ມີກາ 4
4
ອົງພຣະຜູ້ເປັນເຈົ້າແຫ່ງສາກົນນະໂລກປົກຄອງດ້ວຍສັນຕິສຸກ
(ອຊຢ 2:2-4)
1ໃນຍຸກຈະມາເຖິງພູໜ່ວຍທີ່ວິຫານຂອງພຣະເຈົ້າຢາເວຕັ້ງຢູ່ອາໄສ
ຈະສູງກວ່າພູໜ່ວຍໃດໆ ທີ່ຕັ້ງຢູ່ທີ່ນັ້ນ.
ພູໜ່ວຍນັ້ນ ຈະຢູ່ສູງກວ່າບັນດາພູເຂົາທັງປວງ
ຫລາຍໆຊົນຊາດຈະຫລັ່ງໄຫລມາສູ່ພູໜ່ວຍນີ້.
2ປະຊາຊົນຂອງພວກເຂົາເວົ້າວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວ
ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນນັ້ນ.
ເພາະພຣະອົງຈະສັ່ງສອນສິ່ງທີ່ຢາກໃຫ້ພວກເຮົາເຮັດຕາມ
ພວກເຮົາຈະຍ່າງຕາມທາງທີ່ພຣະອົງໄດ້ເລືອກໄວ້.
ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ
ຈາກພູເຂົາຊີໂອນທີ່ຊົງກ່າວຕໍ່ປະຊາຊົນຂອງພຣະເຈົ້າ.”
3ພຣະອົງຈະໄກ່ເກ່ຍນາໆຊາດທີ່ຜິດຖຽງກັນ
ທ່າມກາງມະຫາອຳນາດທີ່ຢູ່ໄກແລະຢູ່ໃກ້.
ພວກເຂົາຈະຕີດາບເປັນໝາກສົບໄຖ
ແລະຕີຫອກເປັນມີດຕັດກິ່ງໄມ້.
ຊົນຊາດທັງຫລາຍຈະບໍ່ເຮັດເສິກກັນອີກຕໍ່ໄປ
ທັງຈະບໍ່ຕຽມເຮັດເສິກກັນອີກຈັກເທື່ອ.
4ທຸກໆຄົນຈະຢູ່ນຳກັນຢ່າງສະຫງົບສຸກ
ທ່າມກາງສວນອະງຸ່ນແລະຕົ້ນໝາກເດື່ອ
ແລະບໍ່ມີຜູ້ໃດຈະເຮັດໃຫ້ພວກເຂົາຢ້ານກົວເລີຍ
ປາກຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫຼະ.
5ແຕ່ລະຊົນຊາດຕ່າງກໍຂາບໄຫວ້ແລະເຊື່ອຟັງນາມພະຂອງຕົນ, ແຕ່ພວກເຮົາຈະນະມັດສະການແລະເຊື່ອຟັງພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຕະຫລອດໄປເປັນນິດ.
ຊາດອິດສະຣາເອນຈະກັບຄືນສູ່ດິນແດນເດີມ
6ພຣະເຈົ້າຢາເວກ່າວວ່າ, “ເວລານັ້ນກຳລັງມາເຖິງ ເມື່ອເຮົາຈະເຕົ້າໂຮມປະຊາຊົນທີ່ເຮົາໄດ້ລົງໂທດ ຄືພວກທີ່ໄດ້ທົນທຸກທໍລະມານ ເພາະຕົກເປັນຊະເລີຍໃນຕ່າງຖິ່ນ. 7ພວກເຂົາເປັນຄົນຂາພິການ ແລະຢູ່ຫ່າງໄກຈາກເຮືອນ, ແຕ່ເຮົາຈະເຮັດໃຫ້ພວກເຂົາເລີ່ມຕົ້ນໃໝ່ຈາກພວກທີ່ຍັງເຫລືອຢູ່ ແລະພວກເຂົາຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່. ພຣະເຈົ້າຢາເວຈະປົກຄອງພວກເຂົາທີ່ພູເຂົາຊີໂອນ ແຕ່ເວລານັ້ນຈົນຕະຫລອດໄປເປັນນິດ.”
8ນະຄອນເຢຣູຊາເລັມເອີຍ ເຈົ້າເປັນບ່ອນທີ່ພຣະເຈົ້າເຝົ້າເບິ່ງປະຊາຊົນຂອງພຣະອົງ ເໝືອນດັ່ງຄົນລ້ຽງແກະຜູ້ໜຶ່ງທີ່ເຝົ້າເບິ່ງຝູງແກະຂອງຕົນຢູ່ເທິງຫໍຄອຍ; ເຈົ້າຈະເປັນເມືອງເອກແຫ່ງຣາຊອານາຈັກອີກເທື່ອໜຶ່ງ ທີ່ເຈົ້າໄດ້ເຄີຍເປັນມາແລ້ວ. 9ເປັນຫຍັງເຈົ້າຈຶ່ງຮ້ອງສຽງແຮງແທ້? ເປັນຫຍັງເຈົ້າຈຶ່ງເຈັບປວດເໝືອນຍິງທີ່ກຳລັງອອກລູກ? ບໍ່ແມ່ນເຈົ້າບໍ່ມີກະສັດປົກຄອງບໍ? ບັນດາທີ່ປຶກສາຂອງພວກເຈົ້າເດ ຕາຍໝົດແລ້ວບໍ? 10ປະຊາຊົນເຢຣູຊາເລັມເອີຍ ຈົ່ງບິດຕົວຮ້ອງຄວນຄາງ ດັ່ງຍິງທີ່ກຳລັງອອກລູກສາ ເພາະວ່າບັດນີ້ພວກເຈົ້າຈະຕ້ອງໜີຈາກເມືອງນີ້ໄປອາໄສຢູ່ໃນທົ່ງນາ. ພວກເຈົ້າຈະຕ້ອງໄປທີ່ນະຄອນບາບີໂລນ, ແຕ່ຢູ່ໃນທີ່ນັ້ນ ພຣະເຈົ້າຢາເວຈະຊົງໄຖ່ພວກເຈົ້າໃຫ້ພົ້ນຈາກກຳມືຂອງພວກສັດຕູຂອງເຈົ້າ. 11ມີຫລາຍຊົນຊາດໄດ້ເຕົ້າໂຮມກັນເພື່ອໂຈມຕີພວກເຈົ້າ ເຂົາເວົ້າວ່າ, “ນະຄອນເຢຣູຊາເລັມຕ້ອງຖືກທຳລາຍ ພວກເຮົາຈະໄດ້ເຫັນເມືອງນີ້ຮົກຮ້າງເພພັງ.” 12ແຕ່ຊົນຊາດເຫຼົ່ານີ້ບໍ່ຮູ້ຈັກຄວາມຄິດຂອງພຣະເຈົ້າຢາເວ ພວກເຂົາສຳນຶກບໍ່ໄດ້ເລີຍວ່າ ພຣະອົງໄດ້ວາງແຜນທ້ອນໂຮມ ເພື່ອເອົາພວກເຂົາມາລົງໂທດ ເຊັ່ນດຽວກັບໂຮມເອົາມັດເຂົ້າມາຟາດໃນລານ.
13ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນເຢຣູຊາເລັມເອີຍ ຈົ່ງໄປລົງໂທດເຫຼົ່າສັດຕູຂອງພວກເຈົ້າສາ ເຮົາຈະເຮັດໃຫ້ພວກເຈົ້າແຂງແຮງເໝືອນດັ່ງງົວກະທິງ ທີ່ມີເຂົາເປັນເຫຼັກແລະມີກີບຕີນເປັນທອງສຳຣິດ. ພວກເຈົ້າຈະຢຽບຢໍ່າທຳລາຍຫລາຍຊົນຊາດໃຫ້ໝຸ່ນທະລາຍໄປ ເຮົາຈະມອບສິ່ງທີ່ໄດ້ມາຖວາຍແກ່ພຣະເຈົ້າຢາເວ ແລະຊັບສົມບັດຂອງພວກເຂົາໄດ້ມາຈາກການໃຊ້ກຳລັງຢຶດເອົານັ້ນ ເຮົາຈະເອົາມາອຸທິດຖວາຍແກ່ອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດ.”
Currently Selected:
ມີກາ 4: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: