YouVersion Logo
Search Icon

ເພງ^ສັນລະເສີນ 139

139
ພຣະເຈົ້າ​ຮູ້​ທຸກສິ່ງ ແລະ​ເຝົ້າເບິ່ງ​ທຸກ​ເວລາ
1ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ
ແລະ​ພຣະອົງ​ກໍ​ຮູ້ຈັກ​ຮອດ​ສ່ວນເລິກ
ໃນ​ຈິດໃຈ​ຂອງ​ຂ້ານ້ອຍ​ນັ້ນ.
2ພຣະອົງ​ຮູ້​ທຸກໆສິ່ງ​ທີ່​ຂ້ານ້ອຍ​ກະທຳ​ໄປ
ເຖິງ​ວ່າ​ຢູ່​ໄກແສນໄກ ກໍ​ເຂົ້າໃຈ​ຄວາມ​ນຶກຄິດ​ຂອງ​ຂ້ານ້ອຍ​ໄດ້.
3ພຣະອົງ​ເຫັນ​ຂ້ານ້ອຍ​ໄດ້ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ກຳລັງ​ເຮັດ​ວຽກງານ ຫລື​ພັກຜ່ອນ
ພຣະອົງ​ຮູ້ຈັກ​ການກະທຳ​ທຸກຢ່າງ​ຂອງ​ຂ້ານ້ອຍ​ໄດ້.
4ຂ້າແດ່​ພຣະເຈົ້າຢາເວ ແມ່ນ​ວ່າ​ກ່ອນ​ທີ່​ຂ້ານ້ອຍ​ເວົ້າ​ຄຳ​ໃດໆ​ອອກ​ມາ
ພຣະອົງ​ກໍ​ຮູ້​ລ່ວງໜ້າ​ສິ່ງ​ທີ່​ຂ້ານ້ອຍ​ຈະ​ເວົ້າ​ນັ້ນ.
5ພຣະອົງ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ຮອບດ້ານ​ໃນ​ທຸກ​ສະຖານະການ
ພຣະອົງ​ຄຸ້ມຄອງ​ຂ້ານ້ອຍ​ໄວ້​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ.
6ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ຢ່າງ​ເລິກເຊິ່ງ​ທີ່ສຸດ
ເໜືອກວ່າ​ຄວາມ​ເຂົ້າໃຈ​ຂອງ​ຂ້ານ້ອຍ​ອີກ.
7ຂ້ານ້ອຍ​ຈະ​ປົບໜີ​ຈາກ​ພຣະອົງ​ໄປ​ທາງ​ໃດ?
ຈະ​ໜີໄປ​ໃສ​ເພື່ອ​ຫລີກ​ຈາກ​ສາຍ​ຕາ​ຂອງ​ພຣະອົງ​ໄດ້?
8ຖ້າ​ຂຶ້ນ​ໄປ​ທີ່​ຟ້າ​ສະຫວັນ ພຣະອົງ​ກໍ​ຢູ່​ທີ່ນັ້ນ​ແລ້ວເດ
ຖ້າ​ລົງ​ໄປ​ໃນ​ພິພົບ​ຄົນຕາຍ ພຣະອົງ​ກໍ​ຢູ່​ທີ່ນັ້ນ​ດ້ວຍ.
9ຖ້າ​ບິນ​ໄປ​ຮອດ​ທິດ​ຕາເວັນອອກ
ຫລື​ໄປ​ຕັ້ງ​ຖິ່ນຖານ​ທີ່​ທາງ​ທິດ​ຕາເວັນຕົກ​ພຸ້ນ.
10ພຣະອົງ​ກໍ​ຈະ​ຢູ່​ທີ່ນັ້ນ​ເພື່ອ​ນຳພາ​ຂ້ານ້ອຍ
ແລະ​ຢູ່​ທີ່ນັ້ນ​ເພື່ອ​ຊ່ວຍເຫຼືອ​ຂ້ານ້ອຍ​ເຊັ່ນກັນ.
11ຖ້າ​ຂ້ານ້ອຍ​ຂໍຮ້ອງ​ຄວາມມືດ​ໃຫ້​ປົກບັງ​ຂ້ານ້ອຍ
ຫລື​ໃຫ້​ແສງ​ສະຫວ່າງ​ກາຍເປັນ​ຄວາມມືດ​ອ້ອມ​ຂ້ານ້ອຍ​ໄວ້,
12ແຕ່​ຄວາມມືດ​ນັ້ນ​ກໍ​ບໍ່​ມືດ​ສຳລັບ​ພຣະອົງ
ກາງຄືນ​ກໍ​ກາຍເປັນ​ແສງແຈ້ງ​ຄື​ກາງເວັນ​ໄດ້.
ສຳລັບ​ພຣະອົງ​ບໍ່​ແຕກຕ່າງ​ຢ່າງໃດ
ແຕ່​ທັງມືດ​ແລະ​ແຈ້ງ​ກໍ​ເປັນ​ຢ່າງ​ດຽວກັນ​ທັງສິ້ນ.
13ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ຂ້ານ້ອຍ​ແມ່ນ​ພຣະອົງ​ໄດ້​ສ້າງ​ມາ
ໄດ້​ປະກອບ​ທຸກ​ສ່ວນ​ເຂົ້າກັນ​ແຕ່​ຢູ່​ໃນ​ທ້ອງ​ແມ່.
14ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ເປັນ​ທີ່​ຢ້ານຢຳ
ທຸກສິ່ງ​ທີ່​ພຣະອົງ​ຊົງ​ກະທຳ​ນັ້ນ​ປະຫລາດ​ໃຈ​ແທ້ໆ
ແລະ​ຊ່າງ​ເປັນ​ໜ້າອັດສະຈັນໃຈ​ຢ່າງ​ຍິ່ງໃຫຍ່
ຂ້ານ້ອຍ​ຮູ້​ເຖິງ​ທຸກ​ກິດຈະການ​ນັ້ນ​ຢູ່​ເຕັມໃຈ.
15ເມື່ອ​ສ້າງ​ກະດູກ​ຂອງ​ຂ້ານ້ອຍ​ປະກອບ​ເຂົ້າກັນ
ຢ່າງ​ລະມັດ​ລະວັງ​ຢູ່​ໃນ​ທ້ອງ​ມານດາ​ນັ້ນ
ເມື່ອ​ໃຫຍ່​ຂຶ້ນ​ຢູ່​ໃນ​ທ້ອງ​ມານດາ​ຢ່າງ​ບໍ່ມີ​ຜູ້ໃດ​ເຫັນ
ພຣະອົງ​ກໍ​ຮູ້​ວ່າ​ຂ້ານ້ອຍ​ເປັນ​ຢູ່​ໃນ​ທີ່ນັ້ນ.
16ກ່ອນ​ຂ້ານ້ອຍ​ໄດ້​ເກີດ​ສາຍຕາ​ຂອງ​ພຣະອົງ
ກໍ​ແນມເຫັນ​ຂ້ານ້ອຍ​ຢູ່​ແລ້ວ.
ວັນ​ທັງຫລາຍ​ທີ່​ຖືກ​ກຳນົດ​ໃຫ້​ນັ້ນ​ກໍ​ຊົງ​ບັນທຶກ​ໄວ້​ໝົດ
ກ່ອນ​ທີ່​ວັນ​ໃດໆ​ໃນ​ວັນ​ເຫຼົ່ານີ້​ຍັງ​ບໍ່​ເລີ່ມ​ຂຶ້ນ.
17ຂ້າແດ່​ພຣະເຈົ້າ ທີ່​ຈະ​ເຂົ້າໃຈ​ຄວາມຄິດ​ຂອງ​ພຣະອົງ​ໄດ້​ກໍ​ຍາກ​ຫລາຍ
ເພາະ​ຄວາມຄິດ​ຂອງ​ພຣະອົງ​ນັ້ນ​ເລິກລັບ​ເກີນ​ທີ່​ຈະ​ຢັ່ງຮູ້​ໄດ້.
18ຖ້າ​ຂ້ານ້ອຍ​ນັບ​ຄວາມຄິດ​ຂອງ​ພຣະອົງ​ໄດ້​ກໍດີ
ຄົງ​ມີ​ຫລວງຫລາຍ​ກວ່າ​ເມັດ​ດິນ​ຊາຍ​ຫລາຍເທົ່າ
ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ນັບ​ໄດ້​ກໍດີ
ຂ້ານ້ອຍ​ກໍ​ຍັງ​ເຂົ້າໃຈ​ພຣະອົງ​ບໍ່ໄດ້.
19ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຢາກ​ໃຫ້​ພຣະອົງ​ຂ້າ​ຄົນຊົ່ວຮ້າຍ​ໝົດ
ແລະ​ຢາກ​ໃຫ້​ຜູ້ຂ້າຄົນ​ໜີ​ໄກ​ໄປ​ຈາກ​ດ້ວຍ.
20ພວກເຂົາ​ເວົ້າ​ສິ່ງ​ຊົ່ວຮ້າຍ​ຕ່າງໆ​ກ່ຽວກັບ​ພຣະອົງ
ຄື​ເວົ້າ​ຕໍ່ສູ້​ພຣະນາມ ດ້ວຍ​ຄຳເວົ້າ​ອັນ​ຊົ່ວຊ້າ.
21ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ກຽດຊັງ​ຜູ້​ທີ່​ກຽດຊັງ​ພຣະອົງ​ທີ່ສຸດ
ແລະ​ສົມນໍ້າໜ້າ​ຜູ້​ທີ່​ກະບົດ​ຄົດລ້ຽວ​ຕໍ່​ພຣະອົງ.
22ຂ້ານ້ອຍ​ກຽດຊັງ​ພວກເຂົາ​ຫລາຍ​ຈົນ​ບໍ່ມີ​ສິ່ງໃດ​ປຽບປານ
ແລະ​ຖື​ພວກເຂົາ​ນັ້ນ​ເປັນ​ສັດຕູ​ຂອງ​ຂ້ານ້ອຍ​ດ້ວຍ.
23ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ກວດກາ​ເບິ່ງ​ຂ້ານ້ອຍ ແລະ​ຮູ້​ຈິດໃຈ​ຂອງ​ຂ້ານ້ອຍ,
ຂໍ​ຊົງ​ໂຜດ​ທົດສອບ​ເບິ່ງ​ຂ້ານ້ອຍ​ແລະ​ຄົ້ນເບິ່ງ​ຄວາມ​ນຶກຄິດ​ຂອງ​ຂ້ານ້ອຍ​ໄດ້.
24ໂຜດ​ກວດເບິ່ງ​ວ່າ​ຂ້ານ້ອຍ​ມີ​ຄວາມຊົ່ວ​ຢ່າງໃດ,
ໂຜດ​ນຳ​ຂ້ານ້ອຍ​ຕາມ​ທາງ​ນິຣັນດອນ​ຂອງ​ພຣະອົງ​ດ້ວຍ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy