ພຣະນິມິດ 6
6
ຕາປະທັບທັງເຈັດ
1ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະເມສານ້ອຍ ແກະຕາປະທັບດວງທຳອິດໃນຕາປະທັບທັງເຈັດນັ້ນອອກແລ້ວ ແລະຂ້າພະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີໜຶ່ງໃນສີ່ຕົນນັ້ນ ຮ້ອງສຽງດັງເໝືອນຟ້າຮ້ອງວ່າ, “ມາເທາະ!” 2ເມື່ອຂ້າພະເຈົ້າຫລຽວເບິ່ງ ກໍເຫັນມ້າສີຂາວໂຕໜຶ່ງອອກມາ ຜູ້ທີ່ຂີ່ມ້ານັ້ນຖືທະນູແລະໄດ້ຮັບມົງກຸດ ແລ້ວຂີ່ມ້າອອກໄປໂດຍໄວຢ່າງຜູ້ມີໄຊ ເພື່ອຈະກຳເອົາໄຊຊະນະ.
3ເມື່ອພຣະເມສານ້ອຍໄດ້ແກະຕາປະທັບດວງທີສອງ ແລ້ວຂ້າພະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສອງຮ້ອງວ່າ, “ມາເທາະ!” 4ແລະມີມ້າສີແດງເຂັ້ມໂຕໜຶ່ງອີກອອກມາ ຜູ້ທີ່ຂີ່ມ້າໂຕນີ້ໄດ້ຮັບຣິດອຳນາດໃຫ້ນຳສັນຕິສຸກໄປຈາກແຜ່ນດິນໂລກ ເພື່ອໃຫ້ມະນຸດທັງປວງສູ້ຮົບ ຂ້າຟັນກັນ ແລະທັງໄດ້ຮັບດາບໃຫຍ່ດວງໜຶ່ງ.
5ເມື່ອພຣະເມສານ້ອຍໄດ້ແກະຕາປະທັບດວງທີສາມນັ້ນແລ້ວ ຂ້າພະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສາມຮ້ອງວ່າ, “ມາເທາະ!” ເມື່ອຂ້າພະເຈົ້າຫລຽວເບິ່ງ ກໍເຫັນມ້າສີດຳໂຕໜຶ່ງອອກມາ ຜູ້ຂີ່ມ້າໂຕນີ້ຖືຄັນຊັ່ງ. 6ຂ້າພະເຈົ້າໄດ້ຍິນສຽງດັງມາຈາກທ່າມກາງສິ່ງທີ່ມີຊີວິດທັງສີ່ນັ້ນຮ້ອງວ່າ, “ເຂົ້າສາລີໜຶ່ງລິດຕໍ່ແຮງງານມື້ໜຶ່ງ ແລະເຂົ້າບາເລສາມລິດຕໍ່ແຮງງານມື້ໜຶ່ງ ແຕ່ຢ່າທຳລາຍນໍ້າມັນແລະເຫຼົ້າອະງຸ່ນ.”
7ເມື່ອພຣະເມສານ້ອຍໄດ້ແກະຕາປະທັບດວງທີສີ່ ແລະຂ້າພະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສີ່ຮ້ອງວ່າ, “ມາເທາະ!” 8ຂ້າພະເຈົ້າຫລຽວເບິ່ງກໍເຫັນມ້າສີຂຽວອ່ອນໂຕໜຶ່ງອອກມາ ຜູ້ຂີ່ມ້າໂຕນີ້ຊື່ວ່າ ມັດຈຸຣາດ ແລະແດນມໍຣະນາ ກໍຕິດຕາມມານຳ. ເຂົາທັງສອງໄດ້ຮັບສິດອຳນາດເໜືອແຜ່ນດິນໂລກ ໜຶ່ງສ່ວນສີ່ ເພື່ອໃຫ້ທຳລາຍດ້ວຍດາບ ດ້ວຍຄວາມອຶດຢາກ ດ້ວຍພະຍາດໂຣຄາ ແລະດ້ວຍສັດປ່າໃນແຜ່ນດິນໂລກ.
9ເມື່ອພຣະເມສານ້ອຍໄດ້ແກະຕາປະທັບດວງທີຫ້ານັ້ນແລ້ວ ຂ້າພະເຈົ້າໄດ້ເຫັນດວງວິນຍານຢູ່ໃຕ້ແທ່ນບູຊາ ເປັນດວງວິນຍານຂອງຄົນທັງຫລາຍທີ່ໄດ້ຖືກຂ້າ ເພາະປະກາດພຣະທຳຂອງພຣະເຈົ້າ ແລະເປັນຜູ້ສັດຊື່ໃນຄຳພະຍານຂອງຕົນ. 10ພວກເຂົາໄດ້ເປັ່ງສຽງຮ້ອງຂຶ້ນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ ຜູ້ບໍຣິສຸດແລະທ່ຽງແທ້, ຍັງດົນປານໃດໜໍ ພຣະອົງຈຶ່ງຈະຕັດສິນລົງໂທດຄົນທັງຫລາຍເທິງແຜ່ນດິນໂລກນີ້ ທີ່ໄດ້ສັງຫານພວກຂ້ານ້ອຍນັ້ນ?” 11ແລ້ວພວກເຂົາທຸກຄົນໄດ້ຮັບເສື້ອຄຸມສີຂາວ ແລະໄດ້ຮັບຄຳສັ່ງໃຫ້ຄອຍຖ້າໄປອີກໄລຍະໜຶ່ງ ຈົນກວ່າຈຳນວນເພື່ອນຜູ້ຮັບໃຊ້ ແລະພີ່ນ້ອງຜູ້ທີ່ເຊື່ອມາຄົບຈຳນວນ ຄືພວກທີ່ກຳລັງຈະຖືກຂ້າເໝືອນກັນກັບພວກເຂົານັ້ນ.
12ເມື່ອພຣະເມສານ້ອຍແກະຕາປະທັບດວງທີຫົກແລ້ວ ຂ້າພະເຈົ້າໄດ້ເຫັນແຜ່ນດິນຫວັ່ນໄຫວຢ່າງໃຫຍ່ເກີດຂຶ້ນ, ດວງຕາເວັນມືດດຳເໝືອນເຄື່ອງໄວ້ທຸກ ແລະດວງເດືອນກໍກາຍເປັນສີແດງເໝືອນເລືອດ. 13ດວງດາວທັງຫລາຍໃນທ້ອງຟ້າກໍຕົກລົງເທິງແຜ່ນດິນ ເໝືອນດັ່ງໝາກເດື່ອດິບຕົກຫລົ່ນລົງຈາກຕົ້ນ ເພາະລົມພະຍຸພັດ. 14ທ້ອງຟ້າກໍຫົດເຂົ້າ ເໝືອນດັ່ງໜັງສືມ້ວນທີ່ຖືກມ້ວນໄວ້, ພູທຸກໜ່ວຍ ແລະເກາະທຸກແຫ່ງໄດ້ເຄື່ອນຍ້າຍໄປຈາກບ່ອນເດີມຂອງມັນ. 15ແລ້ວກະສັດທັງຫລາຍໃນໂລກ, ພວກຜູ້ປົກຄອງປະເທດແລະພວກເຈົ້ານາຍ, ພວກຄົນຮັ່ງມີແລະພວກຜູ້ມີອຳນາດ ແລະຄົນທັງຫລາຍບໍ່ວ່າເປັນທາດຮັບໃຊ້ ຫລືເປັນອິດສະຫລະ ຕ່າງກໍໄປລີ້ຢູ່ຕາມຖໍ້າ ແລະຢູ່ໃຕ້ໂງ່ນຫີນຕາມພູຕ່າງໆ. 16ພວກເຂົາເຫຼົ່ານັ້ນ ຮ້ອງບອກພູແລະໂງ່ນຫີນວ່າ, “ຈົ່ງເຈື່ອນລົງເທິງພວກເຮົາ ແລະບັງພວກເຮົາໄວ້ໃຫ້ພົ້ນຈາກສາຍຕາຂອງພຣະອົງ ຜູ້ທີ່ນັ່ງເທິງບັນລັງ ແລະຈາກຄວາມໂກດຮ້າຍຂອງພຣະເມສານ້ອຍນັ້ນ, 17ເພາະວ່າວັນສຳຄັນແຫ່ງຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງໄດ້ມາເຖິງແລ້ວ ແລະຜູ້ໃດໜໍອາດຈະທົນຢູ່ໄດ້?”
Currently Selected:
ພຣະນິມິດ 6: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.