ມາຣະໂກ 3
3
ພຣະເຢຊູເຈົ້າຊົງໂຜດຊາຍມືລີບໃຫ້ດີ
(ມທ 12:9-14; ລກ 6:6-11)
1ຕໍ່ມາ ພຣະເຢຊູເຈົ້າໄດ້ເຂົ້າໄປໃນທຳມະສາລາອີກເທື່ອໜຶ່ງ ໃນທີ່ນີ້ມີຊາຍຜູ້ໜຶ່ງມືລີບ. 2ຄົນໃນທີ່ນັ້ນຕ່າງກໍຊອມເບິ່ງວ່າ ພຣະເຢຊູເຈົ້າຈະຊົງໂຜດຮັກສາຄົນນີ້ໃນວັນຊະບາໂຕຫລືບໍ່ ເພາະພວກເຂົາຢາກຫາຂໍ້ຟ້ອງພຣະອົງວ່າເຮັດຜິດ. 3ພຣະເຢຊູເຈົ້າກ່າວແກ່ຊາຍມືລີບວ່າ, “ຈົ່ງລຸກຂຶ້ນມາຢືນຢູ່ທາງໜ້າພີ້.” 4ແລ້ວພຣະອົງກໍຊົງຖາມວ່າ, “ໃນວັນຊະບາໂຕ ເຮົາຄວນຈະເຮັດຢ່າງໃດ? ຈະເຮັດການດີ ຫລືຈະເຮັດການຮ້າຍ? ຈະຊ່ວຍຊີວິດຄົນໄວ້ ຫລືທຳລາຍຊີວິດຄົນຖິ້ມ?”
ແຕ່ພວກເຂົາໄດ້ມິດຢູ່. 5ພຣະອົງຫລຽວເບິ່ງອ້ອມຮອບພວກເຂົາດ້ວຍຄວາມເຄືອງໃຈ ພຣະອົງເປັນທຸກໃຈຫລາຍ ເພາະພວກເຂົາມີໃຈແຂງກະດ້າງ. ສະນັ້ນ ພຣະອົງຈຶ່ງກ່າວແກ່ຊາຍຄົນນັ້ນວ່າ, “ຈົ່ງຢຽດມືຂອງເຈົ້າອອກ.” ລາວຈຶ່ງຢຽດມືອອກ ແລະ ມືຂອງລາວກໍດີເປັນປົກກະຕິ. 6ຝ່າຍພວກຟາຣີຊາຍຈຶ່ງໄດ້ຈາກໄປ ແລະໄດ້ເລີ່ມວາງແຜນກັບພັກພວກຂອງເຮໂຣດ ເພື່ອຊອກຫາຊ່ອງທາງຂ້າພຣະອົງ.
ປະຊາຊົນໝູ່ໃຫຍ່ມາຫາພຣະເຢຊູເຈົ້າ
7ພຣະເຢຊູເຈົ້າໄດ້ນຳພາພວກສາວົກຂອງພຣະອົງອອກໄປສູ່ຝັ່ງທະເລສາບຄາລີເລ ແລະ ມີປະຊາຊົນໝູ່ໃຫຍ່ມາຈາກແຂວງຄາລີເລ, ໄດ້ຕິດຕາມພຣະອົງໄປ ທັງຈາກແຂວງຢູດາຍ. 8ຈາກນະຄອນເຢຣູຊາເລັມ, ຈາກເຂດແດນອີດູມາຍ, ຈາກເຂດແດນຟາກຕາເວັນອອກຂອງແມ່ນໍ້າຈໍແດນ ແລະຂົງເຂດອ້ອມແອ້ມເມືອງຕີເຣແລະຊີໂດນ ປະຊາຊົນໝູ່ໃຫຍ່ນີ້ໄດ້ມາຫາພຣະເຢຊູເຈົ້າ ເພາະພວກເຂົາໄດ້ຍິນເຖິງສິ່ງທີ່ພຣະອົງໄດ້ກະທຳ. 9ສະນັ້ນ ພຣະອົງຈຶ່ງບອກພວກສາວົກໃຫ້ຕຽມເຮືອນ້ອຍລຳໜຶ່ງໄວ້ ເພື່ອປະຊາຊົນຈະບໍ່ໄດ້ບຽດສຽດພຣະອົງ. 10ພຣະອົງໄດ້ຊົງໂຜດຫລາຍຄົນໃຫ້ຫາຍດີພະຍາດໂຣຄາ, ບັນດາຄົນເຈັບດ້ວຍພະຍາດຕ່າງໆ ຈຶ່ງບຽດກັນເຂົ້າມາຫາພຣະອົງ ເພື່ອຈະຈັບບາຍພຣະອົງ. 11ພວກຜີຊົ່ວຮ້າຍສິງຢູ່ໃນຫລາຍຄົນໄດ້ເຫັນພຣະອົງ ພວກມັນກໍຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະຮ້ອງຂຶ້ນວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າ.” 12ແຕ່ພຣະເຢຊູເຈົ້າສັ່ງຫ້າມຢ່າງເດັດຂາດ ບໍ່ໃຫ້ພວກມັນປະກາດພຣະນາມຂອງພຣະອົງ.
ພຣະເຢຊູເຈົ້າຊົງເລືອກເອົາອັກຄະສາວົກສິບສອງຄົນ
(ມທ 10:1-4; ລກ 6:12-16)
13ພຣະເຢຊູເຈົ້າໄດ້ຂຶ້ນໄປເທິງພູເຂົາແຫ່ງໜຶ່ງ ແລະເອີ້ນເອົາຜູ້ທີ່ພຣະອົງຕ້ອງການມາຫາພຣະອົງ ພວກເຂົາໄດ້ມາຫາພຣະອົງ 14ແລ້ວພຣະອົງກໍເລືອກເອົາສິບສອງຄົນ ແລະເອີ້ນພວກເພິ່ນວ່າ, “ອັກຄະສາວົກ” ພຣະເຢຊູເຈົ້າກ່າວແກ່ພວກອັກຄະສາວົກນີ້ວ່າ, “ເຮົາໄດ້ເລືອກເອົາພວກເຈົ້າໄວ້ໃຫ້ຢູ່ກັບເຮົາ ແລະເຮົາຈະໃຊ້ພວກເຈົ້າອອກໄປປະກາດ, 15ແລະ ພວກເຈົ້າຈະມີສິດອຳນາດຂັບໄລ່ຜີມານຮ້າຍອອກໄດ້.”
16ພວກອັກຄະສາວົກສິບສອງຄົນທີ່ພຣະເຢຊູເຈົ້າໄດ້ເລືອກມີດັ່ງນີ້: ຊີໂມນ (ພຣະເຢຊູເຈົ້າໄດ້ຕັ້ງຊື່ໃໝ່ໃຫ້ວ່າ ເປໂຕ), 17ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຕົນ ລູກຊາຍຂອງເຊເບດາຍ (ພຣະເຢຊູເຈົ້າຕັ້ງຊື່ໃຫ້ວ່າ ໂບອະເນເຄ ຊຶ່ງມີຄວາມໝາຍວ່າ “ລູກຟ້າຮ້ອງ” ຫລືຄົນໃຈຮຸນແຮງ), 18ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບລູກຊາຍຂອງອາລະຟາຍ, ທາດາຍ, ຊີໂມນຜູ້ຮັກຊາດ, 19ແລະ ຢູດາອິດສະກາຣີອົດຜູ້ທີ່ທໍລະຍົດຕໍ່ພຣະອົງ.
ພຣະເຢຊູເຈົ້າ ກັບ ເບເອນເຊບູນ
(ມທ 12:22-32; ລກ 11:14-23; 12:10)
20ແລ້ວພຣະເຢຊູເຈົ້າໄດ້ກັບມາເຮືອນອີກ ໃນທີ່ນັ້ນມີປະຊາຊົນໝູ່ໃຫຍ່ ມາເຕົ້າໂຮມກັນຢູ່ຢ່າງໜາແໜ້ນ ຈົນພຣະເຢຊູເຈົ້າ ແລະພວກສາວົກຂອງພຣະອົງບໍ່ມີເວລາກິນເຂົ້າ. 21ເມື່ອຄົນໃນຄອບຄົວຂອງພຣະອົງໄດ້ຍິນວ່າ ພຣະອົງກຳລັງກະທຳເຊັ່ນນັ້ນ ພວກເຂົາກໍອອກໄປຮັບພຣະອົງ ເພາະພວກເຂົາຄິດວ່າ, “ພຣະອົງເສຍຈິດ”.
22ພວກທຳມະຈານ ຊຶ່ງລົງມາຈາກນະຄອນເຢຣູຊາເລັມ ໄດ້ກ່າວວ່າ, “ຜູ້ນີ້ມີຜີມານຮ້າຍເບເອນເຊບູນສິງຢູ່.
ທີ່ເພິ່ນຂັບໄລ່ຜີມານຮ້າຍອອກໄດ້ ກໍເພາະໃຊ້ອຳນາດຂອງນາຍຜີມານຮ້າຍນັ້ນ.”
23ສະນັ້ນ ພຣະເຢຊູເຈົ້າຈຶ່ງເອີ້ນຄົນເຫຼົ່ານີ້ມາ ແລ້ວພຣະອົງກໍກ່າວເປັນຄຳອຸປະມາວ່າ, “ມານຊາຕານຈະຂັບໄລ່ມານຊາຕານເອງໃຫ້ອອກໄປໄດ້ຢ່າງໃດ? 24ຖ້າອານາຈັກໃດເກີດແຕກແຍກກັນແລ້ວ ອານາຈັກນັ້ນກໍຈະຕັ້ງໝັ້ນຢູ່ຕໍ່ໄປບໍ່ໄດ້, 25ແລະຖ້າຄົນໃນຄອບຄົວໃດເກີດແຕກແຍກກັນ ຄອບຄົວນັ້ນກໍຈະຕັ້ງໝັ້ນຢູ່ບໍ່ໄດ້. 26ແລະຖ້າມານຊາຕານຈະຕໍ່ສູ້ກັບຕົວມັນເອງ ແລະແຕກແຍກກັນ ມັນກໍຕັ້ງຢູ່ບໍ່ໄດ້ ມີແຕ່ຈະສູນຫາຍໄປ.”
27“ບໍ່ມີຜູ້ໃດບຸກເຂົ້າໄປປຸ້ນເອົາຊັບຢູ່ໃນເຮືອນຂອງຄົນແຂງແຮງໄດ້ ເວັ້ນໄວ້ແຕ່ໄດ້ມັດຄົນແຂງແຮງນັ້ນໄວ້ກ່ອນ ແລ້ວຈຶ່ງປຸ້ນເຮືອນໄດ້.”
28“ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ການບາບທຸກປະການ ຄຳໝິ່ນປະໝາດທຸກຢ່າງທີ່ມະນຸດກ່າວ ຈະໄດ້ຮັບການອະໄພ. 29ແຕ່ຜູ້ໃດກໍຕາມທີ່ເວົ້າໝິ່ນປະໝາດຕໍ່ສູ້ພຣະວິນຍານບໍຣິສຸດເຈົ້າ ຈະບໍ່ໄດ້ຮັບການອະໄພຈັກເທື່ອ, ແຕ່ລາວຈະມີໂທດຕະຫລອດໄປ.” ( 30ພຣະເຢຊູເຈົ້າກ່າວເຊັ່ນນີ້ກໍເພາະປະຊາຊົນບາງຄົນໄດ້ເວົ້າວ່າ, “ເພິ່ນມີຜີຊົ່ວຮ້າຍເຂົ້າສິງຢູ່.”)
ແມ່ ແລະ ນ້ອງຊາຍຂອງພຣະເຢຊູເຈົ້າ
(ມທ 12:46-50; ລກ 8:19-21)
31ແລ້ວແມ່ແລະນ້ອງຊາຍຂອງພຣະເຢຊູເຈົ້າໄດ້ຢືນຢູ່ຂ້າງນອກ, ໃຊ້ຄົນເຂົ້າໄປເອີ້ນພຣະອົງ. 32ປະຊາຊົນໝູ່ໃຫຍ່ໄດ້ນັ່ງອ້ອມພຣະເຢຊູເຈົ້າຢູ່ ແລະພວກເຂົາເວົ້າກັບພຣະອົງວ່າ, “ທ່ານເອີຍ, ແມ່ກັບນ້ອງຊາຍຂອງທ່ານ ຢູ່ຂ້າງນອກຕ້ອງການພົບທ່ານ.” 33ພຣະອົງຊົງຕອບວ່າ, “ຜູ້ໃດເປັນແມ່ ແລະຜູ້ໃດເປັນນ້ອງຊາຍຂອງເຮົາ?” 34ແລ້ວພຣະເຢຊູເຈົ້າກໍຫລຽວເບິ່ງປະຊາຊົນ ທີ່ນັ່ງອ້ອມພຣະອົງຢູ່ນັ້ນ ແລະໄດ້ກ່າວວ່າ, “ນີ້ຄືແມ່ແລະນ້ອງຊາຍຂອງເຮົາ. 35ດ້ວຍວ່າ, ຜູ້ໃດກໍຕາມທີ່ຍອມປະຕິບັດຕາມພຣະປະສົງຂອງພຣະເຈົ້າ ຜູ້ນັ້ນແຫຼະ ເປັນນ້ອງຊາຍ ແລະນ້ອງສາວ ແລະແມ່ຂອງເຮົາ.”
Currently Selected:
ມາຣະໂກ 3: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: