YouVersion Logo
Search Icon

ໂຣມ 2

2
ພຣະເຈົ້າ​ຊົງ​ພິພາກສາ​ຢ່າງ​ຍຸດຕິທຳ
1ເຫດສະນັ້ນ ມະນຸດ​ເອີຍ ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຜູ້ໃດ​ກໍຕາມ ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ, ເຈົ້າ​ບໍ່ມີ​ຂໍ້​ທີ່​ຈະ​ແກ້​ຕົວ​ໄດ້. ດ້ວຍວ່າ, ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ ແລະ​ຍັງ​ເຮັດ​ຢ່າງ​ດຽວ​ກັບ​ພວກເຂົາ ເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນເອງ. 2ພວກເຮົາ​ຮູ້​ຢູ່​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ພິພາກສາ​ລົງໂທດ​ຄົນ​ທັງຫລາຍ​ທີ່​ກະທຳ​ຢ່າງ​ນັ້ນ ກໍ​ຖືກຕ້ອງ​ຢູ່​ແລ້ວ. 3ແຕ່​ມະນຸດ​ເອີຍ ໃນ​ເມື່ອ​ເຈົ້າ​ຍັງ​ເຮັດ​ສິ່ງ​ນັ້ນ​ຢູ່ ແລະ​ກ່າວໂທດ​ໃສ່​ຜູ້​ອື່ນ ເຈົ້າ​ຄິດ​ວ່າ​ເຈົ້າ​ຈະ​ໜີ​ພົ້ນ​ຈາກ​ການ​ພິພາກສາ​ຂອງ​ພຣະເຈົ້າ​ໄດ້​ຊັ້ນບໍ? 4ຫລື​ວ່າ ເຈົ້າ​ໝິ່ນປະໝາດ​ພຣະ​ກະລຸນາ​ຄຸນ​ອັນ​ບໍຣິບູນ ແລະ​ຄວາມ​ອົດກັ້ນ​ພຣະໄທ​ກັບ​ຄວາມ​ອົດທົນ​ຂອງ​ພຣະອົງ, ເຈົ້າ​ບໍ່​ຮູ້​ຫລື​ວ່າ ພຣະ​ກະລຸນາ​ຄຸນ​ຂອງ​ພຣະເຈົ້າ​ນັ້ນ ກໍ​ເພື່ອ​ນຳ​ເຈົ້າ​ໃຫ້​ກັບໃຈ​ເສຍ​ໃໝ່. 5ແຕ່​ດ້ວຍ​ໃຈ​ຂອງ​ເຈົ້າ​ແຂງ​ກະດ້າງ ແລະ​ບໍ່​ຍອມ​ທີ່​ຈະ​ກັບຕົວ ເຈົ້າ​ຈຶ່ງ​ກຳລັງ​ສະສົມ​ຄວາມ​ໂກດຮ້າຍ​ໄວ້​ໃຫ້​ຕົນເອງ ໃນ​ວັນ​ຂອງ​ຄວາມ​ຮ້າຍກາດ​ນັ້ນ, ຄື​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ພິພາກສາ​ລົງໂທດ ຢ່າງ​ຍຸດຕິທຳ​ໃຫ້​ປາກົດ​ແຈ້ງ​ນັ້ນ. 6ເພາະ​ພຣະອົງ​ຈະ​ຊົງ​ໂຜດ​ຕອບ​ແທນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ​ທຸກຄົນ. 7ສຳລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະຍາຍາມ​ກະທຳ​ດີ, ສະແຫວງ​ຫາ​ສະຫງ່າຣາສີ ກຽດຕິຍົດ ແລະ​ຊີວິດ​ທີ່​ຕາຍ​ບໍ່​ເປັນ​ນັ້ນ ພຣະອົງ​ຈະ​ຊົງ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ແກ່​ພວກເຂົາ. 8ແຕ່​ພຣະອົງ​ຈະ​ຊົງ​ສຳແດງ​ຄວາມ​ໂກດຮ້າຍ​ອັນ​ເຜັດຮ້ອນ​ແກ່​ຄົນ​ທັງຫລາຍ​ທີ່​ຄິດ​ໃຫຍ່​ໃຝ່ສູງ ແລະ​ແກ່​ຜູ້​ທີ່​ບໍ່​ເຊື່ອ​ວາງ​ໃຈ​ໃນ​ຄວາມຈິງ ແຕ່​ຍອມ​ເຮັດ​ຕາມ​ຄວາມຊົ່ວ. 9ຄວາມ​ທຸກ​ເວດທະນາ ແລະ​ຄວາມ​ເຈັບປວດ​ຈະ​ເກີດ​ມີ​ແກ່​ມະນຸດ​ທຸກຄົນ​ທີ່​ເຮັດ​ການ​ຊົ່ວ ຄື​ແກ່​ຄົນ​ຢິວ​ກ່ອນ ແລະ​ແກ່​ຄົນຕ່າງຊາດ​ດ້ວຍ. 10ແຕ່​ສະຫງ່າຣາສີ ແລະ​ກຽດຕິຍົດ​ກັບ​ສັນຕິສຸກ​ຈະ​ເກີດ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຄວາມດີ ຄື​ແກ່​ຄົນ​ຢິວ​ກ່ອນ ແລະ​ແກ່​ຄົນຕ່າງຊາດ​ດ້ວຍ. 11ເພາະວ່າ​ພຣະເຈົ້າ​ບໍ່ໄດ້​ເຫັນ​ແກ່​ໜ້າ​ຜູ້ໃດ​ເລີຍ.
12ຄົນ​ບາບ​ທັງຫລາຍ​ທີ່​ບໍ່ມີ​ກົດບັນຍັດ ແລະ​ເຮັດ​ຜິດບາບ ຈະ​ຕ້ອງ​ຈິບຫາຍ​ໄປ​ໂດຍ​ບໍ່​ອ້າງ​ກົດບັນຍັດ, ແຕ່​ຄົນ​ບາບ​ທັງຫລາຍ​ທີ່​ມີ​ກົດບັນຍັດ ແລະ​ເຮັດ​ຜິດບາບ ກໍ​ຈະ​ຖືກ​ໂທດ​ຕາມ​ກົດບັນຍັດ​ນັ້ນ. 13ດ້ວຍວ່າ, ບໍ່ແມ່ນ​ພວກ​ຄົນ​ທີ່​ຟັງ​ກົດບັນຍັດ​ຈະ​ເປັນ​ຜູ້​ຊອບທຳ​ຕໍ່​ພຣະພັກ​ພຣະເຈົ້າ, ແຕ່​ແມ່ນ​ຜູ້​ທີ່​ໄດ້​ເຮັດ​ຕາມ​ກົດບັນຍັດ​ເທົ່ານັ້ນ ທີ່​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ. 14ຄົນຕ່າງຊາດ​ທີ່​ບໍ່ມີ​ກົດບັນຍັດ, ແຕ່​ເມື່ອ​ພວກເຂົາ​ປະຕິບັດ​ຕາມ​ກົດບັນຍັດ ໂດຍ​ນິໄສ​ປົກກະຕິ​ແລ້ວ ເຖິງ​ແມ່ນ​ພວກເຂົາ​ບໍ່ມີ​ກົດບັນຍັດ​ນັ້ນ​ກໍຕາມ, ແຕ່​ກໍ​ຍັງ​ເປັນ​ກົດບັນຍັດ​ໃນ​ຕົວ​ພວກເຂົາ​ເອງ. 15ການ​ປະພຶດ​ຂອງ​ພວກເຂົາ ໄດ້​ຊີ້​ໃຫ້​ເຫັນ​ວ່າ ສິ່ງ​ທີ່​ກົດບັນຍັດ​ສັ່ງ​ນັ້ນ ກໍ​ຈາລຶກ​ໄວ້​ໃນ​ຫົວ​ໃຈ​ຂອງ​ພວກເຂົາ​ແລ້ວ, ຈິດ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ ກໍ​ເປັນ​ພະຍານ​ເໝືອນກັນ ແມ່ນ​ຄວາມ​ຄິດ​ຂອງ​ພວກເຂົາ​ນັ້ນ​ແຫຼະ ທີ່​ກ່າວໂທດ​ພວກເຂົາ​ເອງ ຫລື​ອາດ​ຈະ​ແກ້​ຕົວ​ໃຫ້​ພວກເຂົາ. 16ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ໃຫ້​ພຣະເຢຊູ​ຄຣິດເຈົ້າ ພິພາກສາ​ຄວາມ​ເລິກລັບ​ໃນ​ໃຈ​ຂອງ​ມະນຸດ​ທັງຫລາຍ ຕາມ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.
ຊາວ​ຢິວ ແລະ ກົດບັນຍັດ
17ແຕ່​ຖ້າ​ເຈົ້າ​ໄດ້​ຊື່​ວ່າ​ເປັນ​ຢິວ ເຈົ້າ​ເພິ່ງ​ອາໄສ​ກົດບັນຍັດ ແລະ​ອວດ​ວ່າ​ມີ​ພຣະເຈົ້າ, 18ແລະ​ເຈົ້າ​ຮູ້ຈັກ​ນໍ້າພຣະໄທ​ຂອງ​ພຣະອົງ, ທັງ​ເຫັນ​ຊອບ​ໃນ​ສິ່ງ​ປະເສີດ ເພາະ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ກົດບັນຍັດ, 19ແລະ​ຖ້າ​ເຈົ້າ​ໝັ້ນໃຈ​ວ່າ ເຈົ້າ​ເປັນ​ຜູ້ນຳ​ທາງ​ຄົນ​ຕາບອດ, ເປັນ​ຄວາມ​ສະຫວ່າງ​ໃຫ້​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃນ​ຄວາມມືດ, 20ເປັນ​ຜູ້​ສຶກສາ​ອົບຮົມ​ແກ່​ຄົນໂງ່ຈ້າ ແລະ​ເປັນ​ຄູສອນ​ເດັກນ້ອຍ ເປັນ​ຜູ້​ມີ​ແບບແຜນ​ອັນ​ສົມບູນ​ຂອງ​ຄວາມຮູ້ ແລະ​ຄວາມຈິງ​ໃນ​ກົດບັນຍັດ. 21ເມື່ອ​ເຈົ້າ​ສອນ​ຄົນອື່ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ສອນ​ຕົນເອງ​ກ່ອນ? ເຈົ້າ​ເທດສະໜາ​ວ່າ, “ຢ່າ​ລັກ” ແຕ່​ເຈົ້າ​ຍັງ​ລັກ​ຢູ່​ຊັ້ນບໍ? 22ເຈົ້າ​ບອກ​ວ່າ, “ຢ່າ​ຫລິ້ນຊູ້” ແຕ່​ເຈົ້າ​ຍັງ​ຫລິ້ນຊູ້​ຢູ່​ຫລື​ບໍ່? ເຈົ້າ​ກຽດຊັງ​ຮູບ​ເຄົາຣົບ ແຕ່​ເຈົ້າ​ຍັງ​ປຸ້ນ​ວິຫານ​ຢູ່​ຫລື​ບໍ່? 23ເຈົ້າ​ກ່າວ​ອ້າງ​ເຖິງ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ເຈົ້າ​ເຮັດ​ໃຫ້​ພຣະເຈົ້າ​ເສຍກຽດ ໂດຍ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະອົງ​ຢູ່​ຊັ້ນບໍ? 24ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະນາມ​ຂອງ​ພຣະເຈົ້າ​ຖືກ​ໝິ່ນປະໝາດ​ໃນ​ທ່າມກາງ​ຄົນຕ່າງຊາດ ກໍ​ເພາະ​ເຈົ້າ​ທັງຫລາຍ.”
25ຖ້າ​ເຈົ້າ​ເຮັດ​ຕາມ​ກົດບັນຍັດ ພິທີຕັດ​ນັ້ນ​ກໍ​ເປັນ​ປະໂຫຍດ​ແທ້, ແຕ່​ຖ້າ​ເຈົ້າ​ລ່ວງ​ລະເມີດ​ກົດບັນຍັດ ການ​ທີ່​ເຈົ້າ​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່ມີ​ປະໂຫຍດ​ຫຍັງ​ເລີຍ. 26ດັ່ງນັ້ນ ຖ້າ​ຜູ້​ທີ່​ບໍ່ໄດ້​ຮັບ​ພິທີຕັດ ແຕ່​ໄດ້​ປະຕິບັດ​ຕາມ​ກົດບັນຍັດ ແລະ​ການ​ທີ່​ພວກເຂົາ​ບໍ່ໄດ້​ຮັບ​ພິທີຕັດ​ນັ້ນ ຈະ​ຖື​ເໝືອນ​ວ່າ​ຜູ້ນັ້ນ​ໄດ້​ຮັບ​ພິທີຕັດ​ແລ້ວ​ບໍ່ແມ່ນ​ບໍ? 27ເຖິງ​ແມ່ນ​ວ່າ ເຈົ້າ​ທັງຫລາຍ​ມີ​ກົດບັນຍັດ​ທີ່​ຈາລຶກ​ໄວ້ ແລະ​ໄດ້​ຮັບ​ພິທີຕັດ​ແລ້ວ ກໍ​ຍັງ​ລ່ວງ​ລະເມີດ​ຕໍ່​ກົດບັນຍັດ​ນັ້ນ ຝ່າຍ​ຄົນ​ທຳມະດາ​ສາມັນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ, ພວກເຂົາ​ກໍ​ຍັງ​ຖື​ຮັກສາ​ກົດບັນຍັດ​ຢູ່ ພວກເຂົາ​ນັ້ນ​ແຫຼະ ຈະ​ກ່າວໂທດ​ໃສ່​ເຈົ້າ. 28ເພາະວ່າ​ຄົນ​ຢິວ​ແທ້ ບໍ່ແມ່ນ​ເປັນ​ຢິວ​ແຕ່​ພາຍ​ນອກ ບໍ່ແມ່ນ​ຮັບ​ພິທີຕັດ​ພຽງ​ພາຍນອກ ແລະ​ຝ່າຍ​ເນື້ອກາຍ​ເທົ່ານັ້ນ. 29ຄົນ​ຢິວ​ແທ້​ຄື​ເປັນ​ຢິວ​ພາຍໃນ ແລະ​ການ​ຮັບ​ພິທີຕັດ​ແທ້​ນັ້ນ ຄື​ການ​ຮັບ​ທາງ​ຈິດໃຈ ຊຶ່ງ​ເປັນ​ຜົນ​ແຫ່ງ​ພຣະວິນຍານ​ຂອງ​ພຣະເຈົ້າ ບໍ່ແມ່ນ​ເປັນ​ໄປ​ຕາມ​ຕົວອັກສອນ​ໃນ​ກົດບັນຍັດ, ຄົນ​ຢ່າງ​ນັ້ນ ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ພຣະເຈົ້າ ບໍ່ແມ່ນ​ຈາກ​ມະນຸດ.

Currently Selected:

ໂຣມ 2: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy