ມີກາ 7
7
ສິນທຳຂອງຊາດອິດສະຣາເອນເຊື່ອມໂຊມ
1ໝົດຫວັງສາແລ້ວ ຂ້າພະເຈົ້າເປັນດັ່ງຄົນອຶດຫິວຜູ້ໜຶ່ງ ທີ່ຫາໝາກໄມ້ລະດູຮ້ອນກິນ ແຕ່ບໍ່ພົບ ແລະໝາກອະງຸ່ນໃນສວນກໍບໍ່ມີເລີຍ. ໝາກອະງຸ່ນແລະໝາກເດື່ອໄດ້ຖືກເກັບໄປໝົດສາແລ້ວ. 2ຢູ່ໃນດິນແດນບໍ່ມີຄົນສຸດຈະຣິດເຫຼືອຢູ່ເລີຍ ບໍ່ມີຈັກຄົນດຽວ ທີ່ສັດຊື່ຕໍ່ພຣະເຈົ້າ. ທຸກຄົນຕ່າງກໍຫາໂອກາດ ເພື່ອຂ້າຟັນລັນແທງຊຶ່ງກັນແລະກັນ ທຸກຄົນຕ່າງກໍຕາມລ່າພີ່ນ້ອງຮ່ວມຊາດຂອງຕົນເອງ. 3ພວກເຂົາລ້ວນແຕ່ເປັນນັກຊ່ຽວຊານໃນການເຮັດຊົ່ວ. ບັນດາເຈົ້າໜ້າທີ່ ແລະຜູ້ຕັດສິນຄວາມກໍຖາມຫາສິນບົນ. ຄົນທີ່ມີອິດທິພົນກໍເອີ່ຍເຖິງສິ່ງທີ່ຕົນຕ້ອງການ; ສະນັ້ນ ພວກເຂົາຈຶ່ງວາງອຸບາຍໃສ່ກັນແລະກັນ. 4ແມ່ນແຕ່ຄົນດີແລະຄົນສຸດຈະຣິດກວ່າໝູ່ໃນພວກເຂົາ ກໍເປັນດັ່ງກໍໜາມ.
ວັນແຫ່ງການລົງໂທດຂອງພວກເຈົ້າມາເຖິງແລ້ວ ຊຶ່ງປະກາດໂດຍຜູ້ເຝົ້າຍາມຄືຜູ້ທຳນວາຍ. ບັດນີ້ ພວກເຂົາກຳລັງສັບສົນວຸ້ນວາຍ. 5ຢ່າເຊື່ອເພື່ອນບ້ານຫລືໄວ້ໃຈເພື່ອນມິດຂອງຕົນ. ຈົ່ງລະວັງໃນສິ່ງທີ່ພວກເຈົ້າເວົ້າ ແມ່ນແຕ່ກັບເມຍຂອງພວກເຈົ້າກໍດີ. 6ໃນຍາມນີ້ແຫຼະ ລູກຊາຍຈະດູຖູກພໍ່ຂອງຕົນວ່າໂງ່ຈ້າ; ລູກສາວກໍຈະຕໍ່ສູ້ແມ່ຂອງຕົນ ແລະລູກໃພ້ຈະຕໍ່ສູ້ແມ່ຍ່າຂອງຕົນ; ແມ່ນແຕ່ສະມາຊິກຢູ່ໃນຄອບຄົວດຽວກັນກໍຈະກາຍເປັນສັດຕູກັນ.
7ແຕ່ຂ້າພະເຈົ້າຈະເຝົ້າຄອງຄອຍຫາພຣະເຈົ້າຢາເວ; ຂ້າພະເຈົ້າຈະລໍຖ້າພຣະເຈົ້າ ຜູ້ຈະຊ່ວຍຂ້າພະເຈົ້າໃຫ້ພົ້ນ ດ້ວຍຄວາມເຊື່ອໝັ້ນຕາຍໃຈ. ພຣະເຈົ້າຂອງຂ້າພະເຈົ້າຈະຟັງຂ້າພະເຈົ້າ.
ອົງພຣະຜູ້ເປັນເຈົ້ານຳຄວາມພົ້ນມາໃຫ້
8ເຫຼົ່າສັດຕູຂອງພວກເຮົາບໍ່ມີເຫດຜົນຫຍັງທີ່ຈະເຍາະເຍີ້ຍພວກເຮົາ. ພວກເຮົາລົ້ມລົງແຕ່ຈະລຸກຂຶ້ນໃໝ່. ເວລານີ້ພວກເຮົາຢູ່ໃນຄວາມມືດ ແຕ່ພຣະເຈົ້າຢາເວຈະໃຫ້ຄວາມສະຫວ່າງແກ່ພວກເຮົາ. 9ພວກເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ; ດັ່ງນັ້ນ ບັດນີ້ ພວກເຮົາຈຶ່ງຕ້ອງຍອມອົດທົນຕໍ່ຄວາມໂກດຮ້າຍຂອງພຣະອົງ ຊົ່ວໄລຍະໜຶ່ງ, ແຕ່ໃນທີ່ສຸດ ພຣະອົງຈະປ້ອງກັນພວກເຮົາໄວ້ ແລະເຮັດໃຫ້ຜູ້ທີ່ກ່າວຜິດຕໍ່ພວກເຮົານັ້ນພ່າຍແພ້ຄະດີໄປ. ພຣະອົງຈະນຳພວກເຮົາມາສູ່ແສງສະຫວ່າງ ແລະພວກເຮົາກໍຈະມີຊີວິດຢູ່ ຈົນເຫັນພຣະອົງຊ່ວຍຊູພວກເຮົາໃຫ້ພົ້ນ. 10ແລ້ວເຫຼົ່າສັດຕູຂອງພວກເຮົາກໍຈະເຫັນສິ່ງນີ້ ແລະໄດ້ຮັບຄວາມອັບອາຍຂາຍໜ້າ ຄືເຫຼົ່າສັດຕູຜູ້ດຽວກັນທີ່ເວົ້າທັບຖົມພວກເຮົາວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້ານັ້ນຢູ່ໃສ?” ພວກເຮົາຈະເຫັນພວກເຂົາພ່າຍແພ້ຖືກຢຽບຢໍ່າລົງ ເໝືອນດັ່ງຢຽບຂີ້ຕົມຕາມຖະໜົນຫົນທາງ.
11ປະຊາຊົນເຢຣູຊາເລັມເອີຍ ເວລາທີ່ຈະສ້າງກຳແພງເມືອງຂຶ້ນໃໝ່ກຳລັງມາຮອດ. ໃນເວລານັ້ນ ເຂດແດນຂອງພວກເຈົ້າຈະຂະຫຍາຍອອກໄປ. 12ປະຊາຊົນຂອງພວກເຈົ້າຈະກັບຄືນມາຫາເຈົ້າຈາກທຸກຫົນທຸກແຫ່ງ ຄືຈາກອັດຊີເຣຍທາງທິດຕາເວັນອອກ, ຈາກປະເທດເອຢິບທາງທິດໃຕ້, ຈາກຂົງເຂດຂອງແມ່ນໍ້າເອີຟຣັດ, ຈາກທະເລ ແລະພູເຂົາຕ່າງໆທີ່ຫ່າງໄກ. 13ແຕ່ແຜ່ນດິນໂລກຈະກາຍເປັນຖິ່ນແຫ້ງແລ້ງກັນດານ ຍ້ອນຄວາມຊົ່ວຂອງຄົນທີ່ອາໄສຢູ່ໃນທີ່ນັ້ນ.
ອົງພຣະຜູ້ເປັນເຈົ້າເມດຕາຊາດອິດສະຣາເອນ
14ໂຜດໃຊ້ຄ້ອນເທົ້າຂອງພຣະອົງລ້ຽງປະຊາຊົນຂອງພຣະອົງດ້ວຍເຖີດ ຄືປະຊາຊົນທີ່ເປັນຂອງພຣະອົງພວກດຽວໃນປ່າ. ໃນອ້ອມແອ້ມພວກເຂົານັ້ນມີດິນດີ. ໂຜດປ່ອຍໃຫ້ພວກເຂົາໄປ ແລະລ້ຽງພວກເຂົາໃນທົ່ງຫຍ້າຂອງເມືອງບາຊານ ແລະກີເລອາດ ດັ່ງໃນຄາວກ່ອນແຕ່ດົນນານມາແລ້ວ.
15ໂຜດເຮັດການອັດສະຈັນສຳລັບພວກຂ້ານ້ອຍທັງຫລາຍດ້ວຍເຖີດ ດັ່ງທີ່ພຣະອົງໄດ້ເຮັດຄາວທີ່ພຣະອົງໄດ້ນຳພາພວກຂ້ານ້ອຍທັງຫລາຍ ອອກມາຈາກປະເທດເອຢິບ. 16ແລ້ວຊົນຊາດທັງຫລາຍກໍຈະເຫັນເຫດການນີ້ ແລະຈະອັບອາຍຂາຍໜ້າ ເຖິງແມ່ນວ່າພວກເຂົາຈະມີກຳລັງອັນຫລວງຫລາຍກໍຕາມ ດ້ວຍການຕົກຕະລຶງ ພວກເຂົາຈະງັບປາກແລະອັດຫູໄວ້. 17ພວກເຂົາຈະລິເລືອໄປຕາມຂີ້ຝຸ່ນດິນເໝືອນດັ່ງງູ; ພວກເຂົາຈະອອກມາຈາກປ້ອມປ້ອງກັນທັງຢ້ານກົວຈົນສັ່ນເຊັນ. ພວກເຂົາຈະກັບມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາດ້ວຍຄວາມຢຳເກງ.
18ບໍ່ມີພະຕົນໃດເໝືອນພຣະອົງ; ພຣະອົງຍົກການບາບປະຊາຊົນຂອງພຣະອົງຜູ້ທີ່ລອດຊີວິດມາໄດ້. ພຣະອົງຈະບໍ່ໂກດຮ້າຍຕະຫລອດໄປ, ແຕ່ພຣະອົງຍິນດີ ໂດຍສຳແດງຄວາມຮັກອັນໝັ້ນຄົງຂອງພຣະອົງແກ່ພວກຂ້ານ້ອຍ. 19ພຣະອົງຍັງຈະເມດຕາພວກຂ້ານ້ອຍອີກເທື່ອໜຶ່ງ. ພຣະອົງຈະຢຽບຢໍ່າການບາບຕ່າງໆຂອງພວກຂ້ານ້ອຍລົງໃຕ້ຕີນຂອງພຣະອົງ ແລະໂຍນລົງໄປໃນພື້ນທະເລເລິກ 20ພຣະອົງຈະສຳແດງຄວາມສັດຊື່ ແລະຄວາມຮັກອັນໝັ້ນຄົງຂອງພຣະອົງແກ່ປະຊາຊົນຂອງພຣະອົງ ຄືຕໍ່ເຊື້ອສາຍຂອງອັບຣາຮາມແລະຢາໂຄບ ດັ່ງທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ແຕ່ດົນນານມາແລ້ວ.
Currently Selected:
ມີກາ 7: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.