ມີກາ 5
5
1ປະຊາຊົນເຢຣູຊາເລັມເອີຍ ຈົ່ງຮວບຮວມກຳລັງຂອງພວກເຈົ້າສາ ພວກເຮົາຖືກປິດລ້ອມແລ້ວ ພວກເຂົາກຳລັງໂຈມຕີຜູ້ນຳຂອງຊາດອິດສະຣາເອນ.
ພຣະເຈົ້າສັນຍາໃຫ້ຜູ້ປົກຄອງຄົນໜຶ່ງຈາກເບັດເລເຮັມ
2ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເບັດເລເຮັມເອຟຣາທາເອີຍ ເຈົ້າເປັນເມືອງໜຶ່ງທີ່ນ້ອຍທີ່ສຸດ ໃນເມືອງທັງຫລາຍຂອງຢູດາຍ ແຕ່ເຮົາຈະໃຫ້ມີຜູ້ປົກຄອງຄົນໜຶ່ງ ອອກມາຈາກເຈົ້າສຳລັບຊາດອິດສະຣາເອນ ຊຶ່ງໜໍ່ແນວເຊື້ອສາຍສືບມາຈາກສະໄໝເດີມ.”
3ສະນັ້ນ ເພິ່ນຈຶ່ງມອບພວກເຂົາໃຫ້ເຫຼົ່າສັດຕູຂອງພວກເຂົາ ຈົນເຖິງເວລາຍິງສາວທີ່ໃຫ້ກຳເນີດມີລູກຊາຍຂອງຕົນ. ແລ້ວບັນດາພວກພີ່ນ້ອງທີ່ໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນນັ້ນ ກໍຈະມາທ້ອນໂຮມກັນກັບປະຊາຊົນຂອງພວກເຂົາເອງ. 4ເວລາຜູ້ນັ້ນມາ ເພິ່ນຈະປົກຄອງປະຊາຊົນຂອງເພິ່ນດ້ວຍກຳລັງ ຊຶ່ງມາຈາກພຣະເຈົ້າຢາເວ ແລະດ້ວຍສະຫງ່າຣາສີແຫ່ງພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຕົນ. ປະຊາຊົນຂອງພຣະອົງຈະຢູ່ຢ່າງປອດໄພ ເພາະປະຊາຊົນໝົດທັງໂລກຈະຮັບຮູ້ຄວາມຍິ່ງໃຫຍ່ຂອງເພິ່ນ 5ແລະເພິ່ນຈະນຳສັນຕິສຸກມາໃຫ້.
ອົງພຣະຜູ້ເປັນເຈົ້າລຶບລ້າງການອູ້ມຊູທີ່ບໍ່ຖືກຕ້ອງ
ເມື່ອພວກອັດຊີເຣຍຮຸກຮານປະເທດຂອງພວກເຮົາ ແລະທຳລາຍບ່ອນປ້ອງກັນຂອງພວກເຮົານັ້ນ ພວກເຮົາຈະສົ່ງພວກຜູ້ນຳທີ່ເຂັ້ມແຂງທີ່ສຸດອອກໄປສູ້ຮົບພວກເຂົາ. 6ພວກເຂົາຈະຕີຊະນະອັດຊີເຣຍ ຄືດິນແດນຂອງນິມໂຣດດ້ວຍກຳລັງອາວຸດ; ແລະເຂົາ ຈະຊ່ວຍພວກເຮົາໃຫ້ພົ້ນຈາກພວກອັດຊີເຣຍ ເມື່ອພວກເຂົາຮຸກຮານດິນແດນຂອງພວກເຮົາ.
7ປະຊາຊົນອິດສະຣາເອນຜູ້ທີ່ລອດຊີວິດມາໄດ້ ກໍຈະເປັນດັ່ງນໍ້າຄ້າງອັນສົດຊື່ນ ທີ່ອົງພຣະຜູ້ເປັນເຈົ້າສົ່ງລົງມາສຳລັບຫລາຍຊົນຊາດ ເໝືອນຫ່າຝົນທີ່ຕົກເທິງພືດພັນທີ່ຫາກໍ່ປົ່ງໃໝ່. ພວກເຂົາຈະອາໄສພຣະເຈົ້າ ແຕ່ບໍ່ແມ່ນອາໄສມະນຸດ. 8ພວກເຂົາທີ່ຖືກປະໄວ້ຢູ່ໃນທ່າມກາງຊົນຊາດທັງຫລາຍ ກໍຈະເປັນດັ່ງສິງໂຕໜຶ່ງ ທີ່ກຳລັງຊອກຫາອາຫານໃນປ່າຫລືຕາມທົ່ງຫຍ້າ: ມັນເຂົ້າໄປຄຸບເອົາແກະຢູ່ໃນຝູງ ແລະຈີກເປັນຕ່ອນໆ ແລະຄວາມຫວັງໃດໆທີ່ຈະຊ່ວຍກູ້ເອົາກໍບໍ່ມີ. 9ຊາດອິດສະຣາເອນຈະຕີຊະນະເຫຼົ່າສັດຕູຂອງຕົນ ແລະຈະທຳລາຍພວກເຂົາໃຫ້ດັບກ້ຽງ.
10ພຣະເຈົ້າຢາເວກ່າວວ່າ, “ໃນເວລານັ້ນ ເຮົາຈະເອົາມ້າທັງຫລາຍຂອງພວກເຈົ້າໜີໄປ ແລະທັງຈະທຳລາຍລົດຮົບຂອງພວກເຈົ້າດ້ວຍ. 11ເຮົາຈະທຳລາຍເມືອງທັງຫລາຍໃນດິນແດນຂອງພວກເຈົ້າ ແລະທັບມ້າງຄ້າຍປ້ອງກັນທັງໝົດຂອງພວກເຈົ້າ. 12ເຮົາຈະທຳລາຍເຄື່ອງແຄ້ວຂອງຄົງອັນວິເສດ ທີ່ພວກເຈົ້າໃຊ້ນັ້ນ ແລະຈະບໍ່ໃຫ້ມີໝໍມໍອີກຕໍ່ໄປ. 13ເຮົາຈະທຳລາຍບັນດາຮູບເຄົາຣົບ ແລະເສົາຫີນສັກສິດທັງຫລາຍ; ພວກເຈົ້າຈະບໍ່ໄດ້ຂາບໄຫວ້ສິ່ງຕ່າງໆທີ່ພວກເຈົ້າໄດ້ເຮັດຂຶ້ນມານັ້ນອີກຕໍ່ໄປ. 14ເຮົາຈະຖອນຮູບຕ່າງໆຂອງເຈົ້າແມ່ອາເຊຣາ ໃນດິນແດນຂອງພວກເຈົ້າຖິ້ມ ແລະຈະທຳລາຍເມືອງຕ່າງໆຂອງພວກເຈົ້າອີກດ້ວຍ. 15ແລະດ້ວຍຄວາມໂກດຮ້າຍອັນໃຫຍ່ຂອງເຮົາ ເຮົາຈະແກ້ແຄ້ນຊົນຊາດທັງຫລາຍທີ່ບໍ່ເຊື່ອຟັງເຮົາ.”
Currently Selected:
ມີກາ 5: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: