YouVersion Logo
Search Icon

ເພງ^ສັນລະເສີນ 140

140
ຄຳພາວັນນາ​ອະທິຖານ​ຂໍ​ການ​ຄຸ້ມຄອງ
1ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄົນ​ເຮັດ​ຊົ່ວ​ແດ່
ໂຜດ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ຈາກ​ຄົນ​ໂຫດຮ້າຍ​ແດ່ທ້ອນ.
2ພວກເຂົາ​ຄິດ​ວາງແຜນ​ຮ້າຍ​ໃສ່​ຂ້ານ້ອຍ​ຢູ່​ເລື້ອຍໄປ
ແລະ​ຍຸແຍ່​ໃຫ້​ຄົນ​ຜິດຖຽງກັນ​ຢູ່​ຕະຫລອດ.
3ລີ້ນ​ຂອງ​ພວກເຂົາ​ຂ້າ​ຄົນ​ໄດ້​ເໝືອນ​ດັ່ງ​ລີ້ນ​ງູ​
ຄຳເວົ້າ​ຂອງ​ພວກເຂົາ​ກໍ​ເປັນ​ດັ່ງ​ພິດ​ງູເຫົ່າ.
4ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ
ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄົນຊົ່ວ,
5ຄົນ​ຈອງຫອງ​ໄດ້​ຫ້າງ​ແຮ້ວ​ໃຫ້​ຂ້ານ້ອຍ​ຖືກ​ຈັບ
ແລະ​ວາງ​ບ້ວງ​ດັກຈັບ​ຕາມ​ທາງ​ທີ່​ໄປ​ນັ້ນ.
6ຂ້ານ້ອຍ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ.
ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຟັງ​ຄຳຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ຂອງ​ຂ້ານ້ອຍ​ດ້ວຍ.”
7ຂ້າແດ່​ພຣະເຈົ້າຢາເວ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ
ຜູ້​ປ້ອງກັນ​ທີ່​ເຂັ້ມແຂງ​ຂອງ​ຂ້ານ້ອຍ​ເອີຍ
ພຣະອົງ​ໄດ້​ປົກປ້ອງ​ຄຸ້ມຄອງ​ຂ້ານ້ອຍ​ໃນ​ສະໜາມຮົບ.
8ຂ້າແດ່​ພຣະເຈົ້າຢາເວ ຂໍ​ຢ່າ​ໃຫ້​ຄົນຊົ່ວ​ໄດ້​ຕາມ​ທີ່​ພວກເຂົາ​ຕ້ອງການ
ຢ່າ​ໃຫ້​ແຜນການ​ຮ້າຍ​ຂອງ​ພວກເຂົາ​ພົບ​ຄວາມ​ສຳເລັດຜົນ.
9ຢ່າ​ໃຫ້​ພວກ​ສັດຕູ​ມີ​ໄຊຊະນະ​ເໜືອ​ຂ້ານ້ອຍ​ໄດ້​ເລີຍ
ໂຜດ​ໃຫ້​ຄຳ​ນາບຂູ່​ຂອງ​ພວກເຂົາ​ຕໍ່ສູ້​ພວກເຂົາ​ຄືນ​ເຖີດ.
10ຂໍ​ໃຫ້​ຖ່ານໄຟ​ແດງ​ລຸກ​ໄໝ້​ຕົກ​ຖືກ​ພວກເຂົາ
ທັງ​ໃຫ້​ພວກເຂົາ​ຕົກລົງ​ໃນ​ຂຸມ​ແລະ​ຢ່າ​ໃຫ້​ຂຶ້ນ​ມາ​ໄດ້.
11ຂໍ​ໃຫ້​ຜູ້​ທີ່​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ​ຢ່າ​ໄດ້​ເຮັດ​ສຳເລັດຜົນ
ຂໍ​ໃຫ້​ສິ່ງ​ຊົ່ວຮ້າຍ​ຕິດຕາມ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.
12ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ປ້ອງກັນ​ຄົນ​ທຸກຈົນ
ແລະ​ສິດທິ​ຂອງ​ຄົນ​ຂັດສົນ​ດ້ວຍ.
13ຝ່າຍ​ຄົນ​ຊອບທຳ​ນັ້ນ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢ່າງ​ຈິງໃຈ
ພວກເຂົາ​ຈະ​ໄດ້​ອາໄສ​ຢູ່​ຊ້ອງໜ້າ​ພຣະອົງ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Video for ເພງ^ສັນລະເສີນ 140