YouVersion Logo
Search Icon

ມີກາ 2

2
ຜູ້​ກົດຂີ່​ຄົນທຸກ​ຈະ​ໄດ້​ຮັບ​ເຄາະກຳ
1ຜູ້​ທີ່​ນອນ​ຄິດ​ວາງແຜນ​ເຮັດ​ຊົ່ວ ຈະ​ໄດ້​ຮັບ​ໄພພິບັດ​ຫລາຍ​ສໍ່າໃດ​ນໍ ເມື່ອ​ຮຸ່ງເຊົ້າ​ມາ ພໍ​ໄດ້​ໂອກາດ ພວກເຂົາ​ກໍ​ເຮັດ​ຊົ່ວ​ຕາມ​ທີ່​ໄດ້​ວາງແຜນ​ໄວ້​ນັ້ນ. 2ເມື່ອ​ພວກເຂົາ​ຕ້ອງການ​ໄຮ່​ນາ ພວກເຂົາ​ກໍ​ຢຶດເອົາ​ໂລດ ເມື່ອ​ພວກເຂົາ​ຕ້ອງການ​ບ້ານເຮືອນ ພວກເຂົາ​ກໍ​ຢຶດເອົາ​ໂລດ. ບໍ່ມີ​ຄອບຄົວ​ຂອງ​ຄົນໃດ ຫລື​ຊັບສົມບັດ​ຂອງ​ຜູ້ໃດ​ຈະ​ປອດໄພ.
3ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກຳລັງ​ວາງແຜນ​ນຳ​ໄພພິບັດ​ມາ​ສູ່​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຫລົບຫລີກ​ໄປ​ບໍ່ໄດ້. ພວກເຈົ້າ​ກຳລັງ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ພວກ​ເຈົ້າເອງ ແລະ​ຕໍ່ໄປ ພວກເຈົ້າ​ຈະ​ບໍ່ໄດ້​ຍ່າງ​ຢ່າງ​ອວດອົ່ງ​ທະນົງ​ຕົວ​ອີກ​ຕໍ່ໄປ. 4ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນ​ຈະ​ເອົາ​ເລື່ອງ​ຂອງ​ພວກເຈົ້າ​ຂຶ້ນ​ມາ​ກ່າວ​ເປັນ​ຕົວຢ່າງ​ໃນ​ຄາວ​ຖືກ​ໄພພິບັດ ແລະ​ພວກເຂົາ​ກໍ​ຈະ​ຮ້ອງເພງ ເຖິງ​ປະສົບການ​ອັນ​ຂົມຂື່ນ​ນັ້ນ​ວ່າ:
‘ພວກເຮົາ​ໄດ້​ຖືກ​ທຳລາຍ​ໃຫ້​ພັງ​ພິນາດ​ໄປ​ຈົນ​ໝົດ
ພຣະເຈົ້າຢາເວ​ໄດ້​ຢຶດ​ດິນແດນ​ຂອງ​ພວກເຮົາ​ໄປ​ແລ້ວ
ແລະ​ໄດ້​ມອບ​ດິນແດນ​ນັ້ນ​ໃຫ້​ແກ່​ຄົນອື່ນ​ເສຍ
ຄື​ບັນດາ​ສັດຕູ​ທີ່​ໄດ້​ຈັບ​ເອົາ​ພວກເຮົາ​ໄປ​ນັ້ນ.”’
5ເພາະສະນັ້ນ ເມື່ອ​ເວລາ​ມາ​ເຖິງ​ສຳລັບ​ດິນແດນ​ທີ່​ຈະ​ຖືກ​ມອບ​ຄືນ ໃຫ້​ແກ່​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຈະ​ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ໃນ​ພວກເຈົ້າ​ໄດ້​ຮັບ​ສ່ວນແບ່ງ.
6ປະຊາຊົນ​ກ່າວ​ໃສ່​ຂ້າພະເຈົ້າ ແລະ​ເວົ້າ​ວ່າ, “ຢ່າ​ສູ່​ເທດສະໜາ​ໃຫ້​ພວກເຮົາ​ຟັງ​ເລີຍ. ຢ່າ​ສູ່​ສັ່ງສອນ​ພວກເຮົາ​ເຖິງ​ເລື່ອງ​ເຫຼົ່ານັ້ນ. ພຣະເຈົ້າ​ຈະ​ບໍ່​ເຮັດ​ໃຫ້​ພວກເຮົາ​ອັບອາຍ​ຂາຍໜ້າ​ດອກ. 7ເຈົ້າ​ຄິດ​ວ່າ​ປະຊາຊົນ​ອິດສະຣາເອນ​ຖືກ​ສາບແຊ່ງ​ຊັ້ນບໍ? ພຣະເຈົ້າຢາເວ​ໝົດ​ຄວາມ​ອົດທົນ​ແລ້ວ​ຫລື? ພຣະອົງ​ຈະ​ເຮັດ​ສິ່ງ​ເຫຼົ່ານັ້ນ​ແທ້​ບໍ? ພຣະອົງ​ຈະ​ບໍ່​ກ່າວ​ຕໍ່​ຜູ້​ທີ່​ເຮັດ​ຖືກຕ້ອງ ຢ່າງ​ເມດຕາປານີ​ດອກ​ຫລື?”
8ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ຄືນ​ວ່າ, “ພວກເຈົ້າ​ໂຈມຕີ​ປະຊາຊົນ​ຂອງເຮົາ ຄື​ກັບ​ວ່າ​ພວກເຂົາ​ເປັນ​ສັດຕູ. ພວກ​ຜູ້ຊາຍ​ທີ່​ກັບ​ມາ​ແຕ່​ສະໜາມຮົບ ກໍ​ຄິດ​ວ່າ​ທີ່​ເຮືອນ​ຕົນ​ປອດໄພ​ແລ້ວ, ແຕ່​ພວກເຈົ້າ​ຊໍ້າພັດ​ລໍຄອຍ​ຢູ່​ທີ່​ນັ້ນ ເພື່ອ​ລັກ​ເອົາ​ແມ່ນແຕ່​ເສື້ອ​ຊັ້ນນອກ​ຂອງ​ພວກເຂົາ​ໄປ. 9ພວກເຈົ້າ​ໄດ້​ຂັບໄລ່​ຜູ້ຍິງ​ທີ່​ເປັນ​ປະຊາຊົນ​ຂອງເຮົາ​ໃຫ້​ອອກ​ຈາກ​ເຮືອນ​ອັນ​ຜາສຸກ​ຂອງ​ພວກເຂົາ ແລະ​ພວກເຈົ້າ​ໄດ້​ເອົາ​ກຽດສັກສີ​ໜີໄປ​ຕະຫລອດ ຄື​ກຽດສັກສີ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກ​ລູກ​ຂອງ​ພວກເຂົາ​ນັ້ນ. 10ຈົ່ງ​ລຸກ​ຂຶ້ນ ແລະ​ໜີໄປ​ສາ; ຢູ່​ໃນ​ທີ່​ນີ້ ບໍ່ມີ​ບ່ອນ​ປອດໄພ​ອີກ​ແລ້ວ. ການບາບ​ຂອງ​ພວກເຈົ້າ​ໄດ້​ນຳ​ເຄາະກຳ​ມາ​ສູ່​ບ່ອນ​ນີ້​ໃຫ້​ພິນາດໄປ.
11ປະຊາຊົນ​ເຫຼົ່ານີ້ ຕ້ອງການ​ຜູ້ທຳນວາຍ​ທີ່​ທ່ຽວ​ໄປມາ​ເວົ້າ​ຕົວະ ແລະ​ຫລອກລວງ​ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ຂໍ​ທຳນວາຍ​ວ່າ ເຫຼົ້າ​ອະງຸ່ນ​ແລະ​ສຸຣາ​ຈະ​ຫລັ່ງໄຫລ​ມາ​ສຳລັບ​ພວກເຈົ້າ.’
12ແຕ່​ເຮົາ​ຈະ​ນຳ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ ຄື​ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ຍັງເຫລືອ​ຢູ່. ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ມາ​ເຕົ້າໂຮມ​ກັນ ເໝືອນ​ດັ່ງ​ຝູງແກະ​ກັບຄືນ​ມາ​ສູ່​ຄອກ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ຄົນ​ອີກເທື່ອໜຶ່ງ ເໝືອນ​ຝູງແກະ​ຢູ່​ໃນ​ທົ່ງຫຍ້າ.”
13ພຣະເຈົ້າ​ຈະ​ໄຂ​ຫົນທາງ​ໃຫ້​ພວກເຂົາ ແລະ​ນຳ​ພວກເຂົາ​ອອກ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ຈະ​ທະລຸ​ອອກ​ໄປ​ທາງ​ປະຕູເຂົ້າ​ເມືອງ ແລະ​ຈະ​ປົບໜີໄປ​ຢ່າງ​ອິດສະຫລະ. ພຣະເຈົ້າຢາເວ​ເອງ ຜູ້​ເປັນ​ກະສັດ​ຂອງ​ພວກເຂົາ​ຈະ​ນຳພາ​ພວກເຂົາ​ອອກ​ໄປ.

Currently Selected:

ມີກາ 2: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in