ມີກາ 1
1
1ພຣະທຳເລື່ອງນີ້ບັນຈຸຖ້ອຍຄຳທີ່ພຣະເຈົ້າຢາເວສົ່ງເຖິງມີກາ ຊາວເມືອງໂມເຣເຊັດ ຢູ່ໃນສະໄໝຂອງເຈົ້າໂຢທາມ ອາຮາດ ແລະເຮເຊກີຢາ ໄດ້ເປັນກະສັດແຫ່ງຢູດາຍ. ພຣະອົງໄດ້ສຳແດງໃຫ້ມີກາຮູ້ສິ່ງທັງໝົດເຫຼົ່ານີ້ ກ່ຽວກັບນະຄອນຊາມາເຣຍແລະນະຄອນເຢຣູຊາເລັມ.
ມີກາຄໍ່າຄວນເຖິງຊາມາເຣຍແລະເຢຣູຊາເລັມ
2ຈົ່ງຟັງເລື່ອງນີ້ບັນດາທຸກຊົນຊາດເອີຍ
ຈົ່ງຟັງເລື່ອງນີ້ທຸກຄົນ ທັງທຸກສິ່ງທີ່ແຜ່ນດິນໂລກ
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປັນພະຍານຕໍ່ສູ້ພວກເຈົ້າໃດ
ອົງພຣະຜູ້ເປັນເຈົ້າຈາກພຣະວິຫານທີ່ບໍຣິສຸດຂອງພຣະອົງ.
3ພຣະເຈົ້າຢາເວກຳລັງມາແຕ່ບ່ອນສະຖິດຂອງພຣະອົງ
ພຣະອົງຈະສະເດັດມາຍ່າງເທິງບ່ອນສູງທັງຫລາຍຂອງແຜ່ນດິນໂລກ.
4ແລ້ວພູທັງຫລາຍກໍຈະລະລາຍສິ້ນຢູ່ໃຕ້ຕີນຂອງພຣະອົງ
ດັ່ງຂີ້ເຜິ້ງລະລາຍເມື່ອມັນຖືກໄຟຮ້ອນ.
ພູເຂົາທັງຫລາຍນັ້ນຈະເຈື່ອນລົງສູ່ຮ່ອມພູທັງຫລາຍ
ດັ່ງນໍ້າໄຫລລົງມາແຕ່ເນີນພູແຫ່ງໜຶ່ງ.
5ເຫດການທັງປວງນີ້ຈະເກີດຂຶ້ນເພາະປະຊາຊົນອິດສະຣາເອນໄດ້ເຮັດບາບ ແລະກະບົດຕໍ່ພຣະເຈົ້າ. ເປັນຄວາມຜິດຂອງຜູ້ໃດທີ່ຊາດອິດສະຣາເອນເປັນກະບົດ? ເປັນຄວາມຜິດຂອງນະຄອນຊາມາເຣຍບໍ່ແມ່ນບໍ? ຜູ້ໃດເຮັດຜິດຖານຂາບໄຫວ້ຮູບເຄົາຣົບໃນຊາດຢູດາ? ແມ່ນນະຄອນເຢຣູຊາເລັມບໍ່ແມ່ນບໍ? 6ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ເຮົາຈະກະທຳໃຫ້ຊາມາເຣຍ ເປັນກອງສິ່ງຮົກຮ້າງເພພັງຢູ່ໃນທົ່ງນາ ຄືເປັນບ່ອນໜຶ່ງສຳລັບປູກຕົ້ນອະງຸ່ນ. ເຮົາຈະເທກ້ອນຫີນທີ່ໃຊ້ສ້າງເມືອງນັ້ນລົງໃນຮ່ອມພູ ແລະເຮົາຈະເຮັດໃຫ້ຮາກຖານຂອງເມືອງພົ້ນໜ້າດິນຂຶ້ນມາໃຫ້ເຫັນ. 7ບັນດາຮູບເຄົາຣົບອັນມີຄ່າຈະຖືກທັບໃຫ້ໝຸ່ນທະລາຍ ທຸກສິ່ງທີ່ຖືກຖວາຍແກ່ບັນດາໂສເພນີ ຈະຖືກທຳລາຍດ້ວຍໄຟ ແລະຮູບເຄົາຣົບທັງໝົດໃນເມືອງນີ້ຈະຖືກກອງປະໄວ້ຢ່າງເປັນຕາຢ້ານ. ນະຄອນຊາມາເຣຍໄດ້ຮັບສິ່ງເຫຼົ່ານີ້ມາຈາກພິທີຕ່າງໆ ສຳລັບໃຫ້ເກີດມີຄວາມອຸດົມສົມບູນ ມາບັດນີ້ ເຫຼົ່າສັດຕູຈະມາຈັບພວກເຂົາໄປເພື່ອໃຫ້ຂາບໄຫວ້ໃນແຫ່ງອື່ນ.”
8ແລ້ວມີກາກໍໄດ້ກ່າວວ່າ, “ຍ້ອນເຫດການເຫຼົ່ານີ້ແຫຼະ ຂ້ອຍຈຶ່ງໂສກເສົ້າແລະຄໍ່າຄວນ. ເພື່ອສະແດງເຖິງຄວາມທຸກໃຈ, ຂ້ອຍຈະຍ່າງໄປຕີນເປົ່າແລະເປືອຍຕົວ. ຂ້ອຍຈະຫອນເໝືອນດັ່ງໝາປ່າ ແລະອືດຄາງເໝືອນດັ່ງນົກກະຈອກເທດ. 9ບາດແຜຂອງນະຄອນຊາມາເຣຍຮັກສາໃຫ້ດີບໍ່ໄດ້ ແລະໄດ້ລາມມາເຖິງຢູດາ ໄພພິບັດໄດ້ມາຮອດປະຕູເມືອງຂອງນະຄອນເຢຣູຊາເລັມ ຄືບ່ອນທີ່ປະຊາຊົນຂອງຂ້ອຍອາໄສຢູ່.”
ສັດຕູເຂົ້າມາໃກ້ນະຄອນເຢຣູຊາເລັມ
10ຢ່າບອກເລື່ອງການພ່າຍແພ້ຂອງພວກເຮົາໃຫ້ຊາວກາດຜູ້ເປັນສັດຕູຮູ້ ຢ່າສູ່ໃຫ້ພວກເຂົາເຫັນພວກເຈົ້າຮ້ອງໄຫ້. ຊາວເມືອງເບັດ-ເລອາຟະຣາເອີຍ ຈົ່ງກິ້ງເກືອກຢູ່ໃນຂີ້ຝຸ່ນດິນ ລະບາຍຄວາມສິ້ນຫວັງຂອງພວກເຈົ້າສາ 11ພວກເຈົ້າຊາວເມືອງຊາເຟຍເອີຍ ຈົ່ງໜີໄປຢູ່ຕ່າງຖິ່ນຢ່າງເປືອຍຕົວ ແລະອັບອາຍຂາຍໜ້າສາ. ຄົນທີ່ອາໄສຢູ່ໃນເມືອງຊາອານານ ບໍ່ກ້າອອກມາຈາກເມືອງຂອງຕົນ. ເມື່ອໃດພວກເຈົ້າໄດ້ຍິນປະຊາຊົນໃນເມືອງເບັດເອເຊນຮ້ອງໄຫ້ຮໍ່າໄຮ ເຈົ້າຈົ່ງຮູ້ວ່າໃນທີ່ນັ້ນບໍ່ມີບ່ອນລີ້ໄພສາແລ້ວ. 12ຊາວເມືອງມາໂຣດ ຕ່າງກໍລໍຖ້າການບັນເທົາທຸກດ້ວຍໃຈກະວົນກະວາຍ ຍ້ອນພຣະເຈົ້າຢາເວໄດ້ນຳໄພພິບັດເຂົ້າມາໃກ້ນະຄອນເຢຣູຊາເລັມສາແລ້ວ. 13ພວກເຈົ້າທີ່ຢູ່ໃນເມືອງລາກິດ ຈົ່ງເອົາມ້າໃສ່ລົດຮົບຂອງພວກເຈົ້າຕຽມໄວ້. ພວກເຈົ້າໄດ້ເຮັດບາບຕາມພວກອິດສະຣາເອນ; ສະນັ້ນ ມັນຈຶ່ງເຮັດໃຫ້ນະຄອນເຢຣູຊາເລັມມີບາບ. 14ແຕ່ບັດນີ້ ປະຊາຊົນຢູດາເອີຍ ຈົ່ງສັ່ງລາເມືອງໂມເຣເຊັດກາດສາເຖີດ. ບັນດາກະສັດແຫ່ງຊາດອິດສະຣາເອນຈະບໍ່ໄດ້ຮັບການຊ່ວຍເຫລືອຈາກເມືອງອັກຊິບ.
15ປະຊາຊົນຊາວເມືອງມາເຣຊາເອີຍ ເຮົາຈະມອບພວກເຈົ້າໃຫ້ແກ່ສັດຕູ ຄືຜູ້ທີ່ກຳລັງຈະຢຶດເອົາເມືອງຂອງພວກເຈົ້າ. ບັນດາເຈົ້ານາຍທີ່ມີກຽດຂອງຊາດອິດສະຣາເອນ ຈະປົບໜີໄປລີ້ຢູ່ໃນຖໍ້າເມືອງອາດຸນລຳ. 16ປະຊາຊົນຢູດາເອີຍ ຈົ່ງແຖຫົວພວກເຈົ້າເພື່ອໄວ້ທຸກໃຫ້ແກ່ລູກຫລານທີ່ພວກເຈົ້າຮັກນັ້ນສາ. ຈົ່ງແຖຫົວພວກເຈົ້າໃຫ້ໂຫລ້ນເໝືອນຫົວແຮ້ງສາ ກໍເພາະວ່າລູກຫລານພວກເຈົ້າຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.
Currently Selected:
ມີກາ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.