YouVersion Logo
Search Icon

ມີກາ 6

6
ອົງພຣະ​ຜູ້​ເປັນເຈົ້າ​ສູ້​ຄວາມ​ກັບ​ຊາດ​ອິດສະຣາເອນ
1ຈົ່ງ​ຟັງ​ພຣະເຈົ້າຢາເວ​ສູ້​ຄວາມ​ກັບ​ຊາດ​ອິດສະຣາເອນ.
ຈົ່ງ​ລຸກຂຶ້ນ​ເຖີດ​ແລະ​ສະເໜີ​ຄະດີ​ຂອງ​ພຣະອົງ; ໃຫ້​ພູ​ແລະ​ເນີນພູ​ທັງຫລາຍ​ຟັງ​ພຣະອົງ​ກ່າວ.
2ພູເຂົາ​ທັງຫລາຍ​ເອີຍ ເຈົ້າ​ຊຶ່ງ​ເປັນ​ຮາກຖານ​ອັນ​ຕະຫລອດໄປ​ຂອງ​ແຜ່ນດິນ​ໂລກ​ນີ້ ຈົ່ງ​ຟັງ​ຄະດີ​ຂອງ​ພຣະເຈົ້າຢາເວ​ເຖີດ ພຣະເຈົ້າຢາເວ​ມີ​ຄະດີ​ຕໍ່ສູ້​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ກຳລັງ​ກ່າວໂທດ​ຕໍ່ສູ້​ປະຊາຊົນ​ອິດສະຣາເອນ.
3“ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ໄດ້​ກະທຳ​ຫຍັງ​ແດ່​ໃຫ້​ແກ່​ພວກເຈົ້າ? ເຮົາ​ໄດ້​ວາງ​ພາລະໜັກ​ອັນໃດ​ແດ່​ໃຫ້​ແກ່​ພວກເຈົ້າ? ຈົ່ງ​ຕອບ​ເຮົາ​ມາເບິ່ງ. 4ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ; ເຮົາ​ໄດ້​ກອບກູ້​ເອົາ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້ ເຮົາ​ໄດ້​ໃຊ້​ໂມເຊ, ອາໂຣນ ແລະ​ມີຣີອາມ ໃຫ້​ນຳພາ​ພວກເຈົ້າ. 5ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ກະສັດ​ບາຫລາກ ແຫ່ງ​ໂມອາບ ໄດ້​ວາງແຜນ​ຕໍ່ສູ້​ພວກເຈົ້າ ແລະ​ບາລາອາມ ລູກຊາຍ​ຂອງ​ເບອໍ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ. ຈົ່ງ​ລະນຶກເຖິງ​ເຫດການ​ຕ່າງໆ​ທີ່​ໄດ້​ເກີດຂຶ້ນ​ຕາມ​ທາງ ແຕ່​ຄ້າຍພັກ​ທີ່​ຊິດຕິມ ຫາ​ກິນການ. ຈົ່ງ​ລະນຶກເຖິງ​ສິ່ງ​ເຫຼົ່ານີ້ ແລະ​ພວກເຈົ້າ​ກໍ​ຈະ​ສຳນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ.”
ອົງພຣະ​ຜູ້​ເປັນເຈົ້າ​ຕ້ອງການ​ຫຍັງ
6ເມື່ອ​ຂ້າພະເຈົ້າ​ມາ​ນະມັດສະການ​ພຣະເຈົ້າຢາເວ ແລະ​ກົ້ມຂາບ​ຕໍ່ໜ້າ​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ ຂ້າພະເຈົ້າ​ຈະ​ເອົາ​ຫຍັງ​ມາ​ຖວາຍ​ແກ່​ພຣະອົງ? ຂ້າພະເຈົ້າ​ຈະ​ນຳ​ເອົາ​ລູກ​ງົວ​ໂຕ​ຕຸ້ຍພີ​ດີທີ່ສຸດ ມາ​ເຜົາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະອົງ​ບໍ? 7ພຣະເຈົ້າຢາເວ​ຈະ​ພໍໃຈ​ບໍ ຖ້າ​ຂ້າພະເຈົ້າ​ນຳ​ແກະ​ພັນ​ໂຕ ຫລື​ນໍ້າມັນ​ໝາກກອກເທດ​ອັນ​ບໍ່​ໝົດ​ເປັນ​ຈັກເທື່ອ ມາ​ຖວາຍ​ແກ່​ພຣະອົງ? ຂ້າພະເຈົ້າ​ຄວນ​ຈະ​ຖວາຍ​ລູກກົກ​ແກ່​ພຣະອົງ ເພື່ອ​ເປັນ​ຄ່າ​ໄຖ່​ການບາບ​ຂອງ​ຂ້າພະເຈົ້າ​ບໍ? 8ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຮົາ​ວ່າ ແມ່ນ​ຫຍັງ​ເປັນ​ສິ່ງ​ທີ່​ດີ. ສິ່ງ​ທີ່​ພຣະອົງ​ຕ້ອງການ​ຈາກ​ພວກເຮົາ​ນັ້ນ​ແມ່ນ​ດັ່ງນີ້: ເຮັດ​ສິ່ງ​ທີ່​ຖືກຕ້ອງ, ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ໃຊ້​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ກັບ​ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຖ່ອມໃຈ.
9ການ​ຢຳເກງ​ພຣະເຈົ້າຢາເວ​ເປັນ​ການ​ສະຫລາດ. ພຣະອົງ​ຮ້ອງ​ໃສ່​ເມືອງ​ນັ້ນ​ວ່າ, “ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ປະຊາຊົນ​ທີ່​ປະຊຸມກັນ​ຢູ່​ໃນ​ເມືອງ 10ໃນ​ເຮືອນ​ຂອງ​ຄົນຊົ່ວ ມີ​ຊັບສົມບັດ​ຫລາຍ​ຢ່າງ ຊຶ່ງ​ພວກເຂົາ​ໄດ້​ມາ​ໃນ​ທາງ​ບໍ່​ສັດຊື່. ພວກເຂົາ​ໃຊ້​ຕາຊິງ​ປອມ ເປັນ​ສິ່ງ​ທີ່​ເຮົາ​ກຽດຊັງ. 11ເຮົາ​ຈະ​ຍົກໂທດ​ໃຫ້​ແກ່​ຜູ້​ໃຊ້​ຕາຊັ່ງ​ແລະ​ຕາຊິງ​ປອມ​ໄດ້​ບໍ? 12ພວກເຈົ້າ​ຄົນຮັ່ງມີ​ຫາ​ຜົນປະໂຫຍດ​ນຳ​ຄົນ​ຍາກຈົນ ແລະ​ພວກເຈົ້າ​ທຸກຄົນ​ລ້ວນແຕ່​ເປັນ​ຄົນ​ຂີ້ຕົວະ. 13ສະນັ້ນ ເຮົາ​ຈຶ່ງ​ໄດ້​ລົງມື ເຮັດ​ໃຫ້​ພວກເຈົ້າ​ເຖິງ​ຄວາມພິນາດ​ແລະ​ຄວາມ​ຈິບຫາຍ ຍ້ອນ​ພວກເຈົ້າ​ເຮັດ​ບາບ. 14ພວກເຈົ້າ​ຈະ​ກິນ​ແຕ່​ຈະ​ບໍ່​ຮູ້​ອີ່ມ ຕາມ​ຄວາມຈິງ​ແລ້ວ​ພວກເຈົ້າ​ຍັງ​ຈະ​ຫິວ​ຢູ່​ເລື້ອຍໆ. ພວກເຈົ້າ​ຈະ​ໄດ້​ສິ່ງຂອງ​ຫລາຍ​ຢ່າງ​ມາ ແຕ່​ພວກເຈົ້າ​ຈະ​ທ້ອນໂຮມ​ໄວ້​ບໍ່ໄດ້; ທຸກສິ່ງ​ທີ່​ພວກເຈົ້າ​ຈະ​ສະສົມ​ໄວ້ ເຮົາ​ຈະ​ທຳລາຍ​ສິ່ງນັ້ນ​ດ້ວຍ​ໄພ​ສົງຄາມ. 15ພວກເຈົ້າ​ຈະ​ຫວ່ານ​ເມັດພືດ ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ເກັບກ່ຽວ. ພວກເຈົ້າ​ຈະ​ບີບ​ເອົາ​ນໍ້າມັນ​ຈາກ​ໝາກກອກເທດ​ແຕ່​ຈະ​ບໍ່ໄດ້​ໃຊ້​ມັນ. ພວກເຈົ້າ​ຈະ​ເຮັດ​ເຫຼົ້າ​ອະງຸ່ນ​ແຕ່​ຈະ​ບໍ່ໄດ້​ດື່ມ​ມັນ. 16ເຫດການ​ນີ້​ຈະ​ເກີດຂຶ້ນ​ເພາະ​ພວກເຈົ້າ​ໄດ້​ເຮັດ​ຊົ່ວ ຕາມ​ກະສັດ​ອົມຣີ ແລະ​ກະສັດ​ອາຮາບ​ລູກຊາຍ​ຂອງ​ເພິ່ນ. ພວກເຈົ້າ​ໄດ້​ສືບຕໍ່​ເຮັດ​ຕາມ​ກົດເກນ​ຕ່າງໆ​ຂອງ​ພວກເຂົາ; ເພາະສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ພວກເຈົ້າ​ໄປສູ່​ຄວາມ​ຈິບຫາຍ ແລະ​ທຸກຄົນ​ຈະ​ດູຖູກ​ພວກເຈົ້າ. ປະຊາຊົນ ທຸກ​ບ່ອນ​ຈະ​ເຮັດ​ຕໍ່​ພວກເຈົ້າ​ດ້ວຍ​ຄວາມ​ຫຍໍ້ຫຍັນ.”

Currently Selected:

ມີກາ 6: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in