YouVersion Logo
Search Icon

ເພງ^ສັນລະເສີນ 138

138
ຄຳພາວັນນາ​ອະທິຖານ​ແຫ່ງ​ການ​ໂມທະນາ​ຂອບພຣະຄຸນ
1ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ດ້ວຍ​ສຸດໃຈ
ຂ້ານ້ອຍ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ
ຕໍ່ໜ້າ​ບັນດາ​ພະ​ທັງຫຼາຍ.
2ຂ້ານ້ອຍ​ຂາບລົງ​ຫັນໜ້າ​ໃສ່​ພຣະວິຫານ​ອັນ​ບໍຣິສຸດ​ຂອງ​ພຣະອົງ
ແລະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ
ເພາະ​ຄວາມຮັກ​ອັນ​ໝັ້ນຄົງ​ແລະ​ຄວາມສັດຊື່​ຂອງ​ພຣະອົງ
ເພາະ​ພຣະນາມ​ແລະ​ຖ້ອຍຄຳ​ຂອງ​ພຣະອົງ​ເປັນ​ທີ່​ເທີດທູນ​ຢ່າງ​ສູງສົ່ງ.
3ເມື່ອ​ຮ້ອງຫາ​ພຣະອົງ​ກໍ​ຕອບ​ໂດຍ​ໃຫ້​ຂ້ານ້ອຍ
ມີ​ເຫື່ອແຮງ​ດ້ວຍ​ກຳລັງ​ແລະ​ຣິດອຳນາດ​ຂອງ​ພຣະອົງ.
4ຂ້າແດ່​ພຣະເຈົ້າຢາເວ ກະສັດ​ທັງຫລາຍ​ໃນ​ໂລກ​ຈະ​ຍົກຍໍ​ພຣະອົງ
ເພາະ​ພວກເຂົາ​ໄດ້ຍິນ​ເຖິງ​ຖ້ອຍຄຳ​ທັງຫຼາຍ​ແຕ່​ປາກ​ຂອງ​ພຣະອົງ.
5ພວກເຂົາ​ຈະ​ຮ້ອງເພງ​ເຖິງ​ກິດຈະການ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ກະທຳ
ແລະ​ເຖິງ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ.
6ເຖິງ​ວ່າ​ຢູ່​ທີ່​ສູງສຸດ ພຣະເຈົ້າຢາເວ​ກໍ​ເຝົ້າເບິ່ງ​ຜູ້​ທີ່​ຖ່ອມໃຈ
ເຖິງ​ວ່າ​ຢູ່​ໄກແສນໄກ ພຣະອົງ​ກໍ​ເຫັນ​ຄົນ​ຈອງຫອງ​ໄດ້.
7ເມື່ອ​ຄວາມ​ເດືອດຮ້ອນ​ອ້ອມຮອບ​ຂ້ານ້ອຍ
ພຣະອົງ​ກໍ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ໄດ້.
ພຣະອົງ​ຂັດຂວາງ​ສັດຕູ​ຜູ້​ໂຫດຮ້າຍ​ໃຈ​ອຳມະຫິດ
ແລະ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນໄພ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ.
8ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ກະທຳ​ທຸກສິ່ງ​ຕາມ​ທີ່​ໄດ້​ສັນຍາ
ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.
ຂໍ​ຈົ່ງ​ດຳເນີນ​ພຣະ​ຣາຊກິດ​ຂອງ​ພຣະອົງ​ໃຫ້​ສຳເລັດ​ຄົບຖ້ວນ​ສາ
ຊຶ່ງ​ພຣະອົງ​ໄດ້​ເລີ່ມ​ດ້ວຍ​ສີມື​ຂອງ​ພຣະອົງ​ນັ້ນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy