ມີກາ 6
6
ອົງພຣະຜູ້ເປັນເຈົ້າສູ້ຄວາມກັບຊາດອິດສະຣາເອນ
1ຈົ່ງຟັງພຣະເຈົ້າຢາເວສູ້ຄວາມກັບຊາດອິດສະຣາເອນ.
ຈົ່ງລຸກຂຶ້ນເຖີດແລະສະເໜີຄະດີຂອງພຣະອົງ; ໃຫ້ພູແລະເນີນພູທັງຫລາຍຟັງພຣະອົງກ່າວ.
2ພູເຂົາທັງຫລາຍເອີຍ ເຈົ້າຊຶ່ງເປັນຮາກຖານອັນຕະຫລອດໄປຂອງແຜ່ນດິນໂລກນີ້ ຈົ່ງຟັງຄະດີຂອງພຣະເຈົ້າຢາເວເຖີດ ພຣະເຈົ້າຢາເວມີຄະດີຕໍ່ສູ້ປະຊາຊົນຂອງພຣະອົງ. ພຣະອົງກຳລັງກ່າວໂທດຕໍ່ສູ້ປະຊາຊົນອິດສະຣາເອນ.
3“ປະຊາຊົນຂອງເຮົາເອີຍ ເຮົາໄດ້ກະທຳຫຍັງແດ່ໃຫ້ແກ່ພວກເຈົ້າ? ເຮົາໄດ້ວາງພາລະໜັກອັນໃດແດ່ໃຫ້ແກ່ພວກເຈົ້າ? ຈົ່ງຕອບເຮົາມາເບິ່ງ. 4ເຮົາໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ; ເຮົາໄດ້ກອບກູ້ເອົາພວກເຈົ້າໃຫ້ອອກມາຈາກການເປັນທາດຮັບໃຊ້ ເຮົາໄດ້ໃຊ້ໂມເຊ, ອາໂຣນ ແລະມີຣີອາມ ໃຫ້ນຳພາພວກເຈົ້າ. 5ປະຊາຊົນຂອງເຮົາເອີຍ ຈົ່ງລະນຶກເຖິງສິ່ງທີ່ກະສັດບາຫລາກ ແຫ່ງໂມອາບ ໄດ້ວາງແຜນຕໍ່ສູ້ພວກເຈົ້າ ແລະບາລາອາມ ລູກຊາຍຂອງເບອໍໄດ້ຕອບເພິ່ນວ່າຢ່າງໃດ. ຈົ່ງລະນຶກເຖິງເຫດການຕ່າງໆທີ່ໄດ້ເກີດຂຶ້ນຕາມທາງ ແຕ່ຄ້າຍພັກທີ່ຊິດຕິມ ຫາກິນການ. ຈົ່ງລະນຶກເຖິງສິ່ງເຫຼົ່ານີ້ ແລະພວກເຈົ້າກໍຈະສຳນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອຊ່ວຍຊີວິດຂອງພວກເຈົ້າ.”
ອົງພຣະຜູ້ເປັນເຈົ້າຕ້ອງການຫຍັງ
6ເມື່ອຂ້າພະເຈົ້າມານະມັດສະການພຣະເຈົ້າຢາເວ ແລະກົ້ມຂາບຕໍ່ໜ້າພຣະເຈົ້າແຫ່ງຟ້າສະຫວັນ ຂ້າພະເຈົ້າຈະເອົາຫຍັງມາຖວາຍແກ່ພຣະອົງ? ຂ້າພະເຈົ້າຈະນຳເອົາລູກງົວໂຕຕຸ້ຍພີດີທີ່ສຸດ ມາເຜົາເປັນເຄື່ອງບູຊາຖວາຍແກ່ພຣະອົງບໍ? 7ພຣະເຈົ້າຢາເວຈະພໍໃຈບໍ ຖ້າຂ້າພະເຈົ້ານຳແກະພັນໂຕ ຫລືນໍ້າມັນໝາກກອກເທດອັນບໍ່ໝົດເປັນຈັກເທື່ອ ມາຖວາຍແກ່ພຣະອົງ? ຂ້າພະເຈົ້າຄວນຈະຖວາຍລູກກົກແກ່ພຣະອົງ ເພື່ອເປັນຄ່າໄຖ່ການບາບຂອງຂ້າພະເຈົ້າບໍ? 8ບໍ່ແມ່ນດອກ ພຣະເຈົ້າຢາເວໄດ້ບອກພວກເຮົາວ່າ ແມ່ນຫຍັງເປັນສິ່ງທີ່ດີ. ສິ່ງທີ່ພຣະອົງຕ້ອງການຈາກພວກເຮົານັ້ນແມ່ນດັ່ງນີ້: ເຮັດສິ່ງທີ່ຖືກຕ້ອງ, ສະແດງຄວາມຮັກອັນໝັ້ນຄົງ ແລະໃຊ້ຊີວິດໃນຄວາມສາມັກຄີທຳກັບພຣະເຈົ້າຂອງພວກເຮົາດ້ວຍຄວາມຖ່ອມໃຈ.
9ການຢຳເກງພຣະເຈົ້າຢາເວເປັນການສະຫລາດ. ພຣະອົງຮ້ອງໃສ່ເມືອງນັ້ນວ່າ, “ຈົ່ງຟັງເທີ້ນ ພວກເຈົ້າປະຊາຊົນທີ່ປະຊຸມກັນຢູ່ໃນເມືອງ 10ໃນເຮືອນຂອງຄົນຊົ່ວ ມີຊັບສົມບັດຫລາຍຢ່າງ ຊຶ່ງພວກເຂົາໄດ້ມາໃນທາງບໍ່ສັດຊື່. ພວກເຂົາໃຊ້ຕາຊິງປອມ ເປັນສິ່ງທີ່ເຮົາກຽດຊັງ. 11ເຮົາຈະຍົກໂທດໃຫ້ແກ່ຜູ້ໃຊ້ຕາຊັ່ງແລະຕາຊິງປອມໄດ້ບໍ? 12ພວກເຈົ້າຄົນຮັ່ງມີຫາຜົນປະໂຫຍດນຳຄົນຍາກຈົນ ແລະພວກເຈົ້າທຸກຄົນລ້ວນແຕ່ເປັນຄົນຂີ້ຕົວະ. 13ສະນັ້ນ ເຮົາຈຶ່ງໄດ້ລົງມື ເຮັດໃຫ້ພວກເຈົ້າເຖິງຄວາມພິນາດແລະຄວາມຈິບຫາຍ ຍ້ອນພວກເຈົ້າເຮັດບາບ. 14ພວກເຈົ້າຈະກິນແຕ່ຈະບໍ່ຮູ້ອີ່ມ ຕາມຄວາມຈິງແລ້ວພວກເຈົ້າຍັງຈະຫິວຢູ່ເລື້ອຍໆ. ພວກເຈົ້າຈະໄດ້ສິ່ງຂອງຫລາຍຢ່າງມາ ແຕ່ພວກເຈົ້າຈະທ້ອນໂຮມໄວ້ບໍ່ໄດ້; ທຸກສິ່ງທີ່ພວກເຈົ້າຈະສະສົມໄວ້ ເຮົາຈະທຳລາຍສິ່ງນັ້ນດ້ວຍໄພສົງຄາມ. 15ພວກເຈົ້າຈະຫວ່ານເມັດພືດ ແຕ່ພວກເຈົ້າຈະບໍ່ໄດ້ເກັບກ່ຽວ. ພວກເຈົ້າຈະບີບເອົານໍ້າມັນຈາກໝາກກອກເທດແຕ່ຈະບໍ່ໄດ້ໃຊ້ມັນ. ພວກເຈົ້າຈະເຮັດເຫຼົ້າອະງຸ່ນແຕ່ຈະບໍ່ໄດ້ດື່ມມັນ. 16ເຫດການນີ້ຈະເກີດຂຶ້ນເພາະພວກເຈົ້າໄດ້ເຮັດຊົ່ວ ຕາມກະສັດອົມຣີ ແລະກະສັດອາຮາບລູກຊາຍຂອງເພິ່ນ. ພວກເຈົ້າໄດ້ສືບຕໍ່ເຮັດຕາມກົດເກນຕ່າງໆຂອງພວກເຂົາ; ເພາະສະນັ້ນ ເຮົາຈຶ່ງຈະນຳພວກເຈົ້າໄປສູ່ຄວາມຈິບຫາຍ ແລະທຸກຄົນຈະດູຖູກພວກເຈົ້າ. ປະຊາຊົນ ທຸກບ່ອນຈະເຮັດຕໍ່ພວກເຈົ້າດ້ວຍຄວາມຫຍໍ້ຫຍັນ.”
Currently Selected:
ມີກາ 6: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: