ພຣະນິມິດ 3
3
ຖ້ອຍຄຳທີ່ຂຽນໄປເຖິງ ຄຣິສຕະຈັກເມືອງຊາເດ
1“ຈົ່ງຂຽນໄປຍັງເທວະດາຂອງພຣະເຈົ້າ ໃນຄຣິສຕະຈັກທີ່ເມືອງຊາເດວ່າ,
ນີ້ເປັນຖ້ອຍຄຳຈາກພຣະອົງທີ່ມີພຣະວິນຍານທັງເຈັດຂອງພຣະເຈົ້າ ແລະດາວທັງເຈັດດວງ ຊົງກ່າວດັ່ງນີ້ວ່າ, ເຮົາຮູ້ການກະທຳຂອງເຈົ້າ ເຈົ້າຜູ້ທີ່ຊື່ວ່າຍັງມີຊີວິດຢູ່. ເຖິງແມ່ນເຈົ້າໄດ້ຕາຍໄປແລ້ວກໍຕາມ. 2ສະນັ້ນ ຈົ່ງຕື່ນຂຶ້ນເຊີດຊູສ່ວນທີ່ເຈົ້າຍັງມີເຫຼືອຢູ່ໃຫ້ເຂັ້ມແຂງ ກ່ອນທີ່ມັນຈະຕາຍໄປໝົດ ເພາະເຮົາພົບວ່າການກະທຳຂອງເຈົ້ານັ້ນ ຍັງບໍ່ທັນສົມບູນຕໍ່ໜ້າພຣະເຈົ້າຂອງເຮົາເທື່ອ. 3ເຫດສະນັ້ນ ເຈົ້າຈົ່ງຈຳໄວ້ວ່າເຈົ້າໄດ້ຮັບແລະໄດ້ຍິນຢ່າງໃດ ຈົ່ງຖືຮັກສາແລະກັບໃຈເສຍໃໝ່. ຖ້າເຈົ້າບໍ່ຕື່ນຂຶ້ນ ເຮົາຈະມາຫາເຈົ້າເໝືອນດັ່ງຂະໂມຍ ແລະເຈົ້າຈະບໍ່ຮູ້ວ່າຍາມໃດເຮົາຈະມາຫາເຈົ້າ. 4ແຕ່ຍັງມີບາງຄົນໃນພວກເຈົ້າທີ່ເມືອງຊາເດ ທີ່ຮັກສາເສື້ອຜ້າຂອງຕົນບໍ່ໃຫ້ເປິເປື້ອນ ຄົນເຫຼົ່ານັ້ນຈະນຸ່ງເຄື່ອງຂາວ ແລະຍ່າງໄປກັບເຮົາ ເພາະພວກເຂົາເປັນຜູ້ສົມຄວນຢູ່ແລ້ວ. 5ຜູ້ທີ່ມີໄຊຊະນະ ຜູ້ນັ້ນຈະໄດ້ຫົ່ມເຄື່ອງຂາວ ແລະເຮົາຈະບໍ່ລຶບຊື່ຂອງຜູ້ນັ້ນອອກຈາກທະບຽນແຫ່ງຊີວິດ, ແຕ່ເຮົາຈະຮັບຮອງຊື່ຜູ້ນັ້ນຊ້ອງພຣະພັກພຣະບິດາເຈົ້າຂອງເຮົາ ແລະຕໍ່ໜ້າຝູງເທວະດາຂອງພຣະອົງ.
6ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ.”
ຖ້ອຍຄຳທີ່ຂຽນໄປເຖິງ ຄຣິສຕະຈັກເມືອງຟີລາເດັນເຟຍ
7“ຈົ່ງຂຽນໄປຍັງເທວະດາຂອງພຣະເຈົ້າ ໃນຄຣິສຕະຈັກທີ່ເມືອງຟີລາເດັນເຟຍວ່າ,
ນີ້ເປັນຖ້ອຍຄຳຈາກພຣະອົງຜູ້ບໍຣິສຸດແລະສັດຊື່ ຜູ້ຊົງຖືຂໍກະແຈຂອງດາວິດ ແລະຜູ້ຊົງເປີດແລ້ວຈະບໍ່ມີຜູ້ໃດປິດ ແລະຜູ້ຊົງປິດແລ້ວຈະບໍ່ມີຜູ້ໃດເປີດ ຊົງກ່າວດັ່ງນີ້ວ່າ, 8ເຮົາຮູ້ຈັກການກະທຳຂອງເຈົ້າ ເບິ່ງແມ! ເຮົາໄດ້ໃຫ້ປະຕູໄຂໄວ້ຢູ່ຕໍ່ໜ້າເຈົ້າ ຊຶ່ງບໍ່ມີຜູ້ໃດອັດໄດ້. ເຮົາຮູ້ວ່າເຈົ້າມີກຳລັງພຽງເລັກນ້ອຍ ແຕ່ກໍຍັງໄດ້ຖືຮັກສາຖ້ອຍຄຳຂອງເຮົາ ແລະບໍ່ໄດ້ປະຕິເສດນາມຂອງເຮົາ. 9ເບິ່ງແມ! ສ່ວນກຸ່ມຄົນທີ່ເປັນພັກພວກຂອງມານຊາຕານ ຄືຄົນເວົ້າຕົວະເຫຼົ່ານັ້ນທີ່ອ້າງວ່າເປັນຢິວແຕ່ບໍ່ເປັນນັ້ນ ເຮົາຈະໃຫ້ພວກເຂົາມາຂາບທີ່ຕີນຂອງເຈົ້າ ແລະຈະໃຫ້ພວກເຂົາທຸກຄົນຮູ້ຈັກວ່າຝ່າຍເຮົາໄດ້ຮັກເຈົ້າ. 10ເພາະເຈົ້າໄດ້ຖືຮັກສາຄຳສັ່ງຂອງເຮົາ ທີ່ໃຫ້ມີຄວາມອົດທົນຢ່າງພາກພຽນ, ຝ່າຍເຮົາຈະຮັກສາເຈົ້າໄວ້ໃຫ້ພົ້ນຈາກຄາວຍາກລຳບາກ ທີ່ຈະມີເທິງແຜ່ນດິນໂລກນີ້ ເພື່ອຈະທົດລອງໃຈຄົນທັງປວງທີ່ຢູ່ເທິງແຜ່ນດິນໂລກ. 11ເຮົາຈະມາໃນໄວໆນີ້, ຈົ່ງຢຶດໝັ້ນໃນສິ່ງທີ່ເຈົ້າມີຢູ່ນັ້ນ ເພື່ອວ່າຈະບໍ່ມີຜູ້ໃດຍາດຊີງເອົາມົງກຸດແຫ່ງໄຊຊະນະຂອງເຈົ້າໄປຈາກເຈົ້າໄດ້. 12ເຮົາຈະຕັ້ງຜູ້ທີ່ມີໄຊຊະນະນັ້ນ ໃຫ້ເປັນເສົາໃນວິຫານແຫ່ງພຣະເຈົ້າຂອງເຮົາ ແລະຜູ້ນັ້ນຈະບໍ່ອອກໄປຈາກພຣະວິຫານຈັກເທື່ອ, ເຮົາຈະຈາລຶກພຣະນາມແຫ່ງພຣະເຈົ້າຂອງເຮົາໃສ່ຕົວຜູ້ນັ້ນ ກັບທັງຊື່ນະຄອນເຢຣູຊາເລັມໃໝ່ ຊຶ່ງຈະລົງມາແຕ່ສະຫວັນຈາກພຣະເຈົ້າຂອງເຮົາ ແລະເຮົາຍັງຈະຈາລຶກນາມໃໝ່ຂອງເຮົາໃສ່ຕົວຂອງຜູ້ນັ້ນເໝືອນກັນ.
13ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ.”
ຖ້ອຍຄຳທີ່ຂຽນໄປເຖິງ ຄຣິສຕະຈັກເມືອງລາວດີເກອາ
14“ຈົ່ງຂຽນໄປຍັງເທວະດາຂອງພຣະເຈົ້າ ໃນຄຣິສຕະຈັກທີ່ເມືອງລາວດີເກອາວ່າ,
ນີ້ເປັນຖ້ອຍຄຳຂອງພຣະອົງທີ່ເປັນ ອາແມນ ພຣະອົງຜູ້ເປັນພະຍານຜູ້ສັດຊື່ແລະຍຸດຕິທຳ ພຣະອົງເປັນຕົ້ນກຳເນີດ ແຫ່ງສິ່ງສາລະພັດທີ່ພຣະເຈົ້າຊົງສ້າງໄວ້ ຊົງກ່າວດັ່ງນີ້ວ່າ, 15ເຮົາຮູ້ຈັກການກະທຳຂອງເຈົ້າ ເຮົາຮູ້ວ່າເຈົ້າບໍ່ເຢັນບໍ່ຮ້ອນ. ເຮົາປາຖະໜາເຫຼືອເກີນ ຢາກໃຫ້ເຈົ້າເຢັນຫລືຮ້ອນ 16ເພາະເຈົ້າພຽງແຕ່ອຸ່ນໆ ບໍ່ເຢັນບໍ່ຮ້ອນ. ດັ່ງນັ້ນ ເຮົາຈຶ່ງຈະຄາຍເຈົ້າອອກຈາກປາກຂອງເຮົາເສຍ 17ເພາະເຈົ້າເວົ້າວ່າ, ‘ຂ້ອຍຮັ່ງມີເປັນດີແລ້ວ ຂ້ອຍບໍ່ຕ້ອງການສິ່ງໃດໆອີກ.’ ແຕ່ເຈົ້າບໍ່ຮູ້ວ່າເຈົ້າເປັນຄົນທຸກໄຮ້ເຂັນໃຈ ແລະເປັນຄົນໜ້າສົງສານສໍ່າໃດ ເປັນຄົນຂັດສົນ ເປັນຄົນຕາບອດແລະເປືອຍກາຍຢູ່. 18ສະນັ້ນ ເຮົາຈຶ່ງແນະນຳເຈົ້າໃຫ້ຊື້ຄຳທີ່ຫລອມບໍຣິສຸດແລ້ວຈາກເຮົາ ຊຶ່ງເປັນຄຳແທ້ເພື່ອເຈົ້າຈະໄດ້ເປັນຄົນຮັ່ງມີ ແລະຈົ່ງຊື້ເສື້ອຜ້າຂາວນຸ່ງຫົ່ມ ເພື່ອປົກປິດຮ່າງກາຍອັນໜ້າອັບອາຍຂອງເຈົ້າ ແລະຈົ່ງຊື້ຢາໃສ່ຕາຂອງເຈົ້າ ເພື່ອເຈົ້າຈະໄດ້ເຫັນຮຸ່ງ. 19ຝ່າຍເຮົາ ເຮົາຮັກຜູ້ໃດ ເຮົາກໍຕິຕຽນຂ້ຽນສອນຜູ້ນັ້ນ. ເຫດສະນັ້ນ ຈົ່ງມີໃຈຮ້ອນຮົນແລະກັບໃຈເສຍໃໝ່. 20ເບິ່ງແມ! ເຮົາຢືນເຄາະຢູ່ທີ່ປະຕູ ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ ແລະໄຂປະຕູ ເຮົາຈະເຂົ້າໄປຫາຜູ້ນັ້ນ ແລະຈະຮ່ວມຮັບປະທານອາຫານກັບຜູ້ນັ້ນ ແລະຜູ້ນັ້ນຈະຮ່ວມຮັບປະທານອາຫານກັບເຮົາ. 21ຜູ້ທີ່ໄຊຊະນະ ເຮົາຈະໃຫ້ຜູ້ນັ້ນນັ່ງກັບເຮົາເທິງບັນລັງຂອງເຮົາ ເໝືອນກັບທີ່ເຮົາມີໄຊຊະນະແລ້ວ ແລະໄດ້ນັ່ງກັບພຣະບິດາເຈົ້າຂອງເຮົາເທິງຣາຊບັນລັງຂອງພຣະອົງ.
22ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ.”
Currently Selected:
ພຣະນິມິດ 3: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.