ນາຮູມ 1
1
1ຕໍ່ໄປນີ້ແມ່ນນິມິດທີ່ນາຮູມ ຊາວແອນໂກດ ໄດ້ເຫັນກ່ຽວກັບນະຄອນນີເນເວ.
ພຣະເຈົ້າຢາເວໂກດຮ້າຍນະຄອນນີເນເວ
2ພຣະເຈົ້າຢາເວເປັນພຣະເຈົ້າ ອົງຫວງແຫນ ແລະຕອບແທນ;
ພຣະເຈົ້າຢາເວຕອບແທນ ແລະເຕັມດ້ວຍຄວາມໂກດຮ້າຍ
ພຣະເຈົ້າຢາເວລົງໂທດພວກທີ່ຕໍ່ຕ້ານພຣະອົງ;
ແລະແກ້ແຄ້ນພວກເຂົາເພາະພຣະອົງໂກດຮ້າຍ.
3ພຣະເຈົ້າຢາເວບໍ່ຮ້າຍງ່າຍ ແຕ່ຊົງຣິດເຫລືອຫລາຍ
ພຣະອົງບໍ່ເຄີຍປ່ອຍຄົນຜິດໜີໄປຢ່າງບໍ່ໄດ້ຮັບໂທດ.
ບ່ອນທີ່ພຣະເຈົ້າຢາເວຍ່າງຍ້າຍລົມພະຍຸກໍໂຜ່ຂຶ້ນມາ
ເມກໝອກເປັນຂີ້ຝຸ່ນດິນມີຄວັນທີ່ຕີນພຣະອົງ
4ພຣະອົງສັ່ງທະເລກວ້າງ ແລະກໍເຫືອດແຫ້ງລົງ
ທັງເຮັດໃຫ້ແມ່ນໍ້າທັງຫລາຍບົກແຫ້ງໝົດສິ້ນ.
ທົ່ງບາຊານກໍແຫ້ງແລ້ງ ພູກາເມນກໍເຫລືອງຫລ່າ
ມວນມາລາໃນເລບານອນກໍຫ່ຽວແຫ້ງຕາຍໄປ.
5ຊ້ອງໜ້າພຣະອົງ ພູເຂົາທັງຫລາຍກໍຫວັ່ນໄຫວ
ທັງເນີນພູຕ່າງໆກໍເຈື່ອນລົງໝົດຕໍ່ໜ້າພຣະອົງ;
ເມື່ອພຣະອົງປາກົດມາ ແຜ່ນດິນໂລກກໍຫວັ່ນໄຫວ
ໂລກທັງຄົນໃນໂລກ ກໍສັ່ນເຊັນດ້ວຍຄວາມຢ້ານ.
6ເມື່ອພຣະອົງໂກດຮ້າຍແມ່ນຜູ້ໃດແດ່ລອດຊີວິດເດ?
ແມ່ນຜູ້ໃດລອດຊີວິດນໍເມື່ອພຣະອົງກິ້ວໂກດ?
ພຣະອົງເທຄວາມໂກດຮ້າຍເປັນໄຟທີ່ເຜົາຜານ
ໂງ່ນຫີນກໍໝຸ່ນເປັນຝຸ່ນດິນຢູ່ຊ້ອງໜ້າພຣະອົງ.
7ພຣະເຈົ້າຢາເວດີເລີດ ແລະແສນປະເສີດຫລາຍ
ພຣະອົງປົກປ້ອງຄຸ້ມຄອງປະຊາຊົນຂອງພຣະເຈົ້າ
ຄືຄຸ້ມຄອງພວກເຂົາເຈົ້າໃນຄາວລຳບາກມາເຖິງ
ທັງຫ່ວງໃຍພວກທີ່ຕ່າວຄືນມາຫາພຣະອົງ.
8ດັ່ງນໍ້າມາກທີ່ໄຫລແຮງ ພຣະອົງທຳລາຍສັດຕູ
ຂອງພຣະອົງໃຫ້ດັບສູນສິ້ນ;
ພວກແຂງຂໍ້ຕໍ່ພຣະອົງນັ້ນກໍຕົກຖືກຄວາມຕາຍ
ທັງຖືກສົ່ງລົງໄປສູ່ແດນມໍຣະນາພຸ້ນ.
9ພວກເຈົ້າວາງແຜນຮ້າຍຕໍ່ສູ້ພຣະເຈົ້າຢາເວຢູ່ບໍ?
ພຣະອົງຈະທຳລາຍຖິ້ມໝົດໂດຍຄັດຄ້ານອີກບໍ່ໄດ້.
10ພວກເຈົ້າ ນັກດື່ມເຫຼົ້າຈະຖືກເຜົາຜານໝົດ
ເໝືອນໄຟໄໝ້ກໍໜາມ ແລະຫຍ້າແຫ້ງ.
11ນີເນເວເອີຍ ຈາກເຈົ້ານັ້ນໄດ້ມີຄົນໜຶ່ງ ທີ່ເຕັມໄປດ້ວຍແຜນການອັນຊົ່ວຮ້າຍ ຄືຜູ້ທີ່ໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ. 12ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, “ເຖິງແມ່ນວ່າຊາວອັດຊີເຣຍແຂງແຮງ ແລະມີຈຳນວນຫລວງຫລາຍກໍຕາມ ພວກເຂົາກໍຈະຖືກທຳລາຍແລະຈະດັບສູນໄປ. ປະຊາຊົນຂອງເຮົາເອີຍ ເຮົາໄດ້ເຮັດໃຫ້ເຈົ້າທົນທຸກທໍລະມານ ແຕ່ເຮົາຈະບໍ່ເຮັດຕໍ່ໄປອີກ. 13ບັດນີ້ ເຮົາຈະປົດອຳນາດຂອງອັດຊີເຣຍອອກຈາກເຈົ້າ ແລະຈະຫັກໂສ້ທີ່ລ່າມເຈົ້າໄວ້ນັ້ນອອກ.”
14ພຣະເຈົ້າຢາເວໄດ້ສັ່ງການຕໍ່ເຈົ້າຊາວອັດຊີເຣຍດັ່ງນີ້: “ພວກເຈົ້າຈະບໍ່ມີເຊື້ອສາຍສືບຕໍ່ໃຫ້ຕະກຸນຂອງພວກເຈົ້າ. ເຮົາຈະທຳລາຍຮູບເຄົາຣົບທີ່ວິຫານຂອງບັນດາພະຂອງພວກເຈົ້າ. ເຮົາກຳລັງຕຽມຂຸມຝັງສົບໄວ້ສຳລັບພວກເຈົ້າ. ພວກເຈົ້າບໍ່ສົມຄວນທີ່ຈະມີຊີວິດຢູ່ຕໍ່ໄປ.”
15ເບິ່ງດູ ຜູ້ສົ່ງຂ່າວກຳລັງນຳຂ່າວດີຂ້າມພູເຂົາທັງຫລາຍມາ ພວກເຂົາກຳລັງເດີນທາງມາ ເພື່ອປະກາດສັນຕິສຸກ ປະຊາຊົນຢູດາເອີຍ ຈົ່ງສະເຫລີມສະຫລອງເທດສະການຕ່າງໆຂອງພວກເຈົ້າສາ ແລະຈົ່ງຖວາຍສິ່ງທີ່ພວກເຈົ້າໄດ້ສັນຍາໄວ້ຢ່າງໜັກແໜ້ນກັບພຣະເຈົ້າ. ຄົນຊົ່ວຮ້າຍຈະບໍ່ບຸກລຸກດິນແດນຂອງພວກເຈົ້າອີກຈັກເທື່ອ. ພວກເຂົາໄດ້ຖືກທຳລາຍຢ່າງໝົດກ້ຽງສາແລ້ວ.
Currently Selected:
ນາຮູມ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: