YouVersion Logo
Search Icon

ພຣະນິມິດ 18

18
ນະຄອນ​ບາບີໂລນ​ຫຼົ້ມຈົມ
1ຫລັງຈາກ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ ມີ​ສິດ​ອຳນາດ​ອັນ​ຍິ່ງໃຫຍ່ ແລະ​ຣັດສະໝີ​ຂອງ​ເພິ່ນ​ກໍ​ສ່ອງ​ແຈ້ງ​ທົ່ວ​ແຜ່ນດິນ​ໂລກ. 2ເທວະດາ​ນັ້ນ​ໄດ້​ຮ້ອງ​ປະກາດ​ສຽງ​ແຮງ​ກ້າ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ມັນ​ກາຍເປັນ​ບ່ອນ​ອາໄສ​ຂອງ​ພວກ​ຜີມານຮ້າຍ ເປັນ​ບ່ອນ​ລີ້ຊ່ອນ​ຂອງ​ວິນຍານ​ຊົ່ວຮ້າຍ​ທຸກຢ່າງ ແລະ​ເປັນ​ຄອນ​ນົກ​ບໍ່​ສະອາດ​ແລະ​ໜ້າກຽດ​ໜ້າຊັງ​ທຸກ​ຊະນິດ. 3ເພາະວ່າ​ປະຊາຊາດ​ທັງປວງ​ໄດ້​ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫລືອເກີນ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນະຄອນ​ນັ້ນ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ພໍ່ຄ້າ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ໄດ້​ລໍ້າລວຍ​ດ້ວຍ​ຊັບ​ອັນ​ຟຸມເຟືອຍ​ຂອງ​ນະຄອນ​ນັ້ນ.”
4ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ອີກ​ຈາກ​ສະຫວັນ​ກ່າວ​ວ່າ,
“ໄພ່ພົນ​ຂອງເຮົາ​ເອີຍ,
ຈົ່ງ​ອອກ​ມາ​ຈາກ​ມະຫາ​ນະຄອນ​ນັ້ນ​ເສຍ
ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ສ່ວນ
ໃນ​ການບາບ​ຂອງ​ມັນ
ເພື່ອ​ເຈົ້າ​ຈະ​ບໍ່ໄດ້​ຖືກ​ໄພ​ອັນຕະລາຍ
ທີ່​ຈະ​ເກີດ​ແກ່​ມັນ​ນັ້ນ,
5 ເພາະ​ການບາບ​ຂອງ​ນະຄອນ​ນັ້ນ
ກອງ​ສູງ​ຂຶ້ນ​ພຽງ​ຟ້າ​ແລ້ວ
ແລະ​ພຣະເຈົ້າ​ໄດ້​ຊົງ​ຈື່ຈຳ​ການ​ກະທຳ
ອັນ​ຊົ່ວຊ້າ​ຂອງ​ມັນ​ໄວ້​ແລ້ວ.
6 ນະຄອນ​ນັ້ນ​ໄດ້​ໃຫ້​ຜົນ​ຢ່າງ​ໃດ
ກໍ​ຈົ່ງ​ໃຫ້​ຜົນ​ແກ່​ມັນ​ຢ່າງ​ນັ້ນ
ແລະ​ຈົ່ງ​ຕອບແທນ​ແກ່​ການ​ກະທຳ
ຂອງ​ມັນ​ເປັນ​ສອງ​ເທົ່າ.
ໃນ​ຈອກ​ທີ່​ມັນ​ໄດ້​ປະສົມ​ໄວ້
ກໍ​ຈົ່ງ​ປະສົມ​ລົງ​ໃນ​ຈອກ​ນັ້ນ​ສອງ​ເທົ່າ.
7 ນະຄອນ​ນັ້ນ​ໄດ້​ອວດ​ຈອງຫອງ
ແລະ​ປ່ອຍ​ຕົວ​ໄປ
ຕາມ​ຄວາມ​ສະໜຸກ​ສະໜານ​ເທົ່າ​ໃດ
ກໍ​ຈົ່ງ​ໃຫ້​ມັນ​ໄດ້​ຮັບ
ການ​ທໍລະມານ ແລະ​ຄວາມ​ໂສກເສົ້າ​ຫລາຍ​ເທົ່ານັ້ນ
ເພາະ​ມັນ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຢູ່​ໃນ​ຕຳແໜ່ງ​ຣາຊີນີ
ບໍ່ແມ່ນ​ແມ່ໝ້າຍ, ເຮົາ​ຈະ​ບໍ່​ປະສົບ​ຄວາມ​ໂສກເສົ້າ​ຈັກເທື່ອ’
8 ຍ້ອນ​ການ​ນີ້ ໄພພິບັດ​ຕ່າງໆ
ຂອງ​ນະຄອນ​ນັ້ນ
ຈະ​ຕົກ​ຖືກ​ນາງ​ໃນ​ວັນ​ດຽວ
ຄື​ຄວາມ​ຕາຍ, ຄວາມ​ໂສກເສົ້າ ແລະ​ຄວາມ​ອຶດຢາກ.
ແລະ​ໄຟ​ເຜົາຜານ​ນາງ​ໃຫ້​ຈິບຫາຍ
ເພາະ​ອົງພຣະ​ຜູ້​ເປັນເຈົ້າ
ພຣະເຈົ້າ ຜູ້​ຊົງ​ຕັດສິນ​ລົງໂທດ​ນະຄອນ​ນັ້ນ
ຊົງ​ປະກອບ​ດ້ວຍ​ພຣະ​ກຳລັງ.”
9ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ ທີ່​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຄວາມ​ສະໜຸກ​ສະໜານ​ຮ່ວມ​ກັນ​ນັ້ນ ເມື່ອ​ໄດ້​ເຫັນ​ຄວັນໄຟ​ໄໝ້ ມັນ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້. 10ກະສັດ​ເຫຼົ່ານັ້ນ​ກໍ​ຢືນ​ຢູ່​ຫ່າງໄກ ເພາະ​ຢ້ານ​ໄພ​ແຫ່ງ​ການ​ທໍລະມານ​ຂອງ​ນະຄອນ​ນັ້ນ ແລະ​ຈະ​ກ່າວ​ວ່າ, “ວິບັດ ວິບັດ​ແລ້ວ ບາບີໂລນ​ມະຫາ​ນະຄອນ​ທີ່​ແຂງແຮງ​ເອີຍ ເຈົ້າ​ໄດ້​ຖືກ​ການ​ພິພາກສາ​ລົງໂທດ​ເສຍ ພາຍ​ໃນ​ຊົ່ວໂມງ​ດຽວ​ເທົ່ານັ້ນ.”
11ບັນດາ​ພໍ່ຄ້າ​ແຫ່ງ​ແຜ່ນດິນ​ໂລກ ຕ່າງ​ກໍ​ຈະ​ຮ້ອງໄຫ້​ແລະ​ໂສກເສົ້າ ເພາະ​ນະຄອນ​ນັ້ນ​ເໝືອນກັນ, ເພາະວ່າ​ບໍ່ມີ​ຜູ້ໃດ​ຊື້​ສິນຄ້າ​ທີ່​ພວກເຂົາ​ບັນທຸກ​ມາ​ນັ້ນ. 12ສິນຄ້າ​ເຫຼົ່ານັ້ນ​ຄື: ຄຳ, ເງິນ, ເພັດພອຍ​ຕ່າງໆ​ແລະ​ໄຂ່ມຸກ, ຜ້າປ່ານ​ເນື້ອລະອຽດ, ຜ້າ​ສີມ່ວງ, ຜ້າ​ໄໝ​ແລະ​ຜ້າ​ສີແດງເຂັ້ມ, ໄມ້​ຫອມ​ທຸກ​ຊະນິດ, ເຄື່ອງໃຊ້​ຕ່າງໆ​ທີ່​ເຮັດ​ດ້ວຍ​ງາ​ຊ້າງ ແລະ​ເຮັດ​ດ້ວຍ​ໄມ້​ອັນ​ມີຄ່າ, ເຮັດ​ດ້ວຍ​ທອງສຳຣິດ ເຮັດ​ດ້ວຍ​ເຫຼັກ ແລະ​ເຮັດ​ດ້ວຍ​ຫີນອ່ອນ, 13ເຄື່ອງເທດ​ແລະ​ເຄື່ອງຫອມ, ກຳຍານ, ນໍ້າມັນ​ຫອມ​ແລະ​ເຄື່ອງຫອມ​ເຜົາບູຊາ, ເຫຼົ້າ​ອະງຸ່ນ​ແລະ​ນໍ້າມັນ​ໝາກກອກເທດ, ເຂົ້າ​ແປ້ງ​ລະອຽດ​ແລະ​ເຂົ້າ​ບະເລ, ງົວ​ແລະ​ແກະ, ມ້າ​ແລະ​ລົດມ້າ, ຂ້ອຍໃຊ້, ຕະຫລອດ​ທັງ​ຊີວິດ​ຈິດໃຈ​ມະນຸດ​ດ້ວຍ. 14ພວກເຂົາ​ກ່າວ​ວ່າ, “ຜົນ​ທຸກຢ່າງ​ທີ່​ໃຈ​ເຈົ້າ​ປາຖະໜາ​ຢາກ​ໄດ້​ນັ້ນ ກໍ​ສູນຫາຍ​ໄປ​ແລ້ວ ສິ່ງສາລະພັດ​ອັນ​ມີ​ຄ່າ​ແລະ​ຄວາມ​ສວຍສົດ​ງົດງາມ ກໍ​ສູນເສຍ​ໄປ​ຈາກ​ເຈົ້າ​ແລ້ວ ແລະ​ເຈົ້າ​ຈະ​ບໍ່​ພົບ​ເຫັນ​ອີກ​ຈັກເທື່ອ.” 15ບັນດາ​ພໍ່ຄ້າ​ທີ່​ໄດ້​ຮັ່ງມີ​ຈາກ​ການ​ຄ້າຂາຍ​ໃນ​ນະຄອນ​ນີ້ ຕ່າງ​ກໍ​ຈະ​ຢືນ​ຢູ່​ຫ່າງໆ ເພາະ​ຢ້ານ​ໄດ້​ຮັບ​ສ່ວນ​ທົນທຸກ​ທໍລະມານ​ກັບ​ນາງ ພວກເຂົາ​ຈະ​ຮ້ອງໄຫ້​ແລະ​ໂສກເສົ້າ 16ແລະ​ເປັ່ງ​ສຽງ​ດັງ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນັ້ນ ທີ່​ເຄີຍ​ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ ຜ້າ​ສີມ່ວງ​ອ່ອນ ຜ້າ​ສີແດງເຂັ້ມ ທີ່​ເຄີຍ​ປະດັບ​ຕົວ​ດ້ວຍ​ຄຳ ດ້ວຍ​ເພັດພອຍ​ຕ່າງໆ ແລະ​ດ້ວຍ​ໄຂ່ມຸກ​ນັ້ນ. 17ພຽງແຕ່​ຊົ່ວໂມງ​ດຽວ ຊັບສົມບັດ​ເຫຼົ່ານັ້ນ​ກໍໄດ້​ຖືກ​ທຳລາຍ​ເສຍ​ໄປ​ໝົດ.”
ນາຍ​ເຮືອ​ກຳປັ່ນ​ທຸກຄົນ ແລະ​ຄົນ​ໂດຍສານ ບັນດາ​ລູກ​ເຮືອ ແລະ​ຄົນ​ທັງໝົດ ທີ່​ມີ​ອາຊີບ​ທາງ​ທະເລ ຕ່າງ​ກໍ​ພາກັນ​ຢືນ​ຢູ່​ຫ່າງໄກ, 18ເມື່ອ​ເຫັນ​ຄວັນ​ຈາກ​ແປວໄຟ​ທີ່​ໄໝ້​ນະຄອນ​ນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ບໍ່ມີ​ນະຄອນ​ໃດ​ເລີຍ ທີ່​ຈະ​ເປັນ​ດັ່ງ​ມະຫາ​ນະຄອນ​ນີ້.” 19ພວກເຂົາ​ໄດ້​ເອົາ​ຂີ້ຝຸ່ນ​ດິນ​ໃສ່​ຫົວ​ຂອງຕົນ ພ້ອມ​ທັງ​ຮ້ອງໄຫ້​ແລະ​ໂສກເສົ້າ ເອີ່ຍ​ຂຶ້ນ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ຄົນ​ທັງໝົດ​ທີ່​ມີ​ເຮືອ​ກຳປັ່ນ​ເດີນ​ທະເລ ເປັນ​ຄົນ​ຮັ່ງມີ​ດ້ວຍ​ຊັບສົມບັດ​ຂອງ​ນາງ, ພາຍ​ໃນ​ຊົ່ວໂມງ​ດຽວ ກໍ​ຖືກ​ຊົງ​ທຳລາຍ​ເສຍ​ໄປ​ໝົດ.”
20“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”
21ແລ້ວ​ມີ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ໄດ້​ຍົກ​ຫີນ​ກ້ອນ​ໜຶ່ງ​ເໝືອນ​ຫີນ​ໂມ້​ໃຫຍ່ ຖິ້ມ​ລົງ​ໃນ​ທະເລ ກ່າວ​ວ່າ, “ບາບີໂລນ ມະຫາ​ນະຄອນ​ນັ້ນ ຈະ​ຖືກ​ຖິ້ມ​ລົງ​ໂດຍ​ຮຸນແຮງ​ຢ່າງ​ນີ້​ແຫຼະ, ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ. 22ສຽງ​ນັກດີດພິນ ນັກເສບ ນັກເປົ່າຂຸ່ຍ ແລະ​ເປົ່າແກ​ຈະ​ບໍ່ໄດ້ຍິນ​ໃນ​ເຈົ້າ​ຕໍ່ໄປ​ອີກ ຈະ​ບໍ່​ພົບ​ຄົນ​ທີ່​ມີ​ວິຊາ​ຊ່າງ​ຢ່າງ​ໃດ​ຈັກ​ຄົນ​ໃນ​ເຈົ້າ​ຕໍ່ໄປ​ອີກ ແລະ​ສຽງ​ໂມ້​ແປ້ງ​ຈະ​ບໍ່ໄດ້ຍິນ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ. 23ຈະ​ບໍ່ມີ​ແສງ​ໂຄມ​ສ່ອງ​ສະຫວ່າງ​ໃນ​ເຈົ້າ​ຕໍ່ໄປ​ອີກ, ຈະ​ບໍ່ມີ​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າບ່າວ ເຈົ້າສາວ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ, ເພາະວ່າ​ບັນດາ​ພໍ່ຄ້າ​ຂອງ​ເຈົ້າ ໄດ້​ເປັນ​ເຈົ້ານາຍ​ແຫ່ງ​ແຜ່ນດິນ​ໂລກ ແລະ​ບັນດາ​ປະຊາຊາດ​ໄດ້​ຖືກ​ຫລອກລວງ ດ້ວຍ​ເວດມົນ​ຄາຖາ​ຂອງ​ເຈົ້າ.
24ໃນ​ນະຄອນ​ນັ້ນ ເຂົາ​ໄດ້​ພົບ​ເລືອດ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ ແລະ​ຂອງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ກັບ​ເລືອດ​ຂອງ​ບັນດາ​ຄົນ​ທີ່​ຖືກ​ຂ້າ​ເທິງ​ແຜ່ນດິນ​ໂລກ​ນັ້ນ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in