​ໄດ້​ຂີ່​ເຮືອ​ຕໍ່ໄປ ແລະ​ມາ​ເຖິງ​ເມືອງ​ເຣຄີໂອມ, ວັນ​ຕໍ່ມາ ລົມ​ກໍ​ເລີ່ມ​ພັດ​ມາ​ແຕ່​ທິດ​ໃຕ້ ແລະ​ໃນ​ວັນ​ທີ​ສອງ​ພວກເຮົາ​ກໍ​ມາ​ເຖິງ​ເມືອງ​ໂປຕີໂອລີ. 14ໃນ​ເມືອງ​ນີ້​ພວກເຮົາ​ໄດ້​ຮັບ​ເຊີນ​ຈາກ​ພວກ​ຄົນ​ທີ່ເຊື່ອ ທີ່​ຂໍຮ້ອງ​ພວກເຮົາ​ໃຫ້​ພັກ​ຢູ່​ນຳ​ພວກເຂົາ​ເປັນ​ເວລາ​ເຈັດ​ວັນ ແລ້ວ​ພວກເຮົາ​ກໍ​ເດີນທາງ​ໄປ​ເຖິງ​ນະຄອນ​ໂຣມ. 15ພວກ​ຄົນ​ທີ່ເຊື່ອ​ໃນ​ນະຄອນ​ໂຣມ ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຮົາ ພວກເຂົາ​ຈຶ່ງ​ອອກ​ມາ​ຫາ​ພວກເຮົາ​ທີ່​ຕະຫລາດ​ອາປີໂອ ແລະ​ທີ່​ສາລາ​ສາມ​ຫລັງ​ເພື່ອ​ພົບພໍ້​ກັບ​ພວກເຮົາ, ພໍ​ໂປໂລ​ເຫັນ​ພວກເຂົາ ເພິ່ນ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໄດ້​ຮັບ​ຄວາມ​ໜູນໃຈ​ຂຶ້ນ​ຢ່າງ​ຫລວງຫລາຍ.
ໂປໂລ​ປະກາດ​ໃນ​ນະຄອນ​ໂຣມ
16ເມື່ອ​ພວກເຮົາ​ມາ​ເຖິງ​ນະຄອນ​ໂຣມ​ແລ້ວ ທາງ​ການ​ໂຣມ​ກໍ​ອະນຸຍາດ​ໃຫ້​ໂປໂລ​ຢູ່​ຕ່າງຫາກ, ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເປັນ​ຜູ້​ຍາມ​ຮັກສາ​ເພິ່ນ.
17ສາມ​ວັນ​ຕໍ່ມາ ໂປໂລ​ໄດ້​ເຊີນ​ບັນດາ​ຫົວໜ້າ​ຂອງ​ພວກ​ຢິວ​ມາ​ປະຊຸມ. ເມື່ອ​ມາ​ພ້ອມໜ້າກັນ​ແລ້ວ ເພິ່ນ​ຈຶ່ງ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ພີ່ນ້ອງ​ທັງຫຼາຍ​ເອີຍ ເຖິງ​ແມ່ນ​ວ່າ​ຂ້າພະເຈົ້າ​ບໍ່ໄດ້​ເຮັດຜິດ​ສິ່ງໃດ​ຕໍ່​ປະຊາຊົນ​ຂອງ​ພວກເຮົາ, ຫລື​ຜິດຕໍ່​ທຳນຽມ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ກໍຕາມ, ແຕ່​ຂ້າພະເຈົ້າ​ກໍ​ຍັງ​ຕົກ​ເປັນ​ນັກໂທດ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ໄດ້ຖືກ​ມອບ​ໃຫ້​ຢູ່​ໃນ​ມື​ຂອງ​ພວກ​ໂຣມ. 18ເມື່ອ​ພວກເຂົາ​ໄດ້​ສອບຖາມ​ຂ້າພະເຈົ້າ​ແລ້ວ ພວກ​ໂຣມ​ຢາກ​ປ່ອຍ​ຂ້າພະເຈົ້າ, ເພາະ​ພວກເຂົາ​ບໍ່​ພົບ​ຄວາມຜິດ ທີ່​ຂ້າພະເຈົ້າ​ສົມຄວນ​ຈະ​ຕ້ອງ​ຕາຍ. 19ແຕ່​ເມື່ອ​ພວກ​ຢິວ​ກ່າວ​ຄັດຄ້ານ ຂ້າພະເຈົ້າ​ຈຳເປັນ​ຕ້ອງ​ຂໍ​ອຸທອນ​ເຖິງ​ຈັກກະພັດ ແຕ່​ບໍ່ແມ່ນ​ວ່າ​ຂ້າພະເຈົ້າ​ມີ​ອັນ​ໃດ​ຈະ​ຟ້ອງ​ຊົນ​ຮ່ວມ​ຊາດ​ຂອງ​ຂ້າພະເຈົ້າ​ເອງ. 20ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ເຊີນ​ທ່ານ​ທັງຫລາຍ​ມາ ເພື່ອ​ຈະ​ໄດ້​ເຫັນ​ໜ້າ ແລະ​ເວົ້າ​ກັບ​ພວກທ່ານ ເພາະ​ທີ່​ຂ້າພະເຈົ້າ​ຖືກ​ລ່າມໂສ້​ນີ້ ກໍ​ເນື່ອງ​ດ້ວຍ​ຄວາມຫວັງ​ຂອງ​ຊົນຊາດ​ອິດສະຣາເອນ.”
21ພວກເຂົາ​ຕອບ​ໂປໂລ​ວ່າ, “ພວກເຮົາ​ບໍ່ໄດ້​ຮັບ​ຈົດໝາຍ​ໃດໆ ຈາກ​ແຂວງ​ຢູດາຍ​ກ່ຽວກັບ​ທ່ານ ແລະ​ທັງ​ບໍ່ມີ​ພີ່ນ້ອງ​ຂອງ​ພວກເຮົາ​ຜູ້ໃດ​ຜູ້ໜຶ່ງ​ມາ​ລາຍງານ ຫລື​ກ່າວ​ສິ່ງ​ບໍ່​ດີ​ກ່ຽວກັບ​ທ່ານ. 22ແຕ່​ພວກເຮົາ​ຕ້ອງການ​ຢາກ​ໄດ້ຍິນ​ຄວາມ​ຄິດເຫັນ​ຂອງທ່ານ ເພາະ​ພວກເຮົາ​ຮູ້​ວ່າ ຝ່າຍ​ນິກາຍ​ນີ້​ຖືກ​ຂັດຂວາງ​ຢູ່​ທຸກທີ່​ທຸກບ່ອນ.”
23ເມື່ອ​ພວກເຂົາ​ນັດ​ວັນ​ພົບ​ກັບ​ໂປໂລ, ຄົນ​ຈຳນວນ​ຫລາຍ​ກວ່າເກົ່າ​ໄດ້​ມາ​ຫາ​ທີ່​ບ່ອນ​ພັກ​ຂອງ​ເພິ່ນ, ເພິ່ນ​ຈຶ່ງ​ກ່າວ​ອະທິບາຍ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ເປັນ​ພະຍານ​ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ຢ່າງ​ຄົບຖ້ວນ ແລະ​ຊັກຊວນ​ໃຫ້​ພວກເຂົາ​ຮັບ​ເຊື່ອ​ໃນ​ພຣະເຢຊູເຈົ້າ ໂດຍ​ໃຊ້​ຂໍ້ຄວາມ​ຈາກ​ກົດບັນຍັດ​ຂອງ​ໂມເຊ ແລະ​ຈາກ​ບັນດາ​ຜູ້ທຳນວາຍ​ເປັນ​ຫລັກ. 24ບາງຄົນ​ກໍ​ເຊື່ອ​ຕາມ​ຄຳ​ທີ່​ໂປໂລ​ກ່າວ​ນັ້ນ ແຕ່​ຄົນອື່ນ​ນັ້ນ​ບໍ່​ເຊື່ອ. 25ເມື່ອ​ຄວາມເຫັນ​ບໍ່​ລົງລອຍ​ກັນ​ພວກເຂົາ​ຈຶ່ງ​ລາ​ຈາກ​ກັນ​ໄປ. ຫລັງຈາກ​ໂປໂລ​ໄດ້​ກ່າວ​ຄຳ​ໜຶ່ງ​ຕື່ມ​ອີກ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ຊົງ​ກ່າວ​ຢ່າງ​ຖືກຕ້ອງ​ກັບ​ບັນພະບຸລຸດ​ຂອງ​ເຈົ້າ​ທັງຫລາຍ ຜ່ານທາງ​ຜູ້ທຳນວາຍ​ເອຊາຢາ 26ວ່າ,
‘ຈົ່ງ​ໄປ​ຫາ​ພົນລະເມືອງ​ນີ້
ແລະ​ກ່າວ​ວ່າ,
ເຈົ້າ​ທັງຫລາຍ​ຈະ​ໄດ້ຍິນ​ແທ້
ແຕ່​ຈະ​ບໍ່​ເຂົ້າໃຈ​ຈັກເທື່ອ,
ຈະ​ໄດ້​ເຫັນ​ແທ້ ແຕ່​ຈະ​ບໍ່​ສັງເກດ​ຈັກເທື່ອ.
27 ດ້ວຍວ່າ, ໃຈ​ຂອງ​ພົນລະເມືອງ​ນີ້​ກໍ​ປຶກໜາ
ຫູ​ກໍ​ໜັກ, ຕາ​ຂອງ​ພວກເຂົາ​ກໍ​ຫລັບ​ເສຍ.
ຢ້ານ​ວ່າ​ພວກເຂົາ​ຈະ​ສັງເກດ​ດ້ວຍ​ຕາ
ແລະ​ຈະ​ໄດ້ຍິນ​ດ້ວຍ​ຫູ
ແລະ​ຈະ​ຮູ້​ດ້ວຍ​ໃຈ
ແລ້ວ​ຈະ​ຕ່າວ​ກັບ​ມາ
ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ດີ.’
28ດັ່ງນັ້ນ ທ່ານ​ທັງຫລາຍ​ຈົ່ງ​ຮູ້​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ຊ່ວຍ​ໃຫ້​ພົ້ນ​ນັ້ນ ກໍ​ໄດ້ຖືກ​ນຳ​ໄປ​ເຖິງ​ຄົນຕ່າງຊາດ​ແລ້ວ ພວກເຂົາ​ຈະ​ຮັບ​ຟັງ.” [29ເມື່ອ​ໂປໂລ​ກ່າວ​ຄຳ​ເຫຼົ່ານີ້​ແລ້ວ ພວກ​ຢິວ​ກໍ​ຈາກ​ໄປ ແລະ​ກໍ​ເກີດ​ມີ​ການ​ຖຽງ​ກັນເອງ​ຢູ່​ໃນ​ພວກເຂົາ.]
30ເປັນ​ເວລາ​ສອງ​ປີ ທີ່​ໂປໂລ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ທີ່​ຕົນ​ເຊົ່າ​ເອງ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ຕ້ອນຮັບ​ທຸກຄົນ​ທີ່​ມາ​ຫາ​ເພິ່ນ. 31ເພິ່ນ​ໄດ້​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ໄດ້​ສັ່ງສອນ​ເລື່ອງ​ກ່ຽວກັບ​ອົງ​ພຣະເຢຊູ​ຄຣິດເຈົ້າ ແກ່​ທຸກຄົນ​ດ້ວຍ​ຄວາມ​ກ້າຫານ ແລະ​ຢ່າງ​ເປີດເຜີຍ​ໂດຍ​ບໍ່ມີ​ຜູ້ໃດ​ຂັດຂວາງ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy