YouVersion Logo
Search Icon

ພຣະນິມິດ 19

19
1ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້ຍິນ​ເໝືອນ​ສຽງດັງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ​ໃນ​ສະຫວັນ ກຳລັງ​ຮ້ອງ​ວ່າ, “ຮາເລລູຢາ ຄວາມ​ພົ້ນ ສະຫງ່າຣາສີ ແລະ​ຣິດອຳນາດ ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ທັງຫລາຍ. 2ດ້ວຍວ່າ, ການ​ຕັດສິນ​ຂອງ​ພຣະອົງ ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ຄົນ​ສຳຄັນ ຜູ້​ທີ່​ໄດ້​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ ພຣະເຈົ້າ​ໄດ້​ລົງໂທດ​ນາງ ຍ້ອນ​ນາງ​ໄດ້​ຂ້າ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ.” 3ແລ້ວ​ຄົນ​ເຫຼົ່ານັ້ນ​ກໍໄດ້​ຮ້ອງ​ຂຶ້ນ​ເປັນ​ເທື່ອ​ທີ​ສອງ​ວ່າ, “ຮາເລລູຢາ.” ຄວັນ​ຈາກ​ແປວ​ໄຟ​ທີ່​ເຜົາ​ໄໝ້​ນາງ ​ນັ້ນ ກໍ​ພຸ່ງ​ຂຶ້ນ​ຢູ່​ຕະຫລອດ​ນິຣັນດອນ. 4ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ແລະ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ໄດ້​ຂາບລົງ ແລະ​ນະມັດສະການ​ພຣະເຈົ້າ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ພວກເພິ່ນ​ກ່າວ​ວ່າ, “ອາແມນ ຮາເລລູຢາ.”
ງານ​ສົມຣົດ​ສຳລັບ​ພຣະ​ເມສານ້ອຍ
5ແລະ​ມີ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ​ວ່າ, “ເຈົ້າ​ທັງຫລາຍ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ທີ່​ຢຳເກງ​ພຣະອົງ ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ ຈົ່ງ​ຖວາຍ​ສັນລະເສີນ​ແດ່​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ.” 6ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ເໝືອນ​ສຽງ​ຄົນ​ຈຳນວນ​ຫລວງຫລາຍ ເໝືອນ​ສຽງ​ນໍ້າ​ນອງ​ຕົກຕາດ ແລະ​ເໝືອນ​ຟ້າຮ້ອງ​ສຽງ​ແຮງກ້າ​ວ່າ, “ຮາເລລູຢາ ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຣິດທານຸພາບ​ອັນ​ສູງສຸດ ໄດ້​ຊົງ​ຂຶ້ນ​ສະເຫວີຍ​ຣາດ​ແລ້ວ. 7ໃຫ້​ເຮົາ​ທັງຫລາຍ​ຊົມຊື່ນ​ແລະ​ປິຕິຍິນດີ ພາກັນ​ຖວາຍ​ພຣະກຽດ​ແດ່​ພຣະອົງ ເພາະ​ເຖິງ​ເວລາ​ແຫ່ງ​ການ​ສົມຣົດ​ຂອງ​ພຣະ​ເມສານ້ອຍ​ແລ້ວ ແລະ​ເຈົ້າສາວ​ຂອງ​ພຣະອົງ​ໄດ້​ຕຽມພ້ອມ​ແລ້ວ. 8ແລະ​ຊົງ​ໂຜດ​ໃຫ້​ເຈົ້າສາວ​ນັ້ນ ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ​ເສາະໃສ​ແລະ​ບໍຣິສຸດ.” (ເພາະ​ຜ້າປ່ານ​ເນື້ອ​ດີ​ນັ້ນ ໄດ້​ແກ່​ການ​ປະຕິບັດ​ອັນ​ຊອບທຳ​ແຫ່ງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ.)
9ເທວະດາ​ຕົນ​ນັ້ນ ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ, ຄວາມສຸກ​ມີ​ແກ່​ຄົນ​ທັງຫລາຍ ທີ່​ໄດ້​ຮັບ​ເຊີນ​ມາ​ໃນ​ງານ​ລ້ຽງ​ສົມຣົດ​ຂອງ​ພຣະ​ເມສານ້ອຍ​ນັ້ນ” ແລະ​ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຖ້ອຍຄຳ​ເຫຼົ່ານີ້ ເປັນ​ພຣະທຳ​ທ່ຽງແທ້​ຂອງ​ພຣະເຈົ້າ.”
10ແລ້ວ​ຂ້າພະເຈົ້າ​ໄດ້​ກົ້ມ​ຕົວ​ລົງ​ໃກ້​ຕີນ​ພວກ​ເທວະດາ ເພື່ອ​ຈະ​ຂາບໄຫວ້​ເພິ່ນ ແຕ່​ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ລະວັງ ຢ່າ​ເຮັດ​ຢ່າງ​ນັ້ນ ເຮົາ​ເປັນ​ເພື່ອນ​ຜູ້ຮັບໃຊ້​ຮ່ວມ​ກັນ​ກັບ​ທ່ານ ແລະ​ຮ່ວມ​ກັບ​ພີ່ນ້ອງ​ຂອງທ່ານ ທີ່​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ.
ເພາະວ່າ​ເນື້ອຄວາມ​ຂອງ​ການ​ປະກາດ​ພຣະທຳ ກໍ​ເປັນ​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.”
ຜູ້​ປະທັບ​ເທິງ​ຫລັງ​ມ້າ​ຂາວ
11ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໄຂ​ອອກ​ດັ່ງນີ້ ມີ​ມ້າ​ຂາວ​ໂຕໜຶ່ງ ພຣະອົງ​ຜູ້​ປະທັບ​ເທິງ​ຫລັງ​ມ້າ​ນັ້ນ ຊົງ​ພຣະນາມ​ວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງ​ຜູ້​ຊົງ​ພິພາກສາ ແລະ​ສູ້ຮົບ​ດ້ວຍ​ຄວາມ​ຍຸດຕິທຳ. 12ດວງຕາ​ຂອງ​ພຣະອົງ​ເປັນ​ເໝືອນ​ດັ່ງ​ແປວໄຟ ແລະ​ມີ​ມົງກຸດ​ຫລາຍ​ອັນ​ເທິງ​ຫົວ​ຂອງ​ພຣະອົງ ທີ່​ເທິງ​ຫົວ​ຂອງ​ພຣະອົງ​ມີ​ຊື່​ໜຶ່ງ​ຂຽນ​ໄວ້ ແຕ່​ບໍ່ມີ​ຜູ້ໃດ​ຮູ້ຈັກ ນອກຈາກ​ພຣະອົງ​ເອງ. 13ເສື້ອຄຸມ​ທີ່​ພຣະອົງ​ຊົງ​ຫົ່ມ​ນັ້ນ ກໍ​ຈຸ່ມ​ແລ້ວ​ໃນ​ເລືອດ. ພຣະນາມ​ຂອງ​ພຣະອົງ​ເອີ້ນ​ວ່າ, “ພຣະຄຳ​ຂອງ​ພຣະເຈົ້າ.” 14ຝູງ​ກອງທັບ​ໃນ​ສະຫວັນ​ນຸ່ງ​ຜ້າປ່ານ​ເນື້ອລະອຽດ​ສີຂາວ ແລະ​ຂີ່​ມ້າ​ຂາວ​ໄດ້​ແຫ່​ຕິດຕາມ​ພຣະອົງ​ໄປ. 15ມີ​ດາບ​ຄົມ​ດວງ​ໜຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ເພື່ອ​ພຣະອົງ​ຈະ​ເອົາ​ຊະນະ​ຊົນຊາດ​ທັງຫລາຍ​ດ້ວຍ​ດາບ​ນັ້ນ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນເຫລັກ​ທີ່​ມີ​ອຳນາດ ແລະ​ພຣະອົງ​ຈະ​ຢຽບ​ເອົາ​ນໍ້າ​ອະງຸ່ນ ໃນ​ອ່າງ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ແຮງກ້າ​ຂອງ​ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ.” 16ຕາມ​ເສື້ອຄຸມ​ແລະ​ຕາມ​ກົກຂາ​ຂອງ​ພຣະອົງ ໄດ້​ມີ​ຊື່​ຂຽນ​ໄວ້​ວ່າ, “ຈອມ​ກະສັດ.” ແລະ “ຈອມ​ເຈົ້ານາຍ.”
17ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຢືນ​ຢູ່​ເທິງ​ຕາເວັນ. ເພິ່ນ​ຮ້ອງ​ສຽງດັງ​ໃສ່​ຝູງ​ນົກ​ທີ່​ບິນ​ໄປມາ​ຢູ່​ກາງ​ອາກາດ​ວ່າ, “ຈົ່ງ​ມາ​ໂຮມກັນ​ໃນ​ງານກິນລ້ຽງ​ອັນ​ໃຫຍ່​ຂອງ​ພຣະເຈົ້າ. 18ເພື່ອ​ຈະ​ໄດ້​ມາ​ກິນ​ຊີ້ນ​ຂອງ​ບັນດາ​ກະສັດ, ຊີ້ນ​ບັນດາ​ແມ່ທັບ ແລະ​ບັນດາ​ທະຫານ, ຊີ້ນ​ຂອງ​ມ້າ​ກັບ​ຊີ້ນ​ຂອງ​ທະຫານ​ມ້າ, ຊີ້ນ​ຂອງ​ປະຊາຊົນ​ທັງຫລາຍ, ບໍ່​ວ່າ​ເປັນ​ຂ້ອຍໃຊ້ ຫລື​ເປັນ​ອິດສະຫລະ, ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ.” 19ຕໍ່ມາ ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ ແລະ​ບັນດາ​ກະສັດ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ພ້ອມ​ທັງ​ກອງທັບ​ຂອງ​ກະສັດ​ເຫຼົ່ານັ້ນ ໄດ້​ມາ​ໂຮມກັນ​ເພື່ອ​ສູ້ຮົບ​ກັບ​ພຣະອົງ ຜູ້​ທີ່​ນັ່ງ​ເທິງ​ຫລັງ​ມ້າ ແລະ​ຕໍ່ສູ້​ກອງທັບ​ຂອງ​ພຣະອົງ. 20ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ. 21ສ່ວນ​ກອງທັບ​ຂອງ​ພວກເຂົາ​ທີ່​ຍັງເຫລືອ​ຢູ່​ນັ້ນ ກໍ​ຖືກ​ຂ້າ​ດ້ວຍ​ດາບ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ເທິງ​ຫລັງ​ມ້າ​ນັ້ນ ແລະ​ຝູງ​ນົກ​ທັງປວງ​ກໍໄດ້​ກິນ​ຊີ້ນ​ຂອງ​ຄົນ​ເຫຼົ່ານັ້ນ​ຈົນ​ອີ່ມ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in