“ຖ້າກະສັດຟາໂຣບອກພວກເຈົ້າໃຫ້ເຮັດການອັດສະຈັນ ຈົ່ງບອກອາໂຣນຈັບເອົາໄມ້ຄ້ອນເທົ້າຂອງຕົນຖິ້ມລົງຕໍ່ໜ້າກະສັດຟາໂຣ ແລ້ວໄມ້ຄ້ອນເທົ້ານັ້ນກໍຈະກາຍເປັນງູ.” ດັ່ງນັ້ນ ໂມເຊກັບອາໂຣນຈຶ່ງເຂົ້າໄປພົບກະສັດຟາໂຣ ແລະເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ. ອາໂຣນໄດ້ຖິ້ມໄມ້ຄ້ອນເທົ້າຂອງຕົນລົງດິນ ຕໍ່ໜ້າບັນດາຂ້າຣາຊການ ແລະໄມ້ຄ້ອນເທົ້ານັ້ນກໍກາຍເປັນງູ.