YouVersion Logo
Search Icon

ມາຣະໂກ 3

3
ພຣະເຢຊູເຈົ້າ​ຊົງ​ໂຜດ​ຊາຍ​ມື​ລີບ​ໃຫ້​ດີ
(ມທ 12:9-14; ລກ 6:6-11)
1ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ​ອີກເທື່ອໜຶ່ງ ໃນ​ທີ່​ນີ້​ມີ​ຊາຍ​ຜູ້ໜຶ່ງ​ມື​ລີບ. 2ຄົນ​ໃນ​ທີ່ນັ້ນ​ຕ່າງ​ກໍ​ຊອມ​ເບິ່ງ​ວ່າ ພຣະເຢຊູເຈົ້າ​ຈະ​ຊົງ​ໂຜດ​ຮັກສາ​ຄົນ​ນີ້​ໃນ​ວັນ​ຊະບາໂຕ​ຫລື​ບໍ່ ເພາະ​ພວກເຂົາ​ຢາກ​ຫາ​ຂໍ້​ຟ້ອງ​ພຣະອົງ​ວ່າ​ເຮັດ​ຜິດ. 3ພຣະເຢຊູເຈົ້າ​ກ່າວ​ແກ່​ຊາຍ​ມື​ລີບ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ມາ​ຢືນ​ຢູ່​ທາງ​ໜ້າ​ພີ້.” 4ແລ້ວ​ພຣະອົງ​ກໍ​ຊົງ​ຖາມ​ວ່າ, “ໃນ​ວັນ​ຊະບາໂຕ ເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ? ຈະ​ເຮັດ​ການ​ດີ ຫລື​ຈະ​ເຮັດ​ການ​ຮ້າຍ? ຈະ​ຊ່ວຍ​ຊີວິດ​ຄົນ​ໄວ້ ຫລື​ທຳລາຍ​ຊີວິດ​ຄົນ​ຖິ້ມ?”
ແຕ່​ພວກເຂົາ​ໄດ້​ມິດ​ຢູ່. 5ພຣະອົງ​ຫລຽວ​ເບິ່ງ​ອ້ອມຮອບ​ພວກເຂົາ​ດ້ວຍ​ຄວາມ​ເຄືອງໃຈ ພຣະອົງ​ເປັນທຸກໃຈ​ຫລາຍ ເພາະ​ພວກເຂົາ​ມີ​ໃຈແຂງ​ກະດ້າງ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.” ລາວ​ຈຶ່ງ​ຢຽດ​ມື​ອອກ ແລະ ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ. 6ຝ່າຍ​ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ຈາກ​ໄປ ແລະ​ໄດ້​ເລີ່ມ​ວາງແຜນ​ກັບ​ພັກ​ພວກ​ຂອງ​ເຮໂຣດ ເພື່ອ​ຊອກ​ຫາ​ຊ່ອງທາງ​ຂ້າ​ພຣະອົງ.
ປະຊາຊົນ​ໝູ່ໃຫຍ່​ມາ​ຫາ​ພຣະເຢຊູເຈົ້າ
7ພຣະເຢຊູເຈົ້າ​ໄດ້​ນຳພາ​ພວກ​ສາວົກ​ຂອງ​ພຣະອົງ​ອອກ​ໄປ​ສູ່​ຝັ່ງ​ທະເລສາບ​ຄາລີເລ ແລະ ມີ​ປະຊາຊົນ​ໝູ່ໃຫຍ່​ມາ​ຈາກ​ແຂວງ​ຄາລີເລ, ໄດ້​ຕິດຕາມ​ພຣະອົງ​ໄປ ທັງ​ຈາກ​ແຂວງ​ຢູດາຍ. 8ຈາກ​ນະຄອນ​ເຢຣູຊາເລັມ, ຈາກ​ເຂດແດນ​ອີດູມາຍ, ຈາກ​ເຂດແດນ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ຂົງເຂດ​ອ້ອມແອ້ມ​ເມືອງ​ຕີເຣ​ແລະ​ຊີໂດນ ປະຊາຊົນ​ໝູ່ໃຫຍ່​ນີ້​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ເພາະ​ພວກເຂົາ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ. 9ສະນັ້ນ ພຣະອົງ​ຈຶ່ງ​ບອກ​ພວກ​ສາວົກ​ໃຫ້​ຕຽມ​ເຮືອ​ນ້ອຍ​ລຳ​ໜຶ່ງ​ໄວ້ ເພື່ອ​ປະຊາຊົນ​ຈະ​ບໍ່ໄດ້​ບຽດສຽດ​ພຣະອົງ. 10ພຣະອົງ​ໄດ້​ຊົງ​ໂຜດ​ຫລາຍ​ຄົນ​ໃຫ້​ຫາຍ​ດີ​ພະຍາດ​ໂຣຄາ, ບັນດາ​ຄົນ​ເຈັບ​ດ້ວຍ​ພະຍາດ​ຕ່າງໆ ຈຶ່ງ​ບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຈະ​ຈັບບາຍ​ພຣະອົງ. 11ພວກ​ຜີຊົ່ວຮ້າຍ​ສິງ​ຢູ່​ໃນ​ຫລາຍ​ຄົນ​ໄດ້​ເຫັນ​ພຣະອົງ ພວກ​ມັນ​ກໍ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ຮ້ອງ​ຂຶ້ນ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.” 12ແຕ່​ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ຢ່າງ​ເດັດຂາດ ບໍ່​ໃຫ້​ພວກ​ມັນ​ປະກາດ​ພຣະນາມ​ຂອງ​ພຣະອົງ.
ພຣະເຢຊູເຈົ້າ​ຊົງ​ເລືອກ​ເອົາ​ອັກຄະສາວົກ​ສິບສອງ​ຄົນ
(ມທ 10:1-4; ລກ 6:12-16)
13ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູເຂົາ​ແຫ່ງ​ໜຶ່ງ ແລະ​ເອີ້ນ​ເອົາ​ຜູ້​ທີ່​ພຣະອົງ​ຕ້ອງການ​ມາ​ຫາ​ພຣະອົງ ພວກເຂົາ​ໄດ້​ມາ​ຫາ​ພຣະອົງ 14ແລ້ວ​ພຣະອົງ​ກໍ​ເລືອກ​ເອົາ​ສິບສອງ​ຄົນ ແລະ​ເອີ້ນ​ພວກເພິ່ນ​ວ່າ, “ອັກຄະສາວົກ” ພຣະເຢຊູເຈົ້າ​ກ່າວ​ແກ່​ພວກ​ອັກຄະສາວົກ​ນີ້​ວ່າ, “ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ໄວ້​ໃຫ້​ຢູ່​ກັບ​ເຮົາ ແລະ​ເຮົາ​ຈະ​ໃຊ້​ພວກເຈົ້າ​ອອກ​ໄປ​ປະກາດ, 15ແລະ ພວກເຈົ້າ​ຈະ​ມີ​ສິດ​ອຳນາດ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້.”
16ພວກ​ອັກຄະສາວົກ​ສິບສອງ​ຄົນ​ທີ່​ພຣະເຢຊູເຈົ້າ​ໄດ້​ເລືອກ​ມີ​ດັ່ງນີ້: ຊີໂມນ (ພຣະເຢຊູເຈົ້າ​ໄດ້​ຕັ້ງ​ຊື່​ໃໝ່​ໃຫ້​ວ່າ ເປໂຕ), 17ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງຕົນ ລູກຊາຍ​ຂອງ​ເຊເບດາຍ (ພຣະເຢຊູເຈົ້າ​ຕັ້ງ​ຊື່​ໃຫ້​ວ່າ ໂບອະເນເຄ ຊຶ່ງ​ມີ​ຄວາມໝາຍ​ວ່າ “ລູກ​ຟ້າຮ້ອງ” ຫລື​ຄົນ​ໃຈ​ຮຸນແຮງ), 18ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ທາດາຍ, ຊີໂມນ​ຜູ້ຮັກຊາດ, 19ແລະ ຢູດາ​ອິດສະກາຣີອົດ​ຜູ້​ທີ່​ທໍລະຍົດ​ຕໍ່​ພຣະອົງ.
ພຣະເຢຊູເຈົ້າ ກັບ ເບເອນເຊບູນ
(ມທ 12:22-32; ລກ 11:14-23; 12:10)
20ແລ້ວ​ພຣະເຢຊູເຈົ້າ​ໄດ້​ກັບ​ມາ​ເຮືອນ​ອີກ ໃນ​ທີ່ນັ້ນ​ມີ​ປະຊາຊົນ​ໝູ່ໃຫຍ່ ມາ​ເຕົ້າໂຮມ​ກັນ​ຢູ່​ຢ່າງ​ໜາແໜ້ນ ຈົນ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ຂອງ​ພຣະອົງ​ບໍ່ມີ​ເວລາ​ກິນ​ເຂົ້າ. 21ເມື່ອ​ຄົນ​ໃນ​ຄອບຄົວ​ຂອງ​ພຣະອົງ​ໄດ້ຍິນ​ວ່າ ພຣະອົງ​ກຳລັງ​ກະທຳ​ເຊັ່ນ​ນັ້ນ ພວກເຂົາ​ກໍ​ອອກ​ໄປ​ຮັບ​ພຣະອົງ ເພາະ​ພວກເຂົາ​ຄິດ​ວ່າ, “ພຣະອົງ​ເສຍ​ຈິດ”.
22ພວກ​ທຳມະຈານ ຊຶ່ງ​ລົງ​ມາ​ຈາກ​ນະຄອນ​ເຢຣູຊາເລັມ ໄດ້​ກ່າວ​ວ່າ, “ຜູ້​ນີ້​ມີ​ຜີມານຮ້າຍ​ເບເອນເຊບູນ​ສິງ​ຢູ່.
ທີ່​ເພິ່ນ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້ ກໍ​ເພາະ​ໃຊ້​ອຳນາດ​ຂອງ​ນາຍ​ຜີມານຮ້າຍ​ນັ້ນ.”
23ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ຄົນ​ເຫຼົ່ານີ້​ມາ ແລ້ວ​ພຣະອົງ​ກໍ​ກ່າວ​ເປັນ​ຄຳອຸປະມາ​ວ່າ, “ມານຊາຕານ​ຈະ​ຂັບໄລ່​ມານຊາຕານ​ເອງ​ໃຫ້​ອອກ​ໄປ​ໄດ້​ຢ່າງ​ໃດ? 24ຖ້າ​ອານາຈັກ​ໃດ​ເກີດ​ແຕກແຍກ​ກັນ​ແລ້ວ ອານາຈັກ​ນັ້ນ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕໍ່ໄປ​ບໍ່ໄດ້, 25ແລະ​ຖ້າ​ຄົນ​ໃນ​ຄອບຄົວ​ໃດ​ເກີດ​ແຕກແຍກ​ກັນ ຄອບຄົວ​ນັ້ນ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ບໍ່ໄດ້. 26ແລະ​ຖ້າ​ມານຊາຕານ​ຈະ​ຕໍ່ສູ້​ກັບ​ຕົວ​ມັນ​ເອງ ແລະ​ແຕກແຍກ​ກັນ ມັນ​ກໍ​ຕັ້ງ​ຢູ່​ບໍ່ໄດ້ ມີ​ແຕ່​ຈະ​ສູນຫາຍ​ໄປ.”
27“ບໍ່ມີ​ຜູ້ໃດ​ບຸກ​ເຂົ້າ​ໄປ​ປຸ້ນ​ເອົາ​ຊັບ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ແຂງແຮງ​ໄດ້ ເວັ້ນໄວ້​ແຕ່​ໄດ້​ມັດ​ຄົນ​ແຂງແຮງ​ນັ້ນ​ໄວ້​ກ່ອນ ແລ້ວ​ຈຶ່ງ​ປຸ້ນ​ເຮືອນ​ໄດ້.”
28“ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ການບາບ​ທຸກປະການ ຄຳ​ໝິ່ນປະໝາດ​ທຸກຢ່າງ​ທີ່​ມະນຸດ​ກ່າວ ຈະ​ໄດ້​ຮັບ​ການອະໄພ. 29ແຕ່​ຜູ້ໃດ​ກໍຕາມ​ທີ່​ເວົ້າ​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ບໍ່ໄດ້​ຮັບ​ການອະໄພ​ຈັກເທື່ອ, ແຕ່​ລາວ​ຈະ​ມີ​ໂທດ​ຕະຫລອດໄປ.” ( 30ພຣະເຢຊູເຈົ້າ​ກ່າວ​ເຊັ່ນ​ນີ້​ກໍ​ເພາະ​ປະຊາຊົນ​ບາງຄົນ​ໄດ້​ເວົ້າ​ວ່າ, “ເພິ່ນ​ມີ​ຜີຊົ່ວຮ້າຍ​ເຂົ້າ​ສິງ​ຢູ່.”)
ແມ່ ແລະ ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ
(ມທ 12:46-50; ລກ 8:19-21)
31ແລ້ວ​ແມ່​ແລະ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ໄດ້​ຢືນ​ຢູ່​ຂ້າງ​ນອກ, ໃຊ້​ຄົນ​ເຂົ້າ​ໄປ​ເອີ້ນ​ພຣະອົງ. 32ປະຊາຊົນ​ໝູ່ໃຫຍ່​ໄດ້​ນັ່ງ​ອ້ອມ​ພຣະເຢຊູເຈົ້າ​ຢູ່ ແລະ​ພວກເຂົາ​ເວົ້າ​ກັບ​ພຣະອົງ​ວ່າ, “ທ່ານເອີຍ, ແມ່​ກັບ​ນ້ອງຊາຍ​ຂອງທ່ານ ຢູ່​ຂ້າງ​ນອກ​ຕ້ອງການ​ພົບ​ທ່ານ.” 33ພຣະອົງ​ຊົງ​ຕອບ​ວ່າ, “ຜູ້ໃດ​ເປັນ​ແມ່ ແລະ​ຜູ້ໃດ​ເປັນ​ນ້ອງຊາຍ​ຂອງເຮົາ?” 34ແລ້ວ​ພຣະເຢຊູເຈົ້າ​ກໍ​ຫລຽວ​ເບິ່ງ​ປະຊາຊົນ ທີ່​ນັ່ງ​ອ້ອມ​ພຣະອົງ​ຢູ່​ນັ້ນ ແລະ​ໄດ້​ກ່າວ​ວ່າ, “ນີ້​ຄື​ແມ່​ແລະ​ນ້ອງຊາຍ​ຂອງເຮົາ. 35ດ້ວຍວ່າ, ຜູ້ໃດ​ກໍຕາມ​ທີ່​ຍອມ​ປະຕິບັດ​ຕາມ​ພຣະ​ປະສົງ​ຂອງ​ພຣະເຈົ້າ ຜູ້ນັ້ນ​ແຫຼະ ເປັນ​ນ້ອງຊາຍ ແລະ​ນ້ອງສາວ ແລະ​ແມ່​ຂອງເຮົາ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in