YouVersion Logo
Search Icon

ອົບພະຍົບ 7

7
1ພຣະເຈົ້າຢາເວ​ໄດ້​ຕອບ​ໂມເຊ​ວ່າ, “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ດັ່ງ​ພຣະເຈົ້າ​ຕໍ່ໜ້າ​ກະສັດ​ຟາໂຣ ແລະ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ຈະ​ເວົ້າ​ຕໍ່​ກະສັດ​ຟາໂຣ ດັ່ງ​ຜູ້ທຳນວາຍ​ຂອງ​ເຈົ້າ. 2ຈົ່ງ​ບອກ​ອາໂຣນ​ໃຫ້​ຮູ້​ທຸກໆ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ນັ້ນ ແລະ​ແມ່ນ​ອາໂຣນ​ເອງ ທີ່​ຈະ​ເປັນ​ຜູ້​ບອກ​ກະສັດ​ຟາໂຣ​ໃຫ້​ປ່ອຍ​ຊາວ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ຂອງ​ລາວ. 3ແຕ່​ເຮົາ​ຈະ​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈແຂງ ທັງ​ບໍ່​ຍອມ​ເຊື່ອຟັງ​ເຈົ້າ ແມ່ນ​ວ່າ​ເຮົາ​ຈະ​ເຮັດ​ການ​ອິດທີຣິດ ແລະ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ນາໆ​ປະການ ທີ່​ປະເທດ​ເອຢິບ​ກໍຕາມ. 4ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ປະເທດ​ເອຢິບ​ຢ່າງໜັກ ແລະ​ຈະ​ນຳ​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ. 5ຊາວ​ເອຢິບ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ກໍ​ຕໍ່​ເມື່ອ​ເຮົາ​ໃຊ້​ຣິດອຳນາດ​ຂອງເຮົາ​ຕໍ່ສູ້​ພວກເຂົາ ແລະ​ນຳ​ຊາວ​ອິດສະຣາເອນ​ອອກ​ໄປ​ຈາກ​ປະເທດ​ຂອງ​ພວກເຂົາ​ເທົ່ານັ້ນ.” 6ໂມເຊ ແລະ​ອາໂຣນ​ກໍ​ປະຕິບັດ​ຕາມ ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ. 7ເມື່ອ​ທັງສອງ​ໄດ້​ເຂົ້າ​ໄປ​ກ່າວ​ຕໍ່​ກະສັດ​ຟາໂຣ​ນັ້ນ; ໂມເຊ​ອາຍຸ​ໄດ້ ແປດສິບ​ປີ​ແລະ​ອາໂຣນ​ອາຍຸ​ໄດ້ ແປດສິບສາມ​ປີ.
ອາໂຣນ​ໃຊ້​ໄມ້ຄ້ອນເທົ້າ​ເຮັດ​ການ​ອັດສະຈັນ
8ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ແລະ​ອາໂຣນ​ວ່າ, 9“ຖ້າ​ກະສັດ​ຟາໂຣ​ບອກ​ພວກເຈົ້າ​ໃຫ້​ເຮັດ​ການ​ອັດສະຈັນ ຈົ່ງ​ບອກ​ອາໂຣນ​ຈັບ​ເອົາ​ໄມ້ຄ້ອນເທົ້າ​ຂອງຕົນ​ຖິ້ມ​ລົງ​ຕໍ່ໜ້າ​ກະສັດ​ຟາໂຣ ແລ້ວ​ໄມ້ຄ້ອນເທົ້າ​ນັ້ນ​ກໍ​ຈະ​ກາຍເປັນ​ງູ.” 10ດັ່ງນັ້ນ ໂມເຊ​ກັບ​ອາໂຣນ​ຈຶ່ງ​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ. ອາໂຣນ​ໄດ້​ຖິ້ມ​ໄມ້ຄ້ອນເທົ້າ​ຂອງຕົນ​ລົງ​ດິນ ຕໍ່ໜ້າ​ບັນດາ​ຂ້າຣາຊການ ແລະ​ໄມ້ຄ້ອນເທົ້າ​ນັ້ນ​ກໍ​ກາຍເປັນ​ງູ. 11ຝ່າຍ​ກະສັດ​ຟາໂຣ​ກໍ​ເອີ້ນ​ບັນດາ​ນັກປາດ ແລະ​ບັນດາ​ໝໍມົນ​ຂອງຕົນ​ມາ ເພື່ອ​ໃຫ້​ພວກເຂົາ​ໃຊ້​ກົນ​ເຮັດ​ແບບ​ດຽວກັນ. 12ພວກເຂົາ​ໄດ້​ຖິ້ມ​ໄມ້ຄ້ອນເທົ້າ​ຂອງ​ພວກເຂົາ​ລົງ ແລະ​ໄມ້ຄ້ອນເທົ້າ​ນັ້ນ​ກໍໄດ້​ກາຍເປັນ​ງູ. ແຕ່​ງູ​ຂອງ​ອາໂຣນ​ໄດ້​ກືນກິນ​ງູ​ຂອງ​ພວກເຂົາ. 13ເຖິງ​ປານ​ນັ້ນ​ກໍຕາມ ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່ ແລະ​ບໍ່​ເຊື່ອຟັງ​ໂມເຊ ແລະ​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.
ໄພພິບັດ​ຕ່າງໆ​ມາ​ຖືກ​ປະເທດ​ເອຢິບ:
ນໍ້າ​ກາຍເປັນ​ເລືອດ
14ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໄປ. 15ສະນັ້ນ ໃຫ້​ເຈົ້າ​ໄປ​ພົບ​ກະສັດ​ຟາໂຣ​ໃນ​ຕອນເຊົ້າ ເມື່ອ​ລາວ​ລົງ​ໄປ​ທີ່​ແມ່ນໍ້ານິນ. ໃຫ້​ຖື​ໄມ້ຄ້ອນເທົ້າ​ທີ່​ກາຍເປັນ​ງູ​ນັ້ນ​ໄປ​ນຳ ແລະ​ຄອຍ​ຖ້າ​ລາວ​ຢູ່​ແຄມ​ແມ່ນໍ້າ. 16ແລ້ວ​ຈົ່ງ​ກ່າວ​ຕໍ່​ກະສັດ​ຟາໂຣ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ໃຊ້​ຂ້ານ້ອຍ​ມາ​ເພື່ອ​ບອກ​ໃຫ້​ທ່ານ​ປ່ອຍ​ປະຊາຊົນ​ຂອງ​ພຣະອົງ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ພຣະອົງ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ. ແຕ່​ຈົນ​ບັດນີ້ ທ່ານ​ກໍ​ຍັງ​ບໍ່​ເຊື່ອຟັງ​ພຣະອົງ. 17ບັດນີ້ ພຣະເຈົ້າຢາເວ​ກ່າວ​ວ່າ, ດ້ວຍ​ເຫດການ​ນີ້ ທ່ານ​ຈະ​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ເບິ່ງ​ເຖີດ ຂ້ານ້ອຍ​ຈະ​ເອົາ​ໄມ້ຄ້ອນເທົ້າ​ຕີ​ນໍ້າ ແລະ​ນໍ້າ​ກໍ​ຈະ​ກາຍເປັນ​ເລືອດ. 18ປາ​ຈະ​ຕາຍ​ໝົດ, ນໍ້າ​ຈະ​ເນົ່າເໝັນ ແລະ​ຊາວ​ເອຢິບ​ກໍ​ຈະ​ດື່ມ​ນໍ້າ​ບໍ່ໄດ້.”’
19ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ, “ຈົ່ງ​ບອກ​ອາໂຣນ​ໃຫ້​ເດ່​ໄມ້ຄ້ອນເທົ້າ​ໃສ່​ແມ່ນໍ້າ​ລຳຄອງ ຕະຫລອດ​ທັງ​ໜອງ​ບຶງ ແລະ​ອ່າງ​ນໍ້າ​ໃນ​ປະເທດ​ເອຢິບ. ແລ້ວ​ນໍ້າ​ໃນ​ບ່ອນ​ທັງໝົດ​ນັ້ນ​ຈະ​ກາຍເປັນ​ເລືອດ ແລະ​ທົ່ວ​ປະເທດ​ກໍ​ຈະ​ມີ​ແຕ່​ເລືອດ ແມ່ນແຕ່​ໃນ​ແອ່ງ​ທີ່​ເຮັດ​ດ້ວຍ​ໄມ້ ແລະ​ໃນ​ໄຫ​ທີ່​ເຮັດ​ດ້ວຍ​ຫີນ.”
20ແລ້ວ​ໂມເຊ ແລະ​ອາໂຣນ​ກໍ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ນັ້ນ​ທຸກປະການ ຕໍ່ໜ້າ​ກະສັດ​ຟາໂຣ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ ອາໂຣນ​ໄດ້​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ຕີ​ໜ້າ​ນໍ້າ ແລະ​ນໍ້າ​ກໍ​ກາຍເປັນ​ເລືອດ​ຢູ່​ໃນ​ທຸກໆ​ບ່ອນ​ທີ່​ມີ​ນໍ້າ. 21ຝູງ​ປາ​ໃນ​ແມ່ນໍ້າ​ຕາຍ​ໝົດ ແລະ​ນໍ້າ​ກໍ​ເນົ່າເໝັນ ຈົນ​ຊາວ​ເອຢິບ​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ບໍ່ໄດ້ ເພາະວ່າ​ມີ​ເລືອດ​ທົ່ວ​ໄປ​ໃນ​ປະເທດ​ເອຢິບ. 22ແລ້ວ​ບັນດາ​ໝໍມົນ​ຂອງ​ກະສັດ​ຟາໂຣ​ກໍ​ໃຊ້​ຄາຖາ​ອາຄົມ​ຂອງ​ພວກເຂົາ ກະທຳ​ໄດ້​ຄືກັນ ແລະ​ກະສັດ​ຟາໂຣ​ແຮ່ງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ​ຍິ່ງ​ຂຶ້ນ. ເຫດການ​ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ; ສະນັ້ນ ກະສັດ​ຟາໂຣ​ຈຶ່ງ​ບໍ່​ເຊື່ອຟັງ​ໂມເຊ​ແລະ​ອາໂຣນ. 23ເພິ່ນ​ບໍ່​ສົນໃຈ​ໃນ​ເຫດການ​ນັ້ນ​ເລີຍ ແຕ່​ກັບຄືນ​ເມືອ​ວັງ​ຂອງ​ເພິ່ນ​ດ້ວຍ​ທ່າທີ່​ອັນ​ເບີດເສີຍ. 24ຊາວ​ເອຢິບ​ທົ່ວ​ປະເທດ​ຕ່າງ​ກໍ​ຂຸດ​ນໍ້າສ້າງ​ຕາມ​ແຄມ​ແມ່ນໍ້ານິນ ຍ້ອນ​ວ່າ​ພວກເຂົາ​ດື່ມ​ນໍ້າ​ຢູ່​ໃນ​ແມ່ນໍ້ານິນ​ບໍ່ໄດ້.
25ເຈັດ​ວັນ​ຜ່ານໄປ ຫລັງຈາກ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ແມ່ນໍ້ານິນ​ກາຍເປັນ​ເລືອດ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in