1
ພຣະນິມິດ 3:20
ພຣະຄຳພີສັກສິ
ພຄພ
ເບິ່ງແມ! ເຮົາຢືນເຄາະຢູ່ທີ່ປະຕູ ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ ແລະໄຂປະຕູ ເຮົາຈະເຂົ້າໄປຫາຜູ້ນັ້ນ ແລະຈະຮ່ວມຮັບປະທານອາຫານກັບຜູ້ນັ້ນ ແລະຜູ້ນັ້ນຈະຮ່ວມຮັບປະທານອາຫານກັບເຮົາ.
Compare
Explore ພຣະນິມິດ 3:20
2
ພຣະນິມິດ 3:15-16
ເຮົາຮູ້ຈັກການກະທຳຂອງເຈົ້າ ເຮົາຮູ້ວ່າເຈົ້າບໍ່ເຢັນບໍ່ຮ້ອນ. ເຮົາປາຖະໜາເຫຼືອເກີນ ຢາກໃຫ້ເຈົ້າເຢັນຫລືຮ້ອນ ເພາະເຈົ້າພຽງແຕ່ອຸ່ນໆ ບໍ່ເຢັນບໍ່ຮ້ອນ. ດັ່ງນັ້ນ ເຮົາຈຶ່ງຈະຄາຍເຈົ້າອອກຈາກປາກຂອງເຮົາເສຍ
Explore ພຣະນິມິດ 3:15-16
3
ພຣະນິມິດ 3:19
ຝ່າຍເຮົາ ເຮົາຮັກຜູ້ໃດ ເຮົາກໍຕິຕຽນຂ້ຽນສອນຜູ້ນັ້ນ. ເຫດສະນັ້ນ ຈົ່ງມີໃຈຮ້ອນຮົນແລະກັບໃຈເສຍໃໝ່.
Explore ພຣະນິມິດ 3:19
4
ພຣະນິມິດ 3:8
ເຮົາຮູ້ຈັກການກະທຳຂອງເຈົ້າ ເບິ່ງແມ! ເຮົາໄດ້ໃຫ້ປະຕູໄຂໄວ້ຢູ່ຕໍ່ໜ້າເຈົ້າ ຊຶ່ງບໍ່ມີຜູ້ໃດອັດໄດ້. ເຮົາຮູ້ວ່າເຈົ້າມີກຳລັງພຽງເລັກນ້ອຍ ແຕ່ກໍຍັງໄດ້ຖືຮັກສາຖ້ອຍຄຳຂອງເຮົາ ແລະບໍ່ໄດ້ປະຕິເສດນາມຂອງເຮົາ.
Explore ພຣະນິມິດ 3:8
5
ພຣະນິມິດ 3:21
ຜູ້ທີ່ໄຊຊະນະ ເຮົາຈະໃຫ້ຜູ້ນັ້ນນັ່ງກັບເຮົາເທິງບັນລັງຂອງເຮົາ ເໝືອນກັບທີ່ເຮົາມີໄຊຊະນະແລ້ວ ແລະໄດ້ນັ່ງກັບພຣະບິດາເຈົ້າຂອງເຮົາເທິງຣາຊບັນລັງຂອງພຣະອົງ.
Explore ພຣະນິມິດ 3:21
6
ພຣະນິມິດ 3:17
ເພາະເຈົ້າເວົ້າວ່າ, ‘ຂ້ອຍຮັ່ງມີເປັນດີແລ້ວ ຂ້ອຍບໍ່ຕ້ອງການສິ່ງໃດໆອີກ.’ ແຕ່ເຈົ້າບໍ່ຮູ້ວ່າເຈົ້າເປັນຄົນທຸກໄຮ້ເຂັນໃຈ ແລະເປັນຄົນໜ້າສົງສານສໍ່າໃດ ເປັນຄົນຂັດສົນ ເປັນຄົນຕາບອດແລະເປືອຍກາຍຢູ່.
Explore ພຣະນິມິດ 3:17
7
ພຣະນິມິດ 3:10
ເພາະເຈົ້າໄດ້ຖືຮັກສາຄຳສັ່ງຂອງເຮົາ ທີ່ໃຫ້ມີຄວາມອົດທົນຢ່າງພາກພຽນ, ຝ່າຍເຮົາຈະຮັກສາເຈົ້າໄວ້ໃຫ້ພົ້ນຈາກຄາວຍາກລຳບາກ ທີ່ຈະມີເທິງແຜ່ນດິນໂລກນີ້ ເພື່ອຈະທົດລອງໃຈຄົນທັງປວງທີ່ຢູ່ເທິງແຜ່ນດິນໂລກ.
Explore ພຣະນິມິດ 3:10
8
ພຣະນິມິດ 3:11
ເຮົາຈະມາໃນໄວໆນີ້, ຈົ່ງຢຶດໝັ້ນໃນສິ່ງທີ່ເຈົ້າມີຢູ່ນັ້ນ ເພື່ອວ່າຈະບໍ່ມີຜູ້ໃດຍາດຊີງເອົາມົງກຸດແຫ່ງໄຊຊະນະຂອງເຈົ້າໄປຈາກເຈົ້າໄດ້.
Explore ພຣະນິມິດ 3:11
9
ພຣະນິມິດ 3:2
ສະນັ້ນ ຈົ່ງຕື່ນຂຶ້ນເຊີດຊູສ່ວນທີ່ເຈົ້າຍັງມີເຫຼືອຢູ່ໃຫ້ເຂັ້ມແຂງ ກ່ອນທີ່ມັນຈະຕາຍໄປໝົດ ເພາະເຮົາພົບວ່າການກະທຳຂອງເຈົ້ານັ້ນ ຍັງບໍ່ທັນສົມບູນຕໍ່ໜ້າພຣະເຈົ້າຂອງເຮົາເທື່ອ.
Explore ພຣະນິມິດ 3:2
Home
Bible
Plans
Videos