YouVersion Logo
Search Icon

ມາຣະໂກ 2

2
ພຣະເຢຊູເຈົ້າ​ຊົງ​ໂຜດ​ຄົນ​ເປັນ​ເປ້ຍ​ຜູ້ໜຶ່ງ​ໃຫ້​ດີ
(ມທ 9:1-8; ລກ 5:17-26)
1ໃນ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ສະເດັດ​ກັບຄືນ​ມາ​ໃນ​ເມືອງ​ກາເປນາອູມ​ອີກ ແລະ ຄົນ​ທັງຫລາຍ​ຕ່າງ​ກໍ​ໄດ້​ຍິນ​ວ່າ​ພຣະອົງ​ພັກ​ຢູ່​ທີ່​ເຮືອນ. 2ດັ່ງນັ້ນ ປະຊາຊົນ​ຢ່າງ​ຫລວງຫລາຍ​ຈຶ່ງ​ມາ​ເຕົ້າໂຮມ​ກັນ​ອັ່ງອໍ​ຢູ່​ເຕັມ​ເຮືອນ ຈົນ​ບໍ່ມີ​ບ່ອນ​ຫວ່າງ​ແມ່ນແຕ່​ທີ່​ປະຕູ​ທາງ​ເຂົ້າ ພຣະອົງ​ກຳລັງ​ສອນ​ພຣະທຳ​ສູ່​ພວກເຂົາ​ຟັງ 3ມີ​ຄົນ​ຈຳພວກ​ໜຶ່ງ​ສີ່​ຄົນ​ຫາມ​ຄົນເປ້ຍ​ມາ​ຫາ​ພຣະເຢຊູເຈົ້າ. 4ແຕ່​ພວກເຂົາ​ເຂົ້າ​ໄປ​ຫາ​ພຣະອົງ​ບໍ່ໄດ້ ເພາະ​ປະຊາຊົນ​ໜາແໜ້ນ​ຫລາຍ. ສະນັ້ນ ພວກເຂົາ​ຈຶ່ງ​ຮື້​ຫລັງຄາ ຊື່​ບ່ອນ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຢູ່​ນັ້ນ​ອອກ ຄັນ​ຮື້​ເປັນ​ປ່ອງ​ແລ້ວ ພວກເຂົາ​ກໍ​ຢ່ອນ​ຄົນເປ້ຍ​ຢູ່​ເທິງ​ບ່ອນ​ນອນ​ຂອງ​ລາວ​ລົງ​ມາ. 5ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຄວາມເຊື່ອ​ຂອງ​ຄົນ​ເຫຼົ່ານີ້ ພຣະອົງ​ກໍ​ຊົງ​ກ່າວ​ແກ່​ຄົນເປ້ຍ​ວ່າ, “ລູກ​ເອີຍ ຄວາມ​ຜິດບາບ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ.”
6ແຕ່​ມີ​ທຳມະຈານ​ບາງຄົນ​ທີ່​ນັ່ງ​ໃນ​ທີ່ນັ້ນ ຄິດ​ໃນ​ໃຈ​ວ່າ, 7“ເປັນຫຍັງ​ຄົນ​ນີ້​ຈຶ່ງ​ບັງ​ອາດ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ເຊັ່ນ​ນີ້ ມີ​ແຕ່​ພຣະເຈົ້າ​ເທົ່ານັ້ນ​ທີ່​ອະໄພ​ບາບກຳ​ໄດ້.”
8ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ໃນ​ໃຈ​ຂອງ​ພວກເຂົາ​ທັນທີ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ເຊັ່ນນັ້ນ? 9ອັນໃດ​ງ່າຍ​ກວ່າ​ກັນ ທີ່​ຈະ​ກ່າວ​ແກ່​ຄົນເປ້ຍ​ວ່າ, ‘ຄວາມ​ຜິດບາບ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ’ ຫລື​ກ່າວ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ ຍ່າງ​ເມືອ?’ 10ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຫັນ​ວ່າ ບຸດ​ມະນຸດ​ມີ​ສິດ​ອຳນາດ​ເທິງ​ແຜ່ນດິນ​ໂລກ ອະໄພ​ຜິດບາບ​ຂອງ​ມະນຸດ​ໄດ້.” ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຄົນເປ້ຍ​ວ່າ, 11“ເຮົາ​ສັ່ງ​ເຈົ້າ​ໃຫ້​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນ​ນອນ ແລະ​ເມືອ​ເຮືອນ​ສາ.”
12ໃນ​ຂະນະທີ່​ທຸກຄົນ​ກຳລັງ​ຄອຍ​ເບິ່ງ​ຢູ່​ນັ້ນ ຄົນເປ້ຍ​ກໍ​ລຸກ​ຂຶ້ນ ຍົກ​ເອົາ​ບ່ອນ​ນອນ​ຂອງຕົນ ແລະ ອອກ​ຈາກ​ເຮືອນ​ໄປ​ໃນ​ທັນທີ ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ສັນລະເສີນ​ພຣະເຈົ້າ ແລະ​ເວົ້າ​ວ່າ, “ພວກເຮົາ​ບໍ່ເຄີຍ​ເຫັນ​ເຫດການ​ເຊັ່ນ​ນີ້​ຈັກເທື່ອ.”
ພຣະເຢຊູເຈົ້າ​ຊົງ​ເອີ້ນ​ເອົາ​ເລວີ
(ມທ 9:9-13; ລກ 5:27-32)
13ພຣະເຢຊູເຈົ້າ​ໄດ້​ກັບ​ໄປ​ອີກ​ທີ່​ແຄມ​ຝັ່ງ​ທະເລສາບ​ຄາລີເລ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ຫາ​ພຣະອົງ ແລະ​ພຣະອົງ​ໄດ້​ສັ່ງສອນ​ພວກເຂົາ. 14ຕໍ່ມາ ເມື່ອ​ກຳລັງ​ຍ່າງ​ຜ່ານ​ໄປ​ນັ້ນ ພຣະອົງ​ກໍ​ເຫັນ​ເລວີ​ກຳລັງ​ນັ່ງ​ຢູ່​ທີ່​ດ່ານ​ພາສີ, ເລວີ​ເປັນ​ລູກຊາຍ​ຂອງ​ອາລະຟາຍ ພຣະເຢຊູເຈົ້າ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕິດຕາມ​ເຮົາ​ມາ.” ແລ້ວ​ເພິ່ນ​ກໍ​ລຸກ​ຂຶ້ນ ແລະ ຕາມ​ພຣະອົງ​ໄປ.
15ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ໄປ​ຮ່ວມ​ຮັບປະທານ​ອາຫານ​ຄໍ່າ​ທີ່​ເຮືອນ​ຂອງ​ເລວີ. ມີ​ຄົນເກັບພາສີ ແລະ​ຄົນ​ນອກ​ສິນທຳ​ຫລາຍ​ຄົນ​ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ ແລະ​ມີ​ບາງຄົນ​ໃນ​ພວກ​ນີ້​ໄດ້​ຮ່ວມ​ກິນ​ເຂົ້າ​ແລງ​ກັບ​ພຣະອົງ ແລະ​ພວກ​ສາວົກ​ຂອງ​ພຣະອົງ. 16ແຕ່​ທຳມະຈານ​ບາງຄົນ​ທີ່​ເປັນ​ຝ່າຍ​ຟາຣີຊາຍ ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ກິນ​ເຂົ້າ​ກັບ​ຄົນ​ນອກ​ສິນທຳ​ແລະ​ຄົນເກັບພາສີ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ເພິ່ນ​ຈຶ່ງ​ກິນ​ເຂົ້າ​ກັບ​ຄົນ​ເກັບພາສີ​ແລະ​ຄົນ​ນອກ​ສິນທຳ?”
17ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ພວກເຂົາ​ເວົ້າ​ແລ້ວ ຈຶ່ງ​ຕອບ​ພວກເຂົາ​ວ່າ, “ຄົນ​ທີ່​ມີ​ສຸຂະພາບ​ດີ​ບໍ່​ຕ້ອງການ​ໝໍ, ແຕ່​ຄົນ​ເຈັບ​ຕ້ອງການ​ໝໍ ເຮົາ​ບໍ່ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ຊອບທຳ, ແຕ່​ມາ​ເອີ້ນ​ເອົາ​ຄົນ​ທີ່​ມີ​ບາບກຳ​ທັງຫລາຍ.”
ຄຳ​ຖາມ​ເລື່ອງ​ການ​ຖືສິນ​ອົດອາຫານ
(ມທ 9:14-17; ລກ 5:33-39)
18ພວກ​ທີ່​ຕິດຕາມ​ໂຢຮັນ​ບັບຕິສະໂຕ​ແລະ​ພວກ​ຟາຣີຊາຍ ກຳລັງ​ຖືສິນ​ອົດອາຫານ ແລ້ວ​ມີ​ບາງຄົນ​ມາ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກ​ຕິດຕາມ​ໂຢຮັນ​ບັບຕິສະໂຕ ແລະ​ພວກ​ຕິດຕາມ​ພວກ​ຟາຣີຊາຍ​ຈຶ່ງ​ຖືສິນ​ອົດອາຫານ ສ່ວນ​ສາວົກ​ຂອງທ່ານ​ບໍ່​ຖື?”
19ພຣະເຢຊູເຈົ້າ​ຕອບ​ວ່າ, “ເພື່ອນ​ຂອງ​ເຈົ້າບ່າວ​ບໍ່​ຕ້ອງ​ຖືສິນ​ອົດອາຫານ ໃນ​ຂະນະທີ່​ເຈົ້າບ່າວ​ຍັງ​ຢູ່​ນຳ​ພວກເຂົາ. 20ແຕ່​ເວລາ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຕ້ອງ​ພາກ​ຈາກ​ພວກເຂົາ​ໄປ ເມື່ອນັ້ນ​ແຫຼະ ທີ່​ພວກເຂົາ​ຈະ​ຖືສິນ​ອົດອາຫານ.”
21“ບໍ່ມີ​ຜູ້ໃດ​ທີ່​ໃຊ້​ຜ້າ​ໃໝ່​ຕາບ​ເສື້ອ​ເກົ່າ ຖ້າ​ເຮັດ​ຢ່າງ​ນັ້ນ​ຜ້າ​ໃໝ່​ຈະ​ຫົດ ແລະ ເຮັດ​ໃຫ້​ເສື້ອ​ເກົ່າ​ຂາດ​ເປັນ​ຮູ​ໃຫຍ່​ຕື່ມ​ອີກ. 22ບໍ່ມີ​ຜູ້ໃດ​ທີ່​ຖອກ​ເຫຼົ້າ​ອະງຸ່ນ ໃໝ່​ໃສ່​ຖົງ​ໜັງ​ເກົ່າ ຖ້າ​ເຮັດ​ຢ່າງ​ນັ້ນ ເຫຼົ້າ​ອະງຸ່ນ​ຈະ​ເຮັດ​ໃຫ້​ຖົງ​ໜັງ​ນັ້ນ​ຂາດ ແລະ​ເຫຼົ້າ​ອະງຸ່ນ​ກັບ​ທັງ​ຖົງ​ກໍ​ຈະ​ເສຍ​ໄປ, ແຕ່​ເຫຼົ້າ​ອະງຸ່ນ​ໃໝ່​ຕ້ອງ​ໃສ່​ໄວ້​ໃນ​ຖົງ​ໜັງ​ໃໝ່.”
ບັນຫາ​ເລື່ອງ​ວັນ​ຊະບາໂຕ
(ມທ 12:1-8; ລກ 6:1-5)
23ໃນ​ວັນ​ຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ ແລະ​ສາວົກ​ໄດ້​ຍ່າງ​ຜ່ານ​ທົ່ງນາ ເມື່ອ​ຍ່າງ​ໄປ​ຕາມ​ທາງ​ນັ້ນ ພວກ​ສາວົກ​ໄດ້​ເດັດ​ເອົາ​ຮວງເຂົ້າ. 24ດັ່ງນັ້ນ ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ເປັນຫຍັງ ພວກ​ສາວົກ​ຂອງທ່ານ ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ກົດບັນຍັດ​ຂອງ​ພວກເຮົາ​ບໍ່​ອະນຸຍາດ​ໃຫ້​ເຮັດ​ໃນ​ວັນ​ຊະບາໂຕ.”
25ພຣະອົງ​ຊົງ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ເຄີຍ​ອ່ານ​ບໍ​ສິ່ງ​ທີ່​ດາວິດ ແລະ​ພວກ​ຂອງຕົນ​ໄດ້​ເຮັດ ເມື່ອ​ລາວ​ຫິວເຂົ້າ​ແລະ​ຂັດສົນ. 26ໃນ​ສະໄໝ​ນັ້ນ ແມ່ນ​ອາບີອາທາ​ເປັນ​ມະຫາ​ປະໂຣຫິດ ດາວິດ​ໄດ້​ເຂົ້າ​ໄປ​ໃນ​ທີ່​ສະຖິດ​ຂອງ​ພຣະເຈົ້າ ແລະ​ກິນ​ເຂົ້າຈີ່​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຊຶ່ງ​ຕາມ​ກົດບັນຍັດ​ແລ້ວ ມີ​ແຕ່​ປະໂຣຫິດ​ເທົ່ານັ້ນ ທີ່​ມີ​ສິດ​ກິນ​ເຂົ້າຈີ່​ນີ້​ໄດ້; ນອກ​ນັ້ນ​ຍັງ​ປັນ​ໃຫ້​ຄົນ​ຂອງຕົນ​ກິນ​ນຳ​ດ້ວຍ.”
27ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ວັນ​ຊະບາໂຕ​ຖືກ​ຕັ້ງ​ໄວ້​ເພື່ອ​ປະໂຫຍດ​ອັນ​ນຳ​ຄວາມສຸກ​ມາ​ສູ່​ມະນຸດ ບໍ່ແມ່ນ​ສ້າງ​ມະນຸດ​ໄວ້​ເພື່ອ​ວັນ​ຊະບາໂຕ. 28ສະນັ້ນແຫລະ ບຸດ​ມະນຸດ​ຈຶ່ງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ເໜືອ​ວັນ​ຊະບາໂຕ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in