ໂຢຮັນ 2:1-11
ໂຢຮັນ 2:1-11 ພຄພ
ສາມວັນຕໍ່ມາ ໄດ້ມີງານສົມຣົດທີ່ບ້ານການາໃນແຂວງຄາລີເລ ແລະແມ່ຂອງພຣະເຢຊູເຈົ້າກໍຢູ່ທີ່ນັ້ນ, ຝ່າຍພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງ ກໍຖືກເຊີນໄປຮ່ວມໃນງານນັ້ນເໝືອນກັນ. ເມື່ອເຫຼົ້າອະງຸ່ນໝົດແລ້ວ, ແມ່ຂອງພຣະເຢຊູເຈົ້າ ຈຶ່ງເວົ້າກັບພຣະອົງວ່າ, “ພວກເຂົາໝົດເຫຼົ້າອະງຸ່ນແລ້ວ.” ພຣະເຢຊູເຈົ້າຕອບວ່າ, “ນາງເອີຍ ປະໃຫ້ເປັນທຸລະຂອງເຮົາເສຍ ເພາະເວລາຂອງເຮົາຍັງບໍ່ທັນມາເຖິງ.” ແມ່ຂອງພຣະອົງຈຶ່ງບອກຕໍ່ຄົນຮັບໃຊ້ວ່າ, “ເພິ່ນບອກພວກເຈົ້າໃຫ້ເຮັດອັນໃດ ຈົ່ງເຮັດຕາມເດີ.” ໃນບ່ອນນັ້ນມີອ່າງຕັ້ງໄວ້ຢູ່ຫົກໜ່ວຍ ຄືອ່າງທີ່ຊາວຢິວໃຊ້ໃນພິທີຊຳລະລ້າງຕາມທຳນຽມ ອ່າງແຕ່ລະໜ່ວຍໃສ່ນໍ້າໄດ້ປະມານຮ້ອຍລິດ. ພຣະເຢຊູເຈົ້າບອກພວກຄົນຮັບໃຊ້ນັ້ນວ່າ, “ຈົ່ງຕັກນໍ້າໃສ່ອ່າງນັ້ນໃຫ້ເຕັມ.” ພວກເຂົາກໍຕັກນໍ້າໃສ່ອ່າງນັ້ນເຕັມພຽງປາກ ແລ້ວພຣະອົງກໍໄດ້ບອກພວກເຂົາວ່າ, “ບັດນີ້ ຈົ່ງຕັກເອົາໄປໃຫ້ເຈົ້າພະນັກງານຜູ້ທີ່ກຳກັບງານກິນລ້ຽງ.” ພວກເຂົາກໍຕັກໄປໃຫ້. ເມື່ອເຈົ້າພະນັກງານຊີມນໍ້າທີ່ກາຍເປັນເຫຼົ້າອະງຸ່ນແລ້ວ ລາວກໍບໍ່ຮູ້ວ່າມາແຕ່ໃສ (ແຕ່ພວກຄົນຮັບໃຊ້ທີ່ຕັກນໍ້າກໍຮູ້) ສະນັ້ນ ລາວຈຶ່ງເອີ້ນເຈົ້າບ່າວມາ ແລະກ່າວວ່າ, “ທຸກຄົນເຄີຍເອົາເຫຼົ້າອະງຸ່ນອັນດີມາໃຫ້ດື່ມກ່ອນ ແລະເມື່ອພວກເຂົາດື່ມຫລາຍແລ້ວ ຈຶ່ງເອົາອັນບໍ່ດີອອກມາ, ແຕ່ເຈົ້າພັດກັກເອົາເຫຼົ້າອະງຸ່ນອັນດີໄວ້ຈົນເຖິງດຽວນີ້ນໍ.” ພຣະເຢຊູເຈົ້າໄດ້ເຮັດການອັດສະຈັນເທື່ອທຳອິດ ທີ່ບ້ານການາ ແຂວງຄາລີເລ, ໃນທີ່ນັ້ນ ພຣະອົງໄດ້ເປີດເຜີຍສະຫງ່າຣາສີຂອງພຣະອົງໃຫ້ປາກົດ ແລະພວກສາວົກກໍໄດ້ເຊື່ອໃນພຣະອົງ.